Home Blog Page 78

ແຜ່ນໂຊລາເຊວ ຂະໜາດນ້ອຍ-ເບົາ ແຕ່ສ້າງພະລັງງານພຽງພໍ ເພື່ອສາກໂທລະສັບ

ນັກວິສະວະກອນຈາກ MIT ສະຖາບັນເທັກໂນໂລ​ຊີ​ ແມສຊາຊູເຊັດ​ ໄດ້ພັດທະນາແຜ່ນ (solar cells) ທີ່ບາງພິເສດ ເຊິ່ງມີນໍ້າໜັກເບົາກວ່າເຈ້ຍແຜ່ນໜຶ່ງ ແຕ່ສາມາດສ້າງພະລັງງານໄດ້ພຽງພໍ ເພື່ອສາກໄຟອຸປະກອນອີເລັກໂທຣນິກຂະໜາດນ້ອຍ.

ແຜ່ນຟີມແສງອາທິດເຫຼົ່ານີ້ຍັງສາມາດເກັບແສງສະຫວ່າງພາຍໃນອາຄານໄດ້, ເຮັດໃຫ້ສາມາດນຳໃຊ້ໄດ້ໃນບ່ອນທີ່ແຜງພະລັງງານແບບດັ້ງເດີມໃຊ້ບໍ່ໄດ້.

ຍ້ອນວ່າມີຄວາມເບົາ,​ ໂຄ້ງງໍໄດ້ໂດຍບໍ່ແຕກ, ສາມາດມ້ວນ ແລະ ຄາຍອອກໄດ້ຫຼາຍກວ່າ 500 ເທື່ອ ໂດຍທີ່ຍັງຮັກສາປະສິດທິພາບຂອງມັນໄດ້ຫຼາຍກວ່າ 90%,​ ຈຶ່ງສາມາດຕິດໃສ່ເຄື່ອງນຸ່ງ, ໂດຣນ (drones), ເຕັ້ນ, ແລະ ແມ່ນແຕ່ເຄສໂທລະສັບກໍໄດ້. ມັນສາມາດສະໜອງພະລັງງານທີ່ເຄື່ອນທີ່ໄດ້ ແລະ ສາມາດໃຊ້ໄດ້ສຳລັບທະຫານ, ທີມກູ້ໄພ ແລະ ຜູ້ທີ່ເຮັດວຽກທາງໄກ. ເປັນການເປີດຊ່ອງທາງສຳລັບການນຳໃຊ້ທີ່ບໍ່ມີຂີດຈຳກັດ.

ຄວາມກ້າວໜ້າຄັ້ງນີ້ພາເຮົາເຂົ້າໃກ້ອະນາຄົດທີ່ພະລັງງານທົດແທນຈະຖືກລວມເຂົ້າໃນຊີວິດປະຈຳວັນຢ່າງລຽບງ່າຍ, ນັບຕັ້ງແຕ່ແຟຊັນໄປຈົນເຖິງເທັກໂນໂລຊີ. ມັນຍັງສະແດງໃຫ້ເຫັນວ່າ ເທັກໂນໂລຊີພະລັງງານແສງຕາເວັນ ສາມາດຂະຫຍາຍຂະໜາດໄດ້ໃນແບບທີ່ເຄີຍຄິດບໍ່ເຖິງມາກ່ອນ.

ທີ່ມາ: Unbox​ Factory

ຍີ່ປຸ່ນ ອຸປະກອນອາບນ້ຳແບບທັນສະໄໝ ອາບແລ້ວເປົ່າແຫ້ງພາຍໃນ 15 ນາທີ

ຍີ່ປຸ່ນນຳສະເໜີ ເຄື່ອງອາບນ້ຳ​ ຫຼື​“ເຄື່ອງຊັກຄົນ” ແບບລໍ້າສະໄໝ, ເຊິ່ງສາມາດອາບນ້ຳໃຫ້ຄົນໄດ້, ນວດໄດ້, ແລະ ເປົ່າໃຫ້ແຫ້ງໄດ້ພາຍໃນເວລາພຽງ 15 ນາທີ.

ອຳອິດອຸປະກອນນີ້​ ແມ່ນຖືກອອກແບບມາສໍາລັບໂຮງໝໍ ແລະ ສູນເບິ່ງແຍງຜູ້ສູງອາຍຸ, ມັນມີທັງນໍ້າອຸ່ນ, ຄື້ນສຽງຄວາມຖີ່ສູງ​(ultrasonic waves) ແລະ ລະບົບເປົ່າແຫ້ງ ເພື່ອໃຫ້ການຊໍາລະລ້າງທັງຕົວໂດຍບໍ່ຕ້ອງອອກແຮງ.

ເທັກໂນໂລຊີນີ້​ ອາດຈະປ່ຽນແປງຊີວິດຂອງຜູ້ທີ່ມີບັນຫາການເຄື່ອນທີ່, ຫຼຸດຜ່ອນການເພິ່ງພາຈາກຜູ້ເບິ່ງແຍງ ແລະ ປັບປຸງມາດຕະຖານສຸຂະອະນາໄມໃນສະຖານທີ່ທາງການແພດ. ເຄື່ອງນີ້ຍັງມີລະບົບການອາບທີ່ສາມາດປັບແຕ່ງໄດ້ – ຕັ້ງແຕ່ການອາບແບບດ່ວນໄປຈົນເຖິງການອາບແບບສະປາທີ່ໃຊ້ເວລາດົນຂຶ້ນ.

ເຖິງແມ່ນວ່າມັນອາດຈະຟັງເບິ່ງແປກໆ, ແຕ່ຍີ່ປຸ່ນກໍມີປະຫວັດຍາວນານໃນການບຸກເບີກຫຸ່ນຍົນ ແລະ ລະບົບອັດຕະໂນມັດເພື່ອປັບປຸງຊີວິດປະຈໍາວັນ. ຜູ້ຊ່ຽວຊານເຊື່ອວ່າເຄື່ອງຈັກດັ່ງກ່າວອາດຈະກາຍເປັນເລື່ອງທໍາມະດາໃນບ້ານ, ໂຮງແຮມ​ ແລະ​ ແມ່ນແຕ່ພາລະກິດໃນອະວະກາດ, ເຊິ່ງການທໍາຄວາມສະອາດທີ່ໄວ ແລະ ປະຢັດນໍ້າ,​ ມັນສະທ້ແດງໃຫ້ເຫັນເຖິງວິໄສທັດອັນກວ້າງໄກ ຂອງຍີ່ປຸ່ນໃນການລວມເອົາເທັກໂນໂລຊີເຂົ້າກັບຄວາມສະດວກສະບາຍ.

ທີ່ມາ: Unbox​ Factory

ນັກວິທະຍາສາດ ສ້າງເຄື່ອງກະຕຸ້ນຫົວໃຈຂະໜາດນ້ອຍ ທີ່ລະລາຍໄດ້ເອງ ບໍ່ຕ້ອງຜ່າຕັດເອົາອອກ

ນັກວິທະຍາສາດທີ່ມະຫາວິທະຍາໄລ Northwestern ໄດ້ສ້າງເຄື່ອງກະຕຸ້ນຫົວໃຈຂະໜາດນ້ອຍທີ່ສຸດໃນໂລກ​ ທີ່ສາມາດດູດຊຶມ ຫຼື​ ລະລາຍໄດ້ເອງຕາມທຳມະຊາດໃນຮ່າງກາຍຄົນ, ເຊິ່ງມີຂະໜາດເທົ່າກັບເມັດເຂົ້າສານ. ບໍ່ຄືກັບອຸປະກອນແບບດັ້ງເດີມທີ່ຕ້ອງໄດ້ຜ່າຕັດເພື່ອໃສ່ ແລະຖອດອອກ, ເຄື່ອງກະຕຸ້ນຫົວໃຈນີ້​ ຖືກອອກແບບມາສຳລັບການກະຕຸ້ນຫົວໃຈຊົ່ວຄາວສຳລັບຄົນເຈັບທີ່ຫາຍດີຈາກການຜ່າຕັດຫົວໃຈ ຫຼື​ ເດັກເກີດໃໝ່ທີ່ມີບັນຫາຈັງຫວະຫົວໃຈ.

ອຸປະກອນດັ່ງກ່າວຖືກຄວບຄຸມດ້ວຍລະບົບໄຮ້ສາຍ​ ໂດຍແຜ່ນຕິດໜ້າເອິກທີ່ສາມາດໃສ່ໄດ້, ເຊິ່ງຈະກວດຈັບການເຕັ້ນຂອງຫົວໃຈທີ່ບໍ່ສະໝໍ່າສະເໝີ ແລະກະຕຸ້ນເຄື່ອງກະຕຸ້ນຫົວໃຈ​ ໂດຍໃຊ້ແສງອິນຟາເຣດ. ເມື່ອຫົວໃຈຄົງທີ່ແລ້ວ, ເຄື່ອງກະຕຸ້ນຫົວໃຈຈະລະລາຍໄປເອງຕາມທໍາມະຊາດພາຍໃນຮ່າງກາຍ, ບໍ່ມີຮ່ອງຮອຍ ແລະຫຼີກລ່ຽງຄວາມສ່ຽງຕໍ່ການຕິດເຊື້ອ ຫຼືການຜ່າຕັດເອົາອອກ.

ແຕ່ນະວັດຕະກໍານີ້ຍັງຢູ່ໃນຂັ້ນຕອນການທົດລອງກັບສັດ ແລະຫົວໃຈທີ່ໄດ້ຮັບການບໍລິຈາກ, ເຊິ່ງໃນໄວໆນີ້ອາດຈະປ່ຽນແປງການດູແລຫົວໃຈໄລຍະສັ້ນໄດ້.

ທີ່ມາ: Did you know

ຍີ່ປຸ້ນປູກຝັງນັກຮຽນ ປ1-ປ3 ເນັ້ນໜັກຄຸນນະທຳ ແລະ EQ ຫຼາຍກວ່າຜົນການສອບເສັງ

ການຮຽນໜັງສືໄລຍະ 3 ປີທຳອິດຂອງປະຖົມໃນຍີ່ປຸ່ນ ເນັ້ນປູກຝັງຄຸນນະທຳຫລາຍກວ່າວັດຜົນດ້ວຍຂໍ້ສອບ.

ທີ່ຍີ່ປຸ່ນນັກຮຽນໃນໄບຍະປະຖົມສຶກສາຕອນຕົ້ນ 3 ປີທຳອິດ( ປ.1-ປ.3) ຈະຍັງບໍ່ຖືກກົດດັນເລື່ອງການສອບເສັງຫລາຍເທື່ອ ສິ່ງທີ່ເນັ້ນໜັກຄືການສ້າງພື້ນຖານດ້ານຈິດໃຈ ແລະ ພຶດຕິກຳເຊັ່ນ: ການມີມາລະຍາດ, ການເຄົາລົບຜູ້ອື່ນ, ຄວາມຮັບຜິດຊອບ ແລະ ການເຮັດວຽກຮ່ວມກັບຜູ້ອື່ນ.

ນັກຮຽນຈະໄດ້ຮຽນຮູ້ຜ່ານກິດຈະກຳໃນຊີວິດປະຈຳວັນເຊັ່ນ ການຊ່ວຍກັນເຮັດຄວາມສະອາດຫ້ອງຮຽນ ແລະ ໂຮງຮຽນ ເພື່ອຝຶກຄວາມມີລະບຽບວິໄນ ແລະ ການຮັບຜິດຊອບຮ່ວມກັນ.

ແນວທາງນີ້ມຸ່ງສ້າງຄວາມສະຫລາດທາງອາລົມ ແລະ ການເປັນຄົນດີໃນສັງຄົມກ່ອນຈະເລັ່ງໄປສູ່ການຮຽນເຊີງວິຊາການ. ຄູ ແລະ ຜູ້ຊ່ຽວຊານດ້ານການສຶກສາຂອງຍີ່ປຸ່ນເຊື່ອວ່າ ການປູກຝັ່ງໃນໄວນີ້ຈະເຮັດໃຫ້ນັກຮຽນເຕີບໂຕຂຶ້ນເປັນບຸກຄົນທີ່ມີຄວາມຮອບດ້ານ ມີທັງຄວາມຮູ້ ຄວາມເຂົ້າໃຈຜູ້ອື່ນ ແລະ ທັກສະທາງສັງຄົມເຊິ່ງເປັນເຫດຜົນສຳຄັນທີ່ເຮັດໃຫ້ລະບົບການສຶກສາຂອງຍີ່ປຸ່ນໂດດເດັ່ນໃນສາຍຕາຂອງໂລກ.

ເຫດຜົນທີ່ເນັ້ນ EQ ຫລາຍກວ່າ IQ ກໍເພາະນັກຮຽນໃນໄວນີ້ຍັງຢູ່ໃນຊ່ວງຮຽນຮູ້ການຄວບຄຸມອາລົມ ແລະ ການເຂົ້າສັງຄົມ ຫາກວາງຮາກຖານດ້ານນີ້ໄດ້ດີ ຈະຊ່ວຍໃຫ້ຮຽນວິຊາການໄດ້ມີປະສິດທິພາບໃນໄລຍະຍາວ.

ຕົວຢ່າງ ກິດຈະກຳທີ່ເຮັດຢູ່ຍີ່ປຸ່ນແມ່ນເຮັດຄວາມສະອາດຫ້ອງຮຽນ ແລະ ໂຮງອາຫານທຸກມື້, ກິນອາຫານກາງເວັນຮ່ວມກັນໃນຫ້ອງຮຽນ ໂດຍນັກຮຽນເປັນຜູ້ເສີບອາຫານເອງ ແລະ ຝຶກການກ່າວທັກທ້າຍຂອບໃຈເປັນກິດຈະວັດ.

ຜົນລັບທີ່ເກີດຂຶ້ນ: ນັກຮຽນຍີ່ປຸ່ນສ່ວນໃຫຍ່ມີຄວາມຮັບຜິດຊອບສູງ ເຄົາລົບລະບຽບ ແລະ ຮູ້ຈັກການຢູ່ຮ່ວມກັບຄົນອື່ນໃນສັງຄົມ.

ທີ່ມາ: Factpoint

ແຮງດຶງດູດໃຫມ່ຂອງເສດຖະກິດຈີນ ສ້າງໂອກາດໃຫມ່ໃຫ້ແກ່ການຮ່ວມມືທົ່ວໂລກ

ນັບ​ແຕ່​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ, ສະ​ຖາ​ນະ​ການ​ລະຫວ່າງປະເທດໄດ້​ມີ​ຄວາມ​ຊັບຊ້ອນ ແລະ​ ມີ​ການ​ປ່ຽນ​ແປງ​ຢູ່ຕະຫຼອດ, ແຕ່ເສດຖະກິດ​ຈີນ​ສາມາດ​ຮັບແຮງກົດ​ດັນ​ ແລະ​ ກ້າວຂ້າມສິ່ງ​ທ້າ​ທາຍ​ໄດ້, ​ໂດຍ​ລວມ​ແລ້ວ, ​ສະ​ແດງ​ໃຫ້​ເຫັນ​ແນວໂນ້ມການຟື້ນ​ຕົວ​ ແລະ​ ມີ​ທ່າ​ອ່ຽງ​ໄປໃນທິດທາງທີ່ດີ​ຂຶ້ນ. ໃນເດືອນສິງຫາ, ອັດຕາການເຕີບໂຕຂອງຍອດການຂາຍຍ່ອຍສິນຄ້າບໍລິໂພກເພີ່ມຂຶ້ນໄວກວ່າເດືອນກ່ອນ 2.1%, ຂະໜາດການລົງທຶນຍັງຄົງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ແລະ ຕະຫຼາດອະສັງຫາລິມະຊັບໃນຫຼາຍຂົງເຂດກໍເລີ່ມມີສັນຍານຟື້ນຕົວ; ມູນຄ່າເພີ່ມຂອງອຸດສາຫະກໍາຂະໜາດໃຫ່ຍ ແລະ ດັດຊະນີການຜະລິດຂະແໜງການບໍລິການມີອັດຕາການເຕີບໂຕເພີ່ມຂຶ້ນຈາກເດືອນກໍລະກົດ 0.8 ແລະ 1.1% ຕາມລໍາດັບ, ແລະ ອັດຕາການເຕີບໂຕຂອງຂະແໜງການຜະລິດໄດ້ເລ່ງຕົວຂຶ້ນຢ່າງຊັດເຈນ, ຂະ​ແໜງ​ການ​ບໍ​ລິ​ການ​ເຊັ່ນ​ການ​ທ່ອງ​ທ່ຽວ, ການ​ເດີນ​ທາງ, ແລະ​ການບັນ​ເທີງ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ທ່າ​ອ່ຽງການ​ຂະ​ຫຍາຍ​ຕົວ​ທີ່ດີ, ອຸດສາຫະກຳການຜະລິດຂັ້ນສູງ ແລະ ການບໍລິການດ້ານເຕັກໂນໂລຢີຂັ້ນສູງຍັງຄົງສືບຕໍ່ຂະຫຍາຍຕົວຢ່າງໄວວາ, ການ​ປ່ຽນຜ່ານສູ່ຄວາມເປັນມິດຕໍ່ສິ່ງແວດລ້ອມ ແລະ ເສດຖະກິດ​ດີ​ຈີ​ຕອນ​ ກຳລັງ​ເສີມພະລັງແຮງ ​ແລະ ​ຊີວິດຊີວາໃໝ່​ເຂົ້າ​ໃນ​ການ​ຍົກ​ລະດັບ​ອຸດສາຫະກຳ.

“ແຮງ​ດຶງ​ດູດ​ໃໝ່​” ຂອງ​ເສດຖະກິດ​ຈີນ​ບໍ່​ພຽງ​ແຕ່​ສາມາດ​ສົ່ງ​ອອກ​ເຕັກ​ໂນ​ໂລ​ຊີ​ທີ່​ສົມບູນ​ ແລະ​ ການ​ປະດິດ​ສ້າງ​ທີ່​ປະຕິບັດ​ໄດ້​ຕົວຈິງເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ພັນທະມິດທີ່​ສຳຄັນ​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແນວໜ້າ​ລະດັບໂລກ. ໃນເດືອນສິງຫາ, ຍານພາຫະນະພະລັງງານໃຫມ່ໄດ້ຮັກສາການເຕີບໂຕທັງການຜະລິດ ແລະ ການຂາຍ, ໂດຍມີການຜະລິດຍານພາຫະນະພະລັງງານໃຫມ່ບັນລຸ 843,000 ຄັນ ແລະ ຍອດຂາຍໄດ້ເຖິງ 846,000 ຄັນ, ເຊິ່ງເພີ່ມຂຶ້ນ 22% ແລະ 27% ຕາມລໍາດັບເມື່ອທຽບໃສ່ປີກ່ອນ; ການຜະລິດວັດສະດຸໃຫມ່ ແລະ ຜະລິດຕະພັນໃຫມ່ຍັງຄົງສືບຕໍ່ເຕີບໂຕໃນອັດຕາທີ່ສູງ, ຜົນຜະລິດຂອງແກ້ວໃສພິເສດ ສໍາລັບອຸດສາຫະກໍາພະລັງງານແສງຕາເວັນ, multicrystalline silicon, ແລະ monocrystalline silicon ເພີ່ມຂຶ້ນ 63.3%, 84.6%, ແລະ 79.9% ຕາມລໍາດັບ; ຜະລິດຕະພັນອຸປະກອນຂັ້ນສູງທີ່ມີຄຸນນະພາບສູງ ແລະ ມູນຄ່າເພີ່ມສູງ, ມີຄວາມສາມາດໃນການແຂ່ງຂັນເພີ່ມຂຶ້ນ ໃນຊ່ວງເດືອນມັງກອນ ຫາ ເດືອນສິງຫາ, ປະລິມານການກໍ່ສ້າງເຮືອສໍາເລັດຮູບ, ການຮັບຄໍາສັ່ງຊື້ເຮືອໃຫມ່, ແລະ ຄໍາສັ່ງຊື້ເຮືອທີ່ຖືຢູ່ ຕ່າງກໍຮັກສາການຂະຫຍາຍຕົວໃນລະດັບສອງຫຼັກ, ແຮງ​ດຶງ​ດູດ​ມະຫາສານຂອງ​ຕະຫຼາດ​ຈີນ​ແມ່ນກຳລັງຊຸກ​ຍູ້​ການ​ຮ່ວມ​ມື​ລະດັບໂລກ​ ແລະ​ ການ​ພັດ​ທະ​ນາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດຮ່ວມກັນ.

ທ່າ​ແຮງ​ດ້ານນະ​ວັດ​ຕະ​ກໍາ​ຂອງ​ບັນດາບໍ​ລິ​ສັດ​ເຕັກ​ໂນ​ໂລ​ຊີ​ຈີນ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ, ຜົນການ​ປະດິດ​ສ້າງ​ດ້ານ​ວິທະຍາສາດ​ ແລະ ເຕັກ​ໂນ​ໂລ​ຢີເກີດຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ​, ໄດ້​ກາຍ​ເປັນ​ກຳລັງ​ຊຸກຍູ້​ການ​ເຄື່ອນ​ໄຫວ​ພາຍ​ໃນທີ່ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ທັງຈໍາ​ນວນ​ບົດຄວາມທາງ​ວິ​ຊາ​ການ​ທີ່​ຕີພິມ​ໃນ​ວາ​ລະ​ສານ​ສາກົນລະດັບຊັ້ນ​ນໍາ​ ແລະ​ ຈໍາ​ນວນ​ການຍື່ນຂໍສິດ​ທິ​ບັດ​ລະຫວ່າງປະເທດໄດ້​ຈັດ​ອັນ​ດັບ​ໜຶ່ງໃນ​ທົ່ວ​ໂລກ​ 5 ປີ ຕິດ​ຕໍ່​ກັນ​, ໃນຊ່ວງເຄິ່ງປີທໍາອິດຂອງປີ 2025, ໃນຂະແໜງນະວັດຕະກຳດ້ານການແພດ, ມູນຄ່າການອະນຸມັດຢານະວັດຕະກຳແກ່ຕ່າງປະເທດແມ່ນເກືອບ 66 ຕື້​ໂດ​ລາ​ສະ​ຫະ​ລັດ, ບໍລິສັດຜູ້ຜະລິດຢາບາງແຫ່ງສາມາດເພີ່ມຜົນປະກອບການໄດ້ຢ່າງຫຼວງຫຼາຍໂດຍຜ່ານການອະນຸຍາດຢາທີ່ມີນະວັດກໍາໄປສູ່ຕະຫຼາດຕ່າງປະເທດ; ໃນ​ເວທີ​ການພັດທະນາ​ຫຸ່ນ​ຍົນ​ມະນຸດ​, ຈຳນວນໂຄງການທີ່ຊະນະການປະມູນມີຫຼາຍ​ກວ່າ 83 ​ໂຄງການ, ລວມມູນ​ຄ່າ​ສັນຍາ​ທັງໝົດ​ເກືອບ 330 ລ້ານ​ຢວນ, ບໍລິສັດເຊັ່ນ UBTECH ແລະ Zhiyuan Robotics ຕ່າງກໍໄດ້ຄວ້າເອົາສັນຍາຫຸ່ນຍົນມະນຸດຂະໜາດໃຫຍ່ຢ່າງຕໍ່ເນື່ອງ, ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເລີ່ມ​ເບິ່ງ​ວ່າຈີນ​ເປັນ​ສູນ​ກາງ​ຕົ້ນກຳເນີດນະວັດຕະກຳດ້ານ​ເຕັກ​ໂນ​ໂລ​ຊີ​ລະດັບໂລກ.

ຈີນ​ຍັງຄົງສືບ​ຕໍ່​ປັບປຸງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ຈາກຕ່າງປະ​ເທດຢ່າງຕໍ່ເນື່ອງ, ສ້າງ​ລະບົບ​ນະ​ໂຍບາຍ​ຮອບດ້ານ​ທີ່​ກວມ​ເອົາ​ການ​ເຂົ້າມາ, ການ​ລົງທຶນ, ຈົນຮອດການຖອນທຶນ, ວາງ​ຮາກຖານ​ທີ່ໝັ້ນຄົງໃຫ້​ແກ່​ນັກລົງທຶນ​ຕ່າງປະ​ເທດ​ລົງທຶນໄລຍະ​ຍາວ​ໃນຕະຫຼາດຈີນ, ບໍລິສັດ Wuxi AppTec ແລະ BYD ລວມທັງບໍລິສັດອື່ນໆ, ສາມາດດຶງດູດສະຖາບັນການເງິນຕ່າງປະເທດຫຼາຍແຫ່ງເຂົ້າຮ່ວມການສະເໜີຂາຍຫຸ້ນ H ໄດ້ສຳເລັດ; ໃນວັນທີ 15 ກັນຍາ, ບໍລິສັດ GCL Technology Holdings Limited, ເຊິ່ງເປັນຜູ້ນໍາໃນອຸດສາຫະກໍາພະລັງງານແສງຕາເວັນ, ໄດ້ປະກາດວ່າໄດ້ຮັບການລົງທຶນຍຸດທະສາດປະມານ 700 ລ້ານໂດລາສະຫະລັດຈາກ Infinity Capital, ເຊິ່ງເປັນສະຖາບັນການລົງທຶນລະດັບສາກົນທີ່ມີຊື່ສຽງ; ກຸ່ມ Weimob Inc ກໍໄດ້ປະກາດວ່າໄດ້ຮັບການຈອງຊື້ຫຸ້ນຈາກ Infinity Capital ມູນຄ່າ 200 ລ້ານໂດລາສະຫະລັດເຊັ່ນກັນ, ການ​ທີ່ນັກ​ລົງທຶນ​ຕ່າງປະ​ເທດ​ເຂົ້າມາມີສ່ວນຮ່ວມຢ່າງເລິກເຊິ່ງໃນການ​ລະດົມທຶນ​ຮອບ​ໃໝ່​ຂອງບໍລິສັດຈີນ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຊື່ອໝັ້ນ​ໃນ​ຄວາມ​​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ຮ່ວມກັນ, ແລະ ສະ​ແດງ​ໃຫ້​ເຫັນ​ເຖິງ​ການຍອມຮັບຢ່າງສູງ​ຕໍ່​ເສັ້ນທາງ​ການ​ຫັນປ່ຽນ​ເສດຖະກິດ​ທີ່​ສຳຄັນ​ຂອງ​ຈີນ.

ນະ​ໂຍ​ບາຍ “ອາ​ເມ​ລິ​ກາ​ມາກ່ອນ” ຂອງ​ລັດ​ຖະ​ບານ​ທ​ຣຳ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄວາມ​ເປັນ​ລະ​ບຽບ​ດ້ານ​ການ​ເມືອງ ແລະ​ເສດ​ຖະ​ກິດ​ການຄ້າລະດັບໂລກຫຼາຍຂຶ້ນ, ສະຖານະ​ການ​ຕ່າງປະເທດ​ໄດ້​ກາຍ​ເປັນ​ຄວາມ​ວຸ້ນວາຍ, ການ​ປະ​ທະ​ກັນ​ລະຫວ່າງ ປາເຣສຕິນ ​ແລະ ອິດສະຣາ​ແອນ ​ໄດ້​ເພີ່ມ​ທະວີ​ຂຶ້ນ, ທ່າມກາງ​ຄວາມ​ສ່ຽງ​ທີ່​ບໍ່​ແນ່ນອນ​ ແລະ​ ບໍ່​ໝັ້ນຄົງຕ່າງໆ, ສັນຕິພາບ, ການ​ພັດທະນາ, ການ​ຮ່ວມ​ມື​ ແລະ​ ຜົນ​ປະ​ໂຫຍ​ດ​ເຊິ່ງກັນ​ ແລະ​ ກັນ​ໄດ້​ກາຍ​ເປັນ​ຄວາມ​ປາຖະໜາ​ຮ່ວມ​ຂອງ​ປະຊາຊົນ​ໃນ​ທົ່ວ​ໂລກ, ເຖິງແມ່ນວ່າສົງຄາມ​ພາສີ​ໄດ້​ສ້າງ​ຄວາມ​ທ້າ​ທາຍ​ໃຫ້​ແກ່​ເສດຖະກິດ​ຈີນ, ​ແຕ່ເນື່ອງ​ຈາກ​ມາດ​ຕະການ​ດ້ານ​ນະ​ໂຍບາຍ​ເທື່ອ​ລະ​ກ້າວ, ກຳລັງການຜະລິດ​ຮູບແບບໃໝ່​ພວມ​ພັດທະນາ​ຢ່າງ​ວ່ອງ​ໄວ, ຕະຫຼາດຂະຫນາດໃຫຍ່ທີ່ໂດດເດັ່ນຍັງຄົງມີແຮງດຶງດູດທີ່ເປັນເອກະລັກສະເພາະຕົວ, “ແຮງ​ດຶງ​ດູດ​ໃໝ່​” ຂອງ​ເສດຖະກິດ​ຈີນ​ຈະ​ສ້າງ​ກາລະ​ໂອກາດ​ໃຫ້​ແກ່​ການ​ຮ່ວມ​ມື​ທົ່ວ​ໂລກ ​ແລະ ເສີມພະລັງທີ່​ບໍ່​ມີທີ່ສິ້ນສຸດໃຫ້ກັບການ​ພັດທະນາ​ເສດຖະກິດ​ໂລກ.

ອານຸສັກ ຈັນນະວົງ ໄດ້ຮັບໃບປະກາດແດງສາຂາພັດທະນາຊຸມຊົນ ແລະ ຊົນນະບົດ

ຂໍສະແດງຄວາມຍິນດີກັບ ທ້າວ ອານຸສັກ ຈັນນະວົງ ຈາກເມືອງທ່າແຂກ, ແຂວງຄຳມ່ວນ, ໄດ້ຮັບໃບປະກາດແດງຈາກຄະນະວິທະຍາສາດສັງຄົມ, ສາຂາ ພັດທະນາຊຸມຊົນ ແລະ ຊົນນະບົດ.

ອານຸສັກ ຈັນນະວົງ ໄດ້ໃຫ້ສໍາພາດ ຕໍ່ທີມງານ Lao Youth Radio FM 90.0 MHz ວ່າ: ສຳລັບກຽດນິຍົມຄືລາງວັນ ແຕ່ບົດຮຽນທີ່ແທ້ຈິງຄືຄວາມພະຍາຍາມທີ່ຈະສານຕໍ່ອະນາຄົດ ສຳລັບນ້ອງການໄດ້ໃບປະກາດແດງມັນເປັນສັນຍາລັກ ແລະ ເປັນຕົວສະທ້ອນເຖິງຄວາມຕັ້ງໃຈ ຄວາມສະໝໍ່າສະເໝີ ຄວາມພຽນພະຍາຍາມເຖິງແມ່ນວ່າຕະຫຼອດໄລຍະເວລາໃນການຮຽນນ້ອງຮູ້ສຶກວ່າທຸກຢ່າງມັນບໍ່ໄດ້ງ່າຍ ແຕ່ທຸກວິຊາລ້ວນໃຫ້ຄວາມຮູ້ປະສົບການ ແລະ ສອນໃຫ້ເຮົາຮູ້ຈັກອົດທົນ ຮູ້ຈັກຮັບຜິດຊອບ ຮູ້ຈັກພະຍາຍາມຢ່າງຕໍ່ເນື່ອງ ເຊິ່ງການໄດ້ກຽດນິຍົມຈຶ່ງເປັນການຢັ້ງຢືນວ່າຄວາມມຸ່ງໝັ້ນເລັກໜ້ອຍໃນແຕ່ລະມື້ເມື່ອສະສົມໄປເລື້ອຍໆສາມາດເປັນຜົນລັບອັນຍິ່ງໃຫຍ່ໄດ້ບໍ່ສະເພາະແຕ່ເປັນການຮຽນແຕ່ລວມເຖິງການເຮັດວຽກງານອີກດ້ວຍ.

ຖ້າຖາມເຖິງເຄັດລັບໃນການຮຽນໃຫ້ໄດ້ກຽດນິຍົມຈິງໆແລ້ວບໍ່ມີສູດລັບຫຍັງເລີຍທຸກຄົນສາມາດເຮັດໄດ້ພຽງພະຍາຍາມໃຫ້ສະໝຳ່ສະເໝີເຊັ່ນ: ຕັ້ງໃຈເຂົ້າຮຽນ, ຟັງອາຈານອະທິບາຍໃຫ້ເຂົ້າໃຈພື້ນຖານ, ອ່ານທົບທວນເມື່ອໃກ້ຈະເສັງ, ບໍ່ປ່ອຍວຽກໃຫ້ຄ້າງ ແລະ ສິ່ງທີ່ສຳຄັນຄືພະຍາຍາມຮັກສາວິໄນກັບຕົວເອງໃນແຕ່ລະມື້ເຖິງແມ່ນວ່າບາງຄັ້ງຈະເມື່ອຍຫຼື ທໍ້ ແຕ່ຖ້າເຮົາຍັງພະຍາຍາມເດີນໄປຂ້າງໜ້າເທື່ອລະກ້າວສຸດທ້າຍຜົນລັບຈະຕາມມາເອງ, ກຽດນິຍົມຈຶ່ງບໍ່ແມ່ນໄດ້ມາຈາກການເປັນຄົນເກັ່ງທີ່ສຸດ ແຕ່ໄດ້ມາຈາກຄວາມຕັ້ງໃຈທີ່ເຮັດຕໍ່ເນື່ອງຈົນມື້ຮອດສຸດທ້າຍ.

ທຸກຄວາມສຳເລັດປາສະຈາກເບື້ອງຫຼັງບໍ່ໄດ້ ສະນັ້ນນ້ອງຂໍຖືໂອກາດນີ້ຂອບໃຈ ພໍ່ແມ່, ເອື້ອຍນ້ອງ ທີ່ສະໜັບສະໜູນຕະຫຼອດມາ, ຂອບໃຈມິດຕະພາບທີ່ດີຈາກໝູ່ເພື່ອນ ແລະ ຂອບໃຈຢ່າງຍິ່ງມາຍັງບັນດາຄູອາຈານທຸກທ່ານທີ່ໄດ້ຖ່າຍທອດຄວາມຮູ້ທຸ່ມເທທັງແຮງກາຍແຮງໃຈໃນການສິດສອນຕະຫຼອດມາ.

ສຸດທ້າຍນີ້ນ້ອງຢາກບອກຮຸ່ນນ້ອງທຸກຄົນວ່າບໍ່ວ່າໃບປະກາດຈະສີໃດຕ່າງກໍມີຄຸນຄ່າສິ່ງທີ່ສຳຄັນທີ່ສຸດຄືບົດຮຽນທີ່ຕິດຕົວເຮົາມາ ຄວາມຮູ້, ທັກສະ ແລະ ການເຝິກຝົນຕົນເອງເພາະທັງໝົດນີ້ຈະເປັນພະລັງໃນການສານຕໍ່ໃນອະນາຄົດ ແລະ ເປັນຮາກຖານທີ່ເຮັດໃຫ້ເຮົາກ້າວໄປໃນເສັ້ນທາງໃໝ່ໆໄດ້ຢ່າງໝັ້ນຄົງ.

FM 90.0 ລາຍງານ

ເຂດໃດເບິ່ງເຫັນແນ່! ດາວເສົາໃກ້ໂລກທີ່ສຸດໃນຮອບປີ ໃນຄືນວັນທີ 21 ກັນຍາ ຜ່ານມາ

ຮູບພາບ “ດາວເສົາທີ່ຢູ່ໃກ້ໂລກທີ່ສຸດໃນຮອບປີ” ພ້ອມວົງແຫວນບາງໆນີ້ ຖືກບັນທຶກໄດ້ໂດຍກ້ອງເບິ່ງດາວທີ່ມີເສັ້ນຜ່າສູນກາງ 0.4 ແມັດ ຈາກ​ສະຖາບັນວິໄຈດາຣາສາດແຫ່ງປະເທດໄທ ເຊິ່ງສະແດງໃຫ້ເຫັນເຖິງວົງແຫວນຂອງດາວເສົາທີ່ບາງ.

ໃນຄືນວັນທີ 21 ກັນຍາ 2025, ດາວເສົາໄດ້ໂຄຈອນມາຢູ່ໃນຕຳແໜ່ງທີ່ກົງກັນຂ້າມກັບດວງຕາເວັນ (Saturn Opposition), ໝາຍຄວາມວ່າ: ດວງຕາເວັນ, ໂລກ ແລະດາວເສົາ ໄດ້ຈັດລຽງຕົວຢູ່ໃນແນວເສັ້ນຊື່ດຽວກັນ. ດາວເສົາຈຶ່ງຢູ່ໃກ້ໂລກທີ່ສຸດໃນຮອບປີ, ໂດຍມີໄລຍະຫ່າງປະມານ 1,279 ລ້ານກິໂລແມັດ (ປົກກະຕິແລ້ວດາວເສົາມີໄລຍະຫ່າງຈາກໂລກໂດຍສະເລ່ຍປະມານ 1,434 ລ້ານກິໂລແມັດ).

ນອກຈາກຈະເຫັນດາວເສົາທີ່ມີວົງແຫວນບາງໆແລ້ວ, ຍັງສາມາດສັງເກດເຫັນ ດວງຈັນໄທທັນ (Titan) ເຊິ່ງເປັນດວງຈັນບໍລິວານທີ່ໃຫຍ່ທີ່ສຸດຂອງດາວເສົາອີກດ້ວຍ.

ປະກົດການວົງແຫວນບາງໆ: ໃນປີນີ້, ວົງແຫວນຂອງດາວເສົາປາກົດໃນລັກສະນະບາງໆ ເນື່ອງຈາກໄດ້ຜ່ານຊ່ວງທີ່ດາວເສົາຫັນພື້ນຮາບຂອງວົງແຫວນເຂົ້າຫາໂລກເມື່ອທ້າຍເດືອນມີນາ 2025 ທີ່ຜ່ານມາ.

ປະກົດການນີ້ຈະເກີດຂຶ້ນປະມານທຸກໆ 15 ປີ ຕາມການປ່ຽນແປງຂອງມຸມອຽງວົງແຫວນທີ່ສຳພັນກັບການໂຄຈອນອ້ອມດວງອາທິດຂອງດາວເສົາ. ຫຼັງຈາກປີນີ້ເປັນຕົ້ນໄປ, ດາວເສົາຈະຄ່ອຍໆຫັນຂົ້ວໃຕ້ເຂົ້າຫາໂລກ ເຮັດໃຫ້ພື້ນຮາບຂອງວົງແຫວນມີມຸມອຽງອອກຈາກໂລກຫຼາຍທີ່ສຸດ, ແລະຈະເຫັນວົງແຫວນດາວເສົາຜ່ານກ້ອງເບິ່ງດາວໄດ້ຢ່າງຊັດເຈນທີ່ສຸດອີກຄັ້ງໃນປະມານປີ 2032.

ການເບິ່ງເຫັນໃນອະນາຄົດ: ຫຼັງຈາກນີ້, ດາວເສົາຈະຍັງຄົງປະກົດຢູ່ເທິງທ້ອງຟ້າໄປຈົນເຖິງປະມານເດືອນກຸມພາ 2026. ສ່ວນປະກົດການດາວເສົາຢູ່ໃກ້ໂລກທີ່ສຸດໃນຮອບປີຄັ້ງຕໍ່ໄປແມ່ນກົງກັບວັນທີ 4 ຕຸລາ 2026.

ທີ່ມາ: NARIT

ຈີນເປີດໂຕລົດໄຟຟ້າຮຸ່ນໃຫມ່ ເພື່ອແຂ່ງກັບ cybertruck ຂອງ tesla

ບໍລິສັດດ້ານຍານຍົນຂອງຈີນ​ ກຳລັງແຂ່ງຂັນກັບ Tesla ດ້ວຍລົດກະບະໄຟຟ້າຂອງຕົນເອງ, ເຊິ່ງໄດ້ຮັບການອອກແບບມາບໍ່ພຽງແຕ່ໃຫ້ມີຮູບຮ່າງທີ່ທັນສະໄໝເທົ່ານັ້ນ, ແຕ່ຍັງມີລາຄາທີ່ເຂົ້າເຖິງງ່າຍ ແລະ ປະສິດທິພາບສູງ. ຕ່າງຈາກລົດ Cybertruck ຂອງ Tesla ທີ່ປະສົບກັບຄວາມລ່າຊ້າ​ ແລະ​ ສິ່ງທ້າທາຍດ້ານການຜະລິດ, ລົດກະບະຂອງຈີນແມ່ນຖືກພັດທະນາຂຶ້ນເພື່ອການຜະລິດຈໍານວນຫຼາຍຢ່າງວ່ອງໄວ.

ລົດກະບະເຫຼົ່ານີ້ໃຊ້ແບັດເຕີຣີແບບ solid-state ຫຼື lithium iron phosphate (LFP), ເຊິ່ງປອດໄພກວ່າ, ລາຄາຖືກກວ່າ ແລະ ມີອາຍຸການໃຊ້ງານຍາວນານກວ່າ​ ເມື່ອທຽບກັບແບັດເຕີຣີ lithium-ion ແບບທໍາມະດາ. ບາງແບບສາມາດເດີນທາງເກີນ 500 ກິໂລແມັດຕໍ່ການສາກເທື່ອໜຶ່ງ, ສາກໄຟໄດ້ໄວພາຍໃນ 20 ນາທີ​ ແລະ ມີຄວາມສາມາດໃນການບັນທຸກທີ່ເໝາະສົມ​ ທັງສໍາລັບການໃຊ້ງານທາງການຄ້າ ແລະ ສ່ວນຕົວ.

ປະເທດຈີນເປັນຕະຫຼາດລົດໄຟຟ້າທີ່ໃຫຍ່ທີ່ສຸດໃນໂລກ ແລະ​ ຜູ້ຜະລິດລົດຍົນພາຍໃນປະເທດຂອງພວກເຂົາກໍຄອບຄອງຕະຫຼາດລົດເມ ແລະ ລົດແທັກຊີໄຟຟ້າຢູ່ແລ້ວ. ດ້ວຍການບຸກຕະຫຼາດລົດກະບະ, ພວກເຂົາບໍ່ພຽງແຕ່ແຂ່ງຂັນກັບ Tesla ເທົ່ານັ້ນ, ແຕ່ຍັງຕອບສະໜອງຄວາມຕ້ອງການໃນພາກພື້ນຕ່າງໆໃນເອເຊຍ, ອາຟຣິກາ​ ແລະ ເອີຣົບ,​ ​ລາຄາທີ່ເຂົ້າເຖິງງ່າຍ ແມ່ນເປັນປັດໄຈໃຫ້ມີການຕັດສິນໃຈຊື້ງ່າຍ.

ຖ້າປະສົບຜົນສໍາເລັດ, ລົດກະບະໄຟຟ້າເຫຼົ່ານີ້ອາດຈະປ່ຽນແປງສະພາບການຕະຫຼາດໂລກ, ທ້າທາຍການຄອບຄອງຕະຫຼາດລົດກະບະທີ່ມີຮູບແບບທັນສະໄໝຂອງສະຫະລັດ, ພ້ອມທັງຊຸກຍູ້ການຫັນເປັນຍານພາຫະນະໄຟຟ້າຂອງລົດບັນທຸກໜັກທົ່ວໂລກ.

ທີ່ມາ: Unbox​ Factory

ເປີດຝຶກອົບຮົມດ້ານ AI ຟຣີ ເຂົ້າໃຈການເຮັດວຽກ ແລະ ການໃຊ້ງານ AI

ເປີດຮັບຜູ້ທີ່ຍັງບໍ່ເຄີຍເຂົ້າຮ່ວມຝຶກ ! ກ່ຽວກັບ AI ແລະ Coding ພຽງ 1.5 ຊມ ກໍ່ສາມາດເຂົ້າໃຈ ແລະ ຮັບໃບຢັ້ງຢືນ ຈາກທາງ ASEAN Foundation ແລະ ອົງກອນ Google ! ໂອກາດມາຮອດທ່ານແລ້ວ ! ບໍ່ມີພື້ນຖານ ມາກ່ອນ ກໍ່ຮຽນໄດ້ ! ບໍ່ມີຄ່າໃຊ້ຈ່າຍໃດໆ !!!

Lao Youth Radio ຮ່ວມມືກັບ ASEAN Foundation ແລະ ອົງກອນ Google ເປີດໃຫ້ບັນດາທ່ານທີ່ສົນໃຈ ຢາກຝຶກອົບຮົມ ກ່ຽວກັບ ການເຮັດວຽກ ແລະ ການໃຊ້ງານ ຂອງປັນຍາປະດິດ (AI) ໃນຊີວິດປະຈໍາວັນ ແບບບໍ່ເສຍຄ່າ ຄັ້ງທີ 6 ! ຮຽນອອນລາຍ ຜ່ານ Zoom ພຽງ 1.5 ຊົ່ວໂມງ ກໍ່ສາມາດ ຮັບໃບຢັ້ງຢືນອອນລາຍ ຈາກ ASEAN Foundation ແລະ Google ໄດ້ແລ້ວ.

ເປີດຮັບ ທຸກເພດ ທຸກໄວ ບໍ່ຈໍາກັບຈໍານວນ. (ຮັບສະເພາະ ຜູ້ທີ່ຍັງບໍ່ເຄີຍ ເຂົ້າຮຽນມາກ່ອນ).

ຝຶກອົບຮົມວັນທິດ 21/09/2025 ເວລາ 14:30-16:00

ສົນໃຈສະໝັກຮຽນ ສະແກນເຂົ້າກຸ່ມວອດແອັບ ຕາມຄິວອາ ໃນໂພສເຕີ້ ຫຼື ສະໝັກຜ່ານລິ້ງຕໍ່ໄປນີ້:

https://chat.whatsapp.com/HRP5ztqX1Qo3FY2d0kCpQ9…

ຮອດມື້ຮຽນ ພວກເຮົາຈະສົ່ງລາຍລະອຽດການຮຽນ ລົງກຸ່ມ.

ຢ່າພາດ ສະໝັກກັນເຂົ້າມາໄດ້ເດີ້ !

#googleorg#AIReadyASEAN#AI#HourOfCode

ປະເທດແຟງລັງ ເປີດນຳໃຊ້ແບັດເຕີຣີພະລັງງານໄຟຟ້າຈາກດິນຊາຍ

ປະເທດ​ແຟງລັງ​ ໄດ້ເປີດຕົວ ແບັດເຕີຣີຊາຍ ທີ່ໃຫຍ່ທີ່ສຸດໃນໂລກ ເຊິ່ງເປັນລະບົບເກັບພະລັງງານທີ່ສາມາດເກັບຄວາມຮ້ອນໄວ້ໄດ້ເປັນເວລາຫຼາຍເດືອນ ແລະສາມາດໃຫ້ພະລັງງານແກ່ພົນລະເມືອງ ທັງເມືອງໄດ້ເປັນເວລາໜຶ່ງອາທິດ. ຕ່າງຈາກແບັດເຕີຣີທຽມທົ່ວໄປ, ລະບົບນີ້ໃຊ້ ດິນຊາຍລາຄາຖືກ ເປັນສື່ກາງໃນການເກັບຄວາມຮ້ອນສູງກວ່າ 500 ອົງສາ ໂດຍນຳໃຊ້ພະລັງງານທົດແທນທີ່ເຫຼືອໃຊ້.

ຄວາມຮ້ອນຈະຖືກປ່ອຍອອກມາຢ່າງຊ້າໆ​ ເຂົ້າສູ່ລະບົບຄວາມຮ້ອນຂອງເມືອງ ເຊິ່ງເປັນທາງອອກທີ່ສຳຄັນສຳລັບປະເທດທີ່ມີລະດູໜາວທີ່ຍາວນານ​ ແລະ​ ໜາວເຢັນ. ແບັດເຕີຣີຊາຍ​ ຂອງປະເທດແຟງລັງ ຈະຊ່ວຍໃຫ້ລະບົບພະລັງງານມີຄວາມໝັ້ນຄົງ ເພື່ອຮັບປະກັນວ່າແຫຼ່ງພະລັງງານທົດແທນ ເຊັ່ນ: ພະລັງງານລົມ ແລະ ແສງຕາເວັນ, ຍັງສາມາດສະໜອງພະລັງງານໄດ້ໃນຊ່ວງເວລາທີ່ມີການຜະລິດໜ້ອຍ.

ຜູ້ຊ່ຽວຊານກ່າວວ່າ ນີ້ແມ່ນໜຶ່ງໃນວິທີການເກັບພະລັງງານທີ່ສາມາດປັບຂະໜາດໄດ້​ ແລະ​ ຍືນຍົງທີ່ສຸດ, ທັງຍັງມີທ່າແຮງທີ່ຈະຖືກນຳໄປໃຊ້ທົ່ວໂລກ ເພາະວ່າດິນຊາຍເປັນຊັບພະຍາກອນທີ່ມີຢູ່ຢ່າງອຸດົມສົມບູນ, ລາຄາບໍ່ແພງ ແລະ ປອດໄພ. ແບັດເຕີຣີຊາຍອາດຈະກາຍເປັນສິ່ງທີ່ສຳຄັນໃນການແກ້ໄຂວິກິດການເກັບຮັກສາພະລັງງານທົດແທນ.

ທີ່ມາ: Unbox​ Factory