Home Blog Page 79

ບໍລິສັດໂຮຢາລາວຈຳກັດ ຮັບສະໝັກພະນັກງານ

ຍ່າງເຂົ້າສຳພາດທີ່ບໍລິສັດ ຮູ້ຜົນທັນທີເລີຍ

ໃນວັນເສົາ ວັນທີ 20 ກັນຍາ 2025 !

ຮັບຈຳນວນຈຳກັດ ມາໄວມີສິດເຂົ້າສຳພາດກ່ອນ

ສຳພາດຜ່ານ ເອກະສານຄົບ ເລີ່ມວຽກວັນທີ 22 ກັນຍານີ້

– ສາມາດອ່ານອອກ ຂຽນໄດ້

– ເຂົ້າກະກາງຄືນໄດ້

– ຢືນເຮັດວຽກໄດ້

– ອາຍຸ 18 ປີເຕັມຂຶ້ນໄປ

ເອກະສານປະກອບໃນການເຂົ້າສຳພາດວຽກເບື້ອງຕົ້ນ

– ບັດປະຈຳຕົວ ແລະ ສຳມະໂນຄົວ (ກ໋ອບປີ້)

– ໃບປະກາດ ແລະ ໃບຄະແນນ (ກ໋ອບປີ້) (ມັດທະຍົມຕົ້ນ ມໍ4 ຂຶ້ນໄປ)

– ບິກ 1 ກ້ານ

ເອກະສານປະກອບຕາມຫຼັງເມື່ອຜ່ານການສຳພາດ

– ບັນຊີທະນາຄານການຄ້າ ສະກຸນເງິນກີບ

– ໃບແຈ້ງໂທດ ສະບັບແທ້ (ບໍ່ເກີນ 3 ເດືອນ)

– ໃບຢັ້ງຢືນທີ່ຢູ່ ສະບັບແທ້ (ບໍ່ເກີນ 3 ເດືອນ)

– ໃບຮັບປະກັນ ສະບັບແທ້ (ບໍ່ເກີນ 3 ເດືອນ)

– ຫໍພັກເຕັມ ແຕ່ມີເງິນເດືອນຊ່ວຍເຫຼືອຄ່າທີ່ພັກໃຫ້

– ມີລົດຮັບສົ່ງ ຫຼື ເງິນຊ່ວຍເຫຼືອຄ່ານ້ຳມັນ

– ມີເຂົ້າໃຫ້ກີນ 3 ຄາບ

SCG ສະໜັບສະໜູນການສຶກສາເຍົາວະຊົນສານຝັນນັກຮຽນໃນໂຄງການ Sharing the Dream 2025

ບໍລິສັດ SCG ເປີດຮັບສະໝັກນັກຮຽນລະດັບມັດທະຍົມຕອນປາຍ ແລະ ນັກສຶກສາລະດັບມະຫາວິທະຍາໄລ ຂອງໂຮງຮຽນລັດ ເພື່ອຂໍຮັບທຶນໃນໂຄງການ Sharing the Dream 2025. ໂຄງການນີ້ SCG ດໍາເນີນຢູ່ໃນ ສປປ ລາວ ຢ່າງຕໍ່ເນື່ອງມາເຖິງ 14 ປີ ໂດຍໃຫ້ຄວາມສໍາຄັນກັບຄຸນສົມບັດຂອງເຍົາວະຊົນ ເຊັ່ນ: ຄວາມກະຕືລືລົ້ນ ແລະ ຄວາມໃສ່ໃຈຕໍ່ບັນຫາສິ່ງແວດລ້ອມ, ເປັນຜູ້ປະພຶດດີຕໍ່ຄອບຄົວ ແລະ ສັງຄົມ, ມີຄວາມກະຕັນຍູຕໍ່ພໍ່ແມ່ ແລະ ຄູອາຈານ, ພ້ອມທັງມີຄວາມມຸ່ງໝັ້ນໃນການສຶກສາ.

ໂຄງການມອບທຶນສະໜັບສະໜູນການສຶກສາ “SCG Sharing the Dream” ແມ່ນໜຶ່ງໃນໂຄງການພັດທະນາສັກກະຍະພາບເຍົາວະຊົນໃນພາກພື້ນອາຊຽນຂອງ SCG. ເຊິ່ງເປັນແນວທາງການດຳເນີນ ກິດຈະກຳພ້ອມຄວາມຮັບຜິດຊອບຕໍ່ສັງຄົມ ທີ່ SCG ດໍາເນີນມາຢ່າງຕໍ່ເນື່ອງກວ່າ 112 ປີ ນັບຕັ້ງແຕ່ກໍຕັ້ງບໍລິສັດ. ໂດຍມີຈຸດປະສົງເພື່ອຊຸກຍູ້ສົ່ງເສີມ ແລະ ສະໜັບສະໜູນການສຶກສາ ໃຫ້ແກ່ເດັກນ້ອຍທີ່ມີຄຸນນະທຳ ແລະ ກະຕັນຍູ ຈາກຄອບຄົວທີ່ທຸກຍາກ ໄດ້ມີໂອກາດສຶກສາຕໍ່ ແລະ ນໍາຄວາມຮູ້ທີ່ໄດ້ໄປພັດທະນາຊຸມຊົນ, ສັງຄົມ, ສິ່ງແວດລ້ອມ ແລະ ປະເທດຊາດຂອງຕົນ ຜ່ານ ການສະໜັບສະໜູນໂດຍລວມທັງຄ່າຮຽນ ແລະ ອຸປະກອນການຮຽນ, ເຊີ່ງ ໂຄງການນີ້ເລີ່ມຕົ້ນທີ່ປະເທດໄທ ແລະ ໄດ້ຂະຫຍາຍໄປສູ່ປະເທດອື່ນໆໃນພາກພື້ນອາຊຽນ.

ສໍາລັບທຶນສະໜັບສະໜຸນການສຶກສາ ໃນໂຄງການ Sharing the Dream ປີ 2025 ນີ້ SCG ຈະມອບທຶນສຶກສາໃຫ້ແກ່ ນັກຮຽນມັດທະຍົມສຶກສາຕອນປາຍໃນ ນະຄອນຫຼວງວຽງຈັນ 80 ທຶນ, ທຶນມັດທະຍົມຕອນປາຍ ໃນເມືອງມະຫາໄຊ, ແຂວງຄໍາມ່ວນ 30 ທຶນ, ແລະ ທຶນລະດັບມະຫາວິທະຍາໄລ 10 ທຶນ.

ຜູ້ທີ່ສົນໃຈສາມາດເບິ່ງລາຍລະອຽດເພີ່ມເຕີມໄດ້ທີ່

ເພຈ Facebook: facebook.com/SCGbrandLaos

#SCG#SCGSharingtheDream#InclusiveGreenGrowth

ເກີດແຜ່ນດິນໄຫວ 7.8 ຣິກເຕີ ຢູ່ຣັດເຊຍ ທາງການເຕືອນໄພລະວັງສຶນາມິ

ເກີດແຜ່ນດິນໄຫວຮຸນແຮງຂະໜາດ 7.8 ໃກ້ເມືອງເປໂຕຣປາຟລອບສ໌-ຄຳບັດສະກີ ທາງພາກຕາເວັນອອກຂອງຣັດເຊຍ, ມີການປະກາດເຕືອນໄພສຶນາມິຝັ່ງໝູ່ເກາະອາລູຊຽນ ໃນລັດອາລັສກາ, ໃນຂະນະທີ່ຍັງບໍ່ມີການຢືນຢັນຄວາມເສຍຫາຍ ຫຼື ຜູ້ບາດເຈັບ.

ໃນວັນທີ 19 ກັນຍາ 2568, ສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດ​ (USGS) ລາຍງານວ່າ: ເກີດແຜ່ນດິນໄຫວຮຸນແຮງບໍລິເວນພາກພື້ນເປໂຕຣປາຟລອບສ໌-ຄຳຊັດສະກີ, ແຫຼມຄຳຊັດກາ, ທາງພາກຕາເວັນອອກຂອງຣັດເຊຍ ເມື່ອເວລາ 23:58 ໂມງຂອງວັນທີ 18 ກັນຍາ, ເຊິ່ງກົງກັບຊ່ວງເຊົ້າມືດຂອງວັນທີ 19 ກັນຍາ ຕາມເວລາປະເທດລາວ.

ສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດ ລະບຸວ່າ: ແຜ່ນດິນໄຫວຄັ້ງນີ້ມີຄວາມເລິກພຽງ 10 ກິໂລແມັດ, ເຊິ່ງແຮງສັ່ນສະເທືອນຄັ້ງນີ້ເກີດຂຶ້ນພຽງບໍ່ເທົ່າໃດມື້​ ຫຼັງຈາກແຜ່ນດິນໄຫວຂະໜາດ 7.4 ຣິກເຕີ ສັ່ນສະເທືອນຊາຍຝັ່ງຕາເວັນອອກຂອງແຫຼມຄຳຊັດກາ ເມື່ອວັນທີ 13 ກັນຍາທີ່ຜ່ານມາ, ໂດຍທັງສອງຄັ້ງຖືວ່າຢູ່ໃນລະດັບຮຸນແຮງ ແລະ ຕື້ນຫຼາຍ.

ທ່ານ ວະລາດີເມຍ ໂຊໂລດອບ, ເຈົ້າແຂວງກຳຊັດກາ ໄດ້ເປີດເຜີຍຜ່ານແອັບພລິເຄຊັນເທເລແກຣມວ່າ: ໄດ້ມີການປະກາດເຕືອນໄພຄື້ນສຶນາມິຕາມແຄມຝັ່ງຕາເວັນອອກ ພ້ອມສັ່ງໃຫ້ແຈ້ງເຕືອນປະຊາຊົນ ແລະ ຍົກລະດັບການເຝົ້າລະວັງຂັ້ນສູງຂຶ້ນທັນທີຫຼັງເກີດເຫດ ໂດຍເຈົ້າໜ້າທີ່ໄດ້ເລີ່ມກວດກາສິ່ງປຸກສ້າງ ແລະ ເຮືອນຊານຂອງປະຊາຊົນຢ່າງຮີບດ່ວນ.

ຂໍ້ມູນຈາກໜ່ວຍງານອຸຕຸນິຍົມ ແລະ ອຸທົກກະສາດ ລະບຸວ່າ: ອາດຈະເກີດຄື້ນສູງເຖິງ 1.5 ແມັດ ໃນບາງພື້ນທີ່ຊາຍຝັ່ງ ໃນຂະນະທີ່ເມືອງເປໂຕຣໂປລົບສ໌ ທີ່ມີປະຊາກອນໜາແໜ້ນ ຄາດວ່າຄື້ນຈະສູງບໍ່ເຖິງ 0.1 ແມັດ.

ຫຼັງຈາກແຜ່ນດິນໄຫວໃຫຍ່ ກໍຍັງມີແຜ່ນດິນໄຫວຂະໜາດນ້ອຍຕາມມາຢ່າງໜ້ອຍ 10 ຄັ້ງ ໂດຍແຕ່ລະຄັ້ງມີຄວາມຮຸນແຮງເກີນຂະໜາດ 5 ຣິກເຕີ, ເຮັດໃຫ້ປະຊາຊົນໃນພື້ນທີ່ເກີດຄວາມວິຕົກກັງວົນ ໃນຂະນະທີ່ໜ່ວຍງານທີ່ກ່ຽວຂ້ອງກໍຍັງສືບຕໍ່ຕິດຕາມສະຖານະການຢ່າງໃກ້ຊິດ.

ແນວໃດກໍຕາມ, ຈົນເຖິງຂະນະນີ້ຍັງບໍ່ມີລາຍງານຄວາມເສຍຫາຍ ຫຼື ຜູ້ບາດເຈັບຈາກເຫດແຜ່ນດິນໄຫວໃຫຍ່ທີ່ຄຳຊັດກາ, ແຕ່ເຈົ້າໜ້າທີ່ກຳລັງຕິດຕາມສະຖານະການຢ່າງໃກ້ຊິດ ເນື່ອງຈາກພາກພື້ນນີ້ມັກຈະເກີດແຜ່ນດິນໄຫວຮຸນແຮງເລື້ອຍໆ ແລະ ມີຄວາມສ່ຽງຕໍ່ສຶນາມິສູງ.

ທີ່ມາ: Reuters

ແມ່ຍິງຖືພາ ຄວນດູແລຕົວເອງແນວໃດໃນໄລຍະຖືພາ

ໃນລະຫວ່າງການຖືພາ ສິ່ງທີ່ແມ່ຄິດເຖິງເປັນອັນດັບທຳອິດຄື ສຸຂະພາບຮ່າງກາຍ ແລະສຸຂະພາບຈິດທີ່ດີ ເພື່ອໃຫ້ລູກຢູ່ໃນທ້ອງມີຄວາມປອດໄພ ແລະ ແຂງແຮງທີ່ສຸດເມື່ອເຖິງເວລາລືມຕາເບິ່ງໂລກ. ດັ່ງນັ້ນ, ການຮູ້ເຖິງການປ່ຽນແປງທີ່ຈະເກີດຂື້ນໃນລະຫວ່າງການຖືພາ ແລະ ການດູແລຕົນເອງຢ່າງຖືກຕ້ອງ, ຈະເຮັດໃຫ້ພວກເຮົາສາມາດຮັບມືກັບມັນໄດ້ຢ່າງດີ ແລະ ປອດໄພທັງແມ່ ແລະ ລູກນ້ອຍຕະຫຼອດການຖືພາ.

ແມ່ຍິງຖືພາຈະມີຄວາມຕ້ອງການສານອາຫານ ແລະ ວິຕາມິນບາງປະເພດຫຼາຍ ກວ່າຄົນທົ່ວໄປ ເຊິ່ງສານອາຫານທີ່ຈຳເປັນຕໍ່ການຖືພາແມ່ນປະກອບດ້ວຍ:

ວິຕາມິນ ເອ: ຊ່ວຍໃນການຈະເລີນເຕີບໃຫຍ່ຂອງກະດູກ ແລະ ແຂ້ວ ເຊິ່ງໃນແມ່ທີ່ກຳລັງໃຫ້ລູກກິນນົມແມ່ນຕ້ອງມີວິຕາມິນ ເອ ເປັນສ່ວນປະກອບທີ່ສຳຄັນໃນການສ້າງນ້ຳນົມ.

ໂຟແລັກ: ຊ່ວຍພັດທະນາເຊລສະໝອງ ແລະ ລະບົບປະສາດຂອງລູກນ້ອຍໃຫ້ສົມບູນ ທີ່ສຳຄັນຄືຊ່ວຍປ້ອງກັນຄວາມຜິດປົກກະຕິຂອງສະໝອງ ແລະ ໄຂສັນຫຼັງ.

ທາດເຫຼັກ: ຊ່ວຍສ້າງ ເຊລເມັດເລືອດແດງ ແລະ ນຳພາອົກຊີແຊນໄປຫາສ່ວນຕ່າງໆຂອງຮ່າງກາຍໄດ້ດີຂຶ້ນ, ຊ່ວຍປ້ອງກັນບໍ່ໃຫ້ເກີດພະຍາດເລືອດຈາງ, ຊ່ວຍໃຫ້ເດັກເກີດໃໝ່ບໍ່ມີນ້ຳໜັກທີ່ຕ່ຳກວ່າເກນ ຫຼື ເກີດກ່ອນກຳນົດ, ສຳລັບທາດເຫຼັກຕໍ່ກັບເດັກນ້ອຍແມ່ນຈະຊ່ວຍໃນດ້ານພັດທະນາການທາງສະໝອງໄດ້ດີຂຶ້ນ.

ໄອໂອດິນ: ມີຄວາມສຳຄັນຕໍ່ພັດທະນາການທາງສະໝອງ, ລະບົບປະສາດ ແລະ ຄວາມຈື່ຈຳ ເພາະການຂາດໄອໂອດິນໃນແມ່ຖືພາຈະສົ່ງຜົນຕໍ່ລະດັບສະຕິປັນຍາຂອງເດັກໃນທ້ອງ ໂດຍໄອໂອດິນຈະຊ່ວຍໃນການກະຕຸ້ນນ້ຳນົມໃຫ້ແມ່ຖືພາໄດ້ອີກດ້ວຍ.

ສັງກະສີ: ເປັນແຮ່ທາດທີ່ຊ່ວຍເລື່ອງລະບົບການຈະເລີນເຕີບໃຫຍ່ຂອງເດັກນ້ອຍ ແລະ ລະບົບພູມຄຸ້ມກັນຂອງຮ່າງກາຍ ເຊິ່ງຍັງຊ່ວຍບຳລຸງເສັ້ນຜົມ ແລະ ຜິວໜັງໃຫ້ມີສຸຂະພາບທີ່ດີອີກດ້ວຍ.

ແຄລຊຽມ: ຊ່ວຍໃນການເຮັດວຽກຂອງລະບົບກ້າມຊີ້ນ, ສ້າງຄວາມແຂງແຮງໃຫ້ກະດູກ ແລະ ແຂ້ວ.

ວິຕາມິນ ບີ 1: ຊ່ວຍເພີ່ມພະລັງງານແກ່ຮ່າງກາຍ ແລະ ຄວບຄຸມລະບົບປະສາດ.

ວິຕາມິນ ບີ 6: ຊ່ວຍສ້າງເຊລເມັດເລືອດແດງ, ສ້າງສານທີ່ກ່ຽວຂ້ອງກັບການເຮັດວຽກຂອງລະບົບປະສາດ ແລະ ສະໝອງຂອງລູກໃນທ້ອງ. ນອກນີ້, ຍັງຊ່ວຍບັນເທົາອາການແພ້ທ້ອງໃຫ້ກັບແມ່ໄດ້ນຳ.

ວິຕາມິນ ບີ 12: ຊ່ວຍໃຫ້ການເຮັດວຽກຂອງລະບົບປະສາດ ແລະ ສະໝອງເປັນປົກກະຕິ.

ວິຕາມິນ ຊີ: ເພີ່ມການດູດຊຶມທາດເຫຼັກ ແລະ ຊ່ວຍໃຫ້ລະບົບພູມຄຸ້ມກັນຂອງຮ່າງກາຍແຂງແຮງຍິ່ງຂຶ້ນ.

ວິຕາມິນ ດີ: ເຮັດໃຫ້ການດູດຊຶມຂອງແຄລຊຽມ ແລະ ຟົດຟໍຣັສໄດ້ດີແຖມຍັງສົ່ງຜົນໃຫ້ກະດູກ ແລະ ແຂ້ວແຂງແຮງອີກດ້ວຍ.

ວິຕາມິນ ອີ: ເຊິ່ງຈຳເປັນຕໍ່ການສ້າງເຊລເມັດເລືອດແດງ ແລະ ສົ່ງເສີມພັດທະນາການ.

ຂໍ້ມູນ: paolohospita

ໂອກາດຂອງ ຄຣິເອສເຕີລາວ ມາແລ້ວ! Youtube ເຜີຍ 4ປີຜ່ານມາ ໄດ້ຈ່າຍເງິນໃຫ້ ຜຼ້ສ້າງສັນທົ່ວໂລກແລ້ວ 1ແສນລ້ານໂດລາ

YouTube ຜູ້ໃຫ້ບໍລິການສື່ວິດີໂອລະດັບໂລກ ໄດ້ປະກາດໃນງານ “Made on YouTube” ວ່າ: ໃນໄລຍະເວລາ 4 ປີທີ່ຜ່ານມາ, ນັບຕັ້ງແຕ່ປີ 2021 ໄດ້ຈ່າຍເງິນໃຫ້ຄຣີເອເຕີ, ສິລະປິນ, ບໍລິສັດດ້ານສື່ຕ່າງໆ ໃນທົ່ວໂລກ ຕະຫຼອດເຖິງ ສປປ ລາວ ລວມທັງໝົດ 100,000 ລ້ານໂດລ້າ. ຄວາມສຳເລັດດັ່ງກ່າວ, ເກີດມາຈາກທ່າອ່ຽງຂອງຄົນໃນທົ່ວໂລກ ທີ່ນິຍົມເຂົ້າເບິ່ງ YouTube ຜ່ານໂທລະພາບຫຼາຍຂຶ້ນ

ພ້ອມດຽວກັນນັ້ນ, YouTube ຍັງໄດ້ເປີດໂຕເຄື່ອງມືພິເສດ ປັນຍາປະດິດ (AI) ທີ່ຈະເຂົ້າຊ່ວຍ ໃນການສ້າງວິດີໂອສັ້ນ ຫຼື YouTube Shorts ໃຫ້ມີຄວາມສະດວກສະບາຍຍິ່ງຂຶ້ນ. ບໍ່ວ່າຈະເປັນການຕັດຕໍ່ວິດີໂອ ແບບອັດຕະໂນມັດ ຫຼື ການປ່ຽນສຽງພາກເປັນເພງ ຕະຫຼອດເຖິງການນຳເອົາເຕັກໂນໂລຊີ AI ໃນການສ້າງວິດີໂອ “Veo 3” ມາໃຫ້ນຳໃຊ້ກັນອີກດ້ວຍ.

ການປະກາດດັ່ງກ່າວ, ຖືເປັນໂອກາດອັນດີ ສຳລັບ ສປປ ລາວ ໃນຖານະເປັນໜຶ່ງໃນບັນດາປະເທດ ທີ່ສາມາດເຂົ້າຮ່ວມການສ້າງລາຍຮັບ ຫຼື ໂປຣແກຣມ YouTube Partner Program (YPP) ໂດຍສະເພາະ YouTubers ແລະ ຄຣີເອເຕີລາວ ໃຫ້ສາມາດຜະລິດວິດີໂອ, ຄອນເທັນ ໄດ້ຢ່າງສະດວກສະບາຍ, ມີຄຸນນະພາບ ແລະ ສ້າງສັນໄດ້ຢ່າງບໍ່ມີຂີດຈຳກັດ

ທີ່ມາ: CNBC

ແມ່ຕູ່ຊາວຍີ່ປຸ່ນ ອາຍຸເກີນ100ປີ ເຜີຍເຄັດລັບອາຍຸຍືນ ຫຼິ້ນເກມມື້ລະ 2-3 ຊົ່ວໂມງ

ແມ່ຕູ້ Andō Ushi ອາຍຸ 100 ປີ ຈາກເມືອງ Inawashiro ແຂວງ Fukushima ປະເທດຍີ່ປຸ່ນ. ໄດ້ເປີດເຜີຍເຄັດລັບ ທີ່ເຮັດໃຫ້ເພິ່ນ ມີອາຍຸຍືນຍາວ ແລະ ສຸຂະພາບແຂງແຮງ ນັ້ນກໍຄືການຫຼິ້ນວິດີໂອເກມທຸກໆມື້ ປະມານ 2-3 ຊົ່ວໂມງ 🎮

ແມ່ຕູ້ໄດ້ລະບຸວ່າ: ເພິ່ນໄດ້ເລີ່ມຫຼິ້ນເກມ ເມື່ອປະມານ 30 ປີກ່ອນ ແລະ ມັກຮັກເກມປະເພດຕ່າງໆ ໂດຍສະເພາະເກມ Bomberman ແລະ Tetris .ເທິງອຸປະກອນຫຼິ້ນເກມຮຸ່ນເກົ່າ Super Famicom ທີ່ຕັ້ງຢູ່ຂ້າງຕຽງນອນ. ແລະໃນບາງຄັ້ງ, ກໍຈະຫຼິ້ນເກມກັບເຫຼນອາຍຸ 4 ປີ ໃນຊ່ວງທ້າຍອາທິດ.

ແມ່ຕູ້ເຊື່ອວ່າ: ການຫຼິ້ນເກມ ຈະຊ່ວຍໃຫ້ຮ່າງກາຍ ໄດ້ເຄື່ອນເໜັງຢູ່ສະເໝີ ໂດຍສະເພາະນິ້ວມື. ນີ້ຈຶ່ງເປັນສາເຫດທີ່ເຮັດໃຫ້ຕົນເອງ ແຂງແຮງຢູ່ສະເໝີ 💪. ນອກຈາກນີ້, ແມ່ຕູ້ ຍັງມັກເຮັດຈິດກະກຳຕ່າງໆດ້ວຍຕົນເອງ ແລະ ເດີນທາງໄປຍັງສູນຜູ້ສູງອາຍຸ 3 ຄັ້ງຕໍ່ອາທິດ.

ເລື່ອງລາວຂອງແມ່ຕູ້ Andō Ushi ໄດ້ສະແດງໃຫ້ເຫັນວ່າ: ການຫຼິ້ນເກມ ກໍຖືເປັນກິດຈະກຳໜຶ່ງ ທີ່ສ້າງຄວາມສຸກ ແລະ ເປັນປະໂຫຍດແກ່ຄົນທຸກຊ່ວງອາຍຸ ໂດຍສະເພາະຫາກຫຼິ້ນຢ່າງພໍດີ ຄຽງຄູ່ກັບກິດຈະກຳອື່ນໆ ທີ່ດີຕໍ່ສຸຂະພາບ.

ທີ່ມາ: Yahoo Japan

ຫວຽດນາມ ເປັນຕະຫຼາດກຸ່ມທຳອິດຂອງໂລກ ທີ່ເປີດຕົວ iphone 17

ຫວຽດນາມ​ເປັນໜຶ່ງ​ໃນຕະຫຼາດ​​ທຳ​ອິດ​ຂອງ​ໂລກ ທີ່​ໄດ້​ສຳຜັດ​ກັບ iPhone 17 ​ພ້ອມ​ກັບ​ສະຫະລັດ ​ແລະ ສິງກະໂປ ​ໂດຍ​ເປີດ​ໃຫ້​ສັ່ງ​ຈອງ​ລ່ວງ​ໜ້າ​ແລ້ວ​ ໃນ​ວັນ​ທີ 12 ກັນຍາ​ທີ່​ຜ່ານ​ມາ​ ແລະ ຈະເລີ່ມ​ຈັດສົ່ງ​ສິນຄ້າ​ໃນ​ອີກ 1 ອາທິດ​ຕໍ່​ມາ.

ສ່ວນປະເທດໄທຈະເຂົ້າຮ່ວມກັບຕະຫຼາດອື່ນໆອີກ 63 ແຫ່ງໃນກຸ່ມທຳອິດ ເຊິ່ງລວມມີ ອົດສະຕຣາລີ, ການາດາ, ສະຫະລາຊະອານາຈັກ, ຝຣັ່ງ, ເຢຍລະມັນ, ສປ​ ຈີນ, ອິນເດຍ, ຍີ່ປຸ່ນ, ສ.​ເກົາຫຼີ, ມາເລເຊຍ, ແລະ​ ປະເທດໄທ.

iPhone 17 ມີການ​ອອກ​ແບບ​ໃໝ່ ​ແລະ ​ເພີ່ມ​ຮຸ່ນ​ໃໝ່​ ​ຄື iPhone Air ​ເຊິ່ງ​ເປັນ​ຮຸ່ນ​ທີ່​ບາງ​ທີ່​ສຸດ​ເທົ່າ​ທີ່ Apple ​ເຄີຍ​ຜະລິດ​ມາ ດ້ວຍຄວາມໜາພຽງ 5.6 ມມ. ຕົວເຄື່ອງ​ເຮັດ​ດ້ວຍ​ອາລູມີນຽມ ​ແລະ ມີ​ແຜ່ນ​ປົກ Ceramic Shield 2 ​ທັງ​ສອງ​ດ້ານ.

ສຳລັບ iPhone 17 Pro ​ແລະ iPhone 17 Pro Max ຈະ​ປ່ຽນ​ການ​ອອກ​ແບບ​ກ້ອງ​ຫຼັງ​ທີ່​ເຄີຍ​ເປັນ​ໂມ​ດູນ​ສີ່​ຫຼ່ຽມ​ມາ​ເປັນ​ແບບ​ໃໝ່ ​ແລະ ​ໃຊ້​ກອບ​ອາລູມີນຽມ​ແທນ​ໄທ​ທາ​ນຽມ.

ລາຄາ iPhone 17 ໃນຫວຽດນາມ (ໂດຍປະມານ):

iPhone 17 ປົກກະຕິ: ລາຄາ​ເລີ່ມ​ຕົ້ນ​ປະມານ 25 ລ້ານ​ດົ່ງ.

iPhone Air: ລາຄາ​ປະມານ 32 ລ້ານ​ດົ່ງ.

iPhone 17 Pro: ລາຄາ​ເລີ່ມ​ຕົ້ນ​ປະມານ 35 ລ້ານ​ດົ່ງ.

iPhone 17 Pro Max: ລາຄາ​ປະມານ 38 ລ້ານ​ດົ່ງ.

ທີ່ມາ: ໜັງສືພິມ​ ຫວຽດນາມ​ VN EXPRESS

ຄູຢູ່ເຢຍລະມັນ ລາປ່ວຍ 16 ປີ ແຕ່ຍັງໄດ້ຮັບເງິນເດືອນປົກກະຕິ ຫຼ້າສຸດຖືກກວດສອບແລ້ວ

ສື່ຂອງປະເທດເຢຍລະມັນ ໄດ້ລາຍງານເຫດການ ຄູສອນເພດຍິງຄົນໜຶ່ງ ທີ່ສ້າງຄວາມໜ້າເຫຼືອເຊື່ອ ໃຫ້ແກ່ຄົນໃນສັງຄົມ. ຫຼັງຈາກໃຊ້ສິດລາປ່ວຍຕໍ່ເນື່ອງ ຕັ້ງແຕ່ປີ 2009 ຈົນເຖິງປັດຈຸບັນລວມ 16 ປີ ໂດຍບໍ່ເຄີຍມາການ, ແຕ່ຍັງຄົງໄດ້ຮັບເງິນເດືອນປົກກະຕິ ລວມທັງໝົດ 1.3 ລ້ານໂດລ້າ.

ເຖິງຢ່າງໃດກໍຕາມ, ເມື່ອມີການແຕ່ງຕັ້ງອຳນວຍການໂຮງຮຽນຄົນໃໝ່ ກໍໄດ້ມີການກວດສອບ ປະຫວັດການລາພັກ ແລະ ສັ່ງໃຫ້ມີການກວດສຸກຂະພາບ ເພື່ອຢຶນຢັນອາການປ່ວຍ. ແຕ່ຄູຄົນດັ່ງກ່າວ, ໄດ້ປະຕິເສດ ແລະ ດຳເນີນການຟ້ອງຮ້ອງໂຮງຮຽນ ວ່າລະເມີດສິດທິຂອງຕົນ. ແຕ່ສານຍົກຟ້ອງ ແລະ ສັ່ງໃຫ້ລາວຈ່າຍຄ່າທະນາຍຄວາມ 2,500 ຍູໂຣ.

ກໍລະນີດັ່ງກ່າວ, ໄດ້ກາຍເປັນປະເດັນໃນສັງຄົມຂອງປະເທດເຢຍລະມັນ ກ່ຽວກັບຈຸດອ່ອນຂອງກົດໝາຍ ທີ່ເປີດໂອກາດໃຫ້ພະນັກງານບາງກຸ່ມ ລາປ່ວຍຕໍ່ເນື່ອງ ໃນຂະນະທີ່ຍັງໄດ້ຮັບເງິນປົກກະຕິ ເຊິ່ງແຕກຕ່າງຈາກພະນັກງານເອກະຊົນ.

ທີ່ມາ: Economictimes

ລາວເຂົ້າຮ່ວມອົງການຮ່ວມມືຊຽງໄຮ້ ຈະເປັນໂອກາດ ແລະ ອະນາຄົດອັນແຈ່ມໄສ ໃຫ້ແກ່ ສປປ ລາວ

ໃນຕອນເຊົ້າຂອງວັນທີ 9 ກັນຍາ 2025 ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດໄດ້ໃຫ້ສໍາພາດຕໍ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ປະຈຳລາວວ່າ: ການຮ່ວມມືຂອງລາວກັບອົງການຮ່ວມມືຊຽງໄຮ້ ຈະກາຍເປັນອະນາຄົດອັນສົດໃສໃຫ້ແກ່ການພັດທະນາປະເທດລາວຕື່ມອີກບາດກ້າວໜຶ່ງ, ເປັນການຂະຫຍາຍການຮ່ວມມືອີກຂົງເຂດໜຶ່ງຂອງລາວ.

ລັດຖະມົນຕີກະຊວງການຕ່າງປະເທດກ່າວຕື່ມວ່າ: ອົງການຮ່ວມມືຊຽງໄຮ້​ ເປັນອົງການໜຶ່ງຂອງພາກພື້ນ ໂດຍແມ່ນຣັດເຊຍ, ຈີນ ແລະ ບັນດາປະເທດໃນອາຊີກາງ ຮ່ວມກັນສ້າງຕັ້ງຂຶ້ນ. ປັດຈຸບັນມີ 10 ປະເທດ. ການສ້າງຕັ້ງອົງການດັ່ງກ່າວຂຶ້ນເບື້ອງຕົ້ນເພື່ອຈຸດປະສົງດ້ານຄວາມໝັ້ນຄົງ ເປັນຕົ້ນ: ການຕໍ່ຕ້ານການກໍ່ການຮ້າຍ, ອາດຊະຍາກໍາຂ້າມຊາດ, ບັນຫາຢາເສບຕິດຕ່າງໆ. ປັດຈຸບັນ, ອົງການດັ່ງກ່າວໄດ້ຂະຫຍາຍຕົວກວ້າງອອກກວມເອົາຄວາມໝັ້ນຄົງ, ເສດຖະກິດ-ສັງຄົມ ໃຫ້ພັດທະນາໃນຮູບແບບໃໝ່ໃນຍຸກປັດຈຸບັນເປັນຕົ້ນ: ການພັດທະນາດ້ານດິຈິຕ໋ອນ, ນະວັດຕະກໍາອື່ນໆທີ່ເປັນປະໂຫຍດຕໍ່ການຂະຫຍາຍຕົວຂອງໂລກໃນປັດຈຸບັນ.

ທ່ານ ທອງສະຫວັນ ພົມວິຫານ ຍົກໃຫ້ເຫັນຕື່ມວ່າ: ລາວເປັນປະເທດດຽວໃນອາຊີຕາເວັນອອກສຽງໃຕ້ທີ່ບໍ່ມີຊາຍແດນຕິດກັບທະເລ, ການເຂົ້າຮ່ວມອົງການຮ່ວມມືຊຽງໄຮ້ຈະເປັນໂອກາດດີໃຫ້ແກ່ລາວ ໃນການເຊື່ອມໂຍງ, ເຊື່ອມຈອດ, ເຊື່ອມຕໍ່ດ້ານພື້ນຖານໂຄງລ່າງໃຫ້ຂະຫຍາຍຕົວກວ້າງຂວາງ. ໃນນັ້ນ, ບັນດາຂົງເຂດທີ່ອົງການດັ່ງກ່າວສຸມໃສ່ແມ່ນສາມາດຕອບສະໜອງ ແລະ ສອດຄ່ອງກັບແນວທາງນະໂຍບາຍການຕ່າງປະເທດຂອງລາວ. ພວກເຮົາເຫັນວ່າ: ນໍ້າໃຈຊຽງໄຮ້ ແມ່ນການນັບຖືເຊິ່ງກັນ​ ແລະກັນ ບໍ່ແຊກແຊງກິດຈະການພາຍໃນຂອງກັນ​ ແລະກັນ ແລະອື່ນໆ.

ສະນັ້ນ, ການຂະຫຍາຍການຮ່ວມມືຂອງອົງການຮ່ວມມືຊຽງໄຮ້ ຈະເປັນໂອກາດ ແລະ ເປັນອະນາຄົດອັນແຈ່ມໃສໃຫ້ແກ່ລາວ ໃນການຮ່ວມມືກັບບັນດາປະເທດສະມາຊິກຂອງອົງການນີ້.

ທີ່ມາ: CMG

ການດື່ມຊາທຸກມື້ ຊ່ວຍໃຫ້ສຸຂະພາບແຂ້ວ ແລະ ເຫືອກດີຂຶ້ນ ຊ່ວຍບັນຫາແຂ້ວແມງ ມີຮອຍຍິ້ມສວຍງາມ

ມີການຄົ້ນຄວ້າ ແລະ ພົບວ່າ ຊາຂຽວສົ່ງຜົນດີຕໍ່ສຸຂະພາບຊ່ອງປາກ ໂດຍສະເພາະການຊ່ວຍເສີມສ້າງຄວາມແຂງແຮງຂອງແຂ້ວ ສານ Catechins ເຊິ່ງເປັນ Polyphenol ຊະນິດໜຶ່ງໃນຊາຂຽວມີຄຸນສົົມບັດຢັບຢັ້ງການຈະເລີນເຕີບໂຕຂອງແບັກທີເຣຍທີ່ເປັນສາເຫດຂອງແຂ້ງແມງ ແລະ ພະຍາດເຫືອກ.

ຊາຂຽວຍັງມີຟລູອໍຣາຍທີ່ຊ່ວຍເສີມສ້າງເຄືອບແຂ້ວເຮັດໃຫ້ແຂ້ວທົນຕໍ່ກົດທີ່ທໍາລາຍເຄືອບແຂ້ວໄດ້ດີຍິ່ງຂຶ້ນ. ນອກຈາກນີ້ ສານຕ້ານອະນຸມູນອິດສະລະໃນນໍ້າຊາຂຽວຍັງຊ່ວຍຫຼຸດການອັກເສບ ແລະ ສົ່ງເສີມສຸຂະພາບເຫືອກໃຫ້ແຂງແຮງ.

ການດື່ມຊາຂຽວເປັນປະຈໍາຄວບຄູ່ໄປກັບການດູແລສຸຂະພາບຊ່ອງປາກ ແລະ ການຮັບປະທານທີ່ສົມດຸນຈະຊ່ວຍໃຫ້ແຂ້ວ ແລະ ເຫືອກແຂງແຮງຂຶ້ນ ແລະ ຍັງຫຼຸດຄວາມສ່ຽງໃນການເກີດແຂ້ວແມງ ແລະ ບັນຫາຊ່ອງປາກອື່ນໆໄດ້ອີກດ້ວຍ.

ທີ່ມາ: Music Factory