ເກີດແຜ່ນດິນໄຫວຮຸນແຮງຂະໜາດ 7.8 ໃກ້ເມືອງເປໂຕຣປາຟລອບສ໌-ຄຳບັດສະກີ ທາງພາກຕາເວັນອອກຂອງຣັດເຊຍ, ມີການປະກາດເຕືອນໄພສຶນາມິຝັ່ງໝູ່ເກາະອາລູຊຽນ ໃນລັດອາລັສກາ, ໃນຂະນະທີ່ຍັງບໍ່ມີການຢືນຢັນຄວາມເສຍຫາຍ ຫຼື ຜູ້ບາດເຈັບ.
ໃນວັນທີ 19 ກັນຍາ 2568, ສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດ (USGS) ລາຍງານວ່າ: ເກີດແຜ່ນດິນໄຫວຮຸນແຮງບໍລິເວນພາກພື້ນເປໂຕຣປາຟລອບສ໌-ຄຳຊັດສະກີ, ແຫຼມຄຳຊັດກາ, ທາງພາກຕາເວັນອອກຂອງຣັດເຊຍ ເມື່ອເວລາ 23:58 ໂມງຂອງວັນທີ 18 ກັນຍາ, ເຊິ່ງກົງກັບຊ່ວງເຊົ້າມືດຂອງວັນທີ 19 ກັນຍາ ຕາມເວລາປະເທດລາວ.
ສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດ ລະບຸວ່າ: ແຜ່ນດິນໄຫວຄັ້ງນີ້ມີຄວາມເລິກພຽງ 10 ກິໂລແມັດ, ເຊິ່ງແຮງສັ່ນສະເທືອນຄັ້ງນີ້ເກີດຂຶ້ນພຽງບໍ່ເທົ່າໃດມື້ ຫຼັງຈາກແຜ່ນດິນໄຫວຂະໜາດ 7.4 ຣິກເຕີ ສັ່ນສະເທືອນຊາຍຝັ່ງຕາເວັນອອກຂອງແຫຼມຄຳຊັດກາ ເມື່ອວັນທີ 13 ກັນຍາທີ່ຜ່ານມາ, ໂດຍທັງສອງຄັ້ງຖືວ່າຢູ່ໃນລະດັບຮຸນແຮງ ແລະ ຕື້ນຫຼາຍ.
ທ່ານ ວະລາດີເມຍ ໂຊໂລດອບ, ເຈົ້າແຂວງກຳຊັດກາ ໄດ້ເປີດເຜີຍຜ່ານແອັບພລິເຄຊັນເທເລແກຣມວ່າ: ໄດ້ມີການປະກາດເຕືອນໄພຄື້ນສຶນາມິຕາມແຄມຝັ່ງຕາເວັນອອກ ພ້ອມສັ່ງໃຫ້ແຈ້ງເຕືອນປະຊາຊົນ ແລະ ຍົກລະດັບການເຝົ້າລະວັງຂັ້ນສູງຂຶ້ນທັນທີຫຼັງເກີດເຫດ ໂດຍເຈົ້າໜ້າທີ່ໄດ້ເລີ່ມກວດກາສິ່ງປຸກສ້າງ ແລະ ເຮືອນຊານຂອງປະຊາຊົນຢ່າງຮີບດ່ວນ.
ຂໍ້ມູນຈາກໜ່ວຍງານອຸຕຸນິຍົມ ແລະ ອຸທົກກະສາດ ລະບຸວ່າ: ອາດຈະເກີດຄື້ນສູງເຖິງ 1.5 ແມັດ ໃນບາງພື້ນທີ່ຊາຍຝັ່ງ ໃນຂະນະທີ່ເມືອງເປໂຕຣໂປລົບສ໌ ທີ່ມີປະຊາກອນໜາແໜ້ນ ຄາດວ່າຄື້ນຈະສູງບໍ່ເຖິງ 0.1 ແມັດ.
ຫຼັງຈາກແຜ່ນດິນໄຫວໃຫຍ່ ກໍຍັງມີແຜ່ນດິນໄຫວຂະໜາດນ້ອຍຕາມມາຢ່າງໜ້ອຍ 10 ຄັ້ງ ໂດຍແຕ່ລະຄັ້ງມີຄວາມຮຸນແຮງເກີນຂະໜາດ 5 ຣິກເຕີ, ເຮັດໃຫ້ປະຊາຊົນໃນພື້ນທີ່ເກີດຄວາມວິຕົກກັງວົນ ໃນຂະນະທີ່ໜ່ວຍງານທີ່ກ່ຽວຂ້ອງກໍຍັງສືບຕໍ່ຕິດຕາມສະຖານະການຢ່າງໃກ້ຊິດ.
ແນວໃດກໍຕາມ, ຈົນເຖິງຂະນະນີ້ຍັງບໍ່ມີລາຍງານຄວາມເສຍຫາຍ ຫຼື ຜູ້ບາດເຈັບຈາກເຫດແຜ່ນດິນໄຫວໃຫຍ່ທີ່ຄຳຊັດກາ, ແຕ່ເຈົ້າໜ້າທີ່ກຳລັງຕິດຕາມສະຖານະການຢ່າງໃກ້ຊິດ ເນື່ອງຈາກພາກພື້ນນີ້ມັກຈະເກີດແຜ່ນດິນໄຫວຮຸນແຮງເລື້ອຍໆ ແລະ ມີຄວາມສ່ຽງຕໍ່ສຶນາມິສູງ.
ທີ່ມາ: Reuters