ທ່າແຂກອອກແຈ້ງການ ຫ້າມລະດົມເງິນປະຊາຊົນ ຈັດກິດຈະກຳງານອອກພັນສາ

ຄຳມ່ວນ: ວັນທີ 14 ກັນຍາ 2026 ຄະນະກຳມະການປົກຄອງເມືອງທ່າແຂກ ແຂວງຄຳມ່ວນ ອອກແຈ້ງການເລກທີ 22/ປຄມ ເຖິງປະທານຄະນະກຳມະການປົກຄອງ 5 ຕາແສງ ແລະ ປະທານປົກຄອງ 91 ບ້ານ ໃນທົ່ວເມືອງທ່າແຂກ ໂດຍກຳຊັບໃຫ້ ຫ້າມລະດົມເງິນຈາກພໍ່ແມ່ປະຊາຊົນຢ່າງເດັດຂາດ ເພື່ອນຳມາປະກອບສ່ວນໃນງານບຸນອອກພັນສາ ແລະ ຊ່ວງເຮືອ.

ແຈ້ງການລະບຸວ່າ ຫ້າມລະດົມເງິນຈາກພໍ່ແມ່ປະຊາຊົນ ບໍ່ວ່າໃນກໍລະນີໃດ ເພື່ອນຳມາໃຊ້ໃນກິດຈະກຳຕ່າງໆຂອງງານບຸນອອກພັນສາ ເຊັ່ນ ການສ້າງເຮືອໄຟ, ເຮືອເຊີ້ງ ແລະ ກິດຈະກຳອື່ນໆ.

ມາດຕະການດັ່ງກ່າວ ມີຈຸດປະສົງເພື່ອຫຼີກລ່ຽງພາລະຄ່າໃຊ້ຈ່າຍ ແລະ ຄວາມກົດດັນດ້ານເສດຖະກິດຕໍ່ພໍ່ແມ່ປະຊາຊົນພາຍໃນບ້ານ ພ້ອມທັງຮັບປະກັນໃຫ້ການຈັດງານບຸນອອກພັນສາປະຈຳປີ 2026 ດຳເນີນໄປຢ່າງສະຫງົບ, ປະຢັດມັດທະຍັດ ແລະ ຖືກຕ້ອງຕາມຮີດຄອງປະເພນີ ໂດຍບໍ່ສົ່ງຜົນກະທົບ ຫຼື ສ້າງພາລະໃຫ້ແກ່ປະຊາຊົນ.

ແຈ້ງການສະບັບນີ້ ອີງຕາມມາດຕາ 37 ຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ເລກທີ 78/ສພຊ ລົງວັນທີ 20 ມີນາ 2025 ແລະ ຂໍ້ຕົກລົງເລກທີ 530/ຄປຂ ລົງວັນທີ 31 ສິງຫາ 2026 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບງານບຸນປະເພນີອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈຳປີ 2026.

ທັງນີ້ ເມືອງທ່າແຂກໄດ້ແຈ້ງໃຫ້ 5 ຕາແສງ ແລະ 91 ບ້ານ ຮັບຊາບ ແລະ ຮ່ວມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles