ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ຮຸ່ນທຳອິດ 265 ຄົນ ຈົບການສຶກສາ ເພື່ອປ້ອນແຮງງານລາວ ສູ່ທາງລົດໄຟລາວ – ຈີນ

ວັນທີ 14 ກັນຍາ 2026, ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ກະຊວງສຶກສາທິການ ແລະ ກິລາ ຈັດພິທີສະ ຫຼຸບສົກຮຽນ 2025-2026 ຮຸ່ນທີ I, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ຮສ ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະ ຊວງ ສສກ, ຫົວໜ້າກົມອາຊີວະສຶກສາ, ອະດີດການນຳກະ ຊວງ,ຕາງໜ້າກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບັນ ດາບໍລິສັດຄູ່ຮ່ວມງານ,ທະນາຄານ ຕະຫຼອດຮອດນັກຮຽນ ນັກສຶກສາ, ຄູອາຈານ ເຂົ້າຮ່ວມ.

ທ່ານ ບຸນຍະລິດ ຂັນທະຈັກ ຜູ້ອຳນວຍການວິທະຍາ ໄລເຕັກນິກ-ວິຊາຊີບ ການລົດໄຟ ໄດ້ຜ່ານບົດສະຫຼຸບວ່າ: ໃນສົກ 2025-2026 ໄດ້ຈັດຕັ້ງການຮຽນ-ການສອນ ທັງ ໝົດ 6 ພາກວິຊາ 6 ສາຂາອາຊີບ ຄື: ພາກວິຊາເຕັກນິກຫົວລົດໄຟ, ສາຂາອາຊີບເຕັກນິກຫົວລົດໄຟ; ພາກວິຊາ ເຕັກ ນິກຕູ້ລົດໄຟ, ສາຂາອາຊີບເຕັກນິກຕູ້ລົດໄຟ; ພາກວິຊາ ສັນ ຍານທາງລົດໄຟ, ສາຂາອາຊີບ ການສື່ສານສັນຍານທາງລົດ ໄຟ; ພາກວິຊາ ວິສະວະກໍາທາງລົດໄຟ, ສາຂາອາຊີບ ວິສະວະກໍາທາງລົດໄຟ; ພາກວິຊາ ຂົນສົ່ງທາງລົດໄຟ, ສາຂາອາ ຊີບ: ຄຸ້ມຄອງການຂົນສົ່ງທາງລົດໄຟ; ພາກວິຊາ ການສະ ໜອງໄຟຟ້າທາງລົດໄຟ, ສາຂາອາຊີບ ການສະໜອງໄຟ ຟ້າທາງລົດໄຟ. ມີນັກຮຽນ-ນັກສຶກສາ ທັງໝົດ 815 ຄົນ ຍິງ 404 ຄົນ, ໃນນີ້ ປີທີ1 ມີ 288 ຄົນ ຍິງ 159 ຄົນ, ປີທີ2 ມີ 257 ຄົນ ຍິງ 128 ຄົນ, ປີທີ 3 ມີ 270 ຄົນ ຍິງ 117 ຄົນ ສຳລັບ ນັກຮຽນ-ນັກສຶກສາຈົບສົກ 2025-2026 ລວມມີ 265 ຄົນ ຍິງ 114 ຄົນ.

ໄດ້ຈັດຕັ້ງການຮຽນ-ການສອນ ພາກຮຽນ ທີ 1ໃນວັນ ທີ 1 ກັນຍາ 2025 ເປີດສົກຮຽນສໍາລັບນັກສຶກສາປີທີ2-3 ແລະ ໃນວັນທີ15 ກັນຍາ 2025 ເປີດການຮຽນໃຫ້ນັກສຶກ ສາປີທີ1; ໄດ້ສໍາເລັດການ ສອບເສັງພາກຮຽນທີ 1 ໃຫ້ນັກສຶກສາປີທີ1, 2 ແລະ ປີທີ3 ໃນວັນທີ 5-9 ມັງກອນ 2026; ຈັດຕັ້ງການຮຽນ-ການສອນ ພາກຮຽນທີ 2 ໃຫ້ນັກສຶກສາປີທີ1, 2 ໃນວັນທີ 9 ກຸມພາ 2026.

ໃນການຈັດຕັ້ງປະຕິບັດການຮຽນ-ການສອນ ສົກຮຽນ 2025-2026 ມີນັກສຶກສາ ຍາດໄດ້ ຜົນງານດີເດັ່ນ ທັງໝົດ 123 ຄົນ ຍິງ 59 ຄົນ.ໃນນີ້, ດີເດັ່ນຮອບດ້ານ 23 ຄົນ ຍິງ 15 ຄົນ, ດີເດັ່ນດ້ານການຮຽນ 54 ຄົນ ຍິງ 23 ຄົນ, ດີເດັ່ນດ້ານກິດຈະກໍາ 46 ຄົນ ຍິງ 21ຄົນ.

ຂໍ້ມູນ: ຄວາມສະຫງົບ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles