ຍີ່ປຸ່ນນຳສະເໜີ ເຄື່ອງອາບນ້ຳ ຫຼື“ເຄື່ອງຊັກຄົນ” ແບບລໍ້າສະໄໝ, ເຊິ່ງສາມາດອາບນ້ຳໃຫ້ຄົນໄດ້, ນວດໄດ້, ແລະ ເປົ່າໃຫ້ແຫ້ງໄດ້ພາຍໃນເວລາພຽງ 15 ນາທີ.
ອຳອິດອຸປະກອນນີ້ ແມ່ນຖືກອອກແບບມາສໍາລັບໂຮງໝໍ ແລະ ສູນເບິ່ງແຍງຜູ້ສູງອາຍຸ, ມັນມີທັງນໍ້າອຸ່ນ, ຄື້ນສຽງຄວາມຖີ່ສູງ(ultrasonic waves) ແລະ ລະບົບເປົ່າແຫ້ງ ເພື່ອໃຫ້ການຊໍາລະລ້າງທັງຕົວໂດຍບໍ່ຕ້ອງອອກແຮງ.
ເທັກໂນໂລຊີນີ້ ອາດຈະປ່ຽນແປງຊີວິດຂອງຜູ້ທີ່ມີບັນຫາການເຄື່ອນທີ່, ຫຼຸດຜ່ອນການເພິ່ງພາຈາກຜູ້ເບິ່ງແຍງ ແລະ ປັບປຸງມາດຕະຖານສຸຂະອະນາໄມໃນສະຖານທີ່ທາງການແພດ. ເຄື່ອງນີ້ຍັງມີລະບົບການອາບທີ່ສາມາດປັບແຕ່ງໄດ້ – ຕັ້ງແຕ່ການອາບແບບດ່ວນໄປຈົນເຖິງການອາບແບບສະປາທີ່ໃຊ້ເວລາດົນຂຶ້ນ.
ເຖິງແມ່ນວ່າມັນອາດຈະຟັງເບິ່ງແປກໆ, ແຕ່ຍີ່ປຸ່ນກໍມີປະຫວັດຍາວນານໃນການບຸກເບີກຫຸ່ນຍົນ ແລະ ລະບົບອັດຕະໂນມັດເພື່ອປັບປຸງຊີວິດປະຈໍາວັນ. ຜູ້ຊ່ຽວຊານເຊື່ອວ່າເຄື່ອງຈັກດັ່ງກ່າວອາດຈະກາຍເປັນເລື່ອງທໍາມະດາໃນບ້ານ, ໂຮງແຮມ ແລະ ແມ່ນແຕ່ພາລະກິດໃນອະວະກາດ, ເຊິ່ງການທໍາຄວາມສະອາດທີ່ໄວ ແລະ ປະຢັດນໍ້າ, ມັນສະທ້ແດງໃຫ້ເຫັນເຖິງວິໄສທັດອັນກວ້າງໄກ ຂອງຍີ່ປຸ່ນໃນການລວມເອົາເທັກໂນໂລຊີເຂົ້າກັບຄວາມສະດວກສະບາຍ.
ທີ່ມາ: Unbox Factory