ເຄີຍສັງເກດບໍ່ວ່າ? ຄົນ Gen Y ມັກຈະຍົກໂທລະສັບໂທຫາທັນທີ ແຕ່ຮຸ່ນນ້ອງ Gen Z ກັບເລືອກທີ່ຈະ “ພິມແຊັດ” ຖົກຖຽງ ຫຼື ອະທິບາຍຜ່ານຂໍ້ຄວາມຫຼາຍກວ່າ

ປາກົດການນີ້ບໍ່ແມ່ນເລື່ອງບັງເອີນ ຫຼື ເລື່ອງຄວາມອ່ອນແອ ແຕ່ມີຜົນວິໄຈທາງຈິດຕະວິທະຍາ ແລະ ພຶດຕິກຳສັງຄົມຈາກສະຖາບັນລະດັບໂລກມາຮອງຮັບຢ່າງຈະແຈ້ງ.

1. ຝັ່ງ Gen Y: “ໂທເອົາງ່າຍກວ່າ ແກ້ບັນຫາຈົບບາດດຽວ”

ຄົນ Gen Y ເຕີບໂຕມາໃນຍຸກປ່ຽນຜ່ານທາງເທັກໂນໂລຊີ ເຮັດໃຫ້ມີມຸມມອງຕໍ່ການໂທລະສັບດັ່ງນີ້:

• Gen Y ຮູ້ສຶກວ່າການຍົກໂທລະສັບໂທຫາຄືການແກ້ໄຂບັນຫາທີ່ໄວທີ່ສຸດ ບໍ່ຕ້ອງເສຍເວລາຖ້າຂໍ້ຄວາມຕອບກັບໄປ-ມາ.

• ການໄດ້ຍິນ “ນ້ຳສຽງ” ຊ່ວຍຫຼຸດຄວາມເຂົ້າໃຈຜິດ, ປະເມີນອາລົມຂອງຄູ່ສົນທະນາໄດ້ດີກວ່າ ແລະ ສ້າງຄວາມໄວ້ວາງໃຈໄດ້ໄວ.

• ເຂົາເຈົ້າຖືກປູກຝັງມາວ່າ ການໂທລະສັບແມ່ນມາດຕະຖານຂອງການຕິດຕໍ່ວຽກງານທີ່ເປັນມືອາຊີບ ແລະ ສະແດງເຖິງຄວາມໃສ່ໃຈ.

2. ຝັ່ງ Gen Z: “ຂໍແຊັດດີກວ່າ, ມີເວລາຄິດ ແລະ ມີຫຼັກຖານ”

ຄົນ Gen Z ຄື “Digital Natives” ທີ່ເກີດມາພ້ອມກັບສະມາດໂຟນ ແລະ ແອັບແຊັດ ໂດຍມີເຫດຜົນຫຼັກໆຄື:

• ຜົນວິໄຈສາກົນພົບວ່າ Gen Z ຫຼາຍກວ່າ 80% ຮູ້ສຶກກັງວົນເມື່ອມີສາຍໂທເຂົ້າແບບບໍ່ໄດ້ນັດໝາຍ ເພາະຮູ້ສຶກຄືຖືກບັງຄັບໃຫ້ຕອບປະຕິກິລິຍາທັນທີໂດຍບໍ່ມີເວລາຕັ້ງໂຕ.

• ການແຊັດຊ່ວຍໃຫ້ມີເວລາຄິດ, ກວດກາຂໍ້ມູນໃຫ້ຖືກຕ້ອງ ແລະ ຮຽບຮຽງຄຳເວົ້າໃຫ້ສຸພາບກ່ອນສົ່ງ.

• Gen Z ໃຫ້ຄວາມສຳຄັນກັບ “ຫຼັກຖານການແຊັດ” ເມື່ອເກີດບັນຫາໃນການເຮັດວຽກ ການແຊັດຈະມີຫຼັກຖານຢັ້ງຢືນຊັດເຈນວ່າໃຜເວົ້າຫຍັງ ແລະ ນັດໝາຍແນວໃດ.

• ເຂົາເຈົ້າເບິ່ງວ່າການໂທຫາໂດຍບໍ່ສົ່ງຂໍ້ຄວາມມານັດກ່ອນ ແມ່ນການກ້າວກ່າຍ ຫຼື ລົບກວນສູງ.

ສະຫຼຸບ: ຈະເຮັດແນວໃດໃຫ້ເຮັດວຽກຮ່ວມກັນໄດ້ດີ?

ບໍ່ມີວິທີໃດດີກວ່າກັນ 100% ແຕ່ແມ່ນການຖ້ອຍທີຖ້ອຍອາໄສ:

1. Gen Y ປັບໂຕ: ພະຍາຍາມ “ແຊັດບອກກ່ອນໂທ” ເຊັ່ນ: “ນ້ອງ, ອ້າຍຂໍໂທຫາ 5 ນາທີ ເພື່ອປຶກສາເລື່ອງວຽກດ່ວນໄດ້ບໍ່?” ເພື່ອໃຫ້ Gen Z ໄດ້ກະກຽມໂຕ.

2. Gen Z ຝຶກຝົນ: ຝຶກທັກສະການເວົ້າສາຍສຸກເສີນ ເພາະບາງບັນຫາທີ່ຊັບຊ້ອນ ການໂທອະທິບາຍ 2 ນາທີ ອາດແກ້ໄຂໄດ້ໄວກວ່າການພິມແຊັດຫາໝົດມື້.

ແຫຼ່ງຂໍ້ມູນອ້າງອີງ: BBC Worklife, Forbes

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles