ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງພະນັກງານ ແລະ ທົ່ວປວງຊົນຊາບວ່າ: ລັດຖະບານ ຣູມານີ ສະເໜີໃຫ້ທຶນການສຶກສາ ໃຫ້ແກ່ ສປປ ລາວ ໃນລະດັບປະລິນຍາຕີ ຈຳນວນ 40 ທຶນ, ປະຈຳສົກ ປີ 2026-2027 ເປີດສະໝັກຮັບຜູ້ທີ່ມີຈຸດປະສົງຢາກໄປສຶກສາຕໍ່ທີ່ປະເທດດັ່ງກ່າວ, ພາຍໃຕ້ທຶນການສຶກສາຂອງ ລັດຖະບານ ຣູມານີ.
ສໍາລັບສາຂາວິຊາຮຽນ, ເງື່ອນໄຂຂອງທຶນການສຶກສາຕ່າງໆ ແລະ ຂໍ້ມູນລາຍລະອຽດຜູ້ສົນໃຈສະໝັກເຂົ້າ ເບີ່ງທີ່ເວັບໄຊ ກ້ອງຄອມເມັ້ນ. ສະໝັກຜ່ານລະບົບ ອອນລາຍ. ເປີດຮັບສະໝັກນັບແຕ່ມື້ແຈ້ງການເປັນຕົ້ນໄປຈົນຮອດວັນອັງຄານ, ວັນທີ 15 ກັນຍາ 2026.
ພາຍຫຼັງສະໝັກອອນລາຍເປັນທີ່ຮຽບຮ້ອຍແລ້ວ, ຜູ້ສະໝັກຕ້ອງນໍາສົ່ງສໍາເນົາເອກະສານ 01 ຊຸດ, ມາຍັງ ກົມກິດຈະການນັກສຶກສາ, ພະແນກຄຸ້ມຄອງທຶນການສຶກສາ ແລະ ນັກສຶກສາ (ຫ້ອງ107-108) ຕາມໂມງລັດຖະການ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທົ່ວປວງຊົນເພື່ອຊາບ ແລະ ດຳເນີນການສະໝັກໃຫ້ທັນເວລາດ້ວຍ.


