ກຽມເບິ່ງປະກົດການ ສຸລິຍະຄາດ ທີ່ສວຍງາມ ໃນຄ່ຳຄືນນີ້ 00:15 ໂມງ ເປັນຕົ້ນໄປ

ກຽມເບິ່ງປາກົດການທາງດາລາສາດຄັ້ງສຳຄັນ! ໃນເວລາ 00:15 ໂມງ ຂອງຄືນວັນທີ 12 ສິງຫາ ຕໍ່ເນື່ອງຮອດເຊົ້າວັນທີ 13 ສິງຫາ 2026 (ຕາມເວລາໃນປະເທດລາວ) ຈະເກີດປາກົດການ “ສຸລິຍຸປະລາຄາເຕັມດວງ” ເຊິ່ງເປັນໜຶ່ງໃນປາກົດການທາງທຳມະຊາດທີ່ງົດງາມ ແລະ ຫາເບິ່ງໄດ້ຍາກ

“ສຸລິຍຸປະລາຄາເຕັມດວງ” ເກີດຂຶ້ນໄດ້ແນວໃດ?

ປາກົດການນີ້ເກີດຂຶ້ນເມື່ອ ດວງຈັນ ໂຄຈອນມາຢູ່ລະຫວ່າງກາງ ໂລກ ແລະ ດວງອາທິດ ໃນແນວເສັ້ນຊື່ແບບພໍດີ ເຮັດໃຫ້ດວງຈັນບັງແສງຈາກດວງອາທິດມິດສະໜິດທັງດວງ. ໃນຊ່ວງເວລານັ້ນ ທ້ອງຟ້າໃນເຂດທີ່ເບິ່ງເຫັນຈະມືດລົງຢ່າງວ່ອງໄວ ຄືກັນກັບຍາມຄືນພ້ອມທັງປາກົດໃຫ້ເຫັນ “ແສງສະຫວ່າງອ້ອມດວງຕາເວັນ” ເປັນວົງແສງສີຂາວສ່ອງປະກາຍຢ່າງງົດງາມ ແລະ ແຝງໄປດ້ວຍຄວາມລຶກລັບ.

ຄວາມເຊື່ອບູຮານ VS ວິທະຍາສາດ

ໃນອະດີດ ມະນຸດເຮົາຕ່າງມີຄວາມເຊື່ອຕໍ່ປາກົດການນີ້ຢ່າງຫຼາກຫຼາຍ:

1. ບາງເຜົ່າພັນເຊື່ອວ່າເປັນ “ວັນສິ້ນໂລກ”

2. ບາງຄວາມເຊື່ອຖືວ່າເປັນການ “ເປີດປະຕູນະຮົກ ຫຼື ສະຫວັນ”

3. ສຳລັບ ປະເທດລາວ ແລະ ພູມີພາກອາຊີຕາເວັນອອກສ່ຽງໃຕ້ ເຮົາເຄີຍມີຄວາມເຊື່ອບູຮານກ່ຽວກັບ “ກົບກິນຕາວັນ” ຫຼື “ສຸຣິຍະຄາດ” ເຊິ່ງຄົນບູຮານມັກຈະເຄາະໄມ້ ຫຼື ຕີຄ້ອງຮ້ອງກອງເພື່ອໃຫ້ກົບຄາຍດວງອາທິດອອກມາ

ແຕ່ໃນທາງວິທະຍາສາດປັດຈຸບັນ ເຮົາຮູ້ແລ້ວວ່າມັນແມ່ນປາກົດການທຳມະຊາດທີ່ເກີດຂຶ້ນເປັນປະຈຳທຸກໆ 1-2 ປີ ເທິງໂລກ ແຕ່ພື້ນທີ່ທີ່ຈະສາມາດເບິ່ງເຫັນໄດ້ເຕັມດວງນັ້ນຈະປ່ຽນແປງໄປເລື້ອຍໆ.

ແລ້ວຢູ່ “ປະເທດລາວ” ເຮົາເບິ່ງເຫັນໄດ້ແນວໃດ?

ສຳລັບ ປະເທດລາວ ລວມທັງປະເທດເພື່ອນບ້ານໃນອາຊີຕາເວັນອອກສ່ຽງໃຕ້ ເນື່ອງຈາກຕຳແໜ່ງພູມສາດ ແລະ ມຸມອົງສາຂອງໂລກໃນຄັ້ງນີ້ ຈະບໍ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າຢູ່ເທິງທ້ອງຟ້າໂດຍກົງ.

(ສຳລັບການເບິ່ງເຫັນສຸລິຍຸປະລາຄາເຕັມດວງໃນພູມີພາກເຮົານັ້ນຖືວ່າຫາເຫັນໄດ້ຍາກຫຼາຍ ເຊັ່ນໃນປະເທດໄທເຄີຍເຫັນຄັ້ງຫຼ້າສຸດເມື່ອປີ ຄ.ສ 1995 (ພ.ສ 2538) ແລະ ຄາດກາວ່າຈະເກີດຂຶ້ນອີກຄັ້ງໃນປີ ຄ.ສ 2070 ຫຼື ອີກ 44 ປີຂ້າງໜ້າ)

ຊ່ອງທາງການຮັບຊົມສົດສຳລັບຄົນລາວ

ເຖິງແມ່ນວ່າຢູ່ລາວເຮົາຈະບໍ່ໄດ້ເຫັນເທິງທ້ອງຟ້າໂດຍກົງ ແຕ່ໃນຍຸກດິຈິທັອນ ເຮົາສາມາດຮັບຊົມຄວາມງາມນີ້ໄດ້ແບບ Real-time HD

1. ເວລາຖ່າຍທອດສົດ: ຕັ້ງແຕ່ເວລາ 00:15 ໂມງ ເປັນຕົ້ນໄປ (ຄືນວັນທີ 12 ສິງຫາ ເຂົ້າສູ່ເຊົ້າວັນທີ 13 ສິງຫາ 2026)

2. ຊ່ອງທາງຮັບຊົມ: ສາມາດເບິ່ງໄລຟ໌ສົດໄດ້ຜ່ານຊ່ອງ YouTube ທາງການຂອງ NASA

ແຫຼ່ງຂໍ້ມູນອ້າງອີງ: NASA

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles