ແຂວງຜົ້ງສາລີ ແຈ້ງເຕືອນປະຊາຊົນ ແລະ ທຸກພາກສ່ວນ ໃຫ້ເຝົ້າລະວັງສະພາບອາກາດ ໃນໄລຍະວັນທີ 10–16 ສິງຫາ 2026 ເນື່ອງຈາກຄາດວ່າ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານບໍລິເວນພາກເໜືອຂອງປະເທດລາວ ປະສົມກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງປານກາງ.
ປັດໄຈດັ່ງກ່າວ ອາດເຮັດໃຫ້ຫຼາຍພື້ນທີ່ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ລະດັບຄ່ອຍຫາປານກາງ ແລະ ບາງບໍລິເວນອາດມີ ຝົນຕົກໜັກ ພ້ອມລົມພັດແຮງ.
ພາກເໜືອດ້ານຕາເວັນອອກ ຄາດວ່າຈະມີຝົນຕົກ ແລະ ຟ້າຮ້ອງຟ້າເຫຼື້ອມໂດຍທົ່ວໄປ ພ້ອມລົມພັດແຮງເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 18–23 ອົງສາເຊ ແລະ ສູງສຸດ 25–33 ອົງສາເຊ.
ຄຳເຕືອນເຝົ້າລະວັງ ຖ້າມີຝົນຕົກປານກາງຫາໜັກຕິດຕໍ່ກັນຫຼາຍວັນ ອາດເຮັດໃຫ້:
ເກີດນ້ຳຖ້ວມຊຸ ແລະ ນ້ຳຖ້ວມຍືງ
ນ້ຳອັ່ງຂັງຕາມເຂດຊຸມຊົນ ແລະ ຕົວເມືອງ
ເກີດດິນເຈື່ອນ ຫຼື ດິນຖະຫຼົ່ມໃນພື້ນທີ່ສ່ຽງ
ລົມພັດແຮງ ອາດເຮັດໃຫ້ຫຼັງຄາ ແລະ ສິ່ງປູກສ້າງເສຍຫາຍ
ຕົ້ນໄມ້ໃຫຍ່ ແລະ ປ້າຍໂຄສະນາອາດຫັກລົ້ມ
ຂໍໃຫ້ປະຊາຊົນ ໂດຍສະເພາະຜູ້ທີ່ອາໄສຢູ່ໃນເຂດຕ່ຳ, ບໍລິເວນໃກ້ຫ້ວຍນ້ຳ, ແຄມນ້ຳ ແລະ ເຂດພູເຂົາທີ່ສ່ຽງຕໍ່ດິນເຈື່ອນ ເພີ່ມຄວາມລະມັດລະວັງ ພ້ອມຕິດຕາມຂ່າວພະຍາກອນອາກາດ ແລະ ປະກາດແຈ້ງເຕືອນຈາກພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຜົ້ງສາລີ ຢ່າງໃກ້ຊິດ.
ຂໍໃຫ້ທຸກຄອບຄົວເຝົ້າລະວັງ ແລະ ກຽມພ້ອມຮັບມືກັບສະພາບອາກາດ.


