ນັກວິສະວະກອນຈາກ MIT ສະຖາບັນເທັກໂນໂລຊີ ແມສຊາຊູເຊັດ ໄດ້ພັດທະນາແຜ່ນ (solar cells) ທີ່ບາງພິເສດ ເຊິ່ງມີນໍ້າໜັກເບົາກວ່າເຈ້ຍແຜ່ນໜຶ່ງ ແຕ່ສາມາດສ້າງພະລັງງານໄດ້ພຽງພໍ ເພື່ອສາກໄຟອຸປະກອນອີເລັກໂທຣນິກຂະໜາດນ້ອຍ.
ແຜ່ນຟີມແສງອາທິດເຫຼົ່ານີ້ຍັງສາມາດເກັບແສງສະຫວ່າງພາຍໃນອາຄານໄດ້, ເຮັດໃຫ້ສາມາດນຳໃຊ້ໄດ້ໃນບ່ອນທີ່ແຜງພະລັງງານແບບດັ້ງເດີມໃຊ້ບໍ່ໄດ້.
ຍ້ອນວ່າມີຄວາມເບົາ, ໂຄ້ງງໍໄດ້ໂດຍບໍ່ແຕກ, ສາມາດມ້ວນ ແລະ ຄາຍອອກໄດ້ຫຼາຍກວ່າ 500 ເທື່ອ ໂດຍທີ່ຍັງຮັກສາປະສິດທິພາບຂອງມັນໄດ້ຫຼາຍກວ່າ 90%, ຈຶ່ງສາມາດຕິດໃສ່ເຄື່ອງນຸ່ງ, ໂດຣນ (drones), ເຕັ້ນ, ແລະ ແມ່ນແຕ່ເຄສໂທລະສັບກໍໄດ້. ມັນສາມາດສະໜອງພະລັງງານທີ່ເຄື່ອນທີ່ໄດ້ ແລະ ສາມາດໃຊ້ໄດ້ສຳລັບທະຫານ, ທີມກູ້ໄພ ແລະ ຜູ້ທີ່ເຮັດວຽກທາງໄກ. ເປັນການເປີດຊ່ອງທາງສຳລັບການນຳໃຊ້ທີ່ບໍ່ມີຂີດຈຳກັດ.
ຄວາມກ້າວໜ້າຄັ້ງນີ້ພາເຮົາເຂົ້າໃກ້ອະນາຄົດທີ່ພະລັງງານທົດແທນຈະຖືກລວມເຂົ້າໃນຊີວິດປະຈຳວັນຢ່າງລຽບງ່າຍ, ນັບຕັ້ງແຕ່ແຟຊັນໄປຈົນເຖິງເທັກໂນໂລຊີ. ມັນຍັງສະແດງໃຫ້ເຫັນວ່າ ເທັກໂນໂລຊີພະລັງງານແສງຕາເວັນ ສາມາດຂະຫຍາຍຂະໜາດໄດ້ໃນແບບທີ່ເຄີຍຄິດບໍ່ເຖິງມາກ່ອນ.
ທີ່ມາ: Unbox Factory