ເຕືອນ! ໄມ້ຖູ່ເກົ່າ ອາດເປັນແຫຼ່ງສະສົມເຊື້ອ ຍິ່ງໃຊ້ດົນ ຍິ່ງຄວນລະວັງ

ໄມ້ຖູ່ໄມ້ ແລະ ໄມ້ຖູ່ໄຜ່ ເປັນອຸປະກອນທີ່ຫຼາຍຄອບຄົວນຳໃຊ້ເປັນປະຈຳ ແຕ່ຫາກນຳໃຊ້ເປັນເວລາດົນ ໂດຍບໍ່ປ່ຽນໃໝ່ ອາດເກີດການເສື່ອມສະພາບ, ມີຮອຍແຕກ ແລະ ຮ່ອງນ້ອຍໆຕາມພື້ນຜິວ. ຈຸດເຫຼົ່ານີ້ສາມາດກັກເກັບຄາບອາຫານ ແລະ ຄວາມຊຸ່ມໄວ້ໄດ້ງ່າຍ ເຮັດໃຫ້ຈຸລິນຊີມີໂອກາດສະສົມເພີ່ມຂຶ້ນ. 🦠

ໂດຍສະເພາະໄມ້ຖູ່ທີ່ຖືກນຳໄປໃຊ້ງານຊ້ຳໆ ແລະ ບໍ່ໄດ້ຜຶ່ງໃຫ້ແຫ້ງສະນິດ ຄວາມຊຸ່ມທີ່ຫຼົງເຫຼືອຢູ່ໃນເນື້ອໄມ້ອາດສ້າງສະພາບທີ່ເໝາະຕໍ່ການເຕີບໂຕຂອງເຊື້ອລາ ແລະ ແບັກທີເຣຍ. ຖ້າພົບວ່າໄມ້ຖູ່ມີສີປ່ຽນ, ມີຈຸດດ່າງ, ມີກິ່ນອັບ, ມີເຊື້ອລາ ຫຼື ເນື້ອໄມ້ເລີ່ມແຕກ ແລະ ເສື່ອມສະພາບ ຄວນຢຸດນຳໃຊ້ ແລະ ປ່ຽນໃໝ່ທັນທີ.

ອີກບັນຫາໜຶ່ງທີ່ພົບໄດ້ງ່າຍ ຄື ການລ້າງໄມ້ຖູ່ບໍ່ສະອາດ ແລ້ວນຳໄປເກັບໄວ້ໃນບ່ອນປິດ ຫຼື ໃນຕູ້ທັງໆທີ່ຍັງປຽກ. ພຶດຕິກຳແບບນີ້ອາດເຮັດໃຫ້ຄວາມຊຸ່ມສະສົມ ແລະ ເພີ່ມໂອກາດໃນການເກີດເຊື້ອລາ.

ດັ່ງນັ້ນ ຫຼັງຈາກໃຊ້ງານ ຄວນລ້າງໄມ້ຖູ່ໃຫ້ສະອາດ ແລ້ວຜຶ່ງລົມໃຫ້ແຫ້ງສະນິດ ກ່ອນນຳໄປເກັບ. ຄວນຫຼີກລ້ຽງການຖູຂັດໄມ້ຖູ່ຫຼາຍອັນແຮງໆ ເພາະອາດເຮັດໃຫ້ຜິວໄມ້ເສຍຫາຍ ແລະ ເກີດຮ່ອງທີ່ກັກເກັບຄາບໄດ້ງ່າຍ.

ສິ່ງສຳຄັນ: ໄມ້ຖູ່ເກົ່າບໍ່ຄວນຝືນໃຊ້ຕໍ່ ພຽງແຕ່ເພາະເຫັນວ່າ “ຍັງໃຊ້ໄດ້”. ຖ້າສະພາບເລີ່ມເສື່ອມ, ມີກິ່ນອັບ, ຂຶ້ນລາ ຫຼື ລ້າງບໍ່ສະອາດ ການປ່ຽນໃໝ່ແມ່ນທາງເລືອກທີ່ປອດໄພກວ່າ.

ອ້າງອີງຈາກ: Today

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles