ພິທີເປີດໂຕໂຄງການ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຂອງໂຄງການ “ອ່າງຮັບນ້ຳທີ່ສາມາດປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ” ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 11 ສິງຫາ 2026 ທີ່ຫ້ອງວ່າການແຂວງໄຊຍະບູລີ ໂດຍມີຜູ້ຕາງໜ້າຈາກພາກລັດ, WWF-Laos, GEF ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມລວມ 71 ທ່ານ.
ພິທີດັ່ງກ່າວ ມີທ່ານ ບຸດສະກອນ ອິນທະລັງສີ, ຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ, ທ່ານ ອຸດົມສັກ ພິລາວົງ, ຫົວໜ້າກົມຊັບພະຍາກອນນ້ຳ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານນາງ ແຮຣອນ ຮອນໂຣເວ, ຫົວໜ້າ WWF-Laos ເປັນປະທານຮ່ວມ.
ໃນກອງປະຊຸມ ໜ່ວຍງານຄຸ້ມຄອງໂຄງການ (PMU) ໄດ້ນຳສະເໜີພາບລວມຂອງໂຄງການ, ເປົ້າໝາຍ, ຜົນໄດ້ຮັບ, ແຜນວຽກ, ງົບປະມານ ແລະ ກົນໄກການຄຸ້ມຄອງ. ພ້ອມນີ້ ຜູ້ຕາງໜ້າ GEF ໄດ້ສະເໜີກ່ຽວກັບການຕິດຕາມ, ການກວດກາ ແລະ ການປະເມີນຜົນໂຄງການ.
ໂຄງການມີເປົ້າໝາຍດຳເນີນງານໃນ 6 ເມືອງຂອງແຂວງໄຊຍະບູລີ ຄື: ຫົງສາ, ໄຊຍະບູລີ, ໄຊສະຖານ, ພຽງ, ປາກລາຍ ແລະ ທົ່ງມີໄຊ ໂດຍມຸ່ງເນັ້ນການຄຸ້ມຄອງອ່າງຮັບນ້ຳໃຫ້ສາມາດປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ສາມາດນຳບົດຮຽນໄປຂະຫຍາຍໃຊ້ໃນພື້ນທີ່ອື່ນຂອງປະເທດ. ໂຄງການມີແຜນດຳເນີນງານໃຫ້ສຳເລັດໃນປີ 2031. ![]()
![]()
ພາຍຫຼັງການນຳສະເໜີ ໄດ້ຈັດພິທີເຊັນ MOU ລະຫວ່າງ ທ່ານ ອຸດົມສັກ ພິລາວົງ ແລະ ທ່ານນາງ ແຮຣອນ ຮອນໂຣເວ ໂດຍມີຜູ້ຕາງໜ້າຈາກພາກສ່ວນຕ່າງໆ ຮ່ວມເປັນສັກຂີພິຍານ. ການຮ່ວມມືຄັ້ງນີ້ ຄາດໝາຍວ່າຈະຊ່ວຍສົ່ງເສີມການຄຸ້ມຄອງຊັບພະຍາກອນນ້ຳຢ່າງຍືນຍົງ ແລະ ເພີ່ມຄວາມສາມາດໃນການຮັບມືຕໍ່ການປ່ຽນແປງດິນຟ້າອາກາດ.
ທີ່ມາ: ຂ່າວສານກະສິກຳ ແລະ ສິງເເວດລ້ອມ


