ໄຟຟ້າລາວ ກຽມລົງພື້ນທີ່ 18 ແຂວງ ຊຸກຍູ້ວຽກງານຈຸດສຸມ 6 ເດືອນທ້າຍປີ ພ້ອມຮັບຟັງຫາງສຽງຈາກປະຊາຊົນ

ລັດວິສາຫະກິດໄຟຟ້າລາວ (ອຟລ) ໄດ້ຈັດກອງປະຊຸມສະຫຼຸບການດໍາເນີນທຸລະກິດ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍ ທ່ານ ປອ ອາຄົມເດດ ວົງໄຊ ປະທານສະພາບໍລິຫານ ໄຟຟ້າລາວ, ບັນດາຫົວໜ້າ-ຮອງກົມ, ຜູ້ອໍານວຍການ, ບໍລິສັດໃນເຄືອ ແລະ ແຂກຖືກເຊີນ ເຊິ່ງກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນວັນທີ 11 ສິງຫາ 2026.

ຜົນການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ 2026:

ສະພາບລວມ: ຕ້ອງປະເຊີນກັບສິ່ງທ້າທາຍຈາກເສດຖະກິດໂລກ, ບັນຫາລາຄານໍ້າມັນແພງ ແລະ ຄ່າຄອງຊີບສູງ, ເຊິ່ງທາງ ໄຟຟ້າລາວ ໄດ້ສຸມໃສ່ນະໂຍບາຍພັກ-ລັດ, ປະຢັດລາຍຈ່າຍທີ່ບໍ່ຈຳເປັນ ແລະ ນຳໃຊ້ທ່າແຮງເພື່ອສ້າງລາຍຮັບເພີ່ມ.

ດ້ານວິຊາສະເພາະ:

ມີແຫຼ່ງຜະລິດທັງໝົດ 110 ແຫ່ງ (ກຳລັງຕິດຕັ້ງ 5,075 MW).

ມີເຂື່ອນໄຟຟ້ານໍ້າຕົກທີ່ ໄຟຟ້າລາວ ໂດຍກົງຄຸ້ມຄອງ 3 ເເຂື່ອນ (ນໍ້າງື່ມ 4, ນໍ້າເປີນ 1 ແລະ ນໍ້າກາບ) ລວມ 279 MW ແລະ 2 ເຂື່ອນກຳລັງກໍ່ສ້າງ (ນໍ້າງື່ມ 3 ແລະ ນໍ້າຫີນບູນ).

ມີ 86 ສະຖານີໄຟຟ້າແຮງສູງ (9,236 MVA) ແລະ ລະບົບສາຍສົ່ງລວມ 76,474 km/ວົງຈອນ, ມີໝໍ້ນັບໄຟໃນຄວາມຮັບຜິດຊອບ 1,860,889 ໜ່ວຍ.

ການຊື້-ຂາຍພະລັງງານໄຟຟ້າປະຕິບັດໄດ້ 9,089 GWh ແລະ ມອບພັນທະໃຫ້ລັດຖະບານໄດ້ 832 ຕື້ກີບ.

ເລັ່ງຈັດຕັ້ງປະຕິບັດ 4 ໂຄງການສາຍສົ່ງ-ສະຖານີ 500/230 kV ອ້ອມນະຄອນຫຼວງວຽງຈັນ (ວຽງແກ້ວ-ໂຄກສະອາດ, ນາຊາຍທອງ-ວຽງແກ້ວ, ໂຄກສະອາດ-ດົງໂພສີ) ໃຫ້ສຳເລັດທ້າຍປີ 2026.

ທິດທາງແຜນການ 6 ເດືອນທ້າຍປີ 2026:

ສືບຕໍ່ຄົ້ນຄວ້າປັບປຸງລະບົບຈຳໜ່າຍทั่วປະເທດ.

ຊຸກຍູ້ແຜນພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນ (2025-2027).

ປະສານງານພັດທະນາໂຄງການສາຍສົ່ງເຊື່ອມພາຍໃນ 230 kV ປາກມອງ-ນາເພຍ, ນາເພຍ-ທ່າວຽງ ແລະ ຫຼັກ20-ມະຫາໄຊ.

ຕິດຕາມ ແລະ ຊີ້ແຈງສັງຄົມກ່ຽວກັບໂຄງສ້າງລາຄາໄຟຟ້າ (2025-2029) ຜ່ານສື່ອອນລາຍ ແລະ ຈັດກອງປະຊຸມເສວະນາຮ່ວມກັບອົງການປົກຄອງແຂວງທົ່ວປະເທດ.

ຂໍ້ມູນ: EDL LAOS

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles