ໂຮງໝໍແຂວງຊຽງຂວາງ ໄດ້ເປີດນຳໃຊ້ “ຫ້ອງຟອກໄຂ່ຫຼັງ” ແລະ ສາມາດໃຫ້ບໍລິການຟອກໄຂ່ຫຼັງໄດ້ຢ່າງເຕັມຮູບແບບແລ້ວ!

​ໂຮງໝໍແຂວງຊຽງຂວາງ ອອກແຈ້ງການດີໆ ເຖິງພໍ່ແມ່ປະຊາຊົນ, ທະຫານ, ຕຳຫຼວດ, ພະນັກງານ-ລັດຖະກອນ ແລະ ພໍ່ຄ້າຊາວຂາຍ ທັງພາຍໃນແຂວງຊຽງຂວາງ ແລະ ແຂວງໃກ້ຄຽງ ໃຫ້ຊາບວ່າ: ປະຈຸບັນ ໂຮງໝໍແຂວງຊຽງຂວາງ ໄດ້ເປີດນຳໃຊ້ “ຫ້ອງຟອກໄຂ່ຫຼັງ” ແລະ ສາມາດໃຫ້ບໍລິການຟອກໄຂ່ຫຼັງໄດ້ຢ່າງເຕັມຮູບແບບແລ້ວ!

ຈຸດເດັ່ນຂອງການບໍລິການ: ໄດ້ຮັບການຮ່ວມມື ແລະ ຊ່ວຍເຫຼືອດ້ານເຕັກນິກຈາກ ທີມງານອາຈານຊ່ຽວຊານ ພະແນກຟອກໄຂ່ຫຼັງ ຈາກໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ມາຢູ່ປະຈຳ ສົມທົບກັບທີມງານຟອກໄຂ່ຫຼັງຂອງໂຮງໝໍແຂວງ ເພື່ອດູແລ ແລະ ໃຫ້ບໍລິການຢ່າງໃກ້ຊິດ.

ລາຍລະອຽດການເປີດບໍລິການ:

ວັນເປີດບໍລິການ: ແຕ່ວັນທີ 11 ສິງຫາ 2026 ເປັນຕົ້ນໄປ

ສະຖານທີ່: ຢູ່ຊັ້ນ 5 ໜ່ວຍງານພາຍໃນ-ຜິວໜັງ, ຫ້ອງຟອກໄຂ່ຫຼັງ, ໂຮງໝໍແຂວງຊຽງຂວາງ.

ເວລານຳໃຊ້ບໍລິການ: ເປີດບໍລິການໃນໂມງລັດຖະການ.​

ການລົງທະບຽນ ແລະ ຕິດຕໍ່ສອບຖາມ: ທ່ານໃດທີ່ມີຄວາມຕ້ອງການບໍລິການຟອກໄຂ່ຫຼັງ ສາມາດເຂົ້າມາລົງທະບຽນໄດ້ທີ່ ໂຮງໝໍແຂວງຊຽງຂວາງ ຫຼື ຕິດຕໍ່ພົວພັນໂດຍຕົງໄດ້ທີ່:

ດຣ ແສນສະຖິດ ຖຳພູນຮັກສາ

ໂທ: 020 2222 9958

ຝາກແຊຣ໌ຕໍ່ໆກັນໄປແດ່ເດີ້ ເພື່ອໃຫ້ຂໍ້ມູນນີ້ຮອດຜູ້ທີ່ກຳລັງຕ້ອງການຮັກສາ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles