ເຝົ້າລະວັງເປັນພິເສດແມ່ນ້ຳຂອງ ແລະ ສາຂາ ທ່າແຂກ ແລະ ຈຳປາສັກ ກາຍເຂດເຕືອນໄພແລ້ວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ອອກປະກາດພະຍາກອນລະດັບນ້ຳ ປະຈຳວັນທີ 13 ສິງຫາ 2026: ແຈ້ງເຕືອນປະຊາຊົນທີ່ອາໄສຢູ່ໃກ້ແມ່ນ້ຳ ຈົ່ງເຝົ້າລະວັງເປັນພິເສດ ເນື່ອງຈາກຫຼາຍສະຖານີແມ່ນ້ຳຂອງ ແລະ ສາຂາ ເຂດພາກກາງຫາພາກໃຕ້ ມີລະດັບນ້ຳເພີ່ມຂຶ້ນ ຈົນກາຍລະດັບເຕືອນໄພ ແລະ ເພີ່ມສູງກາຍລະດັບນ້ຳຖ້ວມແລ້ວ.

ມາສ່ອງເບິ່ງສະຖານີທີ່ມີຄວາມສ່ຽງສູງ ແລະ ເຂົ້າສູ່ລະດັບນ້ຳຖ້ວມ (ຂໍ້ມູນ ວັນທີ 13 ສິງຫາ 2026):

​ແມ່ນ້ຳຂອງ ສະຖານີ ທ່າແຂກ (ແຂວງຄຳມ່ວນ): ລະດັບນ້ຳວັດແທກໄດ້ 13.44 ແມັດ (ເພີ່ມຂຶ້ນຈາກມື້ວານ 0.11 ແມັດ). ເຊິ່ງລະດັບນ້ຳໄດ້ ກາຍລະດັບເຕືອນໄພແລ້ວ (ລະດັບເຕືອນໄພ 13.00 ແມັດ) ແລະ ກຳລັງຈໍ້ເຂົ້າຫາລະດັບນ້ຳຖ້ວມ (ລະດັບນ້ຳ​ຖ້ວມ​14.00 ແມັດ). ແຕ່ພະຍາກອນຄາດວ່າໃນວັນທີ 14–15 ສິງຫາ ລະດັບນ້ຳຈະຫຼຸດລົງ ຢູ່ທີ່ 13.22 – 13.31 ແມັດ.

ແມ່ນ້ຳຂອງ ສະຖານີ ປາກເຊ (ແຂວງຈຳປາສັກ): ລະດັບນ້ຳວັດແທກໄດ້ 11.66 ແມັດ (ເພີ່ມຂຶ້ນ 0.16 ແມັດ). ເຊິ່ງໄດ້ ກາຍລະດັບເຕືອນໄພ​ແລ້ວ​ (ລະດັບເຕືອນໄພ​ 11.00 ແມັດ) ແລະ ຈໍ້ເຂົ້າຫາລະດັບນ້ຳຖ້ວມ (ລະດັບນ້ຳ​ຖ້ວມ​ 12.00 ແມັດ). ແຕ່ພະຍາກອນຄາດວ່າລະດັບນ້ຳຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈົນຮອດ 11.90 ແມັດ ໃນວັນທີ 15 ສິງຫາ.

​ເຊບັ້ງໄຟ ສະຖານີ ມະຫາໄຊ: ລະດັບນ້ຳວັດແທກໄດ້ 16.40 ແມັດ, ເຊິ່ງໄດ້ກາຍລະດັບນ້ຳຖ້ວມແລ້ວ (ລະດັບນ້ຳ​ຖ້ວມ​ 15.00 ແມັດ), (ລະດັບເຕືອນໄພ 14.00 ແມັດ).

​ເຊບັ້ງໄຟ ສະຖານີ ຂົວເຊບັ້ງໄຟ: ລະດັບນ້ຳວັດແທກໄດ້ 21.72 ແມັດ, ເຊິ່ງໄດ້ກາຍລະດັບນ້ຳຖ້ວມແລ້ວ (ລະດັບນ້ຳຖ້ວມ 20.00 ແມັດ), (ລະດັບເຕືອນໄພຢູ່ທີ່ 19.00 ແມັດ).

​ເຊຈຳພອນ ສະຖານີ ແກ້ງກອກ (ເມືອງຈຳພອນ, ແຂວງສະຫວັນນະເຂດ): ລະດັບນ້ຳວັດແທກໄດ້ 8.22 ແມັດ, ເຊິ່ງໄດ້ກາຍລະດັບນ້ຳຖ້ວມ​ແລ້ວ​(ລະດັບນ້ຳ​ຖ້ວມ​ 8.00 ແມັດ) ແລະ (ລະດັບເຕືອນໄພຢູ່ທີ່ 7.50 ແມັດ).

​ຂໍໃຫ້ປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ ເຂດສະຖານີດັ່ງກ່າວ ກະກຽມຍ້າຍເຄື່ອງຂອງມີຄ່າ ແລະ ສັດລ້ຽງ ໄປໄວ້ບ່ອນທີ່ສູງ ແລະ ຕິດຕາມຂ່າວສານອຸຕຸນິຍົມຢ່າງໃກ້ຊິດ.

ກົມ​ອຸຕຸ​ນິຍົມ​ ແລະ​ອຸທົກ​ກະ​ສາດ​

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles