ນັກບູຮານຄະດີເອຢິບ ຄົ້ນພົບໄຫນ້ຳເຜິ້ງໃນສຸສານອາຍຸຫຼາຍກວ່າ 3000ພັນ ຍັງສາມາດກິນໄດ້ຢ່າງປອດໄພ

ນັກບູຮານຄະດີໃນເອຢິບໄດ້ຄົ້ນພົບໄຫນໍ້າເຜິ້ງທີ່ຖືກເກັບໄວ້ໃນສຸສານອາຍຸຫຼາຍກວ່າ 3,000 ປີ ແລະ ທີ່ໜ້າສົນໃຈກໍຄືນໍ້າເຜິ້ງເຫຼົ່ານີ້ຍັງຄົງກິນໄດ້ປົກກະຕິຢ່າງປອດໄພ.

ສິ່ງທີ່ເກີດຂຶ້ນໄດ້ ເພາະນໍ້າເຜິ້ງມີຄຸນສົມບັດພິເສດທາງເຄມີໄດ້ແກ່ ປະລິມານນໍ້າຕໍ່າ ມີຄວາມເປັນກົດສູງ ແລະ ມີສານຕ້ານແບັກທີເຣຍຕາມທໍາມະຊາດ ເຮັດໃຫ້ເຊື້ອໂລກ ຫຼື ເຊື້ອລາບໍ່ສາມາດຈະເລີນເຕີບໂຕໄດ້ເລີຍ ສົ່ງຜົນໃຫ້ນໍ້າເຜິ້ງມີອາຍຸການເກັບຮັກສາຍາວນານເກືອບບໍ່ມີວັນໝົດອາຍຸ.

ສໍາລັບຊາວເອຢິບບູຮານ ນໍ້າເຜິ້ງບໍ່ໄດ້ເປັນພຽງອາຫານເທົ່ານັ້ນ ແຕ່ຍັງໃຊ້ເປັນຢາຮັກສາພະຍາດ ແລະ ເປັນສິ່ງສັກສິດທີ່ຖືກນໍາໄປບັນຈຸໃນສຸສານ ເພື່ອໃຊ້ໃນຊີວິດຫຼັງຄວາມຕາຍ ເພາະພວກເຂົາເຊື່ອວ່ານໍ້າເຜິ້ງເປັນຂອງມີຄ່າຫຼາຍພໍທີ່ຈະຕິດຕົວໄປສູ່ອີກໂລກໜຶ່ງໄດ້.

ຈົນເຖິງປັດຈຸບັນ ນໍ້າເຜິ້ງຍັງຄົງເປັນໜຶ່ງໃນອາຫານທໍາມະຊາດທີ່ມະຫັດສະຈັນ ແລະ ຍືນຍາວທີ່ສຸດຂອງມະນຸດ. ການໃຊ້ນໍ້າເຜິ້ງໃນເອຢິບບູຮານແມ່ນໄດ້ໃຊ້ທາແຜຮັກສາການຕິດເຊື້ອ ໃຊ້ໃນພິທີກໍາ ສາສະໜາ ແລະ ຍັງຖືກເບິ່ງວ່າເປັນຂອງຂວັນຈາກພະເຈົ້າທີ່ມອບໃຫ້. ຄວາມໜ້າສົນໃຈໃນປັດຈຸບັນນັກວິທະຍາສາດຍັງຄົງສຶກສາຄວາມສາມາດຕ້ານຈຸລະຊີບຂອງນໍ້າເຜິ້ງເຊັ່ນ ນໍ້າເຜິ້ງ Manuka ທີ່ຖືກໃຊ້ເປັນຢາສະໝຸນໄພ ແລະ ການແພດສະໄໝໃໝ່.

ທີ່ມາ: Did you know?

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles