ອານຸສັກ ຈັນນະວົງ ໄດ້ຮັບໃບປະກາດແດງສາຂາພັດທະນາຊຸມຊົນ ແລະ ຊົນນະບົດ

ຂໍສະແດງຄວາມຍິນດີກັບ ທ້າວ ອານຸສັກ ຈັນນະວົງ ຈາກເມືອງທ່າແຂກ, ແຂວງຄຳມ່ວນ, ໄດ້ຮັບໃບປະກາດແດງຈາກຄະນະວິທະຍາສາດສັງຄົມ, ສາຂາ ພັດທະນາຊຸມຊົນ ແລະ ຊົນນະບົດ.

ອານຸສັກ ຈັນນະວົງ ໄດ້ໃຫ້ສໍາພາດ ຕໍ່ທີມງານ Lao Youth Radio FM 90.0 MHz ວ່າ: ສຳລັບກຽດນິຍົມຄືລາງວັນ ແຕ່ບົດຮຽນທີ່ແທ້ຈິງຄືຄວາມພະຍາຍາມທີ່ຈະສານຕໍ່ອະນາຄົດ ສຳລັບນ້ອງການໄດ້ໃບປະກາດແດງມັນເປັນສັນຍາລັກ ແລະ ເປັນຕົວສະທ້ອນເຖິງຄວາມຕັ້ງໃຈ ຄວາມສະໝໍ່າສະເໝີ ຄວາມພຽນພະຍາຍາມເຖິງແມ່ນວ່າຕະຫຼອດໄລຍະເວລາໃນການຮຽນນ້ອງຮູ້ສຶກວ່າທຸກຢ່າງມັນບໍ່ໄດ້ງ່າຍ ແຕ່ທຸກວິຊາລ້ວນໃຫ້ຄວາມຮູ້ປະສົບການ ແລະ ສອນໃຫ້ເຮົາຮູ້ຈັກອົດທົນ ຮູ້ຈັກຮັບຜິດຊອບ ຮູ້ຈັກພະຍາຍາມຢ່າງຕໍ່ເນື່ອງ ເຊິ່ງການໄດ້ກຽດນິຍົມຈຶ່ງເປັນການຢັ້ງຢືນວ່າຄວາມມຸ່ງໝັ້ນເລັກໜ້ອຍໃນແຕ່ລະມື້ເມື່ອສະສົມໄປເລື້ອຍໆສາມາດເປັນຜົນລັບອັນຍິ່ງໃຫຍ່ໄດ້ບໍ່ສະເພາະແຕ່ເປັນການຮຽນແຕ່ລວມເຖິງການເຮັດວຽກງານອີກດ້ວຍ.

ຖ້າຖາມເຖິງເຄັດລັບໃນການຮຽນໃຫ້ໄດ້ກຽດນິຍົມຈິງໆແລ້ວບໍ່ມີສູດລັບຫຍັງເລີຍທຸກຄົນສາມາດເຮັດໄດ້ພຽງພະຍາຍາມໃຫ້ສະໝຳ່ສະເໝີເຊັ່ນ: ຕັ້ງໃຈເຂົ້າຮຽນ, ຟັງອາຈານອະທິບາຍໃຫ້ເຂົ້າໃຈພື້ນຖານ, ອ່ານທົບທວນເມື່ອໃກ້ຈະເສັງ, ບໍ່ປ່ອຍວຽກໃຫ້ຄ້າງ ແລະ ສິ່ງທີ່ສຳຄັນຄືພະຍາຍາມຮັກສາວິໄນກັບຕົວເອງໃນແຕ່ລະມື້ເຖິງແມ່ນວ່າບາງຄັ້ງຈະເມື່ອຍຫຼື ທໍ້ ແຕ່ຖ້າເຮົາຍັງພະຍາຍາມເດີນໄປຂ້າງໜ້າເທື່ອລະກ້າວສຸດທ້າຍຜົນລັບຈະຕາມມາເອງ, ກຽດນິຍົມຈຶ່ງບໍ່ແມ່ນໄດ້ມາຈາກການເປັນຄົນເກັ່ງທີ່ສຸດ ແຕ່ໄດ້ມາຈາກຄວາມຕັ້ງໃຈທີ່ເຮັດຕໍ່ເນື່ອງຈົນມື້ຮອດສຸດທ້າຍ.

ທຸກຄວາມສຳເລັດປາສະຈາກເບື້ອງຫຼັງບໍ່ໄດ້ ສະນັ້ນນ້ອງຂໍຖືໂອກາດນີ້ຂອບໃຈ ພໍ່ແມ່, ເອື້ອຍນ້ອງ ທີ່ສະໜັບສະໜູນຕະຫຼອດມາ, ຂອບໃຈມິດຕະພາບທີ່ດີຈາກໝູ່ເພື່ອນ ແລະ ຂອບໃຈຢ່າງຍິ່ງມາຍັງບັນດາຄູອາຈານທຸກທ່ານທີ່ໄດ້ຖ່າຍທອດຄວາມຮູ້ທຸ່ມເທທັງແຮງກາຍແຮງໃຈໃນການສິດສອນຕະຫຼອດມາ.

ສຸດທ້າຍນີ້ນ້ອງຢາກບອກຮຸ່ນນ້ອງທຸກຄົນວ່າບໍ່ວ່າໃບປະກາດຈະສີໃດຕ່າງກໍມີຄຸນຄ່າສິ່ງທີ່ສຳຄັນທີ່ສຸດຄືບົດຮຽນທີ່ຕິດຕົວເຮົາມາ ຄວາມຮູ້, ທັກສະ ແລະ ການເຝິກຝົນຕົນເອງເພາະທັງໝົດນີ້ຈະເປັນພະລັງໃນການສານຕໍ່ໃນອະນາຄົດ ແລະ ເປັນຮາກຖານທີ່ເຮັດໃຫ້ເຮົາກ້າວໄປໃນເສັ້ນທາງໃໝ່ໆໄດ້ຢ່າງໝັ້ນຄົງ.

FM 90.0 ລາຍງານ

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles