ຮູບພາບ “ດາວເສົາທີ່ຢູ່ໃກ້ໂລກທີ່ສຸດໃນຮອບປີ” ພ້ອມວົງແຫວນບາງໆນີ້ ຖືກບັນທຶກໄດ້ໂດຍກ້ອງເບິ່ງດາວທີ່ມີເສັ້ນຜ່າສູນກາງ 0.4 ແມັດ ຈາກສະຖາບັນວິໄຈດາຣາສາດແຫ່ງປະເທດໄທ ເຊິ່ງສະແດງໃຫ້ເຫັນເຖິງວົງແຫວນຂອງດາວເສົາທີ່ບາງ.
ໃນຄືນວັນທີ 21 ກັນຍາ 2025, ດາວເສົາໄດ້ໂຄຈອນມາຢູ່ໃນຕຳແໜ່ງທີ່ກົງກັນຂ້າມກັບດວງຕາເວັນ (Saturn Opposition), ໝາຍຄວາມວ່າ: ດວງຕາເວັນ, ໂລກ ແລະດາວເສົາ ໄດ້ຈັດລຽງຕົວຢູ່ໃນແນວເສັ້ນຊື່ດຽວກັນ. ດາວເສົາຈຶ່ງຢູ່ໃກ້ໂລກທີ່ສຸດໃນຮອບປີ, ໂດຍມີໄລຍະຫ່າງປະມານ 1,279 ລ້ານກິໂລແມັດ (ປົກກະຕິແລ້ວດາວເສົາມີໄລຍະຫ່າງຈາກໂລກໂດຍສະເລ່ຍປະມານ 1,434 ລ້ານກິໂລແມັດ).
ນອກຈາກຈະເຫັນດາວເສົາທີ່ມີວົງແຫວນບາງໆແລ້ວ, ຍັງສາມາດສັງເກດເຫັນ ດວງຈັນໄທທັນ (Titan) ເຊິ່ງເປັນດວງຈັນບໍລິວານທີ່ໃຫຍ່ທີ່ສຸດຂອງດາວເສົາອີກດ້ວຍ.
ປະກົດການວົງແຫວນບາງໆ: ໃນປີນີ້, ວົງແຫວນຂອງດາວເສົາປາກົດໃນລັກສະນະບາງໆ ເນື່ອງຈາກໄດ້ຜ່ານຊ່ວງທີ່ດາວເສົາຫັນພື້ນຮາບຂອງວົງແຫວນເຂົ້າຫາໂລກເມື່ອທ້າຍເດືອນມີນາ 2025 ທີ່ຜ່ານມາ.
ປະກົດການນີ້ຈະເກີດຂຶ້ນປະມານທຸກໆ 15 ປີ ຕາມການປ່ຽນແປງຂອງມຸມອຽງວົງແຫວນທີ່ສຳພັນກັບການໂຄຈອນອ້ອມດວງອາທິດຂອງດາວເສົາ. ຫຼັງຈາກປີນີ້ເປັນຕົ້ນໄປ, ດາວເສົາຈະຄ່ອຍໆຫັນຂົ້ວໃຕ້ເຂົ້າຫາໂລກ ເຮັດໃຫ້ພື້ນຮາບຂອງວົງແຫວນມີມຸມອຽງອອກຈາກໂລກຫຼາຍທີ່ສຸດ, ແລະຈະເຫັນວົງແຫວນດາວເສົາຜ່ານກ້ອງເບິ່ງດາວໄດ້ຢ່າງຊັດເຈນທີ່ສຸດອີກຄັ້ງໃນປະມານປີ 2032.
ການເບິ່ງເຫັນໃນອະນາຄົດ: ຫຼັງຈາກນີ້, ດາວເສົາຈະຍັງຄົງປະກົດຢູ່ເທິງທ້ອງຟ້າໄປຈົນເຖິງປະມານເດືອນກຸມພາ 2026. ສ່ວນປະກົດການດາວເສົາຢູ່ໃກ້ໂລກທີ່ສຸດໃນຮອບປີຄັ້ງຕໍ່ໄປແມ່ນກົງກັບວັນທີ 4 ຕຸລາ 2026.
ທີ່ມາ: NARIT