ລາວ – ໄອເຕັກ ເປັນຫ້າງສັບພະສິນຄ້າ ໃຫຍ່ທີ່ສຸດໃນລາວ

ສະຖິຕິຫຼ້າສຸດຈາກ Seasiastats ໄດ້ເຜີຍແຜ່ຂໍ້ມູນຂະໜາດເນື້ອທີ່ລວມ (Total Floor Area) ຂອງຫ້າງສັບພະສິນຄ້າທີ່ໃຫຍ່ທີ່ສຸດໃນແຕ່ລະປະເທດສະມາຊິກອາຊຽນ.

ສຳລັບ ສປປ ລາວ: ITECC Mall (ໄອເຕັກ ມໍ) ໄດ້ຮັບການຈັດອັນດັບໃຫ້ເປັນຫ້າງສັບພະສິນຄ້າທີ່ໃຫຍ່ທີ່ສຸດຂອງປະເທດລາວ! ເຖິງແມ່ນວ່າຈະຍັງບໍ່ມີການເຜີຍແຜ່ຕົວເລກເນື້ອທີ່ລວມຢ່າງເປັນທາງການຕໍ່ສາທາລະນະ (Total floor area not publicly available), ແຕ່ກໍຖືເປັນແຫຼ່ງຊັອບປິ້ງ ແລະ ສູນລວມກິດຈະກຳຂະໜາດໃຫຍ່ທີ່ຢູ່ຄູ່ກັບຄົນລາວມາຢ່າງຍາວນານ.

ອັນດັບຫ້າງໃຫຍ່ໃນບັນດາປະເທດໃນອາຊຽນ:

ໄທ: CentralWorld — ເນື້ອທີ່ 830,000 m² (ໃຫຍ່ທີ່ສຸດໃນອາຊຽນ).​

ມາເລເຊຍ: IOI City Mall — ເນື້ອທີ່ 817,500 m².

ຟີລິບປິນ: SM Mall of Asia — ເນື້ອທີ່ 589,891 m².

ອິນໂດເນເຊຍ: Mall Taman Anggrek — ເນື້ອທີ່ 360,000 m².

ຫວຽດນາມ: Lotte Mall West Lake Hanoi — ເນື້ອທີ່ 354,000 m².

ກຳປູເຈຍ: AEON Mall Mean Chey — ເນື້ອທີ່ 180,000 m².

ສິງກະໂປ: VivoCity — ເນື້ອທີ່ 142,854 m².

ບຣູໄນ: The Mall Gadong — ເນື້ອທີ່ 92,900 m².

ມຽນມາ: Junction City — ເນື້ອທີ່ 50,000 m².

ຕີມໍ ເລສເຕ: Timor Plaza — (ຍັງບໍ່ມີຂໍ້ມູນເນື້ອທີ່ເປັນທາງການ).​

​ປະຈຸບັນຫ້າງສັບພະສິນຄ້າຢູ່ ສປປ ລາວ​ ນອກຈາກສູນການຄ້າໄອເຕັກແລ້ວ ຍັງມີຫ້າງໃຫຍ່ໆ​ ອີກຫຼາຍຫ້າງ ບໍ່ວ່າຈະເປັນພາກຊັນ,​ ວຽງຈັນ​ເຊັນ​ເຕີ,​ ຕະຫລາດເຊົ້າມໍ,​ ກອກໆ ແລະ​ ອື່ນໆ 🛒💫

ທີ່ມາ: Seasia​ Stats

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles