ໃນຊ່ວງລະດູຝົນ ປະເທດລາວມັກປະສົບກັບຝົນຕົກໜັກ ສົ່ງຜົນໃຫ້ຫຼາຍເຂດເກີດນ້ຳຖ້ວມຂັງ ຫຼື ນ້ຳຖ້ວມສະສົມຕາມບ້ານເຮືອນ. ນອກເໜືອຈາກຄວາມເສຍຫາຍຕໍ່ຊັບສິນແລ້ວ ສິ່ງທີ່ໜ້າເປັນຫ່ວງທີ່ສຸດຄື ອັນຕະລາຍຈາກກະແສໄຟຟ້າ ທີ່ອາດນຳໄປສູ່ການໄຟຟ້າຊັອດ ຫຼື ເກີດອັກຄີໄພໄດ້.
ໜ່ວຍງານດ້ານໄຟຟ້າແນະນຳໃຫ້ປະຊາຊົນຍຶດຫຼັກການ “ຕັດໄຟກ່ອນ ເພື່ອຄວາມປອດໄພ” ເມື່ອພົບວ່ານ້ຳກຳລັງໄຫຼເຂົ້າເຮືອນ ຫຼື ເລີ່ມຖ້ວມໃນບໍລິເວນພັກອາໄສ ເພາະນ້ຳສາມາດເປັນຕົວນຳກະແສໄຟຟ້າ ເຮັດໃຫ້ເກີດເຫດຮ້າຍໄດ້ທຸກເວລາ.
4 ຂັ້ນຕອນຮັບມືເມື່ອນ້ຳຖ້ວມ
1. ຕັດກະແສໄຟຟ້າທັນທີ
ປິດສະວິດໄຟລວມ (Main Breaker) ກ່ອນທີ່ນ້ຳຈະເຂົ້າເຖິງອຸປະກອນໄຟຟ້າ ຫຼື ເມື່ອນ້ຳເລີ່ມຖ້ວມໃນເຂດບ້ານ ເພື່ອຕັດກະແສໄຟຟ້າທັງໝົດ ແລະ ຫຼຸດຄວາມສ່ຽງໄຟຟ້າຊັອດ.
2. ຖອດປັກ ແລະ ຍ້າຍອຸປະກອນໄຟຟ້າ
ຖອດປັກເຄື່ອງໃຊ້ໄຟຟ້າທຸກຊະນິດ ເຊັ່ນ ໂທລະພາບ, ຕູ້ເຢັນ, ພັດລົມ, ເຄື່ອງຊັກຜ້າ ແລະ ຍ້າຍໄປໄວ້ບ່ອນສູງ ເພື່ອປ້ອງກັນຄວາມເສຍຫາຍ.
3. ຫ້າມສຳຜັດອຸປະກອນໄຟຟ້າໃນຂະນະມີນ້ຳ
ຢ່າຍ່າງ ຫຼື ຢືນໃນນ້ຳ ບໍລິເວນທີ່ມີປລັກ, ສາຍໄຟ ຫຼື ອຸປະກອນໄຟຟ້າ ເພາະກະແສໄຟອາດຮົ່ວລົງສູ່ນ້ຳໄດ້. ຖ້າພົບສາຍໄຟຂາດ ຫຼື ເສົາໄຟຟ້າລົ້ມ ຄວນຢູ່ຫ່າງ ແລະ ແຈ້ງເຈົ້າໜ້າທີ່ທັນທີ.
4. ຫຼັງນ້ຳຫຼຸດ ຢ່າຟ້າວເປີດໄຟ
ຄວນກວດສອບປລັກ, ສາຍໄຟ, ຕູ້ເມນ ແລະ ອຸປະກອນໄຟຟ້າທຸກຢ່າງໃຫ້ແຫ້ງສະໜິດ. ຫາກພົບຮ່ອງຮອຍຄວາມເສຍຫາຍ ຫຼື ບໍ່ແນ່ໃຈ ຄວນໃຫ້ຊ່າງໄຟຟ້າຜູ້ຊຳນານເປັນຜູ້ກວດສອບ ກ່ອນກັບມາໃຊ້ງານ.
ຕິດຕາມຂ່າວພະຍາກອນອາກາດ ແລະ ຄຳເຕືອນຈາກພາກລັດຢ່າງຕໍ່ເນື່ອງ.
ກະກຽມຖົງສຸກເສີນ ປະກອບດ້ວຍ ນ້ຳດື່ມ, ອາຫານແຫ້ງ, ຢາປະຈຳຕົວ, ໄຟສ່ອງສະຫວ່າງ, Power Bank ແລະ ເອກະສານສຳຄັນໃນຖົງກັນນ້ຳ.
ຈົດຈຳເບີໂທສຸກເສີນ ແລະ ເບີຕິດຕໍ່ຂອງໜ່ວຍງານໄຟຟ້າໃນພື້ນທີ່ ເພື່ອຂໍຄວາມຊ່ວຍເຫຼືອເມື່ອຈຳເປັນ.
ການປິດກະແສໄຟຟ້າກ່ອນທີ່ນ້ຳຈະເຂົ້າເຮືອນ ແມ່ນວິທີການປ້ອງກັນທີ່ງ່າຍ ແຕ່ມີປະສິດທິຜົນສູງ ສາມາດຫຼຸດຄວາມສ່ຽງຈາກໄຟຟ້າຊັອດ, ອັກຄີໄພ ແລະ ຄວາມເສຍຫາຍຕໍ່ຊີວິດກັບຊັບສິນ. ປະຊາຊົນຄວນປະຕິບັດຕາມຂັ້ນຕອນຄວາມປອດໄພຢ່າງເຂັ້ມງວດ ແລະ ຢ່າຟ້າວເປີດໃຊ້ລະບົບໄຟຟ້າ ຈົນກວ່າຈະໄດ້ຮັບການກວດສອບວ່າປອດໄພແລ້ວ.
ອ້າງອີງຈາກ: EDL Laos


