ທ່ານມີເມນູອາຫານຈານເດັດ
ທີ່ຢາກໃຫ້ຄົນທັງປະເທດໄດ້ຮູ້ຈັກບໍ?
ທ່ານມີເລື່ອງລາວຂອງອາຫານ
ທີ່ຊວນໃຫ້ຄົນຢາກລອງຊິມບໍ?
ນີ້ຄືໂອກາດຂອງທ່ານ!
………………………….
-ອາຍຸ 16 ປີຂຶ້ນໄປ
-ມີຊອງດໍາ TT ເປັນຂອງຕົນເອງ
-ມີເມນູອາຫານຈານເດັດ 01 ເມນູເພຶ່ອນຳສະເໜີ
-ເລົ່າເລື່ອງລາວຄວາມເປັນມາຂອງອາຫານໃຫ້ຄົນຮູ້ສຶກຈັບໃຈຢາກລອງຊິມ
-ສາມາດແບ່ງປັນສູດອາຫານຂອງຕົນເອງໃຫ້ແກ່ສັງຄົມ.
– ເຮັດອາຫານຜ່ານອອນລາຍ ພ້ອມທັງບອກເລົ່າເລື້ອງລາວໃຫ້ຄະນະກຳມະການຟັງ ໄປນໍາ
……………………..
ແບບຟອມ ສະໝັກ
ແບບຟອມ ອາຫານຈານເດັດພ້ອມສູດ
ຫຼັງຈາກເຕີມຂໍ້ມູນແບບຟອມແລ້ວ ສາມາດສົ່ງມາທາງ
ເບີ WhatApp +856+856 20 55 989 775 +856 20 94 2222 34
ຫລື Email : tongphathai.keobouapha@action-education.org
……………………..
ເປີດຮັບສະໝັກ: ຕັ້ງແຕ່ມື້ນີ້ – 14 ສິງຫາ 2026
……………………..
ຜູ້ທີ່ຊະນະການແຂ່ງຂັນ ຈະໄດ້ລາງວັນດັ່ງນີ້:
ລາງວັນລະ 10,000,000 ກີບ. (ສິບລ້ານກີບ) ຈຳນວນ 3 ລາງວັນ
……………………..
ໄລຍະເວລາຂອງການແຂ່ງຂັນ
ຕັ້ງແຕ່ມື້ນີ້ ເຖິງ 14 ສິງຫາ 2026 ເປີດຮັບສະໝັກ ແລະ ສົ່ງຟອມອາຫານຈານເດັດ (ສະບັບສົມບູນ)
– ວັນທີ 15-18 ສິງຫາ 2026 ກວດສອບແບບຟອມສະໝັກ
ແລ້ວສົ່ງລິ້ງເຂົ້າຮ່ວມ ເຮັດອາຫານຈານເດັດຂອງທ່ານຜ່ານ
ຊ່ອງທາງອອນລາຍໃຫ້ຜູ້ທີ່ຜ່ານເທົ່ານັ້ນ.
– ວັນທີ 19-27 ສິງຫາ 2026 ເປັນມື້ ເຮັດອາຫານຈານເດັດຂອງທ່ານ
– ເວລາອອນລາຍ: ຕອນເຊົ້າ 9:00-10:00, 10:30-11:30 ;
ຕອນບ່າຍ 14:00-15:00 (ຈະສົ່ງລິ້ງໃຫ້ສະເພາະຜູ້ທີ່ຜ່ານການຄັດເລືອກເທົ່ານັ້ນ
ໝາຍເຫດ: ຜູ້ທີ່ຜ່ານການຄັດເລືອກເທົ່ານັ້ນ
ຈະໄດ້ຮັບແຈ້ງຈາກທີມງານຂອງເຮົາໃຫ້ເຂົ້າຮ່ວມການ
ເຮັດອາຫານຈານເດັດຂອງທ່ານຜ່ານຊ່ອງທາງອອນລາຍ
ແລະ ຈະໄດ້ຮັບ ມູນຄ່າໃນການເຮັດອາຫານຈຳນວນ 2.000.000 ກີບຕໍ່ ໜຶ່ງທ່ານ
ຢ່າປ່ອຍໃຫ້ຄວາມສາມາດດ້ານອາຫານຂອງທ່ານເປັນພຽງງານອະດິເລກ
ມາຮ່ວມປ່ຽນຄວາມມັກໃຫ້ກາຍເປັນອາຊີບໄປນຳກັນ!
……………………………………………………
ຊ່ອງທາງການຕິດຕາມ Tiktok : https://bit.ly/3XdYKvO


