Home Blog Page 77

1 ຕຸລາ ວັນຜູ້ສູງອາຍຸສາກົນ

ວັນທີ 1 ຕຸລາ ຂອງທຸກໆປີ ຖືກກຳນົດໃຫ້ເປັນວັນຜູ້ສູງອາຍຸສາກົນ​(International Day of Older Persons), ເປັນມື້ສຳຄັນທີ່ທົ່ວໂລກໄດ້ພ້ອມກັນຮັບຮູ້ເຖິງຄຸນງາມຄວາມດີ ແລະ ການປະກອບສ່ວນອັນໃຫຍ່ຫຼວງຂອງຜູ້ສູງອາຍຸ​ ທີ່ມີຕໍ່ຄອບຄົວ, ຊຸມຊົນ ແລະ ປະເທດຊາດ.

ການສະເຫຼີມສະຫຼອງວັນດັ່ງກ່າວນີ້ແມ່ນເພື່ອຍົກສູງຄວາມຮັບຮູ້ກ່ຽວກັບບັນຫາ ແລະ ໂອກາດຕ່າງໆ ທີ່ກ່ຽວຂ້ອງກັບການສູງອາຍຸຂອງປະຊາກອນ, ແລະ ເນັ້ນໜັກເຖິງຄວາມຈຳເປັນໃນການປົກປ້ອງ ສິດທິ, ສັກສີ ແລະ ຄວາມຢູ່ດີກິນດີ ຂອງຜູ້ສູງອາຍຸທຸກຄົນ. ອົງການສະຫະປະຊາຊາດ (UN) ໄດ້ປະກາດໃຫ້ມີວັນນີ້ຂຶ້ນໃນວັນທີ 14 ທັນວາ 1990, ແລະ ໄດ້ເລີ່ມປະຕິບັດໃນວັນທີ 1 ຕຸລາ 1991.

ຜູ້ສູງອາຍຸແມ່ນກຸ່ມຄົນທີ່ມີປະສົບການ ແລະ ສະຕິປັນຍາ ອັນລ້ຳຄ່າ, ເຊິ່ງໄດ້ປະກອບສ່ວນອັນໃຫຍ່ຫຼວງໃນການສ້າງສາພັດທະນາສັງຄົມຜ່ານການເຮັດວຽກ, ການດູແລຄອບຄົວ, ແລະ ການຖ່າຍທອດວັດທະນະທຳປະເພນີອັນດີງາມໃຫ້ແກ່ຄົນຮຸ່ນຫຼັງ. ການເພີ່ມຂຶ້ນຂອງປະຊາກອນຜູ້ສູງອາຍຸທົ່ວໂລກ ຖືເປັນຄວາມສຳເລັດຂອງການພັດທະນາດ້ານສາທາລະນະສຸກ ແລະ ການຫຼຸດຜ່ອນຄວາມທຸກຍາກ, ເຊິ່ງເຮັດໃຫ້ຄົນມີອາຍຸຍືນຂຶ້ນ.

ໃນໂອກາດວັນຜູ້ສູງອາຍຸສາກົນ, ບັນດາອົງການຈັດຕັ້ງສາກົນ ແລະ ລັດຖະບານໃນຫຼາຍປະເທດ ໄດ້ຮຽກຮ້ອງໃຫ້ມີການສ້າງສັງຄົມທີ່ບໍ່ມີການຈໍາແນກດ້ວຍອາຍຸ ແລະ ສົ່ງເສີມໃຫ້ຜູ້ສູງອາຍຸສາມາດເຂົ້າເຖິງ ການດູແລສຸຂະພາບ ທີ່ເໝາະສົມ, ຄວາມປອດໄພທາງດ້ານສັງຄົມ (ເຊັ່ນ: ເງິນບຳນານ), ແລະ ມີໂອກາດເຂົ້າຮ່ວມ ໃນທຸກໆກິດຈະກຳຂອງສັງຄົມຢ່າງເຕັມສ່ວນ.

ພ້ອມນີ້, ຍັງໄດ້ເນັ້ນເຖິງຄວາມສຳຄັນຂອງການເສີມສ້າງລະບົບການດູແລ ແລະ ສະໜັບສະໜູນທີ່ເຂັ້ມແຂງ ເພື່ອຮັບປະກັນວ່າຜູ້ສູງອາຍຸຈະໄດ້ຮັບການປົກປ້ອງຈາກການຖືກປະຖິ້ມ, ການຖືກລ່ວງລະເມີດ, ແລະ ການຖືກຈຳແນກ.

ມາຮ່ວມກັນສະແດງຄວາມເຄົາລົບ ແລະ ຄວາມກະຕັນຍູຕໍ່ຜູ້ສູງອາຍຸ, ພ້ອມທັງສ້າງສະພາບແວດລ້ອມທີ່ໃຫ້ພວກເພິ່ນສາມາດດຳລົງຊີວິດໄດ້ຢ່າງມີສັກສີ ແລະ ມີຄວາມສຸກຕະຫຼອດໄປ.

ເຈົ້າໜ້າທີ່ພາສີ ກວດພົບສານເສບຕິດ ເຄຕາມິນ ໜັກ 457 ກຣາມ ຢູ່ສະໜາມບິນສາກົນວັດໄຕ

ໃນວັນທີ 28 ກັນຍາ 2025 ເວລາ 22:30 ໂມງ, ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ, ເຈົ້າໜ້າທີ່ພາສີ ປະຈໍາດ່ານພາສີສາກົນສະໜາມບິນວັດໄຕ ແລະ ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ແລະ ພາກສ່ວນເອັກສະເລຂອງສະໜາມບິນວັດໄຕອາຄານສາກົນ, ໄດ້ພ້ອມກັນການກວດກາກະເປົາເດີນທາງຂອງຄົນສັນຊາດ ສ ເກົາຫຼີ ອາຍຸ 21 ປີ, ທີ່ສົງໃສວ່າມີສານເສບຕິດທີ່ສະໝາມບິນສາກົນວັດໄຕ.

ຜ່ານການກວດກາພົບເຫັນ ຢາເສບຕິດ (ປະເພດເຄຕາມີນ) ນໍ້າໝັກ 457 ກຣາມ; ພ້ອມຫຸ້ມຫໍ່ໄດ້ຊຸກເຊື່ອງໃສ່ໃນກະເປົາເດີນທາງທີ່ຈະເດີນທາງອອກໄປປະເທດ ສ ເກົາຫຼີ. ດັ່ງນັ້ນ, ເຈົ້າໜ້າທີ່ພາສີຈຶ່ງໄດ້ສືບສວນ-ສອບສວນ ເອົາຄໍາໃຫ້ການເບື້ອງຕົ້ນພ້ອມເຮັດບົດບັນທຶກຢຶດຂອງກາງແລ້ວສົ່ງມອບຄະດີດັ່ງກ່າວຂອງກາງພ້ອມຜູ້ຖືກຫາ ມອບໃຫ້ເຈົ້າໜ້າທີ່ ຕໍາຫຼວດ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ (303) ເພື່ອນໍາໄປດໍາເນີນຄະດີຕາມຂະບວນການຍຸຕິທໍາ.

ທີ່ມາ: ກະຊວງການເງິນ

ADB ທຳນາຍເສດຖະກິດລາວຈະເຕີບໂຕ 3,7% ໃນປີ 2025

Meta ບໍລິສັດແມ່ຂອງ ເຟສບຸກ (Facebook) ໄດ້ເພີ່ມລະບົບ ປັນຍາປະດິດ (AI) ເຂົ້າໄປໃນແອັບ Facebook Dating ເພື່ອຊ່ວຍໃຫ້ຄົນໂສດຊອກຫາຄູ່ທີ່ຖືກໃຈໄດ້ງ່າຍ ແລະ ໄວຂຶ້ນ, ໂດຍບໍ່ຕ້ອງ “ປັດຂວາ” ໄປເລື້ອຍໆແບບບໍ່ຮູ້ຈົບຄືເກົ່າ.

ຟີເຈີໃໝ່ສອງຢ່າງທີ່ Meta ເພີ່ມເຂົ້າມາແມ່ນ:

1. Dating Assisstant (ຜູ້ຊ່ວຍເດດ):
ຄືກັບມີຜູ້ຊ່ວຍສ່ວນຕົວທີ່ໃຊ້ AI ຊ່ວຍທ່ານຊອກຫາຄົນທີ່ທ່ານຕ້ອງການ.
ຄົ້ນຫາແບບລະອຽດ: ທ່ານສາມາດພິມບອກ AI ໄດ້ວ່າຢາກໄດ້ຄູ່ແບບໃດ ເຊັ່ນ: “ນັກຂ່າວຜູ້ຍິງຢູ່ນະຄອນຫລວງວຽງຈັນ” ຫຼື “ຜູ້ຊາຍທີ່ມັກຍ່າງປ່າ ແລະ ອາຍຸບໍ່ເກີນ 30 ປີ” ຫຼືອື່ນໆ.​
ປັບປຸງໂປຣໄຟລ໌: ໃຫ້ AI ຊ່ວຍແນະນຳວິທີຂຽນໂປຣໄຟລ໌ຂອງທ່ານໃຫ້ ດຶງດູດໃຈ ຂຶ້ນ.
ແນະນຳແນວຄິດອອກເດດ: ໃຫ້ AI ຊ່ວຍສະເໜີ ແນວຄິດໃນການນັດພົບ ທີ່ໜ້າສົນໃຈ.

ADB ທຳນາຍເສດຖະກິດລາວຈະເຕີບໂຕ 3,7% ໃນປີ 2025

ນະຄອນຫຼວງວຽງຈັນ, ສປປ ລາວ (30 ກັນຍາ 2025) — ທະນາຄານພັດທະນາ ອາຊີ ຫຼື ADB ລາຍງານໃຫ້ຮູ້ວ່າ ຂະແໜງການບໍລິການ ຍັງຄົງເປັນຕົວຂັບເຄື່ອນຫຼັກຂອງການເຕີບໂຕ ຢູ່ ສປປ ລາວ ສໍາລັບປີ 2025, ໂດຍຄາດວ່າຂະແໜງດັ່ງກ່າວຈະຂະຫຍາຍຕົວ 4.5%, ອີງຕາມລາຍງານສະບັບໃໝ່ຂອງ Asian Development Bank (ADB).

ຂະແໜງການທ່ອງທ່ຽວໄດ້ຟື້ນຕົວຢ່າງແຂງແຮງ ດ້ວຍຈໍານວນນັກທ່ອງທ່ຽວ 2.3 ລ້ານຄົນໃນໄລຍະເຄຶ່ງປີທໍາອິດ, ສະທ້ອນເຖິງການເຊື່ອມຕໍ່ພາກພື້ນທີ່ດີຂຶ້ນ ແລະ ການຕະຫຼາດທີ່ມີເປົ້າໝາຍ. ການທ່ອງທ່ຽວໄດ້ຊຸກດັນການຄ້າປີກ, ການບໍລິການທີ່ພັກ, ແລະ ການຂົນສົ່ງ.

ຂະແໜງອຸດສາຫະກໍາຂອງ ສປປ ລາວ ຄາດວ່າຈະເຕີບໂຕ 3.6% ໃນປີ 2025, ໂດຍໄດ້ຮັບການສະໜັບສະໜູນຈາກຜົນກໍາໄລໃນຂະແໜງພະລັງງານ ແລະ ການຜະລິດ, ອີງຕາມລາຍງານ Asian Development Outlook (ADO) September 2025 ທີ່ເປັນລາຍງານຫຼັກຂອງ ADB.

ການຜະລິດໄຟຟ້າເພີ່ມຂຶ້ນ 3.2% ໃນໄລຍະເຄຶ່ງປີທໍາອິດ ຂອງປີ 2025 ແລະ ຄາດວ່າຈະຂະຫຍາຍຕົວ 6.5% ສໍາລັບປີນີ້.

ຂະແໜງກະສິກໍາຄາດວ່າຈະຂະຫຍາຍຕົວເລັກນ້ອຍ 1.3% ໃນປີ 2025, ໄດ້ຮັບການສະໜັບສະໜູນຈາກສະພາບອາກາດທີ່ເອື້ອອໍານວຍ.

ADB ໄດ້ປັບປຸງການຄາດຄະເນການເຕີບໂຕ ແລະ ອັດຕາເງິນເຟີ້ສໍາລັບປີ 2025 ເນື່ອງຈາກສິ່ງທ້າທາຍທາງດ້ານເສດຖະກິດທີ່ຍັງດໍາເນີນຢູ່ ແລະ ແຮງກົດດັນດ້ານເງິນເຟີ້ທີ່ຫຼຸດລົງ. ໃນຂະນະທີ່ການຫຼຸດລົງຂອງເງິນເຟີ້ ບັນເທົາບາງຢ່າງ, ຄວາມເຄັ່ງຕຶງທາງດ້ານການຄ້າ ແລະ ຂໍ້ຈໍາກັດດ້ານງົບປະມານອາດຈະເຮັດໃຫ້ການຟື້ນຕົວຊ້າລົງຫຼາຍກວ່າທີ່ຄາດໄວ້. ການຄາດຄະເນການເຕີບໂຕສໍາລັບ ສປປ ລາວ ໄດ້ຖືກປັບລົງເປັນ 3.7% ສໍາລັບປີ 2025 ແລະ 3.8% ສໍາລັບປີ 2026, ຕົ້ນຕໍແມ່ນເນື່ອງຈາກຄວາມອ່ອນແອດ້ານໜີ້ສິນ, ຄວາມຕ້ອງການທີ່ຫຼຸດລົງ, ແລະ ພາສີສີນຄ້າ.

“ເຖິງວ່າຈະມີສິ່ງທ້າທາຍ, ADB ມີຄວາມໝັ້ນໃຈກ່ຽວກັບທ່າແຮງການເຕີບໂຕຂອງ ສປປ ລາວ. ຄວາມພະຍາຍາມຂອງລັດຖະບານໃນການຄຸ້ມຄອງໜີ້ສິນ ແລະ ສ້າງສະຖຽນລະພາບເສດຖະກິດແມ່ນສົມຄວນໄດ້ຮັບການຍ້ອງຍໍ. ADB ຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການບັນລຸການພັດທະນາແບບຍືນຍົງ,” ນາງ Shanny Campbell, ຜູ້ອໍານວຍການປະຈໍາປະເທດຂອງ ADB ປະຈໍາ ສປປ ລາວ ກ່າວ.

ການເກັບລາຍຮັບມີການປັບປຸງ, ບັນລຸໄດ້ 93% ຂອງເປົ້າໝາຍໃນເຄຶ່ງປີທໍາອິດ. ແຮງກົດດັນດ້ານເງິນເຟີ້ໄດ້ຫຼຸດລົງຢ່າງຫຼວງຫຼາຍໃນປີ 2025, ໂດຍເງິນເຟີ້ຫຼຸດລົງເປັນ 5.0% ໃນເດືອນສິງຫາ ຈາກ 11.1% ໃນເດືອນເມສາ. ເງິນເຟີ້ດ້ານອາຫານຫຼຸດລົງຢ່າງຫຼວງຫຼາຍເປັນ 3.1% ຈາກ 24.3% ໃນເດືອນສິງຫາ 2024, ໃນຂະນະທີ່ເງິນເຟີ້ສິນຄ້າອື່ນ ທີ່ບໍ່ແມ່ນອາຫານຍັງຄົງສູງຢູ່.

ທະນາຄານ ແຫ່ງ ສປປ ລາວ ໄດ້ຫຼຸດອັດຕາດອກເບ້ຍນະໂຍບາຍຈາກ 10% ໃນເດືອນມີນາ ເປັນ 9.0% ໃນເດືອນສິງຫາ, ເປັນການຫຼຸດລົງຄັ້ງທີສາມຂອງປີນີ້. ອັດຕາແລກປ່ຽນມີຄວາມໝັ້ນຄົງ, ໂດຍເງິນກີບແຂງຄ່າຂຶ້ນ 0.5% ທຽບກັບໂດລາສະຫະລັດ ໃນຂະນະທີ່ອ່ອນຄ່າລົງ 6.0% ທຽບກັບເງິນບາດໄທ. ທຶນສໍາຮອງຕ່າງປະເທດເພີ່ມຂຶ້ນເປັນ 2.7 ຕື້ໂດລາ ໃນເດືອນສິງຫາ 2025 ຈາກ 2.1 ຕື້ໂດລາ ໃນເດືອນທັນວາ 2024, ໃຫ້ການຄຸ້ມຄອງການນໍາເຂົ້າໄດ້ 3.1 ເດືອນ.

ADB ແມ່ນທະນາຄານພັດທະນາຫຼາຍຝ່າຍຊັ້ນນໍາທີ່ສະໜັບສະໜູນການເຕີບໂຕແບບລວມທຸກຄົນ, ທົນທານ ແລະ ຍືນຍົງໃນທົ່ວເອເຊຍ ແລະ ປາຊີຟິກ. ການເຮັດວຽກຮ່ວມກັບສະມາຊິກ ແລະ ຄູ່ຮ່ວມງານເພື່ອແກ້ໄຂສິ່ງທ້າທາຍທີ່ສັບສົນຮ່ວມກັນ, ADB ໃຊ້ເຄື່ອງມືການເງິນທີ່ມີນະວັດຕະກໍາ ແລະ ການຮ່ວມມືທາງຍຸດທະສາດເພື່ອປ່ຽນແປງຊີວິດ, ສ້າງໂຄງສ້າງພື້ນຖານທີ່ມີຄຸນນະພາບ, ແລະ ປົກປ້ອງໂລກຂອງພວກເຮົາ.

ຄຳມ່ວນ ຍັງເຫຼືອຜູ້ທຸກຍາກ 11.553 ຄອບຄົວ ຫລຸດລົງຈາກ 21.256 ຄອບຄົວ ໃນປີ 2021

ປັດຈຸບັນແຂວງຄຳມ່ວນ ມີຄອບຄົວທຸກຍາກຫລຸດລົງຈາກ 21.256 ຄອບຄົວ ໃນປີ 2021 ຍັງເຫລືອ 11.553 ຄອບຄົວ ໃນປີ 2025, ມີຄອບຄົວພົ້ນທຸກ 73.380 ຄອບຄົວ, ຄອບຄົວພັດທະນາມີ 61.549 ຄອບຄົວ; ບ້ານພົ້ນທຸກ 480 ບ້ານ, ບ້ານທຸກຍາກຈາກ 232 ບ້ານ ຍັງເຫລືອ 90 ບ້ານ, ເມືອງພົ້ນທຸກເພີ່ມຂຶ້ນຈາກ 2 ເມືອງ ມາເປັນ 7 ເມືອງ, ຍັງເຫລືອເມືອງທຸກຍາກ 3 ເມືອງ.

ຕະຫລອດໄລຍະຜ່ານມາ ຄະນະພັກ-ຄະນະນໍາຂອງແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະ ການແກ້ໄຂ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຢູ່ຊົນນະບົດ ໄດ້ຮັບການປົວແປງໃຫ້ດີຂຶ້ນຢ່າງຈະແຈ້ງ ເພື່ອບັນລຸຕາມມາດຕະຖານພົ້ນທຸກຕາມດໍາລັດ 348/ລບ ແລະ ບົດແນະນໍາ 0830 ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ແຂວງໄດ້ຊອກຫາແຫລ່ງທຶນຈາກພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ, ການມີສ່ວນຮ່ວມຢ່າງຕັ້ງໜ້າຂອງສັງຄົມ ອັນພົ້ນເດັ່ນແມ່ນອົງການປົກຄອງແຂວງ ໄດ້ຈັດສັນງົບປະມານເກີນແຜນຂອງແຂວງຫລາຍກວ່າ 78 ຕື້ກີບ ເຂົ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໂດຍກົງ ດ້ວຍການປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງ ຢູ່ເຂດຊົນນະບົດ ເປັນຕົ້ນ: ການກໍ່ສ້າງທາງ, ໂຮງຮຽນ, ສຸກສາລາ, ນໍ້າສະອາດ, ລະບົບຊົນລະປະທານ.

ນອກຈາກນີ້, ຍັງໄດ້ລົງທຶນເຂົ້າໃນການກໍ່ສ້າງທາງປູຢາງ 2 ຊັ້ນ ເຊື່ອມຕໍ່ ລະຫວ່າງເມືອງຕໍ່ເມືອງ ເຮັດໃຫ້ການພັດທະນາ ລະຫວ່າງຕົວເມືອງ ແລະ ຊົນນະບົດຫຍັບເຂົ້າໃກ້ກັນ.

ທີ່ມາ: ຂປລ

ໄທ ມອບເຮືອກູ້ຊີບໃຫ້ ລາວ ລວມມູນຄ່າກວ່າ 3ແສນບາດ

ໃນວັນທີ 29 ສິງຫາ 2025​ ທີ່ຜ່ານມາ ໄດ້ມີພິທີມອບ-ຮັບເຮືອກູ້ໄພ​ ເພື່ອຊ່ວຍເຫຼືອໄພນໍ້າຖ້ວມ ເນື່ອງໂອກາດຄົບຮອບ 75 ປີ​ ສາຍພົວພັນທາງການທູດ​ ລະຫວ່າງ ຣາຊະອານາຈັກໄທ ແລະ ສປປ ລາວ.​

ກ່າວມອບໂດຍ ທ່ານ ນາງ ມໍຣະກົດ ສີສະຫວັດ, ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະກ່າວຮັບໂດຍ ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ, ເພື່ອນຳໃຊ້ເຂົ້າໃນວຽກງານບັນເທົາໄພພິບັດ ຢູ່ ສປປ ລາວ.​

ປະເພດເຮືອທີ່ນຳມາມອບ ແມ່ນເຮືອທ້ອງແບນໄຟເບີ້ກລາດ ຂະໜາດ 17 ຟຸດ, ພ້ອມດ້ວຍເຄື່ອງຈັກຂະໜາດ 40 ແຮງມ້າ ແລະ ເຄື່ອງລາກເຮືອ ຈຳນວນ 1 ຊຸດ. ມູນຄ່າລວມຂອງການມອບຄັ້ງນີ້ແມ່ນ 380,798 ບາດ.

ໃນພິທີ, ທ່ານ ນາງ ມໍຣະກົດ ສີສະຫວັດ ໄດ້ກ່າວເນັ້ນເຖິງຄວາມຜູກພັນອັນແໜ້ນແຟ້ນລະຫວ່າງປະຊາຊົນສອງຊາດ ແລະ ຄວາມມຸ່ງໝັ້ນຂອງລັດຖະບານໄທທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນວຽກງານປ້ອງກັນ ແລະ ບັນເທົາໄພພິບັດຕ່າງໆ.

ໃນຂະນະດຽວກັນ, ທ່ານ ໂພໄຊ ໄຊຍະສອນ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າດັ່ງກ່າວ, ເຊິ່ງຈະເປັນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນວຽກງານຕອບໂຕສຸກເສີນໄພພິບັດ​ ແລະ ການຊ່ວຍເຫຼືອປະຊາຊົນທີ່ປະສົບໄພນໍ້າຖ້ວມໃນປີນີ້ ແລະ ຕໍ່ໄປ. ພ້ອມທັງໄດ້ຢືນຢັນເຖິງການເປັນຄູ່ຮ່ວມມືຍຸດທະສາດເພື່ອການພັດທະນາແບບຍືນຍົງ ແລະ ການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີໃຫ້ໝັ້ນຄົງຕະຫຼອດໄປ.

ທີ່ມາ: ຂ່າວສານຮສສ

ພາຍຸບົວລອຍພັດເຂົ້າຫວຽດນາມເຮັດໃຫ້ມີຜູ້ເສຍຊີວິດແລ້ວ 6 ຄົນ

ອີງຕາມຂ່າວຈາກຫວຽດນາມ: ເຊົ້າມືດຂອງວັນທີ 29 ກັນຍາ, ພາຍຸໄຕ້ຝຸ່ນ “ບົວລອຍ” (ຫົວທີ 20 ປະຈຳປີ​ 2025) ໄດ້ພັດຂຶ້ນຝັ່ງປະເທດຫວຽດນາມແລ້ວ ໂດຍມີຄວາມຮຸນແຮງສູງ, ສົ່ງຜົນໃຫ້ເກີດຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ.

ຕາມລາຍງານຫຼ້າສຸດ, ພາຍຸ “ບົວລອຍ” ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບຫຼາຍລາຍ​ ໃນຂະນະທີ່ກຳລັງປະຕິບັດໜ້າທີ່ຮັບມືກັບພາຍຸ.

ພາຍຸ “ບົວລອຍ” ໄດ້ພັດຂຶ້ນຝັ່ງໃນເວລາປະມານ 01:00 ໂມງ ຂອງວັນທີ 29 ກັນຍາ, ໂດຍມີລົມພັດແຮງເຖິງ 130-149 ກິໂລແມັດຕໍ່ຊົ່ວໂມງ ແລະ ຄື້ນໃນທະເລສູງເຖິງ 5-6 ແມັດ. ຈຸດທີ່ພາຍຸພັດຂຶ້ນຝັ່ງໂດຍກົງແມ່ນບໍລິເວນແຂວງ ເຫງະອານ (Nghệ An) ແລະ ຮ່າຕິ໋ງ (Hà Tĩnh), ເຊິ່ງເປັນເຂດພາກກາງຕອນເໜືອຂອງຫວຽດນາມ. ອິດທິພົນຂອງພາຍຸໄດ້ເຮັດໃຫ້ເກີດມີຝົນຕົກໜັກເຖິງໜັກຫຼາຍໃນບໍລິເວນພາກກາງ ແລະ ພາກເໜືອຂອງປະເທດ.

ນອກຈາກລົມແຮງ ແລະ ຝົນຕົກໜັກແລ້ວ, ອິດທິພົນຂອງພາຍຸຍັງໄດ້ເຮັດໃຫ້ເກີດມີ ພາຍຸທໍນາໂດ ພັດຜ່ານຫຼາຍຕາແສງໃນແຂວງ ນິງບິ່ງ (Ninh Bình) ໃນຊ່ວງເວລາປະມານ 03:00-05:00 ໂມງ, ສ້າງຄວາມເສຍຫາຍຢ່າງຮຸນແຮງຕໍ່ບ້ານເຮືອນ ແລະ ຊັບສິນຂອງປະຊາຊົນໃນເຂດດັ່ງກ່າວ.

ລາຍງານໃນປັດຈຸບັນລະບຸວ່າ ຕຳແໜ່ງຂອງພາຍຸ “ບົວລອຍ” ໄດ້ເຄື່ອນຕົວເຂົ້າສູ່ເຂດປະເທດລາວແລ້ວ ຫຼັງຈາກອ່ອນກຳລັງລົງ, ເຊິ່ງຍັງຄົງເຮັດໃຫ້ມີຝົນຕົກໜັກໃນພາກກາງ ແລະ ພາກເໜືອຂອງຫວຽດນາມ ແລະ ຈະສົ່ງຜົນກະທົບຕໍ່ສະພາບອາກາດໃນ ສປປ ລາວ ຕໍ່ໄປ.

ທາງການຫວຽດນາມໄດ້ສັ່ງໃຫ້ມີການອົບພະຍົບປະຊາຊົນ ແລະ ກຽມພ້ອມຮັບມືກັບສະພາບນໍ້າຖ້ວມຊຸ ແລະ ດິນເຈື່ອນທີ່ອາດຈະເກີດຂຶ້ນຕາມມາ.

📰ທີ່ມາ: Vietnam News.vn, VN Express.

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ

ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ” ຈຶ່ງກາຍເປັນຈຸດໝາຍສໍາຄັນທີ່ຄົນຂັບລົດ EV ຕ້ອງຮູ້ຈັກ!

“BlueDot Charger” ແມ່ນສະຖານີສາກລົດໄຟຟ້າ ທີ່ເປັນອີກໜຶ່ງທຸລະກິດສໍາຄັນຢູ່ໃນເຄື່ອຂອງ “ບໍລິສັດລາວທານີ” ເຊິ່ງເປັນບໍລິສັດຂະໜາດໃຫຍ່ໃນປະເທດ ເປັນຕົວແທນຈໍາໜ່າຍ ລົດຍົນຍີ່ຫໍ້ TOYOTA ທີ່ທຸກຄົນຮູ້ຈັກກັນດີໃນຊື່ “ໂຕໂຢຕ້າ ລາວທານີ” ແລະ ຍັງໄດ້ນໍາເຂົ້າລົດຍົນ ປະເພດອື່ນໆ. ນອກນີ້, ຍັງມີລົດກົນຈັກໜັກ ທີ່ຕອບໂຈດວຽກງານກະສິກໍາ, ກໍ່ສ້າງ ແລະ ຂຸດຄົ້ນບໍ່ແຮ່. ພ້ອມທັງ, ຍັງມີສິນຄ້າ ປະເພດອາໄຫຼ່ ແລະ ອຸປະກອນໃນສ່ວນຂອງ Aftermarket ທີ່ພ້ອມໃຫ້ບໍລິການ.

ຕາມທີ່ທຸກຄົນຮູ້, ພະລັງງານເຊື້ອໄຟເປັນສິ່ງສໍາຄັນໃນການເປັນຢູ່ ລວມເຖິງການຂົນສົ່ງ ແລະ ທົ່ວໂລກຫັນມາໃຫ້ຄວາມສໍາຄັນກັບພະລັງງານສະອາດ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ສາມາດຜະລິດໄດ້ພາຍໃນປະເທດ, ທາງພາກລັດເອງກໍໄດ້ມີການສົ່ງເສີມໃຫ້ມີການນໍາໃຊ້ລົດໄຟຟ້າຫຼາຍຂຶ້ນ ແລະ ໃນຈຸດນີ້ເອງ ລາວທານີ ເຫັນເຖິງຄວາມສໍາຄັນວ່າ ການນໍາໃຊ້ລົດໄຟຟ້າບໍ່ຄວນມີຂໍ້ຈໍາກັດ ໃນດ້ານການເດີນທາງ.

ດັ່ງນັ້ນ, ທາງ ລາວທານີ ຈຶ່ງໄດ້ສຶກສາຄວາມເປັນໄປໄດ້ໃນສະຖານີສາກຄວາມໄວສູງແບບຄົບວົງຈອນ ໂດຍເນັ້ນເຖິງຄວາມປອດໄພສູງສຸດຂອງລູກຄ້າ ແລະ ໃນປີ 2022 ຈຶ່ງໄດ້ລົງທຶນຂະຫຍາຍສະຖານີສາກລົດໄຟຟ້າ ພາຍໃຕ້ແບລນ “BlueDot Charger” ທີ່ມີເປົ້າໝາຍໃຫ້ BlueDot ເປັນຈຸດສີຟ້າ ທີ່ເຊື່ອມຕໍ່ທຸກການເດີນທາງ ເພື່ອໃຫ້ຄົນລາວ ແລະ ນັກທ່ອງທ່ຽວຕ່າງປະເທດ ທີ່ເດີນທາງດ້ວຍລົດໄຟຟ້າໄດ້ຢ່າງໜັ້ນໃຈ ເພາະ BlueDot ມີສະຖານີສາກທີ່ຄອບຄຸມຫຼາຍກວ່າ 40 ຈຸດ (ມີຫົວສາກຫຼາຍກວ່າ 120 ຫົວ) ແລະ ຍັງມີແຜນຂະຫຍາຍອີກ ເພື່ອໃຫ້ຄອບຄຸມທົ່ວປະເທດລາວ.

ຄຽງຄູ່ກັນນັ້ນ, ຍັງໄດ້ຍຶດໝັ້ນເອົາເລື່ອງຄຸນນະພາບຄວາມປອດໄພເປັນຫຼັກ ເພື່ອຫຼຸດຜ່ອນຄວາມສ່ຽງ ຂອງອັນຕະລາຍທີ່ອາດຈະເກີດຂຶ້ນກ່ຽວກັບລະບົບໄຟຟ້າ, ລາວທານີ ຈຶ່ງໄດ້ມີທີມງານທີ່ຜ່ານການຝຶກອົບຮົມຈາກຕ່າງປະເທດ ລວມເຖິງເຄື່ອງມືພິເສດໃນການກວດເຊັກຕູ້ສາກ ແບບ AC ແລະ DC ທີ່ມີພຽງ 2 ເຄື່ອງໃນປະເທດລາວ. ພ້ອມທັງຍັງມີທີມງານໃຫ້ຄໍາປຶກສາ ແລະ ແກ້ໄຂບັນຫາໃຫ້ລູກຄ້າ 24 ຊົ່ວໂມງ ເພື່ອສ້າງຄວາມໝັ້ນໃຈວ່າ ລູກຄ້າທຸກໆຄົນຈະໄດ້ຮັບການບໍລິການທີ່ດີທີສຸດ ຈາກ BlueDot ຫຼື ລາວທານີ ນັ້ນເອງ.

ສຳລັບຂໍ້ມູນເພີ່ມເຕີມຕິດຕໍ່ຫາ:
📞ເບີໂທລະສັບ: 020 5737 8222
☎️ 020 5738 8222
ເຟສບຸກເພຈ: Blue Dot Charger-ບຼູດອດ ຊາດເຈີ້

ທ່ານສາມາດດາວໂຫຼດແອັບພິເຄຊັ້ນເພື່ອເບິ່ງສະຖານີ EV Station Pluz Blue Dot ໄດ້ທີ່:
Android: Link
IOS: Link

MINISTRY OF TOURISM, ARTS AND CULTURE MOTAC to host World Tourism Day & World Tourism Conference 2025 in 27-29 September

Ministry of Tourism, Arts and Culture Malaysia (MOTAC), in collaboration with UN Tourism and the Malacca State Government, will host the World Tourism Day (WTD) and World Tourism Conference (WTC) 2025 from 27 to 29 September 2025 in Malacca, Malaysia.

With the theme “Tourism & Sustainable Transformation”, this event aligns with the principles of Malaysia Madani, reflecting a national aspiration towards balanced development, environmental stewardship, and cultural preservation.

The conference aims to strengthen collective commitment to fostering sustainable and resilient tourism while enhancing regional cooperation and international collaboration.

The conference will be officiated by YAB Dato’ Sri Haji Fadillah bin Haji Yusof, Deputy Prime Minister of Malaysia, with welcoming remarks by Zurab Pololikashvili, Secretary-General of UN Tourism, and opening remarks delivered by YB Dato’ Sri Tiong King Sing, Minister of Tourism, Arts and Culture Malaysia.

MOTAC has invited country representatives from the UN Tourism Secretariat, speakers, industry experts and media from local to international levels to attend WTD and WTC.

Conference Topics and LocationThe event will foster discussions on various topics ranging from cross-sector collaboration, artificial intelligence and community empowerment, to navigating how sustainable growth can be achieved while safeguarding culture, conserving nature, and supporting global climate goals. MOTAC believes these relevant topics align with Malaysia MADANI values of sustainability, innovation and respect for cultural diversity.

Malacca has been chosen as the location for the WTC due to its renowned effectiveness in promoting culture and preserving heritage while balancing economic transformation with equity, ensuring long-term sustainable benefits for destinations, local communities, and travellers alike.

Technical visits will be conducted, including Dutch and heritage trails, Rasa-rasa Malacca culinary experiences, and Eco Cruise Malacca, offering partners and delegates comprehensive insights into Malacca’s rich history, heritage and culture.Concurrent Events and Public ParticipationIn conjunction, there will be a Visit Malaysia 2026 launching officiated by YAB Dato’ Sri Anwar Ibrahim, Prime Minister of Malaysia on 27th September 2025 at Encore, Melaka.

There are various WTD pocket events such as:

• Pameran Erique de Melacca

• Pameran Seni Warisan Kebudayaan Tidak Ketara

• Karnival WTD

• Pesta Konda Kondi

• Pesta Kopi and Kamu

• Larian Warisan

• Festival Layang-layang Antarabangsa

• Karnival Usahawan Negeri Melaka

• Visit Malaysia Travel Meet (VMTM)

• Tarian Zapin

These events are open to the public starting from 20th to 28th September. MOTAC encourages the public to take initiative and actively participate in cultural preservation and tourism transformation.Anticipated Impact and Future CommitmentMOTAC anticipates that the organization of WTD and WTC 2025 will significantly elevate Malacca’s international profile, not only as a UNESCO World Heritage Site but also as a model destination for sustainable tourism practices.

This landmark event underscores Malaysia’s commitment to positioning culture as a catalyst for sustainable development, socio-economic progress, and deeper international engagement. Anchored in the principles of Malaysia Madani, MOTAC will continue to champion tourism that celebrates heritage, inclusivity, and environmental stewardship, while fostering regional resilience and global cooperation for the shared prosperity of communities and the tourism sector alike.

MOTAC is committed to leveraging this event to set the stage for Visit Malaysia 2026, positioning Malaysia as a welcoming, innovative and forward-thinking hub in sustainable tourism and innovation.

ນັກບູຮານຄະດີເອຢິບ ຄົ້ນພົບໄຫນ້ຳເຜິ້ງໃນສຸສານອາຍຸຫຼາຍກວ່າ 3000ພັນ ຍັງສາມາດກິນໄດ້ຢ່າງປອດໄພ

ນັກບູຮານຄະດີໃນເອຢິບໄດ້ຄົ້ນພົບໄຫນໍ້າເຜິ້ງທີ່ຖືກເກັບໄວ້ໃນສຸສານອາຍຸຫຼາຍກວ່າ 3,000 ປີ ແລະ ທີ່ໜ້າສົນໃຈກໍຄືນໍ້າເຜິ້ງເຫຼົ່ານີ້ຍັງຄົງກິນໄດ້ປົກກະຕິຢ່າງປອດໄພ.

ສິ່ງທີ່ເກີດຂຶ້ນໄດ້ ເພາະນໍ້າເຜິ້ງມີຄຸນສົມບັດພິເສດທາງເຄມີໄດ້ແກ່ ປະລິມານນໍ້າຕໍ່າ ມີຄວາມເປັນກົດສູງ ແລະ ມີສານຕ້ານແບັກທີເຣຍຕາມທໍາມະຊາດ ເຮັດໃຫ້ເຊື້ອໂລກ ຫຼື ເຊື້ອລາບໍ່ສາມາດຈະເລີນເຕີບໂຕໄດ້ເລີຍ ສົ່ງຜົນໃຫ້ນໍ້າເຜິ້ງມີອາຍຸການເກັບຮັກສາຍາວນານເກືອບບໍ່ມີວັນໝົດອາຍຸ.

ສໍາລັບຊາວເອຢິບບູຮານ ນໍ້າເຜິ້ງບໍ່ໄດ້ເປັນພຽງອາຫານເທົ່ານັ້ນ ແຕ່ຍັງໃຊ້ເປັນຢາຮັກສາພະຍາດ ແລະ ເປັນສິ່ງສັກສິດທີ່ຖືກນໍາໄປບັນຈຸໃນສຸສານ ເພື່ອໃຊ້ໃນຊີວິດຫຼັງຄວາມຕາຍ ເພາະພວກເຂົາເຊື່ອວ່ານໍ້າເຜິ້ງເປັນຂອງມີຄ່າຫຼາຍພໍທີ່ຈະຕິດຕົວໄປສູ່ອີກໂລກໜຶ່ງໄດ້.

ຈົນເຖິງປັດຈຸບັນ ນໍ້າເຜິ້ງຍັງຄົງເປັນໜຶ່ງໃນອາຫານທໍາມະຊາດທີ່ມະຫັດສະຈັນ ແລະ ຍືນຍາວທີ່ສຸດຂອງມະນຸດ. ການໃຊ້ນໍ້າເຜິ້ງໃນເອຢິບບູຮານແມ່ນໄດ້ໃຊ້ທາແຜຮັກສາການຕິດເຊື້ອ ໃຊ້ໃນພິທີກໍາ ສາສະໜາ ແລະ ຍັງຖືກເບິ່ງວ່າເປັນຂອງຂວັນຈາກພະເຈົ້າທີ່ມອບໃຫ້. ຄວາມໜ້າສົນໃຈໃນປັດຈຸບັນນັກວິທະຍາສາດຍັງຄົງສຶກສາຄວາມສາມາດຕ້ານຈຸລະຊີບຂອງນໍ້າເຜິ້ງເຊັ່ນ ນໍ້າເຜິ້ງ Manuka ທີ່ຖືກໃຊ້ເປັນຢາສະໝຸນໄພ ແລະ ການແພດສະໄໝໃໝ່.

ທີ່ມາ: Did you know?