Home Blog Page 76

ສ.ເກົາຫຼີ ກິນໝີ່ສຳເລັດຮູບ ຕໍ່ຫົວຄົນ ເປັນອັນດັບ 2 ຂອງໂລກ ຮອງຈາກຫວຽດນາມ

ສະມາຄົມໝີ່ສຳເລັດຮູບໂລກ (World Instant Noodles Association: WINA) ເຊິ່ງມີສຳນັກງານໃຫຍ່ຢູ່ເມືອງໂອຊາກາ ປະເທດຍີ່ປຸ່ນ ໄດ້ເຜີຍຜົນສຳຫຼວດການບໍລິໂພກໝີ່ສຳເລັດຮູບທົ່ວໂລກປະຈຳປີ 2024 ໂດຍພົບວ່າ ສ.ເກົາຫລີ ຄອງອັນດັບ 2 ຂອງໂລກໃນການບໍລິໂພກໝີ່ສຳເລັດຮູບ ຮອງຈາກຫວຽດນາມ.

ລາຍງານລະບຸວ່າ ຫວຽດນາມ ທີ່ມີປະຊາກອນປະມານ 100 ລ້ານຄົນ ບໍລິໂພກໝີ່ສຳເລັດຮູບຫຼາຍທີ່ສຸດໃນໂລກ ຈຳນວນ 8.14 ພັນລ້ານຫໍ່ ຫຼື ສະເລ່ຍຄົນລະ 81 ຫໍ່ຕໍ່ປີ ໃນຂະນະທີ່ ສ.ເກົາຫລີ ມີການບໍລິໂພກໝີ່ສຳເລັດ ທັງໝົດ 4.1 ພັນລ້ານຫໍ່ ຫຼື ສະເລ່ຍຄົນລະ 79.2 ຫໍ່ຕໍ່ປີ.

ພ້ອມກັນນັ້ນ WINA ຍັງລະບຸອີກວ່າ ການບໍລິໂພກໝີ່ສຳເລັດຮູບທົ່ວໂລກໃນປີ 2024 ເພີ່ມຂຶ້ນ 2.4% ຈາກປີກ່ອນ ລວມກວ່າ 123.07 ພັນລ້ານຫໍ່ທົ່ວໂລກ ໂດຍປັດໃຈຫຼັກມາຈາກສະພາບເສດຖະກິດ ແລະ ຄ່າຄອງຊີບທີ່ສູງຂຶ້ນ ເຮັດໃຫ້ຜູ້ບໍລິໂພກເບິ່ງຫາທາງເລືອກອາຫານທີ່ລາຄາຖືກ ແລະ ສະດວກສະບາຍ.

ນອກເຫນືອຈາກນັ້ນ ປາກົດການ K-pop ແລະ K-food ກໍ່ມີຜົນໃຫ້ຄວາມນິຍົມໃນ “ໝີ່ສຳເລັດຮູບ” ຂອງ ສ.ເກົາຫລີ ເພີ່ມຂຶ້ນທົ່ວໂລກ ໂດຍບໍລິສັດ Nongshim ຜູ້ຜະລິດ “Shin Ramyun” ແລະ Samyang Foods ເຈົ້າຂອງໝີ່ສຳເລັດຮູບລົດຊາດເຜັດ “Buldak” ຕ່າງລາຍງານວ່າຍອດຂາຍເພີ່ມຂຶ້ນຢ່າງຕໍ່ເນື່ອງ.

Samyang Foods ເປີດເຜີຍໃນທ້າຍເດືອນກັນຍາທີ່ຜ່ານມາວ່າ ຍອດຂາຍສະສົມຂອງ “Buldak Bokkeum Myun” ທະລຸ 8 ພັນລ້ານຫໍ່ທົ່ວໂລກ ໃນຂະນະທີ່ຂໍ້ມູນຈາກ Korea Agro-Fisheries & Food Trade Corporation (aT) ລະບຸວ່າ ການສົ່ງອອກໝີ່ສຳເລັດຮູບຂອງ ສ.ເກົາຫລີ ຈາກເດືອນມັງກອນເຖິງເດືອນກັນຍາ ປີນີ້ ເພີ່ມຂຶ້ນຮອດ 24.7% ຫຼື ຄິດເປັນມູນຄ່າ 1.6 ລ້ານລ້ານວອນ (ປະມານ 1.1 ພັນລ້ານໂດລາອາເມຣິກາ).

ທີ່ມາຈາກ: Korea JoongAng Daily

ທະນາຄານໂລກເຕືອນນັກສຶກສາຈົບໃໝ່ ໃນອາຊີ ກຳລັງປະສົບບັນຫາຊອກເຮັດວຽກທີ່ດີ

ສຳນັກຂ່າວ AFP ລາຍງານຈາກນະຄອນ ຈາກາຕາ ປະເທດອິນໂດເນເຊຍ ໃນວັນທີ 8 ຕຸລາ 2025 ວ່າລາຍງານເສດຖະກິດຂອງພາກພື້ນທີ່ເຜີຍແຜ່ໂດຍທະນາຄານໂລກ ໃນວັນທີ 7 ຕຸລາ ໄດ້ລະບຸວ່າ ຄົນໜຸ່ມສາວໃນ ສປ ຈີນ ແລະ ອິນໂດເນເຊຍ ປະມານ 1 ໃນ 7 ຄົນ ກຳລັງຕົກຢູ່ໃນສະຖານະວ່າງງານ ແລະ ສັດສ່ວນຂອງປະຊາກອນທີ່ສ່ຽງຕໍ່ການ ຕົກຢູ່ໃນຄວາມທຸກຍາກ ມີຈຳນວນສູງກວ່າຊົນຊັ້ນກາງໃນປະເທດສ່ວນໃຫຍ່.

ລາຍງານໄດ້ກ່າວຕໍ່ວ່າ ໂດຍທົ່ວໄປແລ້ວ ອັດຕາການຈ້າງງານຢູ່ໃນລະດັບສູງ ແຕ່ຄົນໜຸ່ມສາວຍັງຄົງຕ້ອງຕໍ່ສູ້ເພື່ອຫາວຽກເຮັດ, ໃນຂະນະທີ່ຜູ້ຫາວຽກກໍສາມາດໄດ້ວຽກ ແຕ່ຢ່າງໃດກໍຕາມ ປະຊາຊົນຈຳນວນຫຼາຍໃນພາກພື້ນກຳລັງເຮັດວຽກທີ່ມີຜົນຜະລິດຕ່ຳ ຫຼື ວຽກນອກລະບົບ.

ໃນກຸ່ມປະເທດໃນພາກພື້ນປາຊິຟິກ ອັດຕາການມີສ່ວນຮ່ວມໃນກຳລັງແຮງງານຂອງແມ່ຍິງ ໃນອິນໂດເນເຊຍ, ມາເລເຊຍ ແລະ ຟິລິບປິນ ຍັງມີຊ່ອງວ່າງປະມານ 15% ເມື່ອທຽບກັບຜູ້ຊາຍ.

ອັດຕາການວ່າງງານໃນກຸ່ມອາຍຸ 15-24 ປີ ມີສູງກວ່າ 10% ໃນປະເທດຕ່າງໆ ເຊັ່ນ ມົງໂກເລຍ, ອິນໂດເນເຊຍ ແລະ ສ.ປ ຈີນ ສ່ວນອັດຕາການວ່າງງານໃນກຸ່ມໄວແຮງງານຫຼັກ 25-54 ປີຢູ່ທີ່ 5% ຫຼື ຕ່ຳກວ່າ.

ພ້ອມກັນນັ້ນ ບໍລິສັດທີ່ມີອາຍຸ 5 ປີ ຫຼື ນ້ອຍກວ່າ ມີບົດບາດສຳຄັນຫຼາຍໃນການສ້າງວຽກງານ ຕົວຢ່າງເຊັ່ນ ໃນມາເລເຊຍ ແລະ ຫວຽດນາມ ບໍລິສັດເຫຼົ່ານີ້ຄິດເປັນ 57% ຂອງການຈ້າງງານທັງໝົດ ແຕ່ກັບມີສ່ວນຮ່ວມສ້າງວຽກເຮັດສູງຫຼາຍເຖິງ 79% ຢ່າງໃດກໍຕາມ ບົດບາດຂອງທຸລະກິດເຫຼົ່ານີ້ກຳລັງຫຼຸດລົງ ເນື່ອງຈາກຈຳນວນບໍລິສັດໃໝ່ໆ ທີ່ເຂົ້າສູ່ຕະຫຼາດມີໜ້ອຍລົງ.

ທີ່ມາຈາກ: AFP

ນັກວິທະຍາສາດຈີນ ສ້າງແຜ່ນຟີມລອຍນ້ຳ ເພື່ອຂ້າເຊື້ອແບັກທີເຣຍໃນນ້ຳເປື້ອນໃຫ້ເປັນນ້ຳສະອາດ

ນັກວິທະຍາສາດຈີນ​ ທີ່ມະຫາວິທະຍາໄລຊຸນຢັດເຊັນ (Sun Yat-sen University) ໄດ້ສ້າງແຜ່ນຟີມລອຍນໍ້າທີ່ສາມາດເປີດໃຊ້ງານດ້ວຍແສງຕາເວັນ ເຊິ່ງມັນສາມາດຂ້າເຊື້ອແບັກທີເຣຍໃນນໍ້າເປື້ອນໄດ້ເຖິງ 99.99% ເຕັກໂນໂລຊີທີ່ລຽບງ່າຍ ແຕ່ຊົງພະລັງນີ້ ສາມາດຊ່ວຍໃຫ້ປະຊາຊົນຫຼາຍພັນລ້ານຄົນ​ ທີ່ຍັງຂາດແຄນນໍ້າດື່ມ​ ໄດ້ດື່ມນ້ຳທີ່ສະອາດ.

ແຜ່ນຟີມດັ່ງກ່າວ, ຜະລິດຈາກໂພລີເມີ​ ສັງເຄາະຊະນິດໃໝ່ທີ່ມີຊື່ວ່າ Cz-AQ, ຈະລອຍຢູ່ເທິງໜ້ານໍ້າ ແລະ ໃຊ້ແສງຕາເວັນເພື່ອເປັນພະລັງງານເຮັດຄວາມສະອາດ ເຖິງນໍ້າຈະເປິະເປື້ອນຫຼາຍກໍຕາມ. ແຕ່ມັນສາມາດເຮັດວຽກໄດ້ຢ່າງມີປະສິດທິພາບ ເຖິງແມ່ນໃນສະພາບທີ່ມີແສງໜ້ອຍ ແລະ ສາມາດນຳກັບມາໃຊ້ໃໝ່ໄດ້ຫຼາຍຄັ້ງ, ເຊິ່ງເໝາະສຳລັບການນຳໃຊ້ໃນເຂດຊົນນະບົດ, ເຂດທີ່ມີຊັບພະຍາກອນໜ້ອຍ, ແລະ ເຂດທີ່ຖືກຜົນກະທົບຈາກໄພພິບັດ.

ການສຶກສາທີ່ໄດ້ຖືກຕີພິມໃນວາລະສານ Nature Water ສະແດງໃຫ້ເຫັນວ່າ ແຜ່ນຟີມດັ່ງກ່າວສາມາດຂ້າເຊື້ອໃນນໍ້າເປື້ອນ 10 ລິດໄດ້ພາຍໃນເວລາພຽງ 40 ນາທີ, ໂດຍການກຳຈັດເຊື້ອແບັກທີເຣຍທີ່ເປັນອັນຕະລາຍດ້ວຍປະສິດທິພາບ 4.3-log. ນັກວິທະຍາສາດກ່າວວ່າ ສິ່ງນີ້ສາມາດ ປະຕິວັດລະບົບການກັ່ນຕອງນໍ້າໃນທົ່ວໂລກ ແລະ ຫຼຸດຜ່ອນພະຍາດທີ່ມາຈາກນໍ້າໄດ້.

ທີ່ມາ: Digital​ Keshmir

ການຮັກສາອະນາໄມຂີ້ເຫຍື້ອ ແມ່ນພື້ນຖານສຳຄັນຂອງທຸກຄົນທີ່ຢູ່ພາຍໃນຊຸມຊົນ

ການຮັກສາອະນາໄມຂີ້ເຫຍື້ອແມ່ນພື້ນຖານທີ່ສຳຄັນທີ່ສຸດໃນການປົກປ້ອງສຸຂະພາບຊຸມຊົນ ແລະ ສິ່ງແວດລ້ອມ ການຈັດການຂີ້ເຫຍື້ອທີ່ບໍ່ຖືກຕ້ອງສາມາດເປັນສາເຫດໃຫ້ເກີດພະຍາດຕິດຕໍ່ຕ່າງໆ, ປົນເປື້ອນແຫຼ່ງນ້ຳ, ແລະ ທໍາລາຍສິ່ງແວດລ້ອມ.

ການຮັກສາອະນາໄມຂີ້ເຫຍື້ອແມ່ນຄວາມຮັບຜິດຊອບຂອງທຸກຄົນ ການຄຸ້ມຄອງຂີ້ເຫຍື້ອທີ່ດີບໍ່ພຽງແຕ່ຊ່ວຍປົກປ້ອງສຸຂະພາບຂອງເຮົາເອງ, ແຕ່ຍັງຊ່ວຍຮັກສາສິ່ງແວດລ້ອມໃຫ້ສະອາດ ແລະ ຍືນຍົງສຳລັບຄົນລຸ້ນຕໍ່ໄປ.

ເລີ່ມຕົ້ນຈາກສິ່ງນ້ອຍໆ ເຊັ່ນ: ການແຍກຂີ້ເຫຍື້ອ, ການຫຼຸດຜ່ອນການໃຊ້ພາດສະຕິກ, ແລະ ການຮັກສາຄວາມສະອາດອ້ອມຂ້າງ. ເມື່ອທຸກຄົນຮ່ວມມື, ພວກເຮົາສາມາດສ້າງຊຸມຊົນທີ່ສະອາດ, ປອດໄພ ແລະ ໜ້າຢູ່ຫຼາຍຂື້ນ.

“ຄວາມສະອາດເລີ່ມຕົ້ນທີ່ຕົວເຮົາ ແລະ ສິ່ງແວດລ້ອມທີ່ດີເລີ່ມຕົ້ນຈາກການຄຸ້ມຄອງຂີ້ເຫຍື້ອທີ່ດີ”

ເຈົ້າໜ້າທີ່ລົງກວດກາສິນຄ້າລອກລຽນແບບ – ໝົດອາຍຸ ໃນບຸນຊ່ວງເຮືອປະເພນີ ປີ2025 ທີ່ນະຄອນປາກເຊ

ເຈົ້າໜ້າທີ່ກວດກາການຄ້າລົງກວດການຕິດສະຫຼາກ​ ແລະ​ ລາຄາສິນຄ້າເປັນພາສາລາວ,​ ສິນຄ້າລອກລຽນແບບ-ໝົດອາຍຸ ທີ່ບຸນຊ່ວງເຮືອ​ປະເພນີ​ ປະຈໍາປີ 2025 ທີ່​ນະຄອນ​ປາກເຊ.

ວັນທີ 6 ຕຸລາ​ 2025,​ ເຈົ້າ​ໜ້າທີ່​ ກວດກາການຄ້າ​ ຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ​ ການຄ້າ​ແຂວງຈໍາປາສັກ​ ນໍາໂດຍ​ ທ່ານ​ ສົມພາວັນ​ ສີລາເພັດ ຮອງຫົວໜ້າ​ຂະແໜງການຄ້າພາຍໃນ​ ຮ່ວມກັບ​ ເຈົ້າໜ້າທີ່​ກວດກາ​ການຄ້າ​ ຫ້ອງການ​ອຸດສາຫະກໍາ ແລະ​ ການຄ້າ​ນະຄອນປາກເຊ ໄດ້ເຄື່ອນໄຫວຕິດຕາມກວດກາການຕິດສະຫຼາກ​ ແລະ​ ຕິດລາຄາສິນຄ້າເປັນພາສາລາວ,​ ກວດກາສິນຄ້າລອກລຽນແບບ​ ແລະ​ ສິນຄ້າໝົດອາຍຸ​ ທີ່ວາງສະແດງ,​ ຈໍາໜ່າຍ ແລະ​ ຊື້​-​ຂາຍ​ ໂດຍສະເພາະແມ່ນທີ່ໃຊ້ໃນການຊັດແຫຼມ ແລະ​ ຊັດປຸ່ມເປົ້າ ໃນງານປະວໍລະນາ-​ອອກພັນສາ​ ແລະ​ ຊ່ວງເຮືອ​ປະເພນີ​ ປະຈໍາປີ 2025 ທີ່​ນະຄອນ​ປາກເຊ.​

ຖ້າບັນດາທ່ານ​ ກໍຄືຜູ້ບໍລິໂພກ ພົບເຫັນ​ບຸກຄົນ,​ນິຕິບຸກຄົນ ຫຼື​ ບໍລິສັດຫ້າງຮ້ານຕ່າງໆພາຍໃນນະຄອນປາກເຊ ແລະ​ ແຂວງຈໍາປາສັກ​ ຈໍາໜ່າຍ,​ ຊື້​-ຂາຍ​ສິນຄ້າ​ລອກລຽນແບບ, ສິນຄ້າ​ໝົດອາຍຸ, ສິນຄ້ານໍາເຂົ້າທີ່ບໍ່ຖືກຕ້ອງ ສາມາດແຈ້ງເຈົ້າໜ້າທີ່ກວດກາ​ການຄ້າ​ໄດ້​ ທີ່ໝາຍເລກໂທລະສັບ​ 020 96 519 888.

ທີ່ມາ: ໜັງສືພິມຈຳປາໃໝ່

ເກີດແຜ່ນດິນໄຫວ 3.2ຣິກເຕີ ແຖວຊາຍແດນ ເມືອງຊຽງຮ່ອນ – ເມືອງເງິນ ແຂວງໄຊຍະບູລີ

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໄດ້ລາຍງານວ່າ: ໃນເວລາ​ 20:09:58 ໂມງ​ ຂອງວັນທີ 07 ຕຸລາ​ 2025​ ນີ້​ ໄດ້ເກີດເຫດ​ແຜ່ນດິນໄຫວ​ 1 ຄັ້ງ​ ຢູ່ບໍລິເວນ ເມືອງ ຊຽງຮ່ອນ ຫາ​ຊາຍແດນ​ ເມືອງ​ ເງິນ​, ແຂວງໄຊຍະບູລີ​ ຄວາມແຮງສັ່ນສະເທືອນວັດແທກໄດ້ 3.2 ຣິກເຕີ, ເລິກຈາກເທິງໜ້າດິນ 4 ກິໂລແມັດ.​

ໝາຍເຫດ: ເຫດການເກີດແຜ່ນດິນໄຫວ ຢູ່ພາຍໃນ ສປປ ລາວ ໃນຄັ້ງນີ້ ເປັນແຜ່ນດິນໄຫວຂະໜາດນ້ອຍ ແລະ​ ບໍ່ໄດ້ສົ່ງຜົນກະທົບໃນພື້ນທີ່.

ນອກຈາກປະເທດລາວແລ້ວ​ ຍັງມີ​ປະເທດ​ ຈີນ,​ ຫວຽດນາມ​ ແລະ​ ມຽນມາ​ ທີ່ເກີດ ແຜ່ນດິນໄຫ​ວ ນັບແຕ່​ເວລາ​ 7 ໂມງເຊົ້າ​ຂອງວັນທີ​ 7 ຕຸລາ​ ຫາ​ 7​ ໂມງເຊົ້າຂອງວັນທີ​ 8​ ຕຸລາ​ 2025 ນີ້.

ດັ່ງນັ້ນ, ຈຶ່ງແຈ້ງເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃນທົ່ວປະເທດ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມື ຂໍໃຫ້ຕິດຕາມຂ່າວລາຍງານເຫດການເກີດແຜ່ນດິນໄຫວ ທັງພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ.

“ຄູ” ອາດຈະບໍ່ແມ່ນອາຊີບທີ່ດີທີ່ສຸດ ແຕ່ມີຫຼາຍຄົນໄດ້ດີເພາະມີຄູ

ຄູຄືຜູ້ໃຫ້! ຄໍາວ່າ: “ຄູ”​ ມີຄວາມໝາຍສໍາຄັນເລິກເຊິ່ງສໍາລັບຄົນເຮົາ ທຸກຄົນ ເພາະວ່າ ຄູ ເປັນຜູ້ໃຫ້ ຊັບສິນທາງປັນຍາແກ່ເຮົາ ນັບແຕ່ມື້ເກີດມາຕ້ອງໄດ້ຜ່ານການເຝິກແອບຫຼາຍຂັ້ນຕອນ ເລີ່ມແຕ່ນ້ອຍຈົນໃຫຍ່ຈາກການຮຽນເວົ້າ, ຮຽນວ່າ, ຮຽນຂີດ, ຮຽນຂຽນ, ຮຽນແຕ້ມ, ຮຽນອ່ານ, ຮຽນຮູ້ດ້ານຄຸນສົມບັດ- ທັດສະນະຄະຕິ, ຮຽນຮູ້ສິນລະປະວັນນະຄະດີ, ຮູ້ດ້ານວັດທະນະທໍາ-ສັງຄົມ ແລະ ວິຊາອາຊີບຕ່າງໆ ເພື່ອເປັນຫຼັກໃຫ້ແກ່ ການດໍາລົງຊີວິດປະຈໍາວັນ ເຊິ່ງທັງໝົດເຫຼົ່ານີ້ລ້ວນແລ້ວແຕ່ ໄດ້ມາຈາກຜູ້ເປັນຄູທັງນັ້ນ.

ຄູ ຄືຜູ້ທີ່ສອນ ແລະ ຖ່າຍທອດຄວາມຮູ້ໃຫ້ແກ່ເຮົາ ໂດຍບໍ່ຫວັງຜົນຕອບແທນໃດໆ, ຄູໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາ ແລະ ມັນສະໝອງເຂົ້າໃນການສິດສອນຢ່າງເອົາຈິງ ເອົາຈັງ ບໍ່ໄດ້ພັກໄດ້ຜ່ອນເຊິ່ງຍາມໃດກໍໄດ້ສຸມໃສ່ຄົ້ນຄວ້າ ຕໍາລາການສິດສອນ ໂດຍສະເພາະແມ່ນຢູ່ທາງພາກເໜືອຂອງແຂວງຫົວພັນ, ຜົ້ງສາລີ, ຊຽງຂວາງ ກ່ອນປີ 1975 ເປັນເຂດທີ່ໝັ້ນ ເຮັດໃຫ້ການສິດສອນ ແລະ ຮໍ່າຮຽນຂອງຄູ-ນັກຮຽນ ພົບຄວາມລໍາບາກຍ້ອນບໍ່ມີ ໂຮງຮຽນ, ເອົາປ່າດົງພົງໄພ, ເອົາຂຸມ, ເອົາຖໍ້າເປັນບ່ອນລີ້ຊ່ອນຮ່າລະເບີດລູກປືນ ເພື່ອການສຶກສາຄົ້ນຄວ້າຮໍ່າຮຽນ, ສ່ວນຢູ່ທາງພາກກາງ ແລະ ພາກໃຕ້ຢູ່ແຂວງຄໍາມ່ວນ, ສະຫວັນນະເຂດ ຈໍາປາສັກ, ອັດຕະປື ກໍມີຄວາມຫຍຸ້ງຍາກ ລໍາບາກເຊັ່ນດຽວກັນ, ການສຶກສາຮໍ່າຮຽນເວລານັ້ນ ບໍ່ເປັນປົກກະຕິຍ້ອນຍົນມາຖິ້ມລະເບີດໃສ່ ເຮັດໃຫ້ເຮືອນຊານບ້ານຊ່ອງ, ວັດວາອາຮາມ ປູສະນີຍະສະຖານຕ່າງໆ ຖືກເພພັງເສຍຫາຍຢ່າງໜັກ ເວລາຮຽນເມື່ອໄດ້ຍິນສຽງຍົນມາ, ຜູ້ເປັນຄູໄດ້ນໍາພານັກຮຽນແລ່ນເຂົ້າລີ້ຢູ່ຖໍ້າ ແລະ ຢູ່ຫຼາຍທ້ອງຖິ່ນກໍໄດ້ຮັບຜົນກະທົບຈາກໄພສົງຄາມຮຸກຮານເຊັ່ນດຽວກັນ.

ຈົນມາຮອດປີ 1975 ປະເທດຊາດ ໄດ້ຮັບການປົດປ່ອຍ, ການປະຕິວັດກ້າວເຂົ້າສູ່ໄລຍະຮໍາບາດແຜສົງຄາມ ປະເທດໄດ້ພົບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ກໍໄດ້ເອົາໃຈໃສ່ ປຸກລະດົມນັກຮຽນໃຫ້ອຸ່ນອຽນທຸ່ນທ່ຽງ ຕັ້ງໜ້າສຶກສາຮໍ່າຮຽນ. ມີໂຮງຮຽນອຸດົມຫຼາຍແຫ່ງ ຄູອາຈານ ແລະ ນັກຮຽນໄດ້ເຂົ້າຮ່ວມເຮັດວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ບ່າພາຍປືນ, ມືຈັບເຈ້ຍ-ສໍ, ກາງຄືນປ້ອງກັນເວນຍາມ, ນໍາພານັກຮຽນເພີ້ມພູນຜະລິດຜົນ ເຮັດສວນຄົວ, ເຮັດນາປູກເຂົ້າ ເພື່ອເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງຕາມອຸດົມການທີ່ລະບຸໄວ້.

“ຄູ”​ ອາດບໍ່ແມ່ນອາຊີບທີ່ດີທີ່ສຸດ ແຕ່ມີຫຼາຍອາຊີບ ທີ່ໄດ້ດີ ຍ້ອນຄູ!

ຂໍອວຍພອນໄຊອັນປະເສີດມາຍັງບັນດາ ຄູ-ອາຈານສອນ, ຜູ້ບໍລິຫານການສຶກສາ, ຜູ້ປະກອບການ, ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ, ມີຄວາມສຸກຄວາມຈະເລີນ ແລະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານຂອງຕົນ.

7 ຕຸລາ 2025 ຄົບຮອບ 57 ປີ ວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ

ຊົມເຊີຍ ວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 57 ປີ (7 ຕຸລາ 1968 – 7 ຕຸລາ 2025) ຢ່າງສຸດໃຈ

ສະພາປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍການສ້າງຕັ້ງ ທະນາຄານແຫ່ງ ສປປ ລາວ (ທຫລ) ໃນເດືອນກໍລະກົດ 1990 ຊຶ່ງກໍານົດພາລະບົດບາດ ແລະ ໜ້າທີ່ການເຄື່ອນໄຫວຂອງ ທຫລ ໃນການຄຸ້ມຄອງມະຫາພາກດ້ານເງິນຕາ, ຮັກສາສະຖຽນລະພາບຄ່າເງິນກີບໃຫ້ໝັ້ນທ່ຽງ ທັງຕໍ່ພາຍໃນ ແລະ ສາກົນ.

ກ່ອນທີ່ຈະໄປເລາະຫຼີ້ນບຸນຊ່ວງເຮືອນໃນປີນີ້ ຄວນຮູ້ຂໍຫ້າມຕ່າງໆນີ້ໄວ້!!!

ຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 4-8 ຕຸລາ 2025 ນີ້.

ໃນບາງຕອນຂອງການຖະແຫຼງຂ່າວ ໄດ້ກ່າວເຖິງບັນດາຂໍ້ຫ້າມຕ່າງໆ ດັ່ງນີ້:

1. ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ.

2. ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງ ພ້າ, ມີດ, ງ້າວ, ໜ້າເກັກ, ກະຖຸຸນ ສະໜັບມື, ໂຄມໄຟລອຍຟ້າ ແລະ ປະເພດສິ່ງຂອງມີຄົມຕ່າງໆ ເຂົ້າໄປໃນງານໂດຍເດັດຂາດ ເວັ້ນເສຍແຕ່ໄດ້ຮັບອານຸຍາດ​ຈາກເຈົ້າໜ້າທີ່.​

3. ຫ້າມນໍາເອົາຢາເສບຕິດ ທາດເບື່ອ ສານເຄມີທີ່ອອກລິດທາງຈິດປະສາດທຸກຊະນິດ ສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ ບັ້ງກະໂພກເຂົ້າມາຈູດ ແລະ ວາງຂາຍພາຍໃນງານຢ່າງເດັດຂາດ.

4. ຫ້າມນຳໃຊ້ເຄື່ອງຂະຫຍາຍສຽງໂຄສະນາສິນຄ້າດັງເກີນຂອບເຂດ ທີ່ລະບຽບການກໍານົດໄວ້ ຢ່າງເດັດຂາດ.

5. ຫ້າມວາງຂາຍເຄື່ອງ ແລະ ນຳເຄື່ອງສຽງອອກມາໂຄສະນາສິນຄ້າ ຢູ່ນອກບໍລິເວນຮ້ານເກີນຂອບເຂດ ທີ່ຄະນະກໍາມະການຈັດງານ ໄດ້ກຳນົດໃຫ້.

6. ຫ້າມຂາຍ ແລະ ນຳເອົາຜະລິດຕະພັນ ວັດທະນະທໍາລາມົກ ຮູບພາບລາມົກຕ່າງໆ ເຂົ້າມາວາງຂາຍຢູ່ໃນງານຢ່າງເດັດຂາດ.

7. ຫ້າມຫຼີ້ນການພະນັນທຸກປະເພດ ແລະ ອາລະວາດຕີກັນ ຢ່າງເດັດຂາດ.

8. ຫ້າມຂາຍເຄື່ອງຊະຊາຍໂດຍບໍ່ໄດ້ຮັບອານຸຍາດ ຈາກຄະນະກໍາມະການຈັດງານ.

9. ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫຼື ນໍາຕົວໄປພັກຜ່ອນໄວ້ກ່ອນ.

10.ຫ້າມບຸກຄົນ ນິຕິບຸກຄົນ ສໍານັກງານ ອົງການປົກຄອງບ້ານ ກີດຂວາງການຈັດສັນສະຖານທີ່ວາງສະແດງຂາຍສິນຄ້າຂອງຄະນະກຳມະການຈັດງານ.

11:ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆ ໃສ່ພື້ນທີ່ຈັດງານຢ່າງເດັດຂາດ ແລະ ຫ້າມຕິດຕັ້ງຮ້ານ ຫຼື ວາງເຕັ້ນເກີນຂອບເຂດທີ່ຄະນະກໍາມະການຈັດງານກໍານົດໄວ້ ຖ້າລະເມີດຈະຖືກກ່າວເຕືອນ ຫຼື ຢຸດເຊົາໂດຍທັນທີ.

12.ຫ້າມແຈກຢາຍແຜ່ນພັບ ຫຼື ແຜ່ນເຈ້ຍໂຄສະນາສິນຄ້າຕ່າງໆ ຢູ່ພາຍໃນງານບຸນ.

13.ຫ້າມເດັດຂາດບໍ່ໃຫ້ຜູ້ຈັບຈອງສະຖານທີ່ ສວຍໂອກາດຈັບຈອງ ຫຼື ຊື້ສະຖານທີ່ ເພື່ອຂາຍຕໍ່ໃຫ້ຜູ້ອື່ນເພີ່ມເກນກໍາໄລ.

14.ຫ້າມມີການໂຄສະນາສິນຄ້າ ໂດຍການເຕັ້ນໂຊນາງສາວ ແລະ ບໍ່ໃຫ້ມີມິນິຄອນເສີດ.

Malacca: ASEAN’s World Heritage Site That Lao Travelers Must Experience!

Malacca: ASEAN’s World Heritage Site That Lao Travelers Must Experience!
If you’re searching for a new destination close to home with history, culture, nature, and delicious food – Malacca is the perfect answer!
Malacca State, Malaysia isn’t just an ordinary tourist city. This is a UNESCO World Heritage Site that excels in sustainable tourism and is a place where past, present, and nature blend together beautifully.

🚤 Connect with Nature at Sungai Linggi – An Unmissable Experience
Cruising along Sungai Linggi (Linggi River) is one of the most special experiences in Malacca. This isn’t ordinary tourism, but a journey into the heart of nature and local community life.
You’ll discover:
• 🌳 Cruise through beautiful mangrove forests in peaceful atmosphere, getting close to nature
• 🦅 Observe water birds and various aquatic wildlife in their natural habitat
• 🦪 Visit Taman Lokan – a traditional cockle farm operated by the community for generations
• 👨‍🌾 Meet local villagers and learn about their way of life passed down to the present
💚 This is a genuine connection between people, nature, and community – an experience that will stay in your heart forever!

🏛️ Explore the Old Town – Step Back in Time
Malacca’s old town takes you back in time with stunning colonial architecture that has been preserved so well it became a World Heritage Site.
📍 Recommended Itinerary – 6 Must-Visit Spots:

  1. Stadhuys Pier (Chocolate House) 🍫
    Start your day by buying fresh local chocolate from this historic pier
  2. Stadhuys & Victoria Fountain ⛲
    Take photos with Malacca’s iconic red building – outstanding colonial architecture that symbolizes the city
  3. “WTD” Hardscape 📸
    Popular photo spot where tourists flock to check in! Perfect for social media posts
  4. Baba Nyonya Heritage Museum 🏮
    Step inside an authentic Baba Nyonya home and explore the unique Chinese-Malay fusion culture
  5. San Shu Gong – Dessert Station 🍧
    🌟 Must try! Cendol with Gula Melaka – the most famous shaved ice dessert – refreshingly cool, sweet and creamy, absolutely delicious!
  6. Menara Taming Sari 🎡
    End with a ride up the 110-meter rotating tower for 360° views of all of Malacca – spectacular views!

🍽️ Food Lover’s Paradise – Unforgettable Flavors
Malacca isn’t just beautiful – the food is absolutely delicious too!
✨ 5 Hit Dishes That Lao People Must Try:
🍧 Cendol Gula Melaka – Shaved ice with sticky rice and sweet palm sugar, super refreshing
🦐 Nyonya Laksa – Rich and spicy Malacca-style noodle soup with intense flavors
🍖 Satay Celup – Skewered foods dipped in special sauce, unique to here
🥟 Baba Nyonya Cuisine – Unique local dishes found nowhere else
🍫 Gula Melaka Products – Special Malacca palm sugar, perfect as gifts for loved ones

✈️ Why Should Lao People Visit Malacca?
5 Reasons Why Malacca Is Perfect for Lao Travelers:
✅ Easy to reach, close to home – Fly via Kuala Lumpur, just 2-3 hours away
✅ Similar to home – Hot and humid weather, friendly hospitable people, familiar ASEAN atmosphere
✅ Food suits our taste – Flavors similar to ASEAN cuisine, lots of spicy dishes and desserts to choose from
✅ Reasonable prices – Much cheaper than developed countries, moderate budgets work comfortably
✅ No visa worries – Lao citizens get visa-free or visa-on-arrival easily

💡 Tips Before You Go
🕐 Best time to visit: November – February (comfortable weather, not too hot)
👟 What to wear: Comfortable casual clothes, good walking shoes, don’t forget sun umbrella
💰 Recommended budget: 3-5 days, approximately 8-15 million kip per person (everything included)
📱 Language: English works generally, Chinese available too

🎯 Malacca: Where Heritage, Nature, Food, and Culture Meet
Malacca isn’t just a tourist destination, but an experience that will stay in your memory forever. From the peaceful Linggi River to the history-filled old town and mouthwatering local cuisine – every day in Malacca is a new adventure waiting for you.
Ready for your next journey? Malacca is waiting for you!
📸 Don’t forget to share your experience!

Malacca #Malaysia #LaoTravel #WorldHeritage #UNESCO #ASEANTravel