ນັກວິທະຍາສາດຈີນ ສ້າງແຜ່ນຟີມລອຍນ້ຳ ເພື່ອຂ້າເຊື້ອແບັກທີເຣຍໃນນ້ຳເປື້ອນໃຫ້ເປັນນ້ຳສະອາດ

ນັກວິທະຍາສາດຈີນ​ ທີ່ມະຫາວິທະຍາໄລຊຸນຢັດເຊັນ (Sun Yat-sen University) ໄດ້ສ້າງແຜ່ນຟີມລອຍນໍ້າທີ່ສາມາດເປີດໃຊ້ງານດ້ວຍແສງຕາເວັນ ເຊິ່ງມັນສາມາດຂ້າເຊື້ອແບັກທີເຣຍໃນນໍ້າເປື້ອນໄດ້ເຖິງ 99.99% ເຕັກໂນໂລຊີທີ່ລຽບງ່າຍ ແຕ່ຊົງພະລັງນີ້ ສາມາດຊ່ວຍໃຫ້ປະຊາຊົນຫຼາຍພັນລ້ານຄົນ​ ທີ່ຍັງຂາດແຄນນໍ້າດື່ມ​ ໄດ້ດື່ມນ້ຳທີ່ສະອາດ.

ແຜ່ນຟີມດັ່ງກ່າວ, ຜະລິດຈາກໂພລີເມີ​ ສັງເຄາະຊະນິດໃໝ່ທີ່ມີຊື່ວ່າ Cz-AQ, ຈະລອຍຢູ່ເທິງໜ້ານໍ້າ ແລະ ໃຊ້ແສງຕາເວັນເພື່ອເປັນພະລັງງານເຮັດຄວາມສະອາດ ເຖິງນໍ້າຈະເປິະເປື້ອນຫຼາຍກໍຕາມ. ແຕ່ມັນສາມາດເຮັດວຽກໄດ້ຢ່າງມີປະສິດທິພາບ ເຖິງແມ່ນໃນສະພາບທີ່ມີແສງໜ້ອຍ ແລະ ສາມາດນຳກັບມາໃຊ້ໃໝ່ໄດ້ຫຼາຍຄັ້ງ, ເຊິ່ງເໝາະສຳລັບການນຳໃຊ້ໃນເຂດຊົນນະບົດ, ເຂດທີ່ມີຊັບພະຍາກອນໜ້ອຍ, ແລະ ເຂດທີ່ຖືກຜົນກະທົບຈາກໄພພິບັດ.

ການສຶກສາທີ່ໄດ້ຖືກຕີພິມໃນວາລະສານ Nature Water ສະແດງໃຫ້ເຫັນວ່າ ແຜ່ນຟີມດັ່ງກ່າວສາມາດຂ້າເຊື້ອໃນນໍ້າເປື້ອນ 10 ລິດໄດ້ພາຍໃນເວລາພຽງ 40 ນາທີ, ໂດຍການກຳຈັດເຊື້ອແບັກທີເຣຍທີ່ເປັນອັນຕະລາຍດ້ວຍປະສິດທິພາບ 4.3-log. ນັກວິທະຍາສາດກ່າວວ່າ ສິ່ງນີ້ສາມາດ ປະຕິວັດລະບົບການກັ່ນຕອງນໍ້າໃນທົ່ວໂລກ ແລະ ຫຼຸດຜ່ອນພະຍາດທີ່ມາຈາກນໍ້າໄດ້.

ທີ່ມາ: Digital​ Keshmir

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles