ທະນາຄານໂລກເຕືອນນັກສຶກສາຈົບໃໝ່ ໃນອາຊີ ກຳລັງປະສົບບັນຫາຊອກເຮັດວຽກທີ່ດີ

ສຳນັກຂ່າວ AFP ລາຍງານຈາກນະຄອນ ຈາກາຕາ ປະເທດອິນໂດເນເຊຍ ໃນວັນທີ 8 ຕຸລາ 2025 ວ່າລາຍງານເສດຖະກິດຂອງພາກພື້ນທີ່ເຜີຍແຜ່ໂດຍທະນາຄານໂລກ ໃນວັນທີ 7 ຕຸລາ ໄດ້ລະບຸວ່າ ຄົນໜຸ່ມສາວໃນ ສປ ຈີນ ແລະ ອິນໂດເນເຊຍ ປະມານ 1 ໃນ 7 ຄົນ ກຳລັງຕົກຢູ່ໃນສະຖານະວ່າງງານ ແລະ ສັດສ່ວນຂອງປະຊາກອນທີ່ສ່ຽງຕໍ່ການ ຕົກຢູ່ໃນຄວາມທຸກຍາກ ມີຈຳນວນສູງກວ່າຊົນຊັ້ນກາງໃນປະເທດສ່ວນໃຫຍ່.

ລາຍງານໄດ້ກ່າວຕໍ່ວ່າ ໂດຍທົ່ວໄປແລ້ວ ອັດຕາການຈ້າງງານຢູ່ໃນລະດັບສູງ ແຕ່ຄົນໜຸ່ມສາວຍັງຄົງຕ້ອງຕໍ່ສູ້ເພື່ອຫາວຽກເຮັດ, ໃນຂະນະທີ່ຜູ້ຫາວຽກກໍສາມາດໄດ້ວຽກ ແຕ່ຢ່າງໃດກໍຕາມ ປະຊາຊົນຈຳນວນຫຼາຍໃນພາກພື້ນກຳລັງເຮັດວຽກທີ່ມີຜົນຜະລິດຕ່ຳ ຫຼື ວຽກນອກລະບົບ.

ໃນກຸ່ມປະເທດໃນພາກພື້ນປາຊິຟິກ ອັດຕາການມີສ່ວນຮ່ວມໃນກຳລັງແຮງງານຂອງແມ່ຍິງ ໃນອິນໂດເນເຊຍ, ມາເລເຊຍ ແລະ ຟິລິບປິນ ຍັງມີຊ່ອງວ່າງປະມານ 15% ເມື່ອທຽບກັບຜູ້ຊາຍ.

ອັດຕາການວ່າງງານໃນກຸ່ມອາຍຸ 15-24 ປີ ມີສູງກວ່າ 10% ໃນປະເທດຕ່າງໆ ເຊັ່ນ ມົງໂກເລຍ, ອິນໂດເນເຊຍ ແລະ ສ.ປ ຈີນ ສ່ວນອັດຕາການວ່າງງານໃນກຸ່ມໄວແຮງງານຫຼັກ 25-54 ປີຢູ່ທີ່ 5% ຫຼື ຕ່ຳກວ່າ.

ພ້ອມກັນນັ້ນ ບໍລິສັດທີ່ມີອາຍຸ 5 ປີ ຫຼື ນ້ອຍກວ່າ ມີບົດບາດສຳຄັນຫຼາຍໃນການສ້າງວຽກງານ ຕົວຢ່າງເຊັ່ນ ໃນມາເລເຊຍ ແລະ ຫວຽດນາມ ບໍລິສັດເຫຼົ່ານີ້ຄິດເປັນ 57% ຂອງການຈ້າງງານທັງໝົດ ແຕ່ກັບມີສ່ວນຮ່ວມສ້າງວຽກເຮັດສູງຫຼາຍເຖິງ 79% ຢ່າງໃດກໍຕາມ ບົດບາດຂອງທຸລະກິດເຫຼົ່ານີ້ກຳລັງຫຼຸດລົງ ເນື່ອງຈາກຈຳນວນບໍລິສັດໃໝ່ໆ ທີ່ເຂົ້າສູ່ຕະຫຼາດມີໜ້ອຍລົງ.

ທີ່ມາຈາກ: AFP

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles