ສະມາຄົມໝີ່ສຳເລັດຮູບໂລກ (World Instant Noodles Association: WINA) ເຊິ່ງມີສຳນັກງານໃຫຍ່ຢູ່ເມືອງໂອຊາກາ ປະເທດຍີ່ປຸ່ນ ໄດ້ເຜີຍຜົນສຳຫຼວດການບໍລິໂພກໝີ່ສຳເລັດຮູບທົ່ວໂລກປະຈຳປີ 2024 ໂດຍພົບວ່າ ສ.ເກົາຫລີ ຄອງອັນດັບ 2 ຂອງໂລກໃນການບໍລິໂພກໝີ່ສຳເລັດຮູບ ຮອງຈາກຫວຽດນາມ.
ລາຍງານລະບຸວ່າ ຫວຽດນາມ ທີ່ມີປະຊາກອນປະມານ 100 ລ້ານຄົນ ບໍລິໂພກໝີ່ສຳເລັດຮູບຫຼາຍທີ່ສຸດໃນໂລກ ຈຳນວນ 8.14 ພັນລ້ານຫໍ່ ຫຼື ສະເລ່ຍຄົນລະ 81 ຫໍ່ຕໍ່ປີ ໃນຂະນະທີ່ ສ.ເກົາຫລີ ມີການບໍລິໂພກໝີ່ສຳເລັດ ທັງໝົດ 4.1 ພັນລ້ານຫໍ່ ຫຼື ສະເລ່ຍຄົນລະ 79.2 ຫໍ່ຕໍ່ປີ.
ພ້ອມກັນນັ້ນ WINA ຍັງລະບຸອີກວ່າ ການບໍລິໂພກໝີ່ສຳເລັດຮູບທົ່ວໂລກໃນປີ 2024 ເພີ່ມຂຶ້ນ 2.4% ຈາກປີກ່ອນ ລວມກວ່າ 123.07 ພັນລ້ານຫໍ່ທົ່ວໂລກ ໂດຍປັດໃຈຫຼັກມາຈາກສະພາບເສດຖະກິດ ແລະ ຄ່າຄອງຊີບທີ່ສູງຂຶ້ນ ເຮັດໃຫ້ຜູ້ບໍລິໂພກເບິ່ງຫາທາງເລືອກອາຫານທີ່ລາຄາຖືກ ແລະ ສະດວກສະບາຍ.
ນອກເຫນືອຈາກນັ້ນ ປາກົດການ K-pop ແລະ K-food ກໍ່ມີຜົນໃຫ້ຄວາມນິຍົມໃນ “ໝີ່ສຳເລັດຮູບ” ຂອງ ສ.ເກົາຫລີ ເພີ່ມຂຶ້ນທົ່ວໂລກ ໂດຍບໍລິສັດ Nongshim ຜູ້ຜະລິດ “Shin Ramyun” ແລະ Samyang Foods ເຈົ້າຂອງໝີ່ສຳເລັດຮູບລົດຊາດເຜັດ “Buldak” ຕ່າງລາຍງານວ່າຍອດຂາຍເພີ່ມຂຶ້ນຢ່າງຕໍ່ເນື່ອງ.
Samyang Foods ເປີດເຜີຍໃນທ້າຍເດືອນກັນຍາທີ່ຜ່ານມາວ່າ ຍອດຂາຍສະສົມຂອງ “Buldak Bokkeum Myun” ທະລຸ 8 ພັນລ້ານຫໍ່ທົ່ວໂລກ ໃນຂະນະທີ່ຂໍ້ມູນຈາກ Korea Agro-Fisheries & Food Trade Corporation (aT) ລະບຸວ່າ ການສົ່ງອອກໝີ່ສຳເລັດຮູບຂອງ ສ.ເກົາຫລີ ຈາກເດືອນມັງກອນເຖິງເດືອນກັນຍາ ປີນີ້ ເພີ່ມຂຶ້ນຮອດ 24.7% ຫຼື ຄິດເປັນມູນຄ່າ 1.6 ລ້ານລ້ານວອນ (ປະມານ 1.1 ພັນລ້ານໂດລາອາເມຣິກາ).
ທີ່ມາຈາກ: Korea JoongAng Daily