ອົງການ World Vision ໄດ້ເຮັດວຽກຢ່າງໃກ້ຊິດກັບລັດຖະບານລາວໃນ 24 ເມືອງ ເພື່ອຊ່ວຍເຫຼືອຊຸມຊົນໃນການປັບປຸງສຸຂານາໄມ ແລະ ການເຂົ້າເຖິງນ້ຳສະອາດ ພ້ອມທັງຫຼຸດຜ່ອນການແຜ່ລະບາດຂອງພະຍາດຕິດຕໍ່.
ໃນປີ 2014, ມີຫຼາຍກວ່າ 1,500 ຄອບຄົວໄດ້ຕິດຕັ້ງຫ້ອງນ້ຳ, 197 ຄອບຄົວໄດ້ຮັບເຄື່ອງກອງນ້ຳ, ມີການຂຸດເຈາະນ້ຳບາດານ 15 ແຫ່ງໃນ 4 ບ້ານ, ແລະ ສ້າງລະບົບນ້ຳປະປາ 46 ແຫ່ງເພື່ອນຳນ້ຳສະອາດໄປສູ່ 15 ບ້ານ, ເຊິ່ງຄາດວ່າມີຫຼາຍກວ່າ 10,000 ຄອບຄົວໄດ້ຮັບຜົນປະໂຫຍດຈາກໂຄງການນີ້.
ນາງ Amelia Merrick, ຜູ້ອຳນວຍການອົງການ World Vision ປະຈຳ ສປປ ລາວ ກ່າວວ່າ ໂຄງການທີ່ມີປະສິດທິພາບ ແລະ ຍືນຍົງທີ່ສຸດແມ່ນເມື່ອຊຸມຊົນມີສ່ວນຮ່ວມຢ່າງຫ້າວຫັນໃນການວາງແຜນ, ປະຕິບັດ ແລະ ຄຸ້ມຄອງລະບົບນ້ຳ ແລະ ສຸຂານາໄມຂອງຕົນເອງ.
ປະຈຸບັນບ້ານຕ່າງໆມີຄະນະກຳມະການນ້ຳທີ່ໄດ້ຮັບການຝຶກອົບຮົມ ເພື່ອດູແລຮັກສາລະບົບນ້ຳປະປາໃໝ່ຢ່າງຕໍ່ເນື່ອງ ແລະ ໃຫ້ຄວາມຮູ້ແກ່ຊຸມຊົນກ່ຽວກັບຄວາມສຳຄັນຂອງນ້ຳດື່ມທີ່ປອດໄພ. ນອກຈາກນີ້ ອົງການຍັງໄດ້ດຳເນີນການໂຄສະນາສຶກສາເພື່ອຊ່ວຍໃຫ້ຊຸມຊົນເຂົ້າໃຈເຖິງຄວາມເຊື່ອມໂຍງລະຫວ່າງສຸຂານາໄມທີ່ດີກັບສຸຂະພາບ ລວມທັງການລ້າງມືດ້ວຍສະບູ, ການປຸງແຕ່ງອາຫານດ້ວຍນ້ຳສະອາດ ແລະ ການໃຊ້ວິດຖ່າຍ.