ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໄດ້ລາຍງານວ່າ: ໃນເວລາ 20:09:58 ໂມງ ຂອງວັນທີ 07 ຕຸລາ 2025 ນີ້ ໄດ້ເກີດເຫດແຜ່ນດິນໄຫວ 1 ຄັ້ງ ຢູ່ບໍລິເວນ ເມືອງ ຊຽງຮ່ອນ ຫາຊາຍແດນ ເມືອງ ເງິນ, ແຂວງໄຊຍະບູລີ ຄວາມແຮງສັ່ນສະເທືອນວັດແທກໄດ້ 3.2 ຣິກເຕີ, ເລິກຈາກເທິງໜ້າດິນ 4 ກິໂລແມັດ.
ໝາຍເຫດ: ເຫດການເກີດແຜ່ນດິນໄຫວ ຢູ່ພາຍໃນ ສປປ ລາວ ໃນຄັ້ງນີ້ ເປັນແຜ່ນດິນໄຫວຂະໜາດນ້ອຍ ແລະ ບໍ່ໄດ້ສົ່ງຜົນກະທົບໃນພື້ນທີ່.
ນອກຈາກປະເທດລາວແລ້ວ ຍັງມີປະເທດ ຈີນ, ຫວຽດນາມ ແລະ ມຽນມາ ທີ່ເກີດ ແຜ່ນດິນໄຫວ ນັບແຕ່ເວລາ 7 ໂມງເຊົ້າຂອງວັນທີ 7 ຕຸລາ ຫາ 7 ໂມງເຊົ້າຂອງວັນທີ 8 ຕຸລາ 2025 ນີ້.
ດັ່ງນັ້ນ, ຈຶ່ງແຈ້ງເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃນທົ່ວປະເທດ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມື ຂໍໃຫ້ຕິດຕາມຂ່າວລາຍງານເຫດການເກີດແຜ່ນດິນໄຫວ ທັງພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ.