ເຈົ້າໜ້າທີ່ກວດກາການຄ້າລົງກວດການຕິດສະຫຼາກ ແລະ ລາຄາສິນຄ້າເປັນພາສາລາວ, ສິນຄ້າລອກລຽນແບບ-ໝົດອາຍຸ ທີ່ບຸນຊ່ວງເຮືອປະເພນີ ປະຈໍາປີ 2025 ທີ່ນະຄອນປາກເຊ.
ວັນທີ 6 ຕຸລາ 2025, ເຈົ້າໜ້າທີ່ ກວດກາການຄ້າ ຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ນໍາໂດຍ ທ່ານ ສົມພາວັນ ສີລາເພັດ ຮອງຫົວໜ້າຂະແໜງການຄ້າພາຍໃນ ຮ່ວມກັບ ເຈົ້າໜ້າທີ່ກວດກາການຄ້າ ຫ້ອງການອຸດສາຫະກໍາ ແລະ ການຄ້ານະຄອນປາກເຊ ໄດ້ເຄື່ອນໄຫວຕິດຕາມກວດກາການຕິດສະຫຼາກ ແລະ ຕິດລາຄາສິນຄ້າເປັນພາສາລາວ, ກວດກາສິນຄ້າລອກລຽນແບບ ແລະ ສິນຄ້າໝົດອາຍຸ ທີ່ວາງສະແດງ, ຈໍາໜ່າຍ ແລະ ຊື້-ຂາຍ ໂດຍສະເພາະແມ່ນທີ່ໃຊ້ໃນການຊັດແຫຼມ ແລະ ຊັດປຸ່ມເປົ້າ ໃນງານປະວໍລະນາ-ອອກພັນສາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2025 ທີ່ນະຄອນປາກເຊ.
ຖ້າບັນດາທ່ານ ກໍຄືຜູ້ບໍລິໂພກ ພົບເຫັນບຸກຄົນ,ນິຕິບຸກຄົນ ຫຼື ບໍລິສັດຫ້າງຮ້ານຕ່າງໆພາຍໃນນະຄອນປາກເຊ ແລະ ແຂວງຈໍາປາສັກ ຈໍາໜ່າຍ, ຊື້-ຂາຍສິນຄ້າລອກລຽນແບບ, ສິນຄ້າໝົດອາຍຸ, ສິນຄ້ານໍາເຂົ້າທີ່ບໍ່ຖືກຕ້ອງ ສາມາດແຈ້ງເຈົ້າໜ້າທີ່ກວດກາການຄ້າໄດ້ ທີ່ໝາຍເລກໂທລະສັບ 020 96 519 888.
ທີ່ມາ: ໜັງສືພິມຈຳປາໃໝ່