ຄູຄືຜູ້ໃຫ້! ຄໍາວ່າ: “ຄູ” ມີຄວາມໝາຍສໍາຄັນເລິກເຊິ່ງສໍາລັບຄົນເຮົາ ທຸກຄົນ ເພາະວ່າ ຄູ ເປັນຜູ້ໃຫ້ ຊັບສິນທາງປັນຍາແກ່ເຮົາ ນັບແຕ່ມື້ເກີດມາຕ້ອງໄດ້ຜ່ານການເຝິກແອບຫຼາຍຂັ້ນຕອນ ເລີ່ມແຕ່ນ້ອຍຈົນໃຫຍ່ຈາກການຮຽນເວົ້າ, ຮຽນວ່າ, ຮຽນຂີດ, ຮຽນຂຽນ, ຮຽນແຕ້ມ, ຮຽນອ່ານ, ຮຽນຮູ້ດ້ານຄຸນສົມບັດ- ທັດສະນະຄະຕິ, ຮຽນຮູ້ສິນລະປະວັນນະຄະດີ, ຮູ້ດ້ານວັດທະນະທໍາ-ສັງຄົມ ແລະ ວິຊາອາຊີບຕ່າງໆ ເພື່ອເປັນຫຼັກໃຫ້ແກ່ ການດໍາລົງຊີວິດປະຈໍາວັນ ເຊິ່ງທັງໝົດເຫຼົ່ານີ້ລ້ວນແລ້ວແຕ່ ໄດ້ມາຈາກຜູ້ເປັນຄູທັງນັ້ນ.
ຄູ ຄືຜູ້ທີ່ສອນ ແລະ ຖ່າຍທອດຄວາມຮູ້ໃຫ້ແກ່ເຮົາ ໂດຍບໍ່ຫວັງຜົນຕອບແທນໃດໆ, ຄູໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາ ແລະ ມັນສະໝອງເຂົ້າໃນການສິດສອນຢ່າງເອົາຈິງ ເອົາຈັງ ບໍ່ໄດ້ພັກໄດ້ຜ່ອນເຊິ່ງຍາມໃດກໍໄດ້ສຸມໃສ່ຄົ້ນຄວ້າ ຕໍາລາການສິດສອນ ໂດຍສະເພາະແມ່ນຢູ່ທາງພາກເໜືອຂອງແຂວງຫົວພັນ, ຜົ້ງສາລີ, ຊຽງຂວາງ ກ່ອນປີ 1975 ເປັນເຂດທີ່ໝັ້ນ ເຮັດໃຫ້ການສິດສອນ ແລະ ຮໍ່າຮຽນຂອງຄູ-ນັກຮຽນ ພົບຄວາມລໍາບາກຍ້ອນບໍ່ມີ ໂຮງຮຽນ, ເອົາປ່າດົງພົງໄພ, ເອົາຂຸມ, ເອົາຖໍ້າເປັນບ່ອນລີ້ຊ່ອນຮ່າລະເບີດລູກປືນ ເພື່ອການສຶກສາຄົ້ນຄວ້າຮໍ່າຮຽນ, ສ່ວນຢູ່ທາງພາກກາງ ແລະ ພາກໃຕ້ຢູ່ແຂວງຄໍາມ່ວນ, ສະຫວັນນະເຂດ ຈໍາປາສັກ, ອັດຕະປື ກໍມີຄວາມຫຍຸ້ງຍາກ ລໍາບາກເຊັ່ນດຽວກັນ, ການສຶກສາຮໍ່າຮຽນເວລານັ້ນ ບໍ່ເປັນປົກກະຕິຍ້ອນຍົນມາຖິ້ມລະເບີດໃສ່ ເຮັດໃຫ້ເຮືອນຊານບ້ານຊ່ອງ, ວັດວາອາຮາມ ປູສະນີຍະສະຖານຕ່າງໆ ຖືກເພພັງເສຍຫາຍຢ່າງໜັກ ເວລາຮຽນເມື່ອໄດ້ຍິນສຽງຍົນມາ, ຜູ້ເປັນຄູໄດ້ນໍາພານັກຮຽນແລ່ນເຂົ້າລີ້ຢູ່ຖໍ້າ ແລະ ຢູ່ຫຼາຍທ້ອງຖິ່ນກໍໄດ້ຮັບຜົນກະທົບຈາກໄພສົງຄາມຮຸກຮານເຊັ່ນດຽວກັນ.
ຈົນມາຮອດປີ 1975 ປະເທດຊາດ ໄດ້ຮັບການປົດປ່ອຍ, ການປະຕິວັດກ້າວເຂົ້າສູ່ໄລຍະຮໍາບາດແຜສົງຄາມ ປະເທດໄດ້ພົບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ກໍໄດ້ເອົາໃຈໃສ່ ປຸກລະດົມນັກຮຽນໃຫ້ອຸ່ນອຽນທຸ່ນທ່ຽງ ຕັ້ງໜ້າສຶກສາຮໍ່າຮຽນ. ມີໂຮງຮຽນອຸດົມຫຼາຍແຫ່ງ ຄູອາຈານ ແລະ ນັກຮຽນໄດ້ເຂົ້າຮ່ວມເຮັດວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ບ່າພາຍປືນ, ມືຈັບເຈ້ຍ-ສໍ, ກາງຄືນປ້ອງກັນເວນຍາມ, ນໍາພານັກຮຽນເພີ້ມພູນຜະລິດຜົນ ເຮັດສວນຄົວ, ເຮັດນາປູກເຂົ້າ ເພື່ອເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງຕາມອຸດົມການທີ່ລະບຸໄວ້.
“ຄູ” ອາດບໍ່ແມ່ນອາຊີບທີ່ດີທີ່ສຸດ ແຕ່ມີຫຼາຍອາຊີບ ທີ່ໄດ້ດີ ຍ້ອນຄູ!
ຂໍອວຍພອນໄຊອັນປະເສີດມາຍັງບັນດາ ຄູ-ອາຈານສອນ, ຜູ້ບໍລິຫານການສຶກສາ, ຜູ້ປະກອບການ, ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ, ມີຄວາມສຸກຄວາມຈະເລີນ ແລະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານຂອງຕົນ.