Home Blog Page 75

ແລກປ່ຽນບົດຮຽນກ່ຽວກັບການນຳໃຊ້ລະບົບປັນຢາປະດິດ AI (Lao AI) ໃຫ້ສາມາດຕອບສະໜອງຂໍ້ມູນໃຫ້ແກ່ຜູ້ໃຊ້

ສູນບໍລິຫານລັດ ດີຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດສໍາມະນາກ່ຽວກັບ ລະບົບປັນຍາປະດິດລາວ (Lao AI) ໂດຍການເປັນປະທານຂອງ ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າ, ມະຫາວິທະຍາໄລແຫ່ງຊາດ ແລະ ບັນດາບໍລິສັດ ເຂົ້າຮ່ວມ.

ການສໍາມະນາໃນຄັ້ງນີ້, ໄດ້ນໍາສະເໜີ ແລະ ລາຍງານຄວາມຄືບໜ້າການຄົ້ນຄວ້າ ແລະ ພັດທະນາ ລະບົບປັນຍາປະດິດລາວ ໃນຮູບແບບພາສາລາວ. ນອກນັ້ນ, ຍັງເປີດເວທີເພື່ອແລກປ່ຽນກັນລະຫວ່າງພາກລັດ ແລະ ບັນດາຜູ້ຊ່ຽວຊານ, ນັກຄົ້ນຄວ້າ ແລະ ບໍລິສັດເອກະຊົນທີ່ມີບົດຮຽນກ່ຽວກັບການນໍາໃຊ້ລະບົບປັນຍາປະດິດເຂົ້າໃນວຽກງານ, ການສ້າງວິໄສທັດກ່ຽວກັບການພັດທະນາ ແລະ ການນໍາໃຊ້ AI, ການກໍານົດທິດທາງ, ຍຸດທະສາດ ແລະ ແຜນງານໃນການສ້າງ ລະບົບ Lao AI ໃຫ້ມີຄວາມເຂັ້ມແຂງ ສາມາດຕອບສະໜອງຂໍ້ມູນໃຫ້ແກ່ຜູ້ຊົມໃຊ້ ໂດຍອີງໃສ່ຜົນປະໂຫຍດຂອງຊາດເປັນຫລັກ ແລະ ການຊຸກຍູ້ຮ່ວມມື ເພື່ອສ້າງເປັນເຄືອຂ່າຍ ແລະ ສາມາດຮ່ວມມືກັນໄດ້ທຸກພາກສ່ວນໃນການພັດທະນາ ລະບົບ Lao AI ໃນ ສປປ ລາວ ໃຫ້ກ້າວໄປທາງໜ້າໄດ້.

ການສ້າງລະບົບປັນຍາປະດິດລາວ “Lao AI” ບໍ່ແມ່ນການນໍາໃຊ້ເຕັກໂນໂລຊີພຽງເທົ່ານັ້ນ, ທັງເປັນການພັດທະນາລະບົບປັນຍາປະດິດທີ່ເຂົ້າໃຈ ແລະ ໂຕ້ຕອບໃນຮູບແບບພາສາລາວ, ຮຽນຮູ້ວັດທະນະທໍາຮີດຄອງປະເພນີຂອງຊາດລາວ, ເຂົ້າໃຈເນື້ອໃນ, ຊ່ວຍເຫລືອຄົນລາວໃນການພັດທະນາຕໍ່ຍອດ ແລະ ສ້າງມູນຄ່າເພີ່ມໃນການນໍາໃຊ້ລະບົບປັນຍາປະດິດ ໃຫ້ເກີດປະໂຫຍດອີກດ້ວຍ. ນອກຈາກນີ້, ການພັດທະນາລະບົບປັນຍາປະດິດລາວ ຍັງພັດທະນາຕາມຈຸດສຸມຂອງ ສປປ ລາວ ເພື່ອຊຸກຍູ້ ແລະ ສົ່ງເສີມໃນດ້ານຕ່າງໆເຊັ່ນ: ດ້ານກະສິກໍາ, ດ້ານສາທາ ລະນະສຸກ, ດ້ານການສຶກສາ, ດ້ານການທ່ອງທ່ຽວ ແລະ ການບໍລິການ ເຊິ່ງຍັງມີສິ່ງທ້າທາຍຫລາຍປະການ ໃນດ້ານການສ້າງບຸກຄະລາກອນ, ການພັດທະນາລະບົບພື້ນຖານໂຄງລ່າງ, ການສ້າງຖານຂໍ້ມູນພາສາລາວຂະໜາດໃຫຍ່ ແລະ ການວາງຂອບກົດໝາຍ-ຈັນຍາບັນໃນການນຳໃຊ້ AI ໃຫ້ມີຄຸນນະພາບ, ມີປະສິດທິພາບ-ປະສິດທິຜົນດີຍິ່ງຂຶ້ນ.

ທີ່ມາ: ຂ່າວສານປະເທດລາວ

ທ່ານ ສະເຫຼີມໄຊ ກົມມະສິດ​, ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳໃຫ້ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ໃນວັນທີ 13 ຕຸລາ 2025 ທ່ານ ສະເຫຼີມໄຊ ກົມມະສິດ​, ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳພະນັກງານຫຼັກແຫຼ່ງຂອງ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຢູ່ ສຳນັກງານຂອງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຕັ້ງຢູ່ ບ້ານ ໂພນທັນ (ເຂດບຶງທາດຫຼວງ) ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ເປັນກົງຈັກການຈັດຕັ້ງໃໝ່ ທີ່ໄດ້ຮັບການສ້າງຕັ້ງຂຶ້ນຕາມດຳລັດ ສະບັບເລກທີ 322/ນຍ, ລົງວັນທີ 17 ມິຖຸນາ 2025 ແລະ ດໍາລັດວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວຂອງ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບເລກທີ 530/ນຍ, ລົງວັນທີ 11 ສິງຫາ 2025 ເພື່ອເປັນເສນາທິການໃຫ້ແກ່ລັດຖະບານ ໃນການສົ່ງເສີມ ແລະ ຄຸ້ມຄອງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ໂດຍມີ ຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເປັນກົງຈັກຊ່ວຍວຽກ.

ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ, ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈຳການ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານ ເຊິ່ງໄດ້ຍົກໃຫ້ເຫັນວ່າ: ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໄປຄຽງຄູກັບການປັບປຸງກົງຈັກການຈັດຕັ້ງ ແລະ ການຍົກຍ້າຍສຳນັກງານອົງການ ເຊິ່ງໃນໄລຍະເວລາ 3 ເດືອນກວ່າຜ່ານມາ ໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານຢ່າງເປັນປົກກະຕິ ໂດຍໄດ້ປັບປຸງກົນໄກໃນການຄົ້ນຄວ້າພິຈາລະນາອະນຸມັດການລົງທຶນໃຫ້ມີຄວາມກະທັດຮັດ, ໄດ້ສຳເລັດການເຊັນສັນຍາໂຄງການສຳປະທານຈຳນວນ 05 ໂຄງການ ລວມມູນຄ່າ 1 ຕື້ກວ່າໂດລາສະຫະລັດ, ໄດ້ຄົ້ນຄວ້າຕໍ່ອາຍຸສັນຍາ 10 ໂຄງການ, ແຈ້ງສິ້ນສຸດສັນຍາ 3 ໂຄງການ ແລະ ແຈ້ງເຕືອນໂຄງການທີ່ມີຂໍ້ບົກຜ່ອງຈຳນວນ 3 ໂຄງການ, ໄດ້ຄົ້ນຄວ້າການໃຫ້ນະໂຍບາຍສົ່ງເສີມການລົງທຶນ ໂດຍການອະນຸມັດແຜນນໍາເຂົ້າປະຈໍາປີ ຈໍານວນ 44 ບໍລິສັດ, ລວມມູນຄ່າ 1,5 ຕື້ໂດລາສະຫະລັດ ແລະ ເຄື່ອນໄຫວໂຄສະນະດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ ການຈັດສຳມະນາດຶງດູດການລົງທຶນ ຢູ່ ປະເທດຍີ່ປຸ່ນ, ສປ ຈີນ, ສະຫະລັດອາເມລິກາ ແລະ ມາເລເຊຍ.

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຊີ້ນຳໃຫ້ພະນັກງານທັງໝົດເພີ່ມທະວີຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໂດຍສະເພາະ ໃຫ້ສືບຕໍ່ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ-ການລົງທຶນ, ປັບປຸງປະສິດທິຜົນຂອງການຕິດຕາມ-ກວດກາໂຄງການລົງທຶນ, ປັບປຸງແບບແຜນວິທິເຮັດວຽກ ໂດຍການຫັນເປັນທັນສະໄໝໃນວຽກງານວິຊາສະເພາະຢ່າງເປັນລະບົບຄົບຊຸດ, ປັບປຸງວຽກງານໂຄສະນາດຶງດູດການລົງທຶນໃຫ້ມີຈຸດສຸມ ແລະ ມີລັກສະນະທ່າບຸກຫຼາຍຂຶ້ນ, ທັງໝົດນີ້ກໍເພື່ອສ້າງເງື່ອນໄຂໃຫ້ ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ປະກອບສ່ວນເປັນແຫຼ່ງທຶນສຳຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ທີ່ມາ: Lao Economic Daily

ໝາມີຄວາມຄ້າຍຄືກັນກັບຄົນເຮົາຫຼາຍກວ່າທີ່ເຮົາຄິດ ໂດຍສະເພາະວິທີທີ່ອາລົມສົ່ງຜົນກະທົບຕໍ່ການນອນຫຼັບຂອງພວກມັນ

ການສຶກສາໂດຍນັກຄົ້ນຄວ້າໃນປະເທດຮັງກາຣີ ພົບວ່າໝາທີ່ປະສົບກັບອາລົມທາງລົບກ່ອນນອນເຊັ່ນ: ຖືກດ່າ ຫຼື ຖືກເມີນເສີຍມັກຈະມີອາການນອນຫຼັບທີ່ບໍ່ສະຫງົບ ແລະ ບໍ່ເລິກ ນັກວິທະຍາສາດໄດ້ໃຊ້ເຄື່ອງຕິດຕາມ EEG (ການວັດແທກຄື້ນສະໝອງແບບບໍ່ລ່ວງລໍ້າ) ສັງເກດເຫັນວ່າ ໝາເຫຼົ່ານີ້ໃຊ້ເວລາໃນການນອນຫຼັບທີ່ເລິກ ແລະ ຟື້ນຟູພະລັງງານໜ້ອຍລົງ ຫຼັງຈາກພົບກັບເຫດການທີ່ເຄັ່ງຕຶງ.

ພຶດຕິກຳນີ້ສະແດງໃຫ້ເຫັນວ່າ ໝາສາມາດປະສົບກັບອາລົມຕ່າງໆເຊັ່ນ: ຄວາມວິຕົກກັງວົນ (anxiety) ແລະ ຄວາມເສົ້າ (sadness) ເຊິ່ງສາມາດລົບກວນການພັກຜ່ອນຂອງພວກມັນໄດ້ ຄືກັບຄວາມຄຽດທີ່ເກີດຂຶ້ນກັບຄົນເຮົາ.

ຜົນການຄົ້ນພົບນີ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນຂອງການດູແລດ້ານອາລົມ ແລະ ປະຕິສຳພັນທາງບວກ ເຊິ່ງເປັນການເຕືອນໃຫ້ພວກເຮົາຮູ້ວ່າສະພາບແວດລ້ອມທີ່ສະຫງົບ ແລະ ເຕັມໄປດ້ວຍຄວາມຮັກຈະຊ່ວຍໃຫ້ໝານອນຫຼັບດີຂຶ້ນ ແລະ ຮູ້ສຶກປອດໄພຫຼາຍຂຶ້ນ.

ທີ່ມາ: Fact Point

ເດັກນ້ອຍທີ່ມີນໍ້າໜັກເກີນເກນມີຈຳນວນຫຼາຍກວ່າເດັກນ້ອຍທີ່ມີນໍ້າໜັກຕໍ່າກວ່າເກນ

ຄັ້ງທຳອິດໃນປະຫວັດສາດ ເດັກນ້ອຍທີ່ມີນໍ້າໜັກເກີນເກນມີຈຳນວນຫຼາຍກວ່າເດັກນ້ອຍທີ່ມີນໍ້າໜັກຕໍ່າກວ່າເກນ ຜູ້ຊ່ຽວຊານດ້ານສຸຂະພາບໄດ້ຊີ້ໃຫ້ເຫັນວ່າ ການປ່ຽນແປງໃນລະດັບໂລກນີ້ເກີດມາຈາກອາຫານທີ່ມີການປຸງແຕ່ງສູງ (Ultra-processed foods) ແລະ ວິຖີຊີວິດທີ່ບໍ່ຄ່ອຍມີການເຄື່ອນໄຫວ (Sedentary lifestyle) ເຊິ່ງຖືກຄອບງຳໂດຍການນຳໃຊ້ໜ້າຈໍ (ເຊັ່ນ: ໂທລະສັບ, ຄອມພິວເຕີ, ໂທລະພາບ).

ອີງຕາມຂໍ້ມູນຂອງອົງການອະນາໄມໂລກ (WHO) ອັດຕາໂລກອ້ວນໃນເດັກໄດ້ເພີ່ມຂຶ້ນຫຼາຍກວ່າສິບເທົ່ານັບຕັ້ງແຕ່ປີ ຄ.ສ. 1975. ແນວໂນ້ມນີ້ ສະແດງໃຫ້ເຫັນວ່າພຶດຕິກຳການກິນໃນຍຸກໃໝ່ ແລະ ການອອກກຳລັງກາຍໜ້ອຍລົງກຳລັງປ່ຽນແປງສຸຂະພາບຂອງປະຊາຊົນທົ່ວໂລກຢ່າງຮຸນແຮງ.

ປັດຈຸບັນ, ຫຼາຍປະເທດກຳລັງໃຫ້ຄວາມສຳຄັນກັບການໃຫ້ຄວາມຮູ້ເລື່ອງໂພຊະນາການ ແລະ ການຈັດຫາອາຫານທ່ຽງທີ່ດີຕໍ່ສຸຂະພາບໃນໂຮງຮຽນ ເພື່ອຮັບມືກັບວິກິດການທີ່ຂະຫຍາຍຕົວນີ້ ແລະ ປົກປ້ອງຄົນລຸ້ນໃໝ່. ນີ້ແມ່ນການປ່ຽນແປງທາງດ້ານສາທາລະນະສຸກທີ່ສຳຄັນ ເຊິ່ງສະແດງໃຫ້ເຫັນວ່າ ບັນຫາໂພຊະນາການຂອງໂລກໄດ້ປ່ຽນທິດທາງ.

ທີ່ມາ: Fact Point

ທູດຍີ່ປຸ່ນ ມອບໃບຍ້ອງຍໍໃຫ້ບຸກຄົນສຳຄັນຂອງ ສປປລາວ

ໃນວັນທີ 10 ຕຸລາ ທີ່ຜ່ານມາ, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສ.ປ.ປ.ລາວ ໄດ້ມອບໃບຍ້ອງຍໍຈາກທ່ານທູດ ໃຫ້ແກ່ ດຣ. ພອນແກ້ວ ຈັນທະມາລີ, ຜູ້ອຳນວຍການ ສະຖາບັນ ລາວ-ຍີ່ປຸ່ນ (LJI), ແລະ ທ່ານ ດຣ. ມະໄລຄຳ ໄຊຍະກອນ, ຮອງຄະນະບໍດີ ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ ທີ່ເຮືອນພັກເອກອັກຄະຣາຊະທູດຍີ່ປຸ່ນ.

 ທ່ານ ດຣ. ພອນແກ້ວ ໄດ້ສຶກສາລະດັບຊັ້ນປະລິນຍາຕີ ແລະ ປະລິນຍາໂທ ພາຍໃຕ້ທຶນການສຶກສາລັດຖະບານຍີ່ປຸ່ນ MEXT ທີ່ ມະຫາວິທະຍາໄລໂຢໂກຮາມະ ສາຂາວິສະວະກຳສາດ ແລະ ບັນດິດວິທະຍາໄລສາຂາວິສະວະກຳສາດ ຂອງມະຫາວິທະຍາໄລດຽວກັນ. ອີກທັງຍັງເປັນຄົນລາວຜູ້ທຳອິດ ທີ່ໄດ້ສຳເລັດການສຶກສາລະດັບປະລິນຍາເອກ ຈາກມະຫາວິທະຍາໄລຍີ່ປຸ່ນ. ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ, ເພິ່ນກໍໄດ້ເປັນອາຈານທີ່ມະຫາວິທະຍາໄລແຫ່ງຊາດ, ສິດສອນ ແລະ ເປັນແບບຢ່າງໃຫ້ນັກສຶກສາດີເດັ່ນຫຼາຍຄົນ ໃນສາຂາວິຊາເຕັກໂນໂລຊີ ແລະ ວິທະຍາສາດຄອມພິວເຕີ. ໃນປີ 2021, ເພິ່ນກໍໄດ້ຮັບຕຳແໜ່ງໃນຖານະ ຜູ້ອຳນວຍການ ສະຖາບັນ ລາວ-ຍີ່ປຸ່ນ (LJI) ແລະ ໄດ້ປະກອບສ່ວນໃຫ້ຄວາມຮູ້ ຢ່າງແຂງຂັນທາງດ້ານການພັດທະນາຊັບພະຍາກອນມະນຸດ, ການສຶກສາດ້ານບໍລິຫານທຸລະກິດ, ໂປຣແກຣມການຮຽນການສອນພາສາຍີ່ປຸ່ນ, ແລະ ຮັດແໜ້ນຄວາມເຂົ້າໃຈລະຫວ່າງສອງຊາດຍີ່ປຸ່ນ ແລະ ລາວ.

​ທ່ານ ດຣ. ມະໄລຄຳ ໄດ້ສຳເລັດການສຶກສາລະດັບປະລິນຍາເອກ ຈາກ ບັນດິດວິທະຍາໄລສາຂາພາສາສາດ ທີ່ມະຫາວິທະຍາໄລໂຄຄຸກາຄຸອິນ ໃນປີ 2011 ແລະ ໄດ້ຢືນຢັດບຸກເບີກວົງການການສຶກສາພາສາຍີ່ປຸ່ນໃນປະເທດລາວ ຕັ້ງແຕ່ປີ 2013 ເປັນຕົ້ນມາ. ພາກວິຊາພາສາຍີ່ປຸ່ນ ຂອງມະຫາວິທະຍາໄລແຫ່ງຊາດ ເປັນໜຶ່ງໃນສະຖາບັນການສຶກສາແນວໜ້າຂອງປະເທດລາວສຳລັບຜູ້ທີ່ສົນໃຈຢາກຮຽນພາສາຍີ່ປຸ່ນຢ່າງລົງເລິກ. ອີກທັງຍັງເປັນສູນກາງສົ່ງເສີມການພັດທະນາ-ສົ່ງເສີມສະຖາບັນພາສາຍີ່ປຸ່ນແຫ່ງອື່ນໆ ຜ່ານການຈັດການເຝິກອົບຮົມຄູ ແລະ ໃຫ້ຄຳປຶກສາກ່ຽວກັບຫຼັກສູດການສອນ. ທ່ານ ດຣ. ມະໄລຄຳ ໄດ້ອຸທິດຕົນສິດສອນ ນັກສຶກສາຜູ້ທີ່ມີຄວາມປາຖະໜາຢາກຮຽນພາສາຍີ່ປຸ່ນໃນທາງວິຊາການ ແລະ ຢາກກາຍເປັນຂົວເຊື່ອມຕໍ່ສາຍພົວພັນລະຫວ່າງຍີ່ປຸ່ນ ແລະ ລາວ ຢ່າງບໍ່ຢຸດຢັ້ງ ແລະ ຄວາມຕັ້ງໃຈຂອງເພິ່ນໜ້າຍົກຍ້ອງເປັນຢ່າງຍິ່ງ.

​ໃນວາລະນີ້, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສ.ປ.ປ.ລາວ ຈຶ່ງໄດ້ມອບໃບຍ້ອງຍໍ ເພື່ອແທນຄຳຂອບໃຈຕໍ່ກັບ ທ່ານ ດຣ. ພອນແກ້ວ ແລະ ທ່ານ ດຣ. ມະໄລຄຳ, ບຸກຄະລະກອນຜູ້ທີ່ໄດ້ອຸທິດຕົນເພື່ອໂຄສະນາເຜີຍແຜ່ການຮ່ວມມືລະຫວ່າງຍີ່ປຸ່ນ ແລະ ລາວຜ່ານການສິດສອນ ແລະ ແລກປ່ຽນວັດທະນະທຳ ເປັນເວລາຫຼາຍສິບປີ. ເຊິ່ງພາຍໃນງານກໍໄດ້ຮັບກຽດເຂົ້າຮ່ວມຈາກ ທ່ານ ຮອງສາສະດາອາຈານ ດຣ. ພຸດ ສິມມະລາວົງ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ. ທ່ານ ສາສະດາອາຈານ ດຣ. ເດຊານຸລາດ ແສນດວງເດດ, ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ພ້ອມກັບ ຜູ້ກ່ຽວຂ້ອງກັບຜູ້ຮັບລາງວັນສອງທ່ານ.

14 ຕຸລາ ວັນມາດຕະຖານໂລກ

14 ຕຸລາ 2025: ປະຊາຄົມມາດຕະຖານສາກົນຈະໄດ້ຮ່ວມກັນສະເຫຼີມສະຫຼອງ ວັນມາດຕະຖານໂລກ (World Standards Day) ເພື່ອເປັນການຍົກຍ້ອງ ແລະ ໃຫ້ກຽດແກ່ຄວາມພະຍາຍາມຮ່ວມມືຂອງຜູ້ຊ່ຽວຊານຫຼາຍພັນຄົນ ທີ່ສ້າງຂໍ້ຕົກລົງດ້ານເຕັກນິກແບບສະໝັກໃຈ ເຊິ່ງກາຍເປັນມາດຕະຖານສາກົນທີ່ຊ່ວຍໃຫ້ໂລກມີຄວາມປອດໄພ, ມີຄຸນນະພາບ, ແລະ ເຊື່ອມຕໍ່ກັນ.

ສຳລັບປີ 2025 ນີ້, ອົງການຈັດຕັ້ງສາກົນເພື່ອການມາດຕະຖານ (ISO), ຄະນະກຳມາທິການໄຟຟ້າເຕັກນິກສາກົນ (IEC), ແລະ ສະຫະພັນໂທລະຄົມມະນາຄົມສາກົນ (ITU) ໄດ້ກຳນົດຫົວຂໍ້ຫຼັກຂອງການສະເຫຼີມສະຫຼອງ ຄື: “ວິໄສທັດຮ່ວມກັນເພື່ອໂລກທີ່ດີກວ່າ: ສຸມໃສ່ເປົ້າໝາຍການພັດທະນາແບບຍືນຍົງ (SDG) ທີ 17 – ການສ້າງຄູ່ຮ່ວມມືເພື່ອເປົ້າໝາຍ”.

ຫົວຂໍ້ດັ່ງກ່າວໄດ້ເນັ້ນເຖິງບົດບາດສຳຄັນຂອງມາດຕະຖານສາກົນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືທົ່ວໂລກ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດທັງ 17 ເປົ້າໝາຍ.

ມາດຕະຖານສະໜອງພາສາ​ ແລະ​ ຂອບເຂດວຽກງານຮ່ວມກັນທີ່ຊ່ວຍໃຫ້ພາກສ່ວນຕ່າງໆ​ ເຊັ່ນ: ລັດຖະບານ, ອຸດສາຫະກຳ, ອົງການບໍ່ຫວັງຜົນກຳໄລ, ແລະ ສະຖາບັນການສຶກສາ ສາມາດເຮັດວຽກຮ່ວມກັນໄດ້ຢ່າງມີປະສິດທິຜົນ​ ໃນການແກ້ໄຂບັນຫາທ້າທາຍຕ່າງໆຂອງໂລກ.

ໂດຍການກຳນົດມາດຕະຖານທີ່ສອດຄ່ອງກັນສຳລັບຄຸນນະພາບ, ຄວາມປອດໄພ ແລະ ການໃຊ້ງານຮ່ວມກັນໄດ້, ມາດຕະຖານຈະຊ່ວຍສ້າງຄວາມໄວ້ວາງໃຈໃນການຄ້າ ແລະການຮ່ວມມືລະຫວ່າງປະເທດ.

ມາດຕະຖານເປັນເຄື່ອງມືທີ່ມີພະລັງໃນການນຳເອົາວິທີການແກ້ໄຂບັນຫາທີ່ໄດ້ຮັບການພິສູດແລ້ວ ແລະ ວິທີການປະຕິບັດທີ່ດີທີ່ສຸດໄປໃຊ້ໃນລະບົບ​ ແລະ​ ຜະລິດຕະພັນຕ່າງໆ ເຊິ່ງຈະຊ່ວຍໃຫ້ການບັນລຸເປົ້າໝາຍການພັດທະນາແບບຍືນຍົງມີຄວາມໄວຂຶ້ນ.

ນອກຈາກນັ້ນ, ຍັງມີການເນັ້ນໜັກເຖິງຫົວຂໍ້ຍ່ອຍໃນພາກພື້ນຕ່າງໆ ເຊັ່ນ: “ມາດຕະຖານເພື່ອສາທາລະນະສຸກ​ ແລະ​ ຄວາມປອດໄພ” ເພື່ອເນັ້ນໃຫ້ເຫັນວ່າ ມາດຕະຖານໄດ້ປົກປ້ອງເກືອບທຸກດ້ານຂອງຊີວິດປະຈຳວັນຂອງເຮົາ, ຕັ້ງແຕ່ນໍ້າດື່ມ, ອາຄານທີ່ຢູ່ອາໄສ, ຈົນເຖິງເຕັກໂນໂລຊີທີ່ເຮົາໃຊ້.

ວັນມາດຕະຖານໂລກ 2025 ນີ້ ຈຶ່ງເປັນການຢືນຢັນເຖິງຫຼັກການທີ່ວ່າ: ດ້ວຍການຮ່ວມມືແລະ​ ມາດຕະຖານສາກົນ, ພວກເຮົາມີພະລັງຫຼາຍກວ່າເກົ່າໃນການສ້າງອະນາຄົດທີ່ຍືນຍົງ, ຍຸຕິທຳ, ແລະ ດີກວ່າເກົ່າສຳລັບທຸກຄົນ.

ປະເພນີນ້ຳໃຈຕົນນອກແວ ນຳແອັບເປີ້ນສ່ວນເກີນໄປແຂວນຢູ່ຮົ້ວ ໜ້າເຮືອນໃຫ້ຄົນຍ່າງກາຍສາມາດນຳໄປກິນໄດ້

ໃນໝູ່ບ້ານນ້ອຍໆທົ່ວປະເທດນອກແວມີ “ທຳນຽມທີ່ອົບອຸ່ນໃຈ” ເຊິ່ງສະທ້ອນເຖິງຈິດວິນຍານແຫ່ງຄວາມເອື້ອເຟື້ອ ແລະ ນໍ້າໃຈຕໍ່ກັນ. ເມື່ອຮອດລະດູການທີ່ຕົ້ນໝາກແອັບເປິ້ນອອກໝາກດົກເກີນກວ່າທີ່ຄອບຄົວຈະກິນໝົດ ຊາວບ້ານຈະນຳໝາກແອັບເປິ້ນສ່ວນເກີນໄປແຄວ້ນໄວ້ເທິງຮົ້ວໜ້າບ້ານເພື່ອໃຫ້ໃຜກໍຕາມທີ່ຍ່າງຜ່ານໄປມາສາມາດເອົາໄປກິນໄດ້ຟຣີ.

ໝາກແອັບເປິ້ນສີສົດຢູ່ເທິງຮົ້ວໄມ້ຄືເຄື່ອງປະດັບລະດູເກັບກ່ຽວເປັນການແບ່ງປັນນ້ອຍໆ ທີ່ເຕັມໄປດ້ວຍຄວາມອົບອຸ່ນ ແລະ ຄວາມປາດຖະໜາດີ ເຊິ່ງບໍ່ພຽງແຕ່ສະຫຼອງ “ລະດູການແຫ່ງຄວາມອຸດົມສົມບູນ” ແຕ່ຍັງເປັນການເຕືອນໃຫ້ທຸກຄົນລະນຶກວ່າ: “ບາງຄັ້ງ ຄວາມອົບອຸ່ນຂອງມະນຸດ…ເກີດຈາກນໍ້າໃຈນ້ອຍໆ ທີ່ເຮັດດ້ວຍຫົວໃຈແທ້ໆ.”

ທີ່ມາ: Digital kashmir

13 ຕູລາ ວັນຄຸ້ທຄອງໄພພິບັດ ແຫ່ງຊາດ ວັນຄຸ້ມຄອງໄພພິບັດອາຊຽນ ແລະ ວັນຫຼຸດຜ່ອນໄພພິບັດສາກົນ

13 ຕຸລາ ວັນຄຸ້ມຄອງໄພພິບັດແຫ່ງຊາດ, ວັນຄຸ້ມຄອງໄພພິບັດອາຊຽນ ແລະ ວັນຫຼຸດຜ່ອນໄພພິບັດສາກົນ (National Disaster Management Day, ASEAN Day for Disaster Management, International Day for Disaster Risk Reduction).

ປະເທດລາວ​ ເປັນປະໜຶ່ງທີ່ປະເຊີນກັບຄວາມສ່ຽງຫຼາຍຢ່າງ​ ໃນແຕ່ລະປີ ເຊັ່ນ: ນ້ຳຖ້ວມ, ພາຍຸ, ໄພແຫ້ງແລ້ງ, ແຜ່ນດິນໄຫວ, ດິນເຈື່ອນ, ໄພພິບັດເຫຼົ່ານີ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່, ເສດຖະກິດ, ແລະ ການພັດທະນາຂອງ​ ສປປ ລາວ.​

ລັດຖະບານ ໃຫ້ຄວາມສໍາຄັນຕໍ່ກັບວຽກງານຄຸ້ມຄອງໄພພິບັດ ຄຽງຄູ່ກັບວຽກງານອື່ນໆ ຢ່າງແຂງແຮງ ເນື່ອງຈາກເປັນວຽກງານໜຶ່ງທີ່ນອນຢູ່ໃນແນວທາງນະໂຍບາຍຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານທີ່ກໍານົດນະໂຍບາຍຊ່ວຍເຫຼືອດ້ານມະນຸດສະທໍາຕໍ່ປະຊາຊົນລາວບັນດາເຜົ່າ ແລະ ຜູ້ປະສົບເຄາະຮ້າຍຈາກໄພພິບັດ, ຍາດແຍ່ງເອົາການຊ່ວຍເຫຼືອ ຈາກພາກສ່ວນຕ່າງໆ ໃນສັງຄົມ​ ສະໝັກໃຈເຂົ້າມາມີສ່ວນຮ່ວມໃນວຽກງານຄຸ້ມຄອງໄພພິບັດ​ ເຮັດໃຫ້ຜູ້ຖືກເຄາະຮ້າຍຈາກໄພທໍາມະຊາດໄດ້ຮັບການຊ່ວຍເຫຼືອຢ່າງເໝາະສົມ ແລະ​ ສາມາດກັບມາດໍາລົງຊີວິດຢ່າງເປັນປົກກະຕິ.

ດ້ານສະມັດຊາແຫ່ງສະຫະປະຊາຊາດ ກໍໄດ້ກຳນົດໃຫ້ວັນທີ 13 ຕຸລາ ຂອງທຸກໆປີ​ ເປັນວັນຫຼຸດຜ່ອນໄພພິບັດທຳມະຊາດໂລກ ເຊິ່ງເປັນສ່ວນໜຶ່ງຂອງການປະກາດແຫ່ງການຫຼຸດຄວາມສູນເສຍທາງທຳມະຊາດໃນລະດັບນາໆຊາດ.

ໂດຍມີເປົ້າໝາຍຄືການສ້າງຄວາມຮັບຮູ້ ຄວາມສຳຄັນຂອງການຫຼຸດໄພພິບັດທາງທຳມະຊາດ​ ຄືກັນກັບການພັດທະນາແບບຍືນຍົງ ໂດຍມີເປົ້າໝາຍເພື່ອຈະຫຼຸດການສູນເສຍໃນດ້ານມະນຸດ ສັງຄົມ ເສດຖະກິດ ແລະ ສິ່ງແວດລ້ອມ ໄປກັບອັນຕະລາຍທາງທຳມະຊາດ ແລະ ສິ່ງແວດລ້ອມ.

ກິນໄຂ່ 1 ໜ່ວຍ ຕໍ່ອາທິດ ຊ່ວຍຫຼຸດຄວາມສ່ຽງເກີດພະຍາດ ສະໝອງເສື່ອມໃນຜູ້ສູງອາຍຸ ໄດ້ເຖິງ 47%

ການຄົ້ນຄວ້າໃໝ່ໄດ້ສະແດງໃຫ້ເຫັນວ່າ ການກິນໄຂ່​ຢ່າງ​ໜ້ອຍ ໜຶ່​ງໜ່ວຍຕໍ່ອາທິດ ແມ່ນມີປະສິດທິພາບໃນການປົກປ້ອງສະໝອງຂອງຜູ້ສູງອາຍຸ ຈາກພະຍາດ Alzheimer.

ອີງຕາມການສຶກສາທີ່ດຳເນີນການໂດຍນັກຄົ້ນຄວ້າຈາກ ມະຫາວິທະຍາໄລ Tufts ທີ່ສະຫະລັດອາເມຣິກາ, ແລະ ຈັດພິມໃນວາລະສານ The Journal of Nutrition, ໄດ້ພົບວ່າ: ການຄົ້ນຄວ້ານີ້ໄດ້ຕິດຕາມຜູ້ເຂົ້າຮ່ວມ ທົດລອງ​ ຫຼາຍກວ່າ 1,000 ຄົນ ທີ່ເປັນສ່ວນໜຶ່ງຂອງໂຄງການ Rush Memory and Aging Project ໃນນະຄອນ Chicago ເປັນເວລາສະເລ່ຍປະມານ 6-7 ປີ.

ນັກຄົ້ນຄວ້າເຊື່ອວ່າປັດໄຈຫຼັກຂອງຜົນປະໂຫຍດນີ້ແມ່ນມາຈາກສານອາຫານສຳຄັນທີ່ມີຊື່ວ່າ ໂຄລີນ (Choline), ເຊິ່ງພົບໄດ້ຫຼາຍໃນໄຂ່ແດງ. ໂຄລີນ​ ມີບົດບາດສຳຄັນໃນການຮັກສາສຸຂະພາບຂອງສະໝອງ ແລະ ການສ້າງສານສື່ປະສາດທີ່ຈຳເປັນຕໍ່ການຮຽນຮູ້ ແລະ ຄວາມຈຳ. ການວິເຄາະໄດ້ສະແດງໃຫ້ເຫັນວ່າໂຄລີນ​ ເປັນປັດໄຈທີ່ຊ່ວຍຫຼຸດຄວາມສ່ຽງຂອງພະຍາດ Alzheimer ໄດ້ເຖິງປະມານ 39%. 🤯

ນອກຈາກໂຄລີນແລ້ວ, ໄຂ່ຍັງມີສານອາຫານອື່ນໆທີ່ເປັນປະໂຫຍດຕໍ່ສະໝອງ​ ເຊັ່ນ: ກົດໄຂມັນໂອເມກ້າ-3 (Omega-3 fatty acids) ແລະ ລູເຕອິນ (lutein).

ເຖິງແມ່ນວ່າການສຶກສານີ້ເປັນພຽງການສັງເກດການ (ບໍ່ໄດ້ຢືນຢັນວ່າເປັນສາເຫດ​ ແລະ​ ໄດ້ຮັບຜົນໂດຍກົງ​ 100%), ແຕ່ຜົນການຄົ້ນຄວ້າໄດ້ຊີ້ໃຫ້ເຫັນວ່າ​ ການປ່ຽນແປງພຶດຕິກຳດ້ານການກິນອາຫານພຽງເລັກນ້ອຍ ເຊັ່ນ: ການກິນໄຂ່ຢ່າງໜ້ອຍ 1 ໜ່ວຍຕໍ່ອາທິດ ອາດເປັນບາດກ້າວທີ່ສຳຄັນໃນການຮັກສາສຸຂະພາບສະໝອງໃນໄລຍະຍາວໄດ້ ສຳລັບຜູ້ສູງອາຍຸ.

ທີ່ມາ: 5 Unknown Facts

ອົງການ world vision ຊ່ວຍປັບປຸງນ້ຳ ແລະ ສຸຂະອະນາໄມໃນລາວ

ອົງການ World Vision ໄດ້ເຮັດວຽກຢ່າງໃກ້ຊິດກັບລັດຖະບານລາວໃນ 24 ເມືອງ ເພື່ອຊ່ວຍເຫຼືອຊຸມຊົນໃນການປັບປຸງສຸຂານາໄມ ແລະ ການເຂົ້າເຖິງນ້ຳສະອາດ ພ້ອມທັງຫຼຸດຜ່ອນການແຜ່ລະບາດຂອງພະຍາດຕິດຕໍ່.

ໃນປີ 2014, ມີຫຼາຍກວ່າ 1,500 ຄອບຄົວໄດ້ຕິດຕັ້ງຫ້ອງນ້ຳ, 197 ຄອບຄົວໄດ້ຮັບເຄື່ອງກອງນ້ຳ, ມີການຂຸດເຈາະນ້ຳບາດານ 15 ແຫ່ງໃນ 4 ບ້ານ, ແລະ ສ້າງລະບົບນ້ຳປະປາ 46 ແຫ່ງເພື່ອນຳນ້ຳສະອາດໄປສູ່ 15 ບ້ານ, ເຊິ່ງຄາດວ່າມີຫຼາຍກວ່າ 10,000 ຄອບຄົວໄດ້ຮັບຜົນປະໂຫຍດຈາກໂຄງການນີ້.

ນາງ Amelia Merrick, ຜູ້ອຳນວຍການອົງການ World Vision ປະຈຳ ສປປ ລາວ ກ່າວວ່າ ໂຄງການທີ່ມີປະສິດທິພາບ ແລະ ຍືນຍົງທີ່ສຸດແມ່ນເມື່ອຊຸມຊົນມີສ່ວນຮ່ວມຢ່າງຫ້າວຫັນໃນການວາງແຜນ, ປະຕິບັດ ແລະ ຄຸ້ມຄອງລະບົບນ້ຳ ແລະ ສຸຂານາໄມຂອງຕົນເອງ.

ປະຈຸບັນບ້ານຕ່າງໆມີຄະນະກຳມະການນ້ຳທີ່ໄດ້ຮັບການຝຶກອົບຮົມ ເພື່ອດູແລຮັກສາລະບົບນ້ຳປະປາໃໝ່ຢ່າງຕໍ່ເນື່ອງ ແລະ ໃຫ້ຄວາມຮູ້ແກ່ຊຸມຊົນກ່ຽວກັບຄວາມສຳຄັນຂອງນ້ຳດື່ມທີ່ປອດໄພ. ນອກຈາກນີ້ ອົງການຍັງໄດ້ດຳເນີນການໂຄສະນາສຶກສາເພື່ອຊ່ວຍໃຫ້ຊຸມຊົນເຂົ້າໃຈເຖິງຄວາມເຊື່ອມໂຍງລະຫວ່າງສຸຂານາໄມທີ່ດີກັບສຸຂະພາບ ລວມທັງການລ້າງມືດ້ວຍສະບູ, ການປຸງແຕ່ງອາຫານດ້ວຍນ້ຳສະອາດ ແລະ ການໃຊ້ວິດຖ່າຍ.