ທ່ານ ສະເຫຼີມໄຊ ກົມມະສິດ​, ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳໃຫ້ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ໃນວັນທີ 13 ຕຸລາ 2025 ທ່ານ ສະເຫຼີມໄຊ ກົມມະສິດ​, ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳພະນັກງານຫຼັກແຫຼ່ງຂອງ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຢູ່ ສຳນັກງານຂອງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຕັ້ງຢູ່ ບ້ານ ໂພນທັນ (ເຂດບຶງທາດຫຼວງ) ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ເປັນກົງຈັກການຈັດຕັ້ງໃໝ່ ທີ່ໄດ້ຮັບການສ້າງຕັ້ງຂຶ້ນຕາມດຳລັດ ສະບັບເລກທີ 322/ນຍ, ລົງວັນທີ 17 ມິຖຸນາ 2025 ແລະ ດໍາລັດວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວຂອງ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບເລກທີ 530/ນຍ, ລົງວັນທີ 11 ສິງຫາ 2025 ເພື່ອເປັນເສນາທິການໃຫ້ແກ່ລັດຖະບານ ໃນການສົ່ງເສີມ ແລະ ຄຸ້ມຄອງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ໂດຍມີ ຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເປັນກົງຈັກຊ່ວຍວຽກ.

ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ, ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈຳການ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານ ເຊິ່ງໄດ້ຍົກໃຫ້ເຫັນວ່າ: ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໄປຄຽງຄູກັບການປັບປຸງກົງຈັກການຈັດຕັ້ງ ແລະ ການຍົກຍ້າຍສຳນັກງານອົງການ ເຊິ່ງໃນໄລຍະເວລາ 3 ເດືອນກວ່າຜ່ານມາ ໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານຢ່າງເປັນປົກກະຕິ ໂດຍໄດ້ປັບປຸງກົນໄກໃນການຄົ້ນຄວ້າພິຈາລະນາອະນຸມັດການລົງທຶນໃຫ້ມີຄວາມກະທັດຮັດ, ໄດ້ສຳເລັດການເຊັນສັນຍາໂຄງການສຳປະທານຈຳນວນ 05 ໂຄງການ ລວມມູນຄ່າ 1 ຕື້ກວ່າໂດລາສະຫະລັດ, ໄດ້ຄົ້ນຄວ້າຕໍ່ອາຍຸສັນຍາ 10 ໂຄງການ, ແຈ້ງສິ້ນສຸດສັນຍາ 3 ໂຄງການ ແລະ ແຈ້ງເຕືອນໂຄງການທີ່ມີຂໍ້ບົກຜ່ອງຈຳນວນ 3 ໂຄງການ, ໄດ້ຄົ້ນຄວ້າການໃຫ້ນະໂຍບາຍສົ່ງເສີມການລົງທຶນ ໂດຍການອະນຸມັດແຜນນໍາເຂົ້າປະຈໍາປີ ຈໍານວນ 44 ບໍລິສັດ, ລວມມູນຄ່າ 1,5 ຕື້ໂດລາສະຫະລັດ ແລະ ເຄື່ອນໄຫວໂຄສະນະດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ ການຈັດສຳມະນາດຶງດູດການລົງທຶນ ຢູ່ ປະເທດຍີ່ປຸ່ນ, ສປ ຈີນ, ສະຫະລັດອາເມລິກາ ແລະ ມາເລເຊຍ.

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຊີ້ນຳໃຫ້ພະນັກງານທັງໝົດເພີ່ມທະວີຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໂດຍສະເພາະ ໃຫ້ສືບຕໍ່ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ-ການລົງທຶນ, ປັບປຸງປະສິດທິຜົນຂອງການຕິດຕາມ-ກວດກາໂຄງການລົງທຶນ, ປັບປຸງແບບແຜນວິທິເຮັດວຽກ ໂດຍການຫັນເປັນທັນສະໄໝໃນວຽກງານວິຊາສະເພາະຢ່າງເປັນລະບົບຄົບຊຸດ, ປັບປຸງວຽກງານໂຄສະນາດຶງດູດການລົງທຶນໃຫ້ມີຈຸດສຸມ ແລະ ມີລັກສະນະທ່າບຸກຫຼາຍຂຶ້ນ, ທັງໝົດນີ້ກໍເພື່ອສ້າງເງື່ອນໄຂໃຫ້ ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ປະກອບສ່ວນເປັນແຫຼ່ງທຶນສຳຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ທີ່ມາ: Lao Economic Daily

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles