ປະຈຸບັນນີ້, ກໍາລັງມີກະແສສັງຄົມຢ່າງຮ້ອນແຮງກ່ຽວກັບປະເດັນການຮັບບໍລິຈາກຊ່ວຍເຫຼືອຜູ້ປະສົບໄພ! ແຕ່ສິ່ງທີ່ໜ້າວິຕົກກັງວົນ ແລະ ເຮັດໃຫ້ຫຼາຍຄົນບໍ່ຄັກໃຈຄືຄວາມບໍ່ຈະແຈ້ງໃນວົງເງິນບໍລິຈາກ.
ສະນັ້ນ, ພວກເຮົາມາເບິ່ງນຳກັນວ່າ ຖ້າຜູ້ກ່ຽວກະທຳຜິດແທ້ ຈະໄດ້ຮັບໂທດແບບໃດ?
ອີງຕາມປະມວນກົດໝາຍອາຍາ ສະບັບປີ 2017:
ມາດຕາ 233 ການສໍ້ໂກງຊັບ ລະບຸໄວ້ວ່າ:
ບຸກຄົນໃດຫາກໄດ້ໃຊ້ເລ່ລ່ຽມ ຕົວະຍົວະຫຼອກລວງ ດ້ວຍວິທີໃດກໍຕາມ ເພື່ອເຮັດໃຫ້ຜູ້ອື່ນເອົາຊັບໃຫ້ຕົນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ສາມປີ ແລະ ຈະຖືກປັບໃໝ ແຕ່ 5,000,000 ກີບ ຫາ 20,000,000 ກີບ.
ໃນກໍລະນີເອົາການສໍ້ໂກງຊັບເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ໃນກໍລະນີກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມປີ ຫາ ແປດປີ ແລະ ຈະຖືກປັບໃໝ ແຕ່ 10,000,000 ກີບ ຫາ 50,000,000 ກີບ.
ຄວາມພະຍາຍາມກໍ່ການກະທຳຜິດກໍຈະຖືກລົງໂທດເຊັ່ນດຽວກັນ.
ມາດຕາ 234 ການຍັກຍອກຊັບ ລະບຸໄວ້ວ່າ:
ບຸກຄົນໃດຫາກໄດ້ສວຍໃຊ້ຄວາມເຊື່ອໃຈ ເພື່ອລັກໂລບເອົາ, ຕັດຮອນເອົາ ຫຼື ສັບປ່ຽນເອົາຊັບທີ່ຕົນໄດ້ຖືກມອບໝາຍໃຫ້ຮັກສາ ຫຼື ເພື່ອຈຸດປະສົງໃດໜຶ່ງ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມເດືອນ ຫາ ສາມປີ ແລະ ຈະຖືກປັບໃໝ ແຕ່ 5,000,0000 ກີບ ຫາ 20,000,000 ກີບ.
ໃນກໍລະນີເອົາການຍັກຍອກຊັບເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ໃນກໍລະນີກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມປີ ຫາ ແປດປີ ແລະ ຈະຖືກປັບໃໝ ແຕ່ 10,000,000 ກີບ ຫາ 50,000,000 ກີບ.
ຄວາມພະຍາຍາມກໍ່ການກະທຳຜິດກໍຈະຖືກລົງໂທດເຊັ່ນດຽວກັນ.
ຈະເຫັນໄດ້ວ່າ ການສໍ້ໂກງ ແລະ ຍັກຍອກຊັບ ເປັນການກະທໍາທີ່ຜິດຕໍ່ກົດໝາຍຂອງ ສປປລາວ, ການສວຍໃຊ້ຄວາມເຊື່ອໃຈຂອງຜູ້ອື່ນ ເພື່ອຜົນປະໂຫຍດຂອງຕົນເອງ ເປັນການທໍາລາຍຄວາມເຊື່ອໝັ້ນໃນສັງຄົມ ແລະ ເຮັດໃຫ້ເກີດຄວາມເສຍຫາຍທັງດ້ານຊັບສິນ ແລະ ຈິດໃຈ.
ສະນັ້ນ, ພວກເຮົາຈຶ່ງຢາກຝາກໃຫ້ທຸກທ່ານ ລະມັດລະວັງໃນການບໍລິຈາກ ແລະ ການໃຫ້ຄວາມເຊື່ອໃຈໃຜຜູ້ໜຶ່ງ. ຄວນກວດສອບຂໍ້ມູນໃຫ້ຊັດເຈນກ່ອນການຕັດສິນໃຈ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນທີ່ບໍ່ຫວັງດີ.
Lao Youth Radio FM90MHz


