ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ໃນວັນທີ 22 ກັນຍາ 2026, ທີ່ ນະຄອນ ນິວຢອກ, ສ.ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ (ສປຊ) ສະໄໝທີ 81 ພາຍໃຕ້ຫົວຂໍ້: “ຟື້ນຟູຄວາມເຊື່ອໝັ້ນ, ບໍລິຫານການຫັນປ່ຽນໃຫ້ກາຍເປັນ ອົງການສະຫະປະຊາຊາດ ທີ່ໃຫ້ຜົນປະໂຫຍດແກ່ທຸກຄົນ” (Restoring Trust, Managing Transformation: A United Nations That Delivers for All) ພ້ອມທັງເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ (General Debate) ແລະ ກິດຈະກໍາປິ່ນອ້ອມຕ່າງໆ.

ໃນພາກເປີດກອງປະຊຸມ, ທ່ານ ອັນໂຕນີໂອ ກູເຕເຣັສ, ເລຂາທິການໃຫຍ່ ສປຊ ໄດ້ກ່າວປາໄສເນັ້ນໃສ່ 4 ບົດທົດສອບອໍານາດຂອງໂລກ ໄດ້ແກ່: ການຮັກສາສັນຕິພາບ-ຄວາມປອດໄພ 🕊️, ການແກ້ໄຂຄວາມບໍ່ສະເໝີພາບ ແລະ ໂຄງສ້າງການເງິນ, ການຮັບມືກັບວິກິດການສະພາບດິນຟ້າອາກາດ, ແລະ ການຄຸ້ມຄອງຄວາມສ່ຽງຈາກເຕັກໂນໂລຊີ AI ຢ່າງໂປ່ງໃສ.

ຂະນະດຽວກັນ, ທ່ານ ຄາລີເລີ ຣາມານ (Khalilur Rahman), ປະທານກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 81 ໄດ້ຍົກໃຫ້ເຫັນ 7 ທິດທາງສຳຄັນ ເປັນຕົ້ນແມ່ນການຟື້ນຟູຄວາມເຊື່ອໝັ້ນ, ການປະຕິຮູບສະພາຄວາມໝັ້ນຄົງ, ການເລັ່ງລັດການພັດທະນາ ແລະ ການສົ່ງເສີມຄວາມຮ່ວມມືແບບຮອບດ້ານ.

ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ພົບປະນອກຮອບ (Pull-aside) ກັບລັດຖະມົນຕີກະຊວງການຕ່າງປະເທດ ຣູມານີ, ອິນໂດເນເຊຍ, ຕີມໍເລດເຕ, ມົງໂກລີ ແລະ ກຽກກິດສະຖານ ເພື່ອຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ; ພ້ອມນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ຮັບມອບໝາຍໃຫ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ພັນທະມິດພາກພື້ນປາຊີຟິກ (ASEAN-Pacific Alliance Foreign Ministers Meeting) ຄັ້ງທໍາອິດ ເຊິ່ງເປັນບາດກ້າວປະຫວັດສາດ ໃນການເພີ່ມທະວີຄວາມຮ່ວມມືດ້ານການພັດທະນາແບບຍືນຍົງ, ການເຊື່ອມຈອດ, ເສດຖະກິດດີຈິຕອນ ແລະ ວັດທະນະທໍາ. ທັງນີ້, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ມີແຜນຈະຂຶ້ນກ່າວປາໄສໃນກອງປະຊຸມພາກອະພິປາຍທົ່ວໄປ ໃນວັນທີ 26 ກັນຍາ 2026 ນີ້, ໂດຍກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 81 ຈະດໍາເນີນໄປເຖິງວັນທີ 28 ກັນຍາ 2026.

ຂ່າວ: ກະຊວງການຕ່າງປະເທດ,​ ວຽງຈັນໃໝ່.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles