ພະນັກງານກວດກາ ສປປລາວ ເຂົ້າຮ່ວມການຝຶກອົບຮົມ ຫົວຂໍ້ສະເພາະກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ໃນລະຫວ່າງວັນທີ 14-20 ກັນຍາ 2026 ພະນັກງານກວດກາສູນກາງ ແລະ ທ້ອງຖິ່ນ ສປປ ລາວ ໄດ້ເຂົ້າຮ່ວມຝຶກອົບຮົມຫົວຂໍ້ສະເພາະກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງ ທີ່ແຂວງ ຢຸນນານ ສປ ຈີນ ຈໍານວນ 25 ທ່ານ, ຍິງ 08 ທ່ານ, ໃນນີ້ ມາຈາກອົງການກວດກາແຫ່ງລັດ 12 ທ່ານ, ຍິງ 06 ທ່ານ, ອົງການກວດກາພັກ-ລັດ ແຂວງພາກເໜືອ ແລະ ພາກກາງ 13 ທ່ານ, ຍິງ 02 ທ່ານ, ນໍາພາໂດຍ ທ່ານ ວາລີ ຈືນໍເຢັງ ກໍາມະການປະຈໍາພັກແຂວງ, ປະທານອົງການກວດກາລັດພັກ-ລັດ ແຂວງອຸດົມໄຊ.

​ການຝຶກອົບຮົມໃນຄັ້ງນີ້ໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ 04 ຫົວຂໍ້ສະເພາະ ແລະ 10 ຫຼັກສູດພາກສະໜາມຄື:

(1) ແຜນຍຸດທະສາດຕ້ານການສໍ້ລາດບັງຫຼວງ;

( 2) ຜົນສໍາເລັດອັນຍິງໃຫຍ່ດ້ານການປົກຄອງດ້ວຍກົດໝາຍນັບແຕ່ດໍາເນີນນະໂຍບາຍການການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງ ສປຈີນ;

(3) ການປະດິດສ້າງໃນວຽກງານຕ້ານການສໍ້ລາດບັງຫຼວງ;

(4) ການປະຕິວັດຕົນເອງ ຂອງພັກ.

ຫຼັກສູດພາກສະໜາມປະກອບມີ:

(1) ທັດສະນະສຶກສາຫ້ອງທົດລອງການພັດທະນາ ແລະ ການນໍາໃຊ້ພະລັງງານທົດແທນຈີນ-ລາວ;

(2) ທັດສະນະສຶກສາສູນປະມູນ ແລະ ການຄ້າດອກໄມ້ສາກົນຄຸນໝິງ;

(3) ທັດສະນະສຶກສາກຸ່ມບໍລິສັດ ກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນຈໍາກັດແຂວງຢຸນນານ;

(4) ທັດສະນະສຶກສາ ຫໍພິພິທະພັນສະຖານທີ່ເກົ່າ ຂອງມະຫາວິທະຍາໄລຮ່ວມຕາເວັນຕົກສຽງໃຕ້ ແຫ່ງຊາດ;

(5) ທັດສະນະສຶກສາສູນວາງສະແດງສາກົນ ໜອງຕຽນສືຄຸນໝິງ;

(6) ທັດສະນະສຶກສາ ສູນວາງສະແດງຢຸນນານດິຈິຕອນ;

(7) ທັດສະນະສຶກສາ ສູນການຄ້າສາກົນ ຊິນລໍຊືວານ;

(😎 ທັດສະນະສຶກສາ ສວນມັນທິງ ນະຄອນຊຽງຮຸ່ງ;

(9) ທັດສະນະສຶກສາ ເກົາຈວງຊີຊວງຈິ່ງ ເມືອງຊຽງຮຸ່ງ;

(10) ທັດສະນະສຶກສາ ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນ ຈີນ-ລາວ. ເຊິ່ງບັນດາບົດຮຽນທັງໝົດແມ່ນໃຫ້ກຽດບັນຍາຍໂດຍ ຜູ້ຊ່ຽວຊານ ສປ ຈີນ ທີ່ມາຈາກສະຖາບັນກວດກາພັກ-ລັດແຂວງຢຸນນານ ແລະ ມະຫາວິທະຍາໄລສ້າງຄູຢຸນນານ ສປ ຈີນ.

​ຜ່ານການຝຶກອົບຮົມ ໄດ້ເຮັດໃຫ້ນັກສໍາມະນາກອນໄດ້ຮັບຮູ້, ເຂົ້າໃຈຕໍ່ບົດຮຽນທີ່ນໍາມາຝຶກອົບຮົບຢ່າງເລິກເຊິ່ງ ເຂົ້າໃຈໄດ້ກ່ຽວກັບເນື້ອແທ້ ແລະ ຄວາມໝາຍຄວາມສໍາຄັນ ການປະຕິບັດຂອງແນວຄິດການສ້າງພັກຂອງ ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ, ຜົນສໍາເລັດທາງປະຫວັດສາດອັນສໍາຄັນໃນການຈັດຕັ້ງປະຕິບັດກົດໝາຍຢ່າງເຂັ້ມງວດ ຢູ່ໃນຂົງເຂດນິຕິບັນຍັດ, ຂົງເຂດຕຸລາການ, ການເຄົາລົບ ແລະ ປະຕິບັດກົດໝາຍ, ການປະຕິບັດຕົວຈິງ ແລະ ການນໍາໃຊ້ຖານຂໍ້ມູນທີ່ທັນສະໄໝເຂົ້າໃນວຽກງານຕິດຕາມກວດກາ, ບົດຮຽນພື້ນຖານຂອງພັກກອມມູນິດຈີນໃນການປ່ຽນແປງປະເທດຈີນດ້ວຍມາດຕະການ “ 8 ປະການ ( ກົດເຫຼັກ 8 ຂໍ້)’’ ໃນການຄຸ້ມຄອງຂອງພັກ ຢ່າງເຂັ້ມງວດ, ຮອບດ້ານ, ຕ້ານການສໍ້ລາດບັງຫຼວງ; ນອກຈາກນີ້ຍັງໄດ້ຮັບຮູ້ກ່ຽວກັບຂະບວນການພັດທະນາພື້ນຖານໂຄງລ່າງ ແລະ ສາມາດສຳພັດໄດ້ເຖິງວິຖີດຳລົງຊີວິດ, ວັດທະນະທໍາ, ການທ່ອງທ່ຽວ ຂອງປະເທດຈີນ ເວົ້າລວມ, ເວົ້າສະເພາະກໍ່ຄືນະຄອນຄຸນໜິງ (ແຂວງຢຸນນານ) ເຊີ່ງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເປັນບົດຮຽນໃໝ່ໃຫ້ແກ່ນັກສຳມະນາກອນ ສປປ ລາວ ທີ່ໄດ້ຝຶກອົບຮົມໃນຄັ້ງນີ້.

ທີ່ມາ: ວາລະສານກວດກາ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles