ໃນວັນທີ 22 ກັນຍາ 2026 ນີ້, ກົມຊົນລະປະທານ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດພິທີເຊັນສັນຍາຮ່ວມກັບ ບໍລິສັດຮ່ວມ ອຽວຊັງ – ດົງບູ ຈາກ ສ.ເກົາຫຼີ ເພື່ອຈັດຈ້າງບໍລິສັດຮັບເໝົາກໍ່ສ້າງ ໃນການສືບຕໍ່ວຽກງານຄຸ້ມຄອງນຳໃຊ້, ພັດທະນາຊົນລະກະເສດ ແລະ ພັດທະນາຊົນນະບົດຮອບດ້ານ ຢູ່ແຂວງສະຫວັນນະເຂດ.
ພິທີດັ່ງກ່າວຈັດຂຶ້ນທີ່ກົມຊົນລະປະທານ ໂດຍການເຂົ້າຮ່ວມ ແລະ ເປັນສັກຂີພິຍານຂອງ ທ່ານ ປອ ນ. ຈັນທະຄອນ ບົວລະພັນ, ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພ້ອມດ້ວຍຄະນະນຳຈາກກົມຊົນລະປະທານ, ກົມໜີ້ສິນສາທາລະນະ (ກະຊວງການເງິນ), ຫົວໜ້າພະແນກ, ສູນ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໂຄງການພັດທະນາຊົນລະກະເສດ ແລະ ພັດທະນາຊົນນະບົດຮອບດ້ານ ເມືອງສອງຄອນ ແລະ ເມືອງຈຳພອນ ແຂວງສະຫວັນນະເຂດ ເປັນໂຄງການທີ່ໄດ້ຮັບທຶນກູ້ຢືມຈາກ ທະນາຄານຂາອອກ-ຂາເຂົ້າ ສ.ເກົາຫຼີ ລວມມູນຄ່າ 46 ລ້ານໂດລາສະຫະລັດ ໂດຍມີກົມຊົນລະປະທານເປັນຜູ້ຮັບຜິດຊອບຈັດຕັ້ງປະຕິບັດ. ໂຄງການໄດ້ເລີ່ມກໍ່ສ້າງມາແຕ່ປີ 2020 ແລະ ປັດຈຸບັນແມ່ນໄດ້ສຳເລັດ 100% ແລ້ວ ໂດຍສາມາດສະໜອງນ້ຳໃຫ້ແກ່ເນື້ອທີ່ການຜະລິດໄດ້ເຖິງ 21.000 ເຮັກຕາ, ກວມເອົາ 13 ບ້ານ, 2.855 ຄອບຄົວ, ພົນລະເມືອງໄດ້ຮັບຜົນປະໂຫຍດທັງໝົດ 16.761 ຄົນ.
ສຳລັບກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດສຳເລັດຜ່ານມາ ແມ່ນນຳໃຊ້ງົບປະມານໄປແລ້ວ 39 ລ້ານກວ່າໂດລາສະຫະລັດ ປະກອບມີ:
ສະຖານີຈັກສູບນ້ຳ 2 ແຫ່ງ
ສູນພັດທະນາເຕັກນິກກະສິກຳຊຸມຊົນ 2 ແຫ່ງ
ບຸກເບີກນາໄຮ່ໃຫຍ່ 100 ເຮັກຕາ
ໂຮງສີເຂົ້າທັນສະໄໝ (ກຳລັງການຜະລິດ 5 ໂຕນ/ຊົ່ວໂມງ) 1 ແຫ່ງ
ກົນຈັກກະສິກຳ 4 ຊຸດ ພ້ອມສາງເກັບມ້ຽນກົນຈັກເມືອງລະ 1 ແຫ່ງ
ສ່ວນງົບປະມານທີ່ຍັງເຫຼືອແມ່ນຈະນຳໃຊ້ເຂົ້າໃນການຝຶກອົບຮົມໃຫ້ແກ່ຜູ້ໃຊ້ນ້ຳທັງສອງເມືອງ, ການບໍລິຫານຈັດການນ້ຳ, ການບົວລະບັດຮັກສາລະບົບຊົນລະປະທານ, ການນຳໃຊ້ກົນຈັກກະສິກຳ, ການນຳໃຊ້ລະບົບຄວບຄຸມຫົວງານຈັກສູບນ້ຳ, ການສ້າງແຜນການນຳໃຊ້ທີ່ດິນເຂດເປົ້າໝາຍ, ຕະຫຼອດຮອດການສ້າງຄວາມເຂັ້ມແຂງໃຫ້ບັນດາສູນບໍລິການເຕັກນິກ ເພື່ອໃຫ້ບັນລຸຕາມຈຸດປະສົງຂອງໂຄງການ.
ໃນພິທີລົງນາມຄັ້ງນີ້, ຝ່າຍກະຊວງກະສິກຳ ແລະ ສິ່ງແວດລ້ອມ ເຊັນໂດຍ ທ່ານ ປອ ຄຳພະຈັນ ວົງຊະນະ, ຫົວໜ້າກົມຊົນລະປະທານ ແລະ ຝ່າຍບໍລິສັດ ເຊັນໂດຍ ທ່ານ ລີ ຊາງຮຸນ, ຜູ້ຕາງໜ້າບໍລິສັດຮ່ວມ ອຽວຊັງ – ດົງບູ ສ.ເກົາຫຼີ.
ທີ່ມາ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ


