ງານວິໄຈເຜີຍ “ອາກາດຮ້ອນ” ເຮັດໃຫ້ຄົນ “ຫົວຮ້ອນ” ຈົນນໍາໄປສູ່ອາຊະຍາກຳຮຸນແຮງໄດ້ແທ້

ໃນພາສາບ້ານເຮົາ ມັກຈະມີຄຳເວົ້າຕິດປາກເວລາຮ້າຍວ່າ “ຫົວຮ້ອນ” ເຊິ່ງຫຼາຍຄົນອາດຈະຄິດວ່າເປັນພຽງຄຳອຸປະມາອຸປະໄມ ແຕ່ຮູ້ ຫຼື ບໍ່ວ່າ? ໃນທາງວິທະຍາສາດແລ້ວ “ຄວາມຮ້ອນ” ສາມາດເຮັດໃຫ້ຄົນເຮົາຂາດສະຕິ ຈົນກາຍເປັນຕົ້ນເຫດຂອງການກໍ່ອາຊະຍາກຳທີ່ຮຸນແຮງໄດ້ແທ້ໆ

ເປີດສະຖິຕິລະດັບໂລກ: ຍິ່ງອາກາດຮ້ອນ ຄົນຍິ່ງດຸຮ້າຍ

ງານວິໄຈໃໝ່ໆ ຫຼັງປີ 2020 ທີ່ໄດ້ເຮັດການສຶກສາໃນຫຼາຍພື້ນທີ່ເຊັ່ນ: ລັດເທັກຊັດ (ອາເມລິກາ), ປະເທດເມັກຊິກ ແລະ ປະເທດອິນເດຍ ໂດຍການປຽບທຽບສະຖິຕິອາຊະຍາກຳລະຫວ່າງວັນທີ່ມີອາກາດປົກກະຕິ ກັບວັນທີ່ມີອາກາດຮ້ອນຜິດປົກກະຕິ ພົບຜົນລັບໃນທິດທາງດຽວກັນຢ່າງໜ້າຕົກໃຈວ່າ:

1. ອາຊະຍາກຳຮຸນແຮງເພີ່ມຂຶ້ນ: ເມື່ອອາກາດຮ້ອນຈັດ ຄົນຈະຜິດຖຽງກັນ, ຍິງກັນ, ທຸບຕີຄົນໃນຄອບຄົວ ໄປຈົນເຖິງການກໍ່ອາຊະຍາກຳທາງເພດເພີ່ມຂຶ້ນຢ່າງເຫັນໄດ້ຊັດ.

2. ທຸກໆ 1 ຕົວເລກມີຜົນ: ງານວິໄຈໃນເມັກຊິກພົບວ່າ ທຸກໆອຸນຫະພູມທີ່ເພີ່ມຂຶ້ນ 1 ອົງສາ ຈະສົ່ງຜົນໃຫ້ອາຊະຍາກຳຮຸນແຮງເພີ່ມຂຶ້ນເກືອບ 2 ເປີເຊັນ

3. ມີຜົນສະເພາະການ “ຂາດສະຕິ”: ທີ່ໜ້າສົນໃຈຄື ອາກາດຮ້ອນ ບໍ່ມີຜົນຕໍ່ອາຊະຍາກຳທີ່ຕ້ອງໃຊ້ການວາງແຜນ ຫຼື ໄຕ່ຕອງມາກ່ອນເຊັ່ນ: ການລັກເລັກຂະໂມຍນ້ອຍ, ການປຸ້ນເຮືອນ ຫຼື ອາຊະຍາກຳທາງເສດຖະກິດ. ມັນມີຜົນໂດຍກົງສະເພາະກັບອາຊະຍາກຳທີ່ເກີດຈາກ “ອາລົມຊົ່ວວູບ” ເທົ່ານັ້ນ

“ໂລກຮ້ອນ” ບໍ່ໄດ້ທໍາລາຍແຕ່ສິ່ງແວດລ້ອມ ແຕ່ກຳລັງທໍາລາຍ “ສັງຄົມ”

ແຕ່ກ່ອນເຮົາອາດຈະຄິດວ່າ ພາວະໂລກຮ້ອນ ເຮັດໃຫ້ເຮົາໃຊ້ຊີວິດຍາກຂຶ້ນ ຫຼື ເສຍຄ່າໄຟແພງຂຶ້ນເທົ່ານັ້ນ ແຕ່ງານວິໄຈເຫຼົ່ານີ້ກຳລັງເຕືອນໃຫ້ຮູ້ວ່າ ຄວາມຮ້ອນກຳລັງປ່ຽນແປງພຶດຕິກຳຂອງມະນຸດ ແລະ ຂັບເຄື່ອນສັງຄົມໄປໃນທາງທີ່ອັນຕະລາຍຂຶ້ນ ເພາະມັນເຮັດໃຫ້ຄວາມອົດກັ້ນຂອງຄົນຫຼຸດຕໍ່າລົງ.

ວິທີຮັບມືໃນວັນທີ່ອາກາດຮ້ອນຈັດ:

1. ເຕືອນສະຕິໂຕເອງ: ໃນວັນທີ່ອາກາດຮ້ອນ ຕ້ອງຄອຍເຊັກອາລົມໂຕເອງຢູ່ສະເໝີ ຢ່າປ່ອຍໃຫ້ຄວາມຮ້ອນມາຄວບຄຸມສະຕິ ຈົນເຮັດອັນໃດລົງໄປໂດຍບໍ່ຄິດ.

2. ຫຼີກເວັ້ນການປະທະ: ຖ້າຕ້ອງເຈິກັບຄົນອື່ນທີ່ມີທ່າທາງ “ຫົວຮ້ອນ” ຫຼື ຫງຸດຫງິດ ໃຫ້ພະຍາຍາມຖອຍອອກມາ ຫຼື ໃຈເຢັນໃຫ້ຫຼາຍທີ່ສຸດ ເພາະອີກຝ່າຍອາດຈະຢູ່ໃນພາວະ “ຂາດສະຕິ” ຍ້ອນສະພາບອາກາດໄດ້ງ່າຍກວ່າປົກກະຕິ.

ຮູ້ແບບນີ້ແລ້ວ ມື້ໃດທີ່ອາກາດຮ້ອນໆ ຢ່າລືມຊອກຫານໍ້າເຢັນໆດື່ມ ແລະ ຮັກສາ “ໃຈ” ໃຫ້ເຢັນກວ່າ “ອາກາດ” ກັນເດີ້ທຸກຄົນ

ແຫຼ່ງຂໍ້ມູນອ້າງອີງ: The Effect of Temperature on Crime: Evidence from Mexico, Heat and Violence: New Findings from Texas

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles