6 ເດືອນຕົ້ນປີ 2026 ເສດຖະກິດ ສປປ ລາວ ເຕີບໂຕໃນລະດັບ 5% ລາຍຮັບທະລຸ 54% ຂອງແຜນການ

ຕະຫຼອດໄລຍະ 6 ເດືອນຕົ້ນປີ 2026 ຜ່ານມາ, ລັດຖະບານລາວໄດ້ສຸມໃສ່ຢ່າງຕັ້ງໜ້າ ແລະ ມີແບບແຜນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ສົ່ງຜົນໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານສະຫຼຸບຕີລາຄາ ຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພານແຫ່ງຊາດຊຸດທີ X ກ່ຽວກັບຜົນງານທີ່ພົ້ນເດັ່ນໃນແຕ່ລະດ້ານ ດັ່ງນີ້:

1. ການເຕີບໂຕທາງດ້ານເສດຖະກິດ (GDP):

ເສດຖະກິດໃນ 6 ເດືອນຕົ້ນປີ ເຕີບໂຕໃນລະດັບ 5% (ສະເລ່ຍມູນຄ່າເທົ່າກັບ 199,987 ຕື້ກີບ ຫຼື 48% ຂອງແຜນການ) ໂດຍມີການຂະຫຍາຍຕົວໃນແຕ່ລະຂະແໜງການ ດັ່ງນີ້:

ຂະແໜງກະສິກຳ: ຂະຫຍາຍຕົວ 4.3% (ກວມເອົາ 17.4% ຂອງ GDP).

ຂະແໜງອຸດສາຫະກຳ: ຂະຫຍາຍຕົວ 5.1% (ກວມເອົາ 35.0% ຂອງ GDP).

ຂະແໜງບໍລິການ: ຂະຫຍາຍຕົວ 5.3% (ກວມເອົາ 37.2% ຂອງ GDP).

ພາສີ-ອາກອນຜະລິດຕະພັນສຸດທິ: ຂະຫຍາຍຕົວ 4.9% (ກວມເອົາ 10.5% ຂອງ GDP).

2. ການຈັດເກັບລາຍຮັບ ແລະ ງົບປະມານ:

ລາຍຮັບທັງໝົດ: ຈັດເກັບໄດ້ 44,956 ຕື້ກີບ (ເທົ່າກັບ 54% ຂອງແຜນການ).

ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 19% (ຄິດເປັນມູນຄ່າເພີ່ມຂຶ້ນປະມານ 7,198 ຕື້ກີບ) ເຊິ່ງເປັນທ່າອ່ຽງທີ່ດີ ແລະ ບັນລຸເກີນແຜນການເຄິ່ງປີ.

3​. ສະຖຽນລະພາບທາງດ້ານເງິນຕາ:

ລັດຖະບານໄດ້ດຳເນີນນະໂຍບາຍເງິນຕາແບບປະສົມປະສານ ແລະ ຄຸ້ມຄອງອັດຕາແລກປ່ຽນຕາມກົນໄກຕະຫຼາດ ເຮັດໃຫ້ຕົວເລກທາງການເງິນມີຄວາມໝັ້ນຄົງ:

ອັດຕາດອກເບ້ຍພື້ນຖານ (ສະກຸນເງິນກີບ): ປັບຫຼຸດລົງຈາກ 8.5% ຕໍ່ປີ ມາເປັນ 8% ຕໍ່ປີ ພ້ອມທັງອອກພັນທະບັດໄລຍະສັ້ນ ແລະ ຊຸກຍູ້ການຊື້-ຂາຍເງິນຕາຜ່ານລະບົບເອເລັກໂຕຣນິກ (LFX).

ປະລິມານເງິນ M2: ຂະຫຍາຍຕົວໃນລະດັບ 15.92%.

ຄັງສຳຮອງເງິນຕາຕ່າງປະເທດ: ກຸ້ມການນຳເຂົ້າໄດ້ 5.17 ເດືອນ (ສູງກວ່າແຜນການທີ່ກຳນົດໄວ້ຢ່າງໜ້ອຍ 5 ເດືອນ) ສາມາດຮອງຮັບການຊຳລະໜີ້ສິນຕ່າງປະເທດໄດ້ດີ.

ໜີ້ບໍ່ເກີດດອກອອກຜົນ (NPLs): ຄວບຄຸມໃຫ້ຢູ່ລະດັບຕ່ຳພຽງ 0.98%.

4. ອັດຕາເງິນເຟີ້: ສະເລ່ຍ 6 ເດືອນຕົ້ນປີ ຢູ່ໃນລະດັບ 8%.

ຄ່າເງິນກີບ: ມີສະຖຽນລະພາບ ໂດຍດັດສະນີເງິນກີບສະເລ່ຍອ່ອນຄ່າລົງພຽງ 3.09% ເມື່ອທຽບກັບໄລຍະດຽວກັນຂອງປີ 2025.

5. ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ:

ສາມາດຮັກສາສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໄດ້ຢ່າງເຂັ້ມງວດ, ໂດຍມີຜົນງານການປາບປາມປະກົດການຫຍໍ້ທໍ້ທີ່ສຳຄັນ:

ບັນຫາຢາເສບຕິດ: ມ້າງຄະດີໄດ້ 1,700 ກວ່າເລື່ອງ, ກັກຕົວຜູ້ຕ້ອງຫາ 4,025 ຄົນ ພ້ອມຢຶດຂອງກາງ ແລະ ພາຫະນະໄດ້ເປັນຈຳນວນຫຼວງຫຼາຍ.

ອາຊະຍາກຳທາງໄຊເບີ (ແກ້ງຄໍເຊັນເຕີ/ສໍ້ໂກງອອນລາຍ): ມ້າງໄດ້ທັງໝົດ 44 ຄັ້ງ, ກັກຕົວຜູ້ຕ້ອງຫາໄດ້ 4,400 ກວ່າຄົນ (ຍິງ 1,032 ຄົນ) ລວມທັງໝົດ 25 ສັນຊາດ.

​ທີ່ມາ: ຄວາມສະຫງົບ

Lao Youth​ Radio​ FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles