ຢຸດໃຫ້ AI ຄິດແທນທັງໝົດ! ເຕືອນພາວະ “ຍອມຈຳນົນທາງຄວາມຄິດ” ຜູ້ຊ່ຽວຊານແນະປ່ຽນສູ່ “Hybrid Intelligence” ເພື່ອຜົນລັບທີ່ດີກວ່າ

ໃນຍຸກປັດຈຸບັນ, ປະຕິເສດບໍ່ໄດ້ເລີຍວ່າພວກເຮົາເກືອບທຸກຄົນລ້ວນແຕ່ໃຊ້ AI ເຊັ່ນ ChatGPT, Google Gemini ຫຼື Claude ເຂົ້າມາຊ່ວຍໃນການເຮັດວຽກ ບໍ່ວ່າຈະເປັນການຂຽນຄອນເທນ, ການຄິດໄອເດຍ ຫຼື ການວິເຄາະຂໍ້ມູນ ແຕ່ຮູ້ ຫຼື ບໍ່ວ່າ? ການພິ່ງພາ AI ຫຼາຍເກີນໄປ ກຳລັງສົ່ງຜົນຮ້າຍຕໍ່ສະໝອງ ແລະ ຄວາມສາມາດຂອງມະນຸດໂດຍບໍ່ຮູ້ໂຕ.

ເປີດຜົນວິໄຈຈາກ MIT: ໃຊ້ AI ຄິດແທນ ເຮັດໃຫ້ສະໝອງເຮັດວຽກຫຼຸດລົງ 55%!

ນາຕາລີຢາ ຄອສມິນາ (Nataliya Kosmyna) ນັກວິທະຍາສາດຈາກສະຖາບັນ MIT Media Lab ໄດ້ສັງເກດເຫັນວ່າ ບົດຮຽງຄວາມ ຫຼື ໃບສະໝັກງານຂອງນັກສຶກສາຍຸກນີ້ ເຖິງວ່າຈະມີພາສາທີ່ງົດງາມ ແຕ່ກັບ “ຄ້າຍຄືກັນ” ແລະ ຂາດຄວາມຄິດສ້າງສັນໃໝ່ໆ.

ຈາກການທົດລອງກວດວັດຄື້ນສະໝອງຂອງນັກສຶກສາ 54 ຄົນ ຂະນະຂຽນບົດຄວາມ ພົບຂໍ້ມູນທີ່ໜ້າຕົກໃຈວ່າ:

• ສະໝອງຢຸດເຮັດວຽກ: ກຸ່ມທີ່ໃຊ້ ChatGPT ຊ່ວຍຄິດ, ສະໝອງໃນສ່ວນຄວາມຄິດສ້າງສັນ ແລະ ການປະມວນຜົນ ຫຼຸດລົງສູງເຖິງ 55% ໃນຂະນະທີ່ກຸ່ມທີ່ຄິດເອງ ມີສະພາບສະໝອງທີ່ຕື່ນຕົວ ແລະ ກະຕຸ້ນຫຼາຍສ່ວນ.

• ສູນເສຍຄວາມຈຳ: ນັກສຶກສາກຸ່ມທີ່ໃຊ້ AI ບໍ່ສາມາດຈື່ ຫຼື ຍົກຂໍ້ຄວາມໃນບົດຄວາມທີ່ຕົນເອງຫາກໍສົ່ງໄປມາອ້າງອີງໄດ້ເລີຍ ແລະ ຮູ້ສຶກວ່າຕົນເອງບໍ່ໄດ້ເປັນເຈົ້າຂອງຜົນງານນັ້ນແທ້ໆ.

ພາວະ “ຍອມຈຳນົນທາງຄວາມຄິດ”

ເລື່ອງນີ້ຮຸນແຮງຮອດຂັ້ນທີ່ນັກວິທະຍາສາດນິຍາມພາວະທີ່ມະນຸດເລືອກຈະເຊື່ອ ແລະ ຍອມຮັບສິ່ງທີ່ AI ບອກທັນທີໂດຍບໍ່ກວດສອບວ່າ “ການຍອມຈຳນົນທາງຄວາມຄິດ”

ແມ່ນແຕ່ໃນກຸ່ມວິຊາຊີບທີ່ມີຄວາມສ່ຽງສູງ ເຊັ່ນ: ແພດທີ່ໃຊ້ AI ຊ່ວຍຄັດກອງມະເຮັງລຳໄສ້ຕິດຕໍ່ກັນ 3 ເດືອນ ພົບວ່າ ຄວາມສາມາດໃນການກວດຫາເນື້ອງອກດ້ວຍໂຕເອງ “ຫຼຸດລົງທັນທີ” ໃນຍາມທີ່ບໍ່ມີ AI ຄອຍຊ່ວຍເຫຼືອ.

ນອກຈາກນີ້, ວິເວນ ມິງ (Vivienne Ming) ນັກປະສາດວິທະຍາສາດ ຍັງເຕືອນວ່າ ການທີ່ພວກເຮົາພົບເຈິວຽກຍາກແລ້ວຖາມ AI ທັນທີ ໂດຍບໍ່ປ່ອຍໃຫ້ສະໝອງສ່ວນຄື້ນ “ແກມມາ” (Gamma wave) ໄດ້ທຳງານ ອາດສົ່ງຜົນໃຫ້ສະໝອງສ່ວນນີ້ອ່ອນແອລົງ ແລະ ເພີ່ມຄວາມສ່ຽງຕໍ່ ໂລກສະໝອງເສື່ອມ ໃນອະນາຄົດ.

ທາງອອກຍຸກໃໝ່: ປ່ຽນສູ່ “Hybrid Intelligence” (ມະນຸດ + ເຕັກໂນໂລຊີ)

ງານວິໄຈພົບວ່າ ມີຄົນກຸ່ມນ້ອຍ (ຕໍ່າກວ່າ 10%) ທີ່ໃຊ້ AI ພຽງແຕ່ເປັນ “ເຄື່ອງມືຮວບຮວມຂໍ້ມູນ” ແລ້ວເອົາມາວິເຄາະຕໍ່ດ້ວຍໂຕເອງ ເຊິ່ງກຸ່ມນີ້ມີສະໝອງທີ່ແຂງແຮງ ແລະ ວິເຄາະຂໍ້ມູນໄດ້ຖືກຕ້ອງທີ່ສຸດ.

ວິເວນ ມິງ ໄດ້ແນະນຳ 2 ເຕັກນິກໃນການເຮັດວຽກຮ່ວມກັບ AI ໂດຍບໍ່ເສຍສັກກາຍະພາບຂອງສະໝອງ ດັ່ງນີ້:

1. ຕັ້ງ AI ເປັນສັດຕູຕະຫຼອດການ: ແທນທີ່ຈະໃຫ້ AI ຄິດຄຳຕອບໃຫ້ ໃຫ້ປ່ຽນເປັນປ້ອນຄວາມຄິດຂອງເຮົາລົງໄປ ແລ້ວສັ່ງໃຫ້ AI ສວມບົດບາດເປັນຄູ່ແຂ່ງ ທີ່ຄອຍຈັບຜິດ ແລະ ອະທິບາຍວ່າເປັນຫຍັງໄອເດຍຂອງເຮົາຈຶ່ງບໍ່ດີ ວິທີນີ້ຈະບັງຄັບໃຫ້ສະໝອງເຮົາຕ້ອງຄິດຫາເຫດຜົນມາໂຕ້ແຍ່ງ

2. ສ້າງແຮງສຽດທານທີ່ເກີດຜົນ: ຕັ້ງຄ່າ ຫຼື ສັ່ງໃຫ້ AI ຄອຍສະໜອງພຽງແຕ່ຂໍ້ມູນບໍລິບົດ ແລະ “ຄອຍຕັ້ງຄຳຖາມກັບມາຫາເຮົາ” ແທນການປ້ອນຄຳຕອບສຳເລັດຮູບ ວິທີນີ້ຈະກະຕຸ້ນໃຫ້ເຮົາເກີດຄວາມກະຕືລືລົ້ນໃນການຄິດຄົ້ນຄຳຕອບດ້ວຍໂຕເອງ.

ສະຫຼຸບ: AI ບໍ່ແມ່ນຕົວຮ້າຍທີ່ເຮົາຕ້ອງເລີກໃຊ້ ແຕ່ພວກເຮົາຕ້ອງຮູ້ເທົ່າທັນ ໂດຍການ “ຄິດແລະຮຽນຮູ້ດ້ວຍໂຕເອງໃຫ້ແຂງແຮງກ່ອນ ແລ້ວຈຶ່ງດຶງ AI ເຂົ້າມາຊ່ວຍເສີມໃນພາຍຫຼັງ” ເພື່ອຮັກສາສັກກາຍະພາບຂອງສະໝອງ ແລະ ສ້າງຜົນງານທີ່ມີປະສິດທິພາບສູງສຸດໃນອະນາຄົດ.

ແຫຼ່ງຂໍ້ມູນອ້າງອີງ:

• MIT Media Lab

• Hybrid Intelligence

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles