ເລື່ອງແທ້ທີ່ຕ້ອງຮູ້! ເປັນຫຍັງ “ຍິ່ງຟິດ…ຍິ່ງໜ້າແກ່” ແພດຊ່ຽວຊານເຜີຍເຄັດລັບຫຸ່ນດີແບບໜ້າບໍ່ແກ່

ຫຼາຍຄົນທີ່ເລີ່ມຫັນມາອອກກຳລັງກາຍຢ່າງຈິງຈັງ, ນ້ຳໜັກຫຼຸດໄວ, ຫຸ່ນຟິດເປ໊ະ ແຕ່ກັບເຈິບັນຫາທີ່ຄາດບໍ່ເຖິງ ຄື “ໃບໜ້າເບິ່ງຊຸດໂຊມ, ໃຕ້ຕາເລິກ ແລະ ເບິ່ງເຖົ້າກວ່າອາຍຸຈິງ” ບັນຫານີ້ບໍ່ແມ່ນເລື່ອງທີ່ຄິດໄປເອງ ແຕ່ມັນມີເຫດຜົນທາງວິທະຍາສາດຮອງຮັບ.

ຜູ້ຊ່ຽວຊານຈາກຄະນະແພດສາດ ມະຫາວິທະຍາໄລຊຽງໃໝ່ ໄດ້ມາສະເລີຍຂໍ້ຂ້ອງໃຈວ່າ:

“ການອອກກຳລັງກາຍຢ່າງເໝາະສົມ ບໍ່ແມ່ນຕົວຮ້າຍ ແຕ່ເປັນວິທີຊະລໍໄວທີ່ດີທີ່ສຸດ. ແຕ່ສິ່ງທີ່ເຮັດໃຫ້ໜ້າໂຊມ ຄືວິທີການດູແລໂຕເອງທີ່ບໍ່ຖືກຕ້ອງໃນຊ່ວງທີ່ຟິດຫຸ່ນ ຕ່າງຫາກ”

3 ຕົວການລັບ ທີ່ເຮັດໃຫ້ “ຍິ່ງຟິດ ຍິ່ງໜ້າແກ່”

1. ສູນເສຍ “ຟິນເລີທຳມະຊາດ” ເທິງໃບໜ້າ: ໄຂມັນໃຕ້ຜິວໜັງປຽບເໝືອນຟິນເລີທີ່ເຮັດໃຫ້ໜ້າເບິ່ງອີ່ມຟູ. ເມື່ອເຮົາຫຼຸດນ້ຳໜັກໄວເກີນໄປ, ໄຂມັນສ່ວນນີ້ຈະຫາຍໄປກ່ອນໝູ່ ເຮັດໃຫ້ເຫັນຮ່ອງແກ້ມຊັດເຈນ ແລະ ເບິ່ງອິດເມື່ອຍ.

2. ອະນຸມູນອິດສະຫຼະພຸ່ງສູງ: ການອອກກຳລັງກາຍຫັກໂຫມເກີນໄປ ຈະເຮັດໃຫ້ຮ່າງກາຍເກີດຄວາມຄຽດສະສົມ, ຫຼັ່ງຮໍໂມນ ຄໍຕິຊອນ (Cortisol) ອອກມາທຳລາຍຄໍລາເຈນ ເຮັດໃຫ້ຜິວບາງ, ແຫ້ງ, ໝອງຄ້ຳ ແລະ ເກີດຮອຍຫ່ຽວຍານໄດ້ງ່າຍ.

3. ແສງແດດທຳລາຍຜິວ: ສາຍແລ່ນມັກຈະເຈິບັນຫານີ້ຫຼາຍທີ່ສຸດ ຍ້ອນລັງສີ UV ເປັນຕົວການຫຼັກທີ່ທຳລາຍຄໍລາເຈນໂດຍກົງ ເຮັດໃຫ້ຜິວແກ່ກວ່າອາຍຸຈິງ.

ຄາດິໂອ vs ເວດເທຣນນິ່ງ ແບບໃດໜ້າແກ່ກວ່າ?

ຄຳຕອບຄື “ບໍ່ຈຳກັດຢູ່ທີ່ຊະນິດກິລາ ແຕ່ຢູ່ທີ່ຄວາມສົມດຸນ”. ການຫຼິ້ນຄາດິໂອໜັກໆ (ເຊັ່ນ ແລ່ນທຸກມື້) ເຮັດໃຫ້ໄຂມັນຫຼຸດໄວ; ສ່ວນການເວດເທຣນນິ່ງ ຈະຊ່ວຍຮັກສາກ້າມເນື້ອ ໃບໜ້າຈຶ່ງຊຸດໂຊມຊ້າກວ່າ. ດັ່ງນັ້ນ, ໃຜບໍລິຫານຄວາມສົມດຸນໄດ້ດີກວ່າ ຄົນນັ້ນໜ້າເດັກກວ່າ.

7 ກົດເຫຼັກ ປ່ຽນພຶດຕິກຳໃຫ້ “ຫຸ່ນຟິດ + ໜ້າເດັກ” ໄປພ້ອມກັນ

1. ອອກກຳລັງກາຍແຕ່ພໍດີ: ບໍ່ຫັກໂໝຈົນຮ່າງກາຍຟື້ນໂຕບໍ່ທັນ.

2. ກິນໂປຣຕີນໃຫ້ພຽງພໍ: ເພື່ອໄປຊ່ວຍສ້າງຄໍລາເຈນ ແລະ ຊ່ອມແຊມຜິວ.

3. ດື່ມນ້ຳໃຫ້ຫຼາຍ: ປ້ອງກັນຜິວແຫ້ງຂາດນ້ຳຫຼັງສູນເສຍເຫື່ອ.

4. ນອນຫຼັບ 7-9 ຊົ່ວໂມງ: ເພື່ອໃຫ້ຮ່າງກາຍໄດ້ຫຼັ່ງ Growth Hormone ມາຟື້ນຟູຜິວ.

5. ຫຼຸດນ້ຳໜັກແບບຄ່ອຍເປັນຄ່ອຍໄປ: ບໍ່ຄວນຫັກດິບ ຫຼື ອົດອາຫານ.

6. ທາກັນແດດທຸກມື້: ຫ້າມຂາດໂດຍເດັດຂາດ ໂດຍສະເພາະສາຍກິລາກາງແຈ້ງ.

7. ກິນຜັກຜົນໄມ້ຫຼາກສີ: ເພື່ອເພີ່ມສານຕ້ານອະນຸມູນອິດສະຫຼະ (Antioxidants).

ສູດອອກກຳລັງກາຍ “ຊະລໍໄວ” ທີ່ໄດ້ຜົນຈິງ:

1. ແອໂຣບິກ/ຄາດິໂອ: 150–300 ນາທີ / ອາທິດ

2. ເວດເທຣນນິ່ງ: 2–3 ມື້ / ອາທິດ

3. ວັນພັກ: ຕ້ອງມີວັນພັກ 1-2 ມື້ / ສັບປະດາ ເພື່ອໃຫ້ຮ່າງກາຍໄດ້ຊ່ອມແຊມໂຕເອງ.

ສະຫຼຸບ: ການອອກກຳລັງກາຍບໍ່ໄດ້ເຮັດໃຫ້ໜ້າແກ່ ແຕ່ແມ່ນ “ການອອກກຳລັງກາຍຜິດວິທີ ແລະ ຂາດຄວາມສົມດຸນ” ຕ່າງຫາກທີ່ທຳລາຍຜິວ. ຢາກຫຸ່ນປັງ ຕ້ອງຮັກສາສຸຂະພາບໃບໜ້າໄປພ້ອມກັນເດີ້

ແຫຼ່ງຂໍ້ມູນອ້າງອີງ: TNN Health

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles