ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແມ່ນເພີ່ມຂຶ້ນ 6.9% (ຄິດເປັນເງິນຫຼາຍກວ່າ 9 ຕື້ກີບ).
ຊຶ້ງຕົວເລກດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມຕື່ນຕົວ ແລະ ຄວາມຮັບຜິດຊອບສູງຂອງທຸກຄົນໃນຂອບເຂດທົ່ວປະເທດ.
ປັດຈຸບັນ, ທົ່ວປະເທດມີຂໍ້ມູນຕອນດິນທີ່ເຂົ້າສູ່ລະບົບແລ້ວ 2.2 ລ້ານຕອນ ເຮັດໃຫ້ການກວດສອບ ແລະ ການຊຳລະມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສກວ່າເກົ່າ.
ເປັນຫຍັງຈຶ່ງຕ້ອງເສຍອາກອນທີ່ດິນໃຫ້ທັນກຳນົດເວລາ?
ເງິນອາກອນທຸກກີບທີ່ທ່ານເສຍໄປນັ້ນຈະຖືກນຳໄປໝູນໃຊ້ເຂົ້າໃນການພັດທະນາປະເທດຊາດ, ກໍ່ສ້າງພື້ນຖານໂຄງລ່າງ ເຊັ່ນ: ໂຮງຮຽນ, ໂຮງໝໍ, ເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອຄຸນນະພາບຊີວິດທີ່ດີຂຶ້ນຂອງພວກເຮົາທຸກຄົນ.
ສະນັ້ນ, ຂໍເຊີນຊວນພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ ແລະ ພາກສ່ວນທຸລະກິດ ທີ່ມີຕອນດິນຄອບຄອງ ໃຫ້ມາເສຍພັນທະເສຍອາກອນທີ່ດິນປະຈຳປີ 2026 ໃຫ້ທັນກຳນົດເວລາ ເພື່ອຫຼີກເວັ້ນຄ່າປັບໃໝ ແລະ ຮັກສາສິດຜົນປະໂຫຍດຂອງຕົນເອງ.
ທ່ານສາມາດຊໍາລະຜ່ານແອັບພິເຄຊັນຂອງບັນດາທະນາຄານໄດ້ ຫຼື!
ຊຳລະຢູ່ຫ້ອງການສ່ວຍສາອາກອນປະຈຳເມືອງ/ນະຄອນ ທີ່ຕອນດິນຂອງທ່ານຕັ້ງຢູ່.
ຊຳລະຢູ່ຫ້ອງການປົກຄອງບ້ານທີ່ຕອນດິນຕັ້ງຢູ່
”ເສຍອາກອນທີ່ດິນຖືກຕ້ອງທັນເວລາ ຫັນເປັນດິຈິຕອນໂປ່ງໃສ ຮ່ວມໃຈພັດທະນາຊາດຊາດ”
ທີ່ມາ: ກະຊວງການເງິນ
Lao Youth Radio FM90MHz


