ວັນທີ 6 ກໍລະກົດ 2026 ແຂວງຈຳປາສັກ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອອະນຸມັດໃຫ້ສຶກສາ ແລະ ສຳຫຼວດຄວາມເປັນໄປໄດ້ ສຳລັບໂຄງການປູກແມັກຄາເດເມຍ ແລະ ກາເຟ ໃນເນື້ອທີ່ 150 ເຮັກຕາ ຢູ່ບ້ານໜອງພະໜວນ ເມືອງປາກຊ່ອງ.
ໂຄງການນີ້ດຳເນີນໂດຍ 3 ບໍລິສັດ ໃນກຸ່ມ ຮວງອັນຢາລາຍ ປະກອບດ້ວຍ ບໍລິສັດກາເຟບໍລະເວນ ເລກ 2, ບໍລິສັດກາເຟບໍລະເວນ ເລກ 3 ແລະ ບໍລິສັດພັດທະນາກະສິກຳຈຳປາ ໂດຍພິທີຈັດຂຶ້ນທີ່ໂຮງແຮມຈຳປາສັກແກຣນ ມີຄະນະນຳແຂວງ, ພາກສ່ວນທີ່ກ່ຽວຂ້ອງ ແລະ ຜູ້ແທນບໍລິສັດເຂົ້າຮ່ວມ.
ຕາມຂໍ້ຕົກລົງ, ຜູ້ລົງທຶນຈະດຳເນີນການສຶກສາຄວາມເປັນໄປໄດ້ດ້ານເສດຖະກິດ, ດ້ານເຕັກນິກ ແລະ ດ້ານຜົນກະທົບສິ່ງແວດລ້ອມ ໃຫ້ເປັນໄປຕາມມາດຕະຖານຂອງ ສປປ ລາວ ກ່ອນການພັດທະນາໂຄງການຕົວຈິງ.
ການສຶກສາສຳຫຼວດຈະໃຊ້ເວລາ 12 ເດືອນ ນັບແຕ່ວັນລົງນາມ MOU ເປັນຕົ້ນໄປ ໂດຍເປັນການລົງທຶນຈາກຕ່າງປະເທດ 100% ແລະ ຄາດວ່າຈະເປັນອີກໜຶ່ງໂຄງການສຳຄັນ ທີ່ຊ່ວຍຍົກລະດັບການຜະລິດກະສິກຳມູນຄ່າສູງ ແລະ ສ້າງໂອກາດທາງເສດຖະກິດໃຫ້ແກ່ເມືອງປາກຊ່ອງ ແລະ ແຂວງຈຳປາສັກໃນອະນາຄົດ.
ອ້າງອີງ: ໜັງສືພິມຈຳປາໃຫມ່


