ສຳລັບນ້ອງໆ ຄົນໃດທີ່ມັກໃນສາຍຄິດໄລ່, ເຕັກໂນໂລຊີ, ການທົດລອງ ແລະ ການພັດທະນາສິ່ງແວດລ້ອມ � “ກຸ່ມສາຍ A” (ເນັ້ນວິທະຍາສາດທຳມະຊາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ) ຂອງ ມະຫາວິທະຍາໄລແຫ່ງຊາດ (ມຊ) ຄືຄຳຕອບ
1: ຄະນະ ວິທະຍາສາດທຳມະຊາດ (ປະກອບມີ 16 ສາຂາ)
ເລື່ອງການຄິດໄລ່, ວິທະຍາສາດ ແລະ ໂລກຂອງດິຈິຕອນ! ໃຜມັກສາຍລຶກຊຶ້ງຕ້ອງຄະນະລວມຍອດດາວເດັ່ນນີ້ເລີຍ:
• ສາຍຕົວເລກ ແລະ ການເງິນ: ຄະນິດສາດ, ຄະນິດສາດນຳໃຊ້ສຳລັບເສດຖະສາດ ແລະ ບໍລິຫານທຸລະກິດ, ສະຖິຕິ, ຄະນິດສາດ ແລະ ຄອມພິວເຕີສຳລັທຸຸລະກິດ, ຄະນິດສາດສຳລັບການເງິນ ແລະ ການປະກັນໄພ
• ສາຍຟີຊິກ ແລະ ວັດສະດຸ: ຟີຊິກສາດ, ຟີຊິກນິວເຄຼຍ, ທໍລະນີຟີຊິກນຳໃຊ້, ວັດສະດຸສາດ
• ສາຍເຄມີ ແລະ ຊີວະ: ເຄມີສາດ, ເຄມີສິ່ງແວດລ້ອມ, ຊີວະວິທະຍາ, ເຕັກໂນໂລຊີຊີວະພາບ
• ສາຍໂຄດດິ້ງ ແລະ ເວັບໄຊ: ວິທະຍາສາດຄອມພິວເຕີ, ການພັດທະນາເວັບໄຊ, ການພັດທະນາໂປຣແກຣມຄອມພິວເຕີ
2: ຄະນະວິສະວະກໍາສາດ (ປະກອບມີ 16 ສາຂາ)
ສາຍລຸຍ, ສາຍນັກພັດທະນາ ແລະ ນັກສ້າງໂຄງສ້າງລະດັບປະເທດ ບອກເລີຍວ່າຄະນນີ້ຮັອດສຸດໆ
• ສາຍກໍ່ສ້າງ ແລະ ບໍ່ແຮ່: ວິສະວະກຳ ໂຍທາ, ວິສະວະກຳ ສິ່ງແວດລ້ອມ ວິສະວະກຳ ບໍ່ແຮ່, ວິສະວະກຳ ຂົວ-ທາງ, ວິສະວະກຳ ຂົນສົ່ງ ແລະ ພາລາທິການ
• ສາຍກົນຈັກ ແລະ ການຜະລິດ: ວິສະວະກຳ ກົນຈັກ ວິສະວະກຳ ອຸດສາຫະກຳ, ວັດສະດຸ ວິສະວະກຳ, ວິສະວະກຳ ເຄມີ, ວິສະວະກຳ ຂະບວນການຜະລິດອາຫານ
ສາຍໄຟຟ້າ ແລະ ໄອທີ: ວິສະວະກຳ ໄຟຟ້າ, ວິສະວະກຳ ໄຟຟ້າພະລັງງານນໍ້າ ວິສະວະກຳ ອີເລັກໂຕຣນິກ,ວິສະວະກຳ ໂທລະຄົມມະນາຄົມ, ວິສະວະກຳ ຄອມພິວເຕີ, ເຕັກໂນໂລຊີຂໍ້ມູນຂ່າວສານ (IT)
• (ມີຫຼັກສູດອະນຸປະລິນຍາ: ວິສະວະກຳ ຂົວ-ທາງ)
3: ຄະນະ ກະເສດສາດ (ປະກອບມີ 8 ສາຂา)
ເຕັກໂນໂລຊີການກະເສດຍຸກໃໝ່ ແລະ ສັດຕະວະແພດ ຕອບໂຈດຄວາມຕ້ອງການຂອງຕະຫຼາດໃນປະຈຸບັນ:
• ສາຍພືດ ແລະ ການຈັດການ: ການປູກຝັງ, ການປ້ອງກັນພືດ, ການຈັດການທີ່ດິນກະສິກຳແບບຍືນຍົງ
• ສາຍສັດ ແລະ ການປະມົງ: ການລ້ຽງສັດ, ການປະມົງ, ເຕັກໂນໂລຊີການຜະລິດງົວນົມ
• ສາຍແພດ ແລະ ເສດຖະກິດ: ສັດຕະວະແພດ, ເສດຖະກິດກະສິກຳ ແລະ ເຕັກໂນໂລຊີອາຫານ
4: ຄະນະ ວິທະຍາສາດປ່າໄມ້ (ປະກອບມີ 6 ສາຂາ)
ສາຍຮັກທຳມະຊາດ ແລະ ການທ່ອງທ່ຽວແບບຍືນຍົງ ໃຜຢາກເປັນນັກອະນຸລັກຕ້ອງມາມຸມນີ້:
• ການທ່ອງທ່ຽວອະນຸລັກ, ການປ່າໄມ້ຊຸມຊົນ ແລະ ພັດທະນາຊົນນະບົດ, ການຈັດສັນ ແລະ ຄຸ້ມຄອງປ່າໄມ້, ການຄຸ້ມຄອງແຫຼ່ງນໍ້າ ແລະ ນຳໃຊ້ທີ່ດິນ, ເສດຖະສາດປ່າໄມ້ ແລະ ເຕັກໂນໂລຊີໄມ້, ການອະນຸລັກປ່າໄມ້ ແລະ ສັດປ່າ
5: ຄະນະ ຊັບພະຍາກອນນໍ້າ (ປະກອບມີ 5 ສາຂາ)
ຄະນະສຸດສະເພາະທາງ ທີ່ເນັ້ນການຈັດການ “ນໍ້າ” ເຊິ່ງເປັນຫົວໃຈຫຼັກຂອງພະລັງງານ ແລະ ການຢູ່ລອດ:
• ວິສະວະກຳ ຊົນລະປະທານ, ການຄຸ້ມຄອງຊັບພະຍາກອນນໍ້າ, ວິທະຍາສາດອຸຕຸນິຍົມ ແລະ ອຸທົກກະສາດ, ການຄຸ້ມຄອງໄພພິບັດ, ນໍ້າໃຕ້ດິນ
• (ມີຫຼັກສູດອະນຸປະລິນຍາ: ເຕັກນິກຊົນລະປະທານ)
6: ຄະນະ ສະຖາປັດຕະຍະກຳສາດ (ປະກອບມີ 5 ສາຂາ)
ສາຍສິລະປະປະສົມຄິດໄລ່ ນັກອອກແບບ ແລະ ວາງຜັງເມືອງໃຫ້ສວຍງາມ ແລະ ທັນສະໄໝ:
• ສະຖາປັດຕະຍະກຳສາດ, ວິທະຍາການອາຄານ, ອອກແບບຕົກແຕ່ງ, ອອກແບບຜະລິດຕະພັນ, ການວາງແຜນ ແລະ ອອກແບບສະພາບແວດລ້ອມຜັງເມືອງ
7: ຄະນະ ວິທະຍາສາດສິ່ງແວດລ້ອມ (ປະກອບມີ 5 ສາຂາ)
ຕົວແທນຜູ້ປົກປ້ອງໂລກ ເນັ້ນການວາງແຜນ ແລະ ບຳບັດສິ່ງແວດລ້ອມເພື່ອອະນາຄົດທີ່ດີກວ່າ:
• ວິທະຍາສາດສິ່ງແວດລ້ອມ, ການຈັດສັນສິ່ງແວດລ້ອມ, ການວາງແຜນພັດທະນາ, ເຕັກໂນໂລຊີສິ່ງແວດລ້ອມ,ສິ່ງແວດລ້ອມສຶກສາ
ເລືອກຄະນະທີ່ແມ່ນ ສາຂາທີ່ມັກ ແລ້ວລຸຍເລີຍ! ບໍ່ວ່າຈະເລືອກຄະນະໃດໃນສາຍ A ບອກເລີຍວ່າທຸກສາຂາລ້ວນແຕ່ເປັນກຳລັງສຳຄັນໃນການພັດທະນາປະເທດໃນຍຸກເຕັກໂນໂລຊີ. ນ້ອງໆ ເດ… ເລັງຄະນະໃດໄວ້ແລ້ວ?
ທີ່ມາ: ກະດານຂ່າວສານ ມຊ NUOL News


