ສະພາແຫ່ງຊາດ ເປີດສາຍດ່ວນ 156 ຮັບຟັງຄຳຄິດເຫັນ ແລະ ບັນຫາຂອງປະຊາຊົນ ໃນໄລຍະປະຊຸມສະໄໝວິສາມັນ

ເນື່ອງໃນໂອກາດການຈັດ ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນລະຫວ່າງວັນທີ 6-10 ກໍລະກົດ 2026, ສະພາແຫ່ງຊາດ ສປປ ລາວ ໄດ້ເປີດໃຫ້ບໍລິການ ສາຍດ່ວນ 156 ເພື່ອເປັນຊ່ອງທາງຮັບຟັງຄຳຄິດເຫັນ, ຂໍ້ສະເໜີ ແລະ ບັນຫາຄວາມເດືອດຮ້ອນຈາກປະຊາຊົນທົ່ວປະເທດ.

ປະຊາຊົນສາມາດໂທເຂົ້າມາແຈ້ງບັນຫາ ຫຼື ສະເໜີຄຳຄິດເຫັນ ກ່ຽວກັບບັນຫາທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດ ເຊັ່ນ ບັນຫາຈາກໂຮງຈັກ-ໂຮງງານ, ບັນຫາສັງຄົມ ຫຼື ບັນຫາອື່ນໆ ເພື່ອໃຫ້ສະພາແຫ່ງຊາດນຳໄປພິຈາລະນາໃນກອງປະຊຸມ.

ສາຍດ່ວນ 156 ເປີດໃຫ້ບໍລິການລະຫວ່າງວັນທີ 3-10 ກໍລະກົດ 2026 ໃນໂມງລັດຖະການ:

• ຕອນເຊົ້າ: 08:00 – 11:30 ໂມງ

• ຕອນບ່າຍ: 13:30 – 16:00 ໂມງ

ນອກຈາກການໂທຜ່ານສາຍດ່ວນແລ້ວ ປະຊາຊົນຍັງສາມາດສົ່ງຄຳສະເໜີຜ່ານຊ່ອງທາງອື່ນ ປະກອບມີ: ແອັບພລິເຄຊັນ Lao NA (Play Store ແລະ App Store) ອີເມວ: nalao.156@gmail.com 📠 ແຟັກ: 021 454790

ສະພາແຫ່ງຊາດ ຂໍເຊີນຊວນພໍ່ແມ່ປະຊາຊົນທຸກພາກສ່ວນ ຮ່ວມສະທ້ອນສຽງ, ສະເໜີຂໍ້ຄິດເຫັນ ແລະ ແຈ້ງບັນຫາທີ່ຕ້ອງການໃຫ້ແກ້ໄຂ ຜ່ານຊ່ອງທາງດັ່ງກ່າວ ເພື່ອໃຫ້ສຽງຂອງປະຊາຊົນໄດ້ຮັບການນຳສະເໜີ ແລະ ພິຈາລະນາໃນກອງປະຊຸມສະໄໝວິສາມັນຄັ້ງນີ້.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles