ຄົນລາວຕ້ອງເຮັດວຽກຈັກວັນ ຈຶ່ງສາມາດຊື້ iphone promax ໄດ້

ອີງຕາມຂໍ້ມູນດັດຊະນີຄວາມສາມາດໃນການຊື້ iPhone (iPhone Affordability Index) ຈາກ Seasia Stats ທີ່ໄດ້ເຜີຍແຜ່ສະຖິຕິຈຳນວນວັນເຮັດວຽກທີ່ຈຳເປັນເພື່ອຊື້ iPhone 17 Pro Max (ລຸ້ນ 256GB) ໃນທົ່ວພາກພື້ນອາຊຽນ ພົບວ່າມີຄວາມແຕກຕ່າງກັນຢ່າງຫຼວງຫຼາຍ ເຊິ່ງສະທ້ອນໃຫ້ເຫັນເຖິງກຳລັງການຊື້, ຄ່າຈ້າງສະເລ່ຍ ແລະ ສະພາບເສດຖະກິດຂອງແຕ່ລະປະເທດ.

ສຳລັບ ປະເທດລາວ ຂອງພວກເຮົາ ແມ່ນຖືກຈັດຢູ່ໃນອັນດັບທີ 9 ຂອງອາຊຽນ​ ໂດຍແຮງງານລາວຕ້ອງໃຊ້ເວລາເຮັດວຽກສະເລ່ຍສູງເຖິງ 186 ວັນ (ຫຼື ປະມານ 6 ເດືອນກວ່າ) ຈຶ່ງຈະສາມາດເປັນເຈົ້າຂອງ iPhone 17 Pro Max ໄດ້ 1 ເຄື່ອງ​ (ຖ້າຊື້ດ້ວຍເງິນສົດ)​. ຕົວເລກນີ້ສະທ້ອນໃຫ້ເຫັນວ່າ ເຕັກໂນໂລຊີລະດັບໄຮເອນ (High-end) ຍັງຖືເປັນສິ່ງທີ່ເຂົ້າເຖິງໄດ້ຍາກຂອງລາວ ຍ້ອນຜົນກະທົບຈາກຄ່າຄອງຊີບ ແລະ ລາຍໄດ້ສະເລ່ຍຂອງປະຊາກອນໃນປະຈຸບັນ,​ຂະນະທີ່ຊາວສິງກະໂປ​ ເຮັດວຽກບໍ່ຮອດສອງອາທິດກໍສາມາດເປັນເຈົ້າຂອງໄດ້ແລ້ວ.​

ມາເບິ່ງແຕ່ວ່າ​ ລະປະເທດ ​ໃຊ້ເວລາຫາເງິນຈັກວັນ ຈຶ່ງຊື້ iPhone 17 Pro Max ໄດ້!​:

ສິງກະໂປ: ຫ​າເງິນ​ 8 ວັນ ຊື້ໄອໂຟນ 17 Pro Max ໄດ້ແລ້ວ! ຈຶ່ງຈັດຢູ່ (ອັນດັບ 1 ຂອງອາຊຽນ, ຍ້ອນມີຄ່າຈ້າງສະເລ່ຍສູງທີ່ສຸດ).​

ມາເລເຊຍ: 30 ວັນ.​

ໄທ: 52 ວັນ.

ອິນໂດເນເຊຍ: 66 ວັນ.

ຫວຽດນາມ: 99 ວັນ.

ຟິລິບປິນ: 101 ວັນ.

ກຳປູເຈຍ: 178 ວັນ.

ມຽນມາ: 184 ວັນ.

ລາວ: 186 ວັນ.

ຕີມໍ-ເລສເຕ: 215 ວັນ.

ທີ່ມາ: Seasia Stats

Lao Youth​ ​Radio​ FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles