ທູດຍີ່ປຸ່ນ ມອບໃບຍ້ອງຍໍໃຫ້ບຸກຄົນສຳຄັນຂອງ ສປປລາວ

ໃນວັນທີ 10 ຕຸລາ ທີ່ຜ່ານມາ, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສ.ປ.ປ.ລາວ ໄດ້ມອບໃບຍ້ອງຍໍຈາກທ່ານທູດ ໃຫ້ແກ່ ດຣ. ພອນແກ້ວ ຈັນທະມາລີ, ຜູ້ອຳນວຍການ ສະຖາບັນ ລາວ-ຍີ່ປຸ່ນ (LJI), ແລະ ທ່ານ ດຣ. ມະໄລຄຳ ໄຊຍະກອນ, ຮອງຄະນະບໍດີ ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ ທີ່ເຮືອນພັກເອກອັກຄະຣາຊະທູດຍີ່ປຸ່ນ.

 ທ່ານ ດຣ. ພອນແກ້ວ ໄດ້ສຶກສາລະດັບຊັ້ນປະລິນຍາຕີ ແລະ ປະລິນຍາໂທ ພາຍໃຕ້ທຶນການສຶກສາລັດຖະບານຍີ່ປຸ່ນ MEXT ທີ່ ມະຫາວິທະຍາໄລໂຢໂກຮາມະ ສາຂາວິສະວະກຳສາດ ແລະ ບັນດິດວິທະຍາໄລສາຂາວິສະວະກຳສາດ ຂອງມະຫາວິທະຍາໄລດຽວກັນ. ອີກທັງຍັງເປັນຄົນລາວຜູ້ທຳອິດ ທີ່ໄດ້ສຳເລັດການສຶກສາລະດັບປະລິນຍາເອກ ຈາກມະຫາວິທະຍາໄລຍີ່ປຸ່ນ. ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ, ເພິ່ນກໍໄດ້ເປັນອາຈານທີ່ມະຫາວິທະຍາໄລແຫ່ງຊາດ, ສິດສອນ ແລະ ເປັນແບບຢ່າງໃຫ້ນັກສຶກສາດີເດັ່ນຫຼາຍຄົນ ໃນສາຂາວິຊາເຕັກໂນໂລຊີ ແລະ ວິທະຍາສາດຄອມພິວເຕີ. ໃນປີ 2021, ເພິ່ນກໍໄດ້ຮັບຕຳແໜ່ງໃນຖານະ ຜູ້ອຳນວຍການ ສະຖາບັນ ລາວ-ຍີ່ປຸ່ນ (LJI) ແລະ ໄດ້ປະກອບສ່ວນໃຫ້ຄວາມຮູ້ ຢ່າງແຂງຂັນທາງດ້ານການພັດທະນາຊັບພະຍາກອນມະນຸດ, ການສຶກສາດ້ານບໍລິຫານທຸລະກິດ, ໂປຣແກຣມການຮຽນການສອນພາສາຍີ່ປຸ່ນ, ແລະ ຮັດແໜ້ນຄວາມເຂົ້າໃຈລະຫວ່າງສອງຊາດຍີ່ປຸ່ນ ແລະ ລາວ.

​ທ່ານ ດຣ. ມະໄລຄຳ ໄດ້ສຳເລັດການສຶກສາລະດັບປະລິນຍາເອກ ຈາກ ບັນດິດວິທະຍາໄລສາຂາພາສາສາດ ທີ່ມະຫາວິທະຍາໄລໂຄຄຸກາຄຸອິນ ໃນປີ 2011 ແລະ ໄດ້ຢືນຢັດບຸກເບີກວົງການການສຶກສາພາສາຍີ່ປຸ່ນໃນປະເທດລາວ ຕັ້ງແຕ່ປີ 2013 ເປັນຕົ້ນມາ. ພາກວິຊາພາສາຍີ່ປຸ່ນ ຂອງມະຫາວິທະຍາໄລແຫ່ງຊາດ ເປັນໜຶ່ງໃນສະຖາບັນການສຶກສາແນວໜ້າຂອງປະເທດລາວສຳລັບຜູ້ທີ່ສົນໃຈຢາກຮຽນພາສາຍີ່ປຸ່ນຢ່າງລົງເລິກ. ອີກທັງຍັງເປັນສູນກາງສົ່ງເສີມການພັດທະນາ-ສົ່ງເສີມສະຖາບັນພາສາຍີ່ປຸ່ນແຫ່ງອື່ນໆ ຜ່ານການຈັດການເຝິກອົບຮົມຄູ ແລະ ໃຫ້ຄຳປຶກສາກ່ຽວກັບຫຼັກສູດການສອນ. ທ່ານ ດຣ. ມະໄລຄຳ ໄດ້ອຸທິດຕົນສິດສອນ ນັກສຶກສາຜູ້ທີ່ມີຄວາມປາຖະໜາຢາກຮຽນພາສາຍີ່ປຸ່ນໃນທາງວິຊາການ ແລະ ຢາກກາຍເປັນຂົວເຊື່ອມຕໍ່ສາຍພົວພັນລະຫວ່າງຍີ່ປຸ່ນ ແລະ ລາວ ຢ່າງບໍ່ຢຸດຢັ້ງ ແລະ ຄວາມຕັ້ງໃຈຂອງເພິ່ນໜ້າຍົກຍ້ອງເປັນຢ່າງຍິ່ງ.

​ໃນວາລະນີ້, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສ.ປ.ປ.ລາວ ຈຶ່ງໄດ້ມອບໃບຍ້ອງຍໍ ເພື່ອແທນຄຳຂອບໃຈຕໍ່ກັບ ທ່ານ ດຣ. ພອນແກ້ວ ແລະ ທ່ານ ດຣ. ມະໄລຄຳ, ບຸກຄະລະກອນຜູ້ທີ່ໄດ້ອຸທິດຕົນເພື່ອໂຄສະນາເຜີຍແຜ່ການຮ່ວມມືລະຫວ່າງຍີ່ປຸ່ນ ແລະ ລາວຜ່ານການສິດສອນ ແລະ ແລກປ່ຽນວັດທະນະທຳ ເປັນເວລາຫຼາຍສິບປີ. ເຊິ່ງພາຍໃນງານກໍໄດ້ຮັບກຽດເຂົ້າຮ່ວມຈາກ ທ່ານ ຮອງສາສະດາອາຈານ ດຣ. ພຸດ ສິມມະລາວົງ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ. ທ່ານ ສາສະດາອາຈານ ດຣ. ເດຊານຸລາດ ແສນດວງເດດ, ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ພ້ອມກັບ ຜູ້ກ່ຽວຂ້ອງກັບຜູ້ຮັບລາງວັນສອງທ່ານ.

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles