Home Blog Page 74

3,5ລ້ານກີບ ຄ່າເຊົ່າຫ້ອງຂາຍເຄື່ອງໃນງານບຸນທາດຫຼວງ – ໄອເຕັກ

ອີງຕາມແຈ້ງການສະບັບເລກທີ 593/ຈນວ, ລົງວັນທີ 9 ຕຸລາ​ 2025​ ຂອງເຈົ້າຄອງນະຄອນຫຼວງວຽງຈັນ​ ກ່ຽວກັບການກຳນົດ ລາຄາຄ່າເຊົ່າຫ້ອງຂາຍເຄື່ອງ ຢູ່ໃນງານບຸນນະມັດສະການພຣະທາດຫຼວງ​ວຽງຈັນ​ ແລະ​ ສູນການຄ້າລາວໄອເຕັກ​ ໃນລະຫວ່າງວັນທີ 1-5 ພະຈິກ 2025 ນີ້​ ມີຄື:

1. ລາຄາຄ່າເຊົ່າສະຖານທີ່ຢູ່ເດີ່ນສະໜາມຫຼວງ (ຂະໜາດຫ້ອງແມ່ນ 3×4 ແມັດ).

– ສໍາລັບຜະລິດຕະພັນສິນຄ້າ ODOP:

3.500.000 ກີບ/ຫ້ອງ.​

– ສໍາລັບຜະລິດຕະພັນສິນຄ້າ ຂອງຄອບຄົວຕົວແບບ ແລະ ສິນຄ້າພາຍໃນທົ່ວໄປ ທີ່ຜະລິດ ແລະ​ ມາຈໍາໜ່າຍດ້ວຍຕົນເອງ: 6.000.000 ກີບ/ຫ້ອງ.​

3). ສໍາລັບສິນຄ້າທົ່ວໄປ​ ທີ່ຈະເອົາເຂົ້າໄປວາງຂາຍໃນງານ: 7.000.000 ກີບ​ – 15.000.000 ກີບ/ຫ້ອງ

– ສະເພາະ ບູດທີ່ໄດ້ຕົບແຕ່ງ ແມ່ນຈະໄດ້ຄິດໄລ່ຄ່າຕົບແຕ່ງບູດເພີ່ມ ຕາມມູນຄ່າຕົວຈິງ ຂອງຄະນະກຳມະການປະເມີນໃນລາຄາຕົ້ນທຶນ (ຫຼື ຜູ້ປະກອບການທຸລະກິດ ສາມາດຕົບແຕ່ງເອງໄດ້ຕາມແບບທີ່ຄະນະກຳມະການກຳນົດໃຫ້).​

– ຂາຍອາຫານຍ່ອຍ (ຕຳ, ໄຂ່ລູກ, ໝາກໄມ້, ລູກຊີ້ນ, ປາມຶກ, ເຂົ້າຫຼາມ, ປີ້ງ​ໄກ່​ ອື່ນໆ)​ 50.000 ກີບ/ມື້.​

2. ລາຄາຄ່າເຊົ່າສະຖານທີ່ຢູ່ສູນການຄ້າລາວ-ໄອເຕັກ (ຂະໜາດຫ້ອງ 3×3 ແມັດ).

– ດ້ານໃນອາຄານສິນຄ້າທົ່ວໄປ ລາຄາ 12.000.000 ກີບ/ຫ້ອງ (ປະກອບມີດອກໄຟ 40 ວັດ ຈໍານວນ 02 ດອກ, ໂຕະ 01 ໜ່ວຍ ແລະ ຕັ້ງ 02 ໜ່ວຍ).

– ສໍາລັບສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ທີ່ເຂົ້າຮ່ວມງານ ແມ່ນ​ 3.500.000 ກີບ/ຫ້ອງ.

– ດ້ານນອກອາຄານ​ ລາຄາ 6.000.000 ກີບ/ຫ້ອງ.​

– ຄ້າຂາຍຍ່ອຍ ດ້ານນອກ​ 99,000 ກີບ/ມື້.

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງເຖິງນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ຕຸລາ 2025, ພະນະທ່ານ ອະນຸທິນ ຊານວີຣະກຸນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ເຊິ່ງພິທີຕ້ອນຮັບທີ່ສະໜາມບິນ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໂດຍມີ ທ່ານ ເຫຼັກໄຫຼ ສີວິໄລ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະ ທັງຝ່າຍລາວ ແລະ ຝ່າຍໄທ ໃຫ້ການຕ້ອນຮັບ.

ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງນີ້ ແມ່ນຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການພົວພັນຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ ແລະ ໄທ ໃຫ້ພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.

ທີ່ມາ: Media Laos

ປ້າຄູ ຄູນວິໄລ: ຜູ້ໄດ້ຮັບນາມມະຍົດ ຄູປະຊາຊົນ ຄົນທໍາອິດ ໃນປະຫວັດສາດຂອງຊາດລາວ !

ເຖິງວ່າຈະມີເງິນເດືອນບໍ່ສູງ ເຖິງວ່າຈະມີສິ່ງທ້າທາຍນັບບໍ່ຖ້ວນ ແຕ່ເມື່ອເຫັນລູກສິດລູກຫາປະສົບຜົນສໍາເລັດ ມັນເປັນຄ່າຕອບແທນທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດ.” ນີ້ແມ່ນຄໍາເວົ້າຂອງຜູ້ຍິງຄົນໜຶ່ງ ທີ່ໄດ້ອຸທິດຊີວິດ 47 ປີ ຢືນຢູ່ເບື້ອງຫຼັງຄວາມສໍາເລັດຂອງເດັກນ້ອຍລາວ ຫຼາຍພັນຄົນ. ມື້ນີ້ ປ້າຄູ ຄູນວິໄລ ເຄນກິຕິສັກ ໄດ້ກາຍເປັນ “ຄູປະຊາຊົນ” ຄົນທໍາອິດໃນປະຫວັດສາດຂອງຊາດລາວ – ຫຼຽນນາມມະຍົດທີ່ສູງສຸດສໍາລັບຄູ ທີ່ບໍ່ໄດ້ມອບໃຫ້ແບບງ່າຍໆ.

ໃນຫ້ອງຮຽນ ຢູ່ໂຮງຮຽນປະຖົມສົມບູນ ທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມີສຽງຫົວ ຂອງເດັກນ້ອຍ ທີ່ກໍາລັງຮຽນວິຊາ ທີ່ປ້າຄູ ຄູນວິໄລ ກໍາລັງສອນ ດັງຂຶ້ນ. ທ່າມກາງທີ່ເດັກນ້ອຍ ກໍາລັງຕັ້ງອົກຕັ້ງໃຈຮຽນ ດ້ວຍຄວາມມ່ວນຊື່ນ ມີຮູບຊົງຂອງຜູ້ຍິງຄົນໜຶ່ງ ທີ່ຢືນສິດສອນດ້ວຍຄວາມອົດທົນ ແລະ ຄວາມຮັກ. ນີ້ແມ່ນ ປ້າຄູ ຄູນວິໄລ ເຄນກິຕິສັກ – ແມ່ຍິງບ້ານທົ່ງກາງ – ປະຊາຊົນຄົນທຳມະດາ ທີ່ບໍ່ທຳມະດາເລີຍ.

ຈາກຄວາມຝັນໃນໄວເດັກ ສູ່ການອຸທິດຕົນເຕັມຊີວິດ

ເມື່ອຍ້ອນເວລາກັບໄປ 47 ປີກ່ອນ, ເດັກນ້ອຍຍິງຄົນໜຶ່ງ ຈາກບ້ານທົ່ງກາງ ໄດ້ກ້າວເຂົ້າສູ່ວິຊາຊີບຄູ ດ້ວຍຄວາມຝັນທີ່ງ່າຍດາຍ ແຕ່ເລິກເຊິ່ງ. “ຕອນຍັງນ້ອຍ ຮູ້ສຶກວ່າການເປັນຄູ ແມ່ນມີຄວາມ ສະຫງ່າລາສີ,” ປ້າຄູ ຄູນວິໄລ ອາຍຸ 64 ປີ ເລົ່າດ້ວຍຮອຍຍິ້ມທີ່ອົບອຸ່ນ. ແຕ່ສິ່ງທີ່ເຮັດໃຫ້ປ້າຄູ ຍຶດໝັ້ນໃນອາຊີບນີ້ຕະຫຼອດມາ ບໍ່ແມ່ນແຕ່ສະເພາະຄວາມສະຫງ່າລາສີຢ່າງດຽວ ແຕ່ແມ່ນຍ້ອນຄວາມມັກຮັກ ແລະ ຄວາມປະທັບໃຈ ທີ່ຄູ ໄດ້ເອົາໃຈໃສ່ເບິ່ງແຍງສິດສອນ ລູກສິດທຸກຄົນ.

ຈາກຄູສອນທຳມະດາ ປ້າຄູ ຄູນວິໄລ ໄດ້ກ້າວຂຶ້ນມາເປັນຜູ້ອໍານວຍການໂຮງຮຽນປະຖົມສົມບູນ ທົ່ງກາງມາໄດ້ 28 ປີ. ແຕ່ຜົນງານຂອງປ້າຄູ ບໍ່ໄດ້ຈໍາກັດຢູ່ພຽງແຕ່ຫ້ອງຮຽນ ພຽງຢ່າງດຽວ. ປ້າຄູຍັງເຮັດວຽກໃຫ້ກະຊວງສຶກສາ ແລະ ກິລາ, ຂຽນຫຼັກສູດວິຊາພາສາລາວ, ເປັນຄູຝຶກໃຫ້ກະຊວງ, ສິດສອນທາງອອນລາຍ ແລະ ເປັນຄູຊໍານານງານ ແລະ ຄູວິຊາການ. ຄວາມອຸທິດຕົນແບບບໍ່ຮູ້ອິດຮູ້ເມື່ອຍນີ້ ເຮັດໃຫ້ປ້າຄູ ໄດ້ຮັບລາງວັນຄູດີເດັ່ນ ຈາກເຈົ້າຟ້າມະຫາຈັກກີ ແຫ່ງປະເທດໄທ ໃນປີ 2017 ອີກດ້ວຍ.

ການຕໍ່ສູ້ທ່າມກາງສິ່ງທ້າທາຍ

ການເປັນຄູໃນໂຮງຮຽນລັດ ມີສິ່ງທ້າທາຍນັບບໍ່ຖ້ວນ – ຈາກສະພາບ ອຸປະກອນທີ່ຈໍາກັດ ໄປເຖິງຄ່າຕອບແທນທີ່ບໍ່ສູງ. ແຕ່ປ້າຄູ ຄູນວິໄລ ບໍ່ເຄີຍຜ່າຍແພ້. “ເຖິງວ່າຈະສອນຢູ່ໂຮງຮຽນລັດ ມີສິ່ງທ້າທາຍຫຼາຍຢ່າງ ແຕ່ກໍ່ໄດ້ເອົາໃຈໃສ່ໃນການສິດສອນ,” ປ້າຄູກ່າວດ້ວຍສຽງທີ່ເຕັມໄປດ້ວຍຄວາມໝັ້ນໃຈ. ຜົນຂອງຄວາມອຸທິດຕົນນີ້ ເຮັດໃຫ້ໂຮງຮຽນທົ່ງກາງ ໄດ້ຮັບຄວາມນິຍົມຊົມຊອບ ແລະ ມີນັກຮຽນເຂົ້າຮຽນເພີ່ມຂຶ້ນ ເປັນຈໍານວນຫຼາຍໃນແຕ່ລະປີ.

“ເຮົາເຮັດວຽກເພື່ອປະເທດຊາດແທ້ໆ,” ປ້າຄູ ຄູນວິໄລ ກ່າວດ້ວຍຄວາມພາກພູມໃຈ. ຄໍາເວົ້ານີ້ ບໍ່ແມ່ນພຽງຄໍາເວົ້າ ທີ່ອອກຈາກປາກ ແຕ່ມັນແມ່ນການປະຕິບັດຕົວຈິງ ທີ່ປ້າຄູ ໄດ້ພິສູດມາຕະຫຼອດເກືອບເຄິ່ງສະຕະວັດ !

ຄູປະຊາຊົນ: ຫຼຽນນາມມະຍົດທີ່ມີຄວາມໝາຍ

ໃນປີນີ້ ປ້າຄູນວິໄລ ໄດ້ກາຍເປັນຄູຄົນທໍາອິດ ໃນປະຫວັດສາດຂອງຊາດລາວ ທີ່ໄດ້ຮັບຫຼຽນນາມມະຍົດ “ຄູປະຊາຊົນ” ຮ່ວມກັບ ປ້າຄູ ບຸນມາ ໂພທິລາດ ຜູ້ອໍານວຍການໂຮງຮຽນປະຖົມສົມບູນ ຈັນສະຫວ່າງ- ລາງວັນທີ່ໄດ້ ສະແດງເຖິງຄຸນງາມຄວາມດີ ແກ່ຄູທີ່ມີຜົນງານໂດດເດັ່ນ.

ລາງວັນນີ້ບໍ່ແມ່ນການຍອມຮັບ ພຽງແຕ່ຄວາມເກັ່ງກ້າ ທາງດ້ານວິຊາການ ແຕ່ແມ່ນການຍອມຮັບ ໃນສິນທໍາປະຕິວັດ, ຄຸນນະທໍາ, ຫົວຄິດປະດິດສ້າງ, ນໍ້າໃຈຮັບໃຊ້ປະຊາຊົນ, ຄວາມເປັນແບບຢ່າງ ຄູສອນທີ່ໂດດເດັ່ນ, ຄວາມເປັນຜູ້ບໍລິຫານທີ່ເຂັ້ມແຂງ, ຄວາມພາກພຽນອົດທົນ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ.

“ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພາກພູມໃຈທີ່ສຸດ ໃນຊີວິດຄູ,” ປ້າຄູ ຄູນວິໄລ ກ່າວເຖິງລາງວັນນີ້. ແຕ່ສໍາລັບປ້າຄູ ແລ້ວ ລາງວັນທີ່ແທ້ຈິງ ບໍ່ແມ່ນແຕ່ຫຼຽນນາມມະຍົດ, ແຕ່ແມ່ນຄວາມສໍາເລັດຂອງລູກສິດລູກຫາທຸກຄົນ.

ໃຫ້ແຮງບັນດານໃຈແກ່ຄູຍຸກໃໝ່

“ການເຫັນຜົນສໍາເລັດຂອງນັກຮຽນຄົນໜຶ່ງ ອາດຈະໃຊ້ເວລາຕັ້ງແຕ່ປະຖົມຂຶ້ນໄປ ຈົນຮຽນຈົບວິທະຍາໄລ ມະຫາວິທະຍາໄລ,” ປ້າຄູ ຄູນວິໄລ ເລົ່າ. “ແຕ່ເມື່ອເຫັນລູກສິດລູກຫາ ປະສົບຜົນສໍາເລັດ ໄດ້ວຽກ ເຮັດການ ເຮັດງານ ແລະ ມີຕໍາແໜ່ງທີ່ດີ ຈະເຮັດໃຫ້ຕົນເອງຍິ້ມອອກ ແລະ ພາກພູມໃຈໃນຊີວິດຄູຕະຫຼອດມາ.”

ປ້າຄູ ຄູນວິໄລ ຝາກຂໍ້ຄວາມເຖິງຄູອາຈານທຸກຄົນ ທີ່ກໍາລັງສິດສອນ ຫຼື ມີຄວາມຝັນຢາກເປັນຄູສອນວ່າ: “ອາຊີບຄູແມ່ນມີຄວາມສໍາຄັນທີ່ສຸດ ສໍາລັບການພັດທະນາປະເທດຊາດ. ປະເທດຊາດມີບຸກຄະລາກອນທີ່ເກັ່ງ ແລະ ເຂັ້ມແຂງ ລ້ວນແລ້ວແຕ່ຢູ່ເບື້ອງຫຼັງມີຄູ ທີ່ຄ່ອຍສັງສອນທັງນັ້ນ.”

ມໍລະດົກທີ່ຍືນຍົງ

ຜົນງານຂອງປ້າຄູ ຄູນວິໄລ ບໍ່ແມ່ນພຽງຕົວເລກ 47 ປີ ຂອງການສິດສອນ. ມັນແມ່ນເລື່ອງຂອງຄວາມຮັກ, ການອຸທິດຕົນ ແລະ ຄວາມເຊື່ອໝັ້ນວ່າ ການສຶກສາແມ່ນກຸນແຈ ແຫ່ງອະນາຄົດຂອງຊາດ. ທຸກໆເຊົ້າທີ່ປ້າຄູ ກ້າວເຂົ້າໄປສອນໃນຫ້ອງຮຽນ ປ້າຄູບໍ່ພຽງແຕ່ຖ່າຍທອດຄວາມຮູ້ ວິຊາຕ່າງໆໃຫ້ນັກຮຽນ ແຕ່ປ້າຄູ ກໍາລັງບົ່ມເພາະ ແລະ ປູກຝັງອະນາຄົດ ທີ່ເປັນໜໍແໜ່ງ ທີ່ສໍາຄັນຂອງຊາດ.

ມື້ນີ້ ລູກສິດຂອງປ້າຄູນວິໄລ ບາງຄົນອາດກາຍເປັນທ່ານໝໍ ວິສະວະກອນ ຄູອາຈານ ຫຼື ຜູ້ນໍາປະເທດ ໃນຫຼາຍໆດ້ານ. ແຕ່ພວກເຂົາທຸກຄົນ ຈະຈົດຈໍາຄູຄົນໜຶ່ງ ຈາກບ້ານທົ່ງກາງ ຜູ້ທີ່ໄດ້ເຊື່ອໝັ້ນໃນຕົວພວກເຂົາ ແລະ ຊີ້ທາງໃຫ້ເມື່ອພວກເຂົາ ຫຼົງຢູ່ໃນຄວາມມືດ.

ປ້າຄູ ຄູນວິໄລ – ຄູປະຊາຊົນຄົນທໍາອິດຂອງລາວ – ແມ່ນຫຼັກຖານທີ່ມີຊີວິດວ່າ ຄົນໜຶ່ງ ທີ່ສາມາດສ້າງການປ່ຽນແປງອັນຍິ່ງໃຫຍ່ໄດ້ ເມື່ອມີຄວາມຮັກ ຄວາມອຸທິດຕົນ ແລະ ຄວາມເຊື່ອໝັ້ນໃນພະລັງຂອງການສຶກສາ. ປ້າຄູ ບໍ່ພຽງແຕ່ສອນຫນັງສື ແຕ່ປ້າຄູ ໄດ້ສິດສອນ ວິທີດໍາລົງຊີວິດ ທີ່ມີຄຸນຄ່າ ແລະ ມີຄວາມໝາຍ.

ນີ້ແມ່ນເລື່ອງລາວຂອງຄູປະຊາຊົນ – ຜູ້ທີ່ສະແດງໃຫ້ເຫັນວ່າ ອາຊີບຄູບໍ່ແມ່ນພຽງແຕ່ວຽກງານ ແຕ່ມັນແມ່ນພາລະກິດແຫ່ງຊີວິດ ທີ່ຍິ່ງໃຫຍ່ທີ່ສຸດ.

ສໍາພາດໂດຍ: Lao Youth Radio

ມາເລເຊຍ ພົບນັກຮຽນກວ່າ 6ພັນຄົນຕິດເຊືອໄຂ້ຫວັດໃຫຍ່ ສັ່ງປິດໂຮງຮຽນຫຼາຍແຫ່ງທົ່ວປະເທດ

ວັນທີ 13 ຕຸລາ 2025 ທ່ານ ໂມຫັດ ອາຊຳ ອາຫມັດ ອະທິບໍດີຫົວໜ້າກົມສຶກສາທິການ ຂອງປະເທດມາເລເຊຍ ໄດ້ເປີດເຜີຍວ່າ ມີນັກຮຽນທົ່ວປະເທດປະມານ 6,000 ຄົນ ຕິດເຊື້ອໄຂ້ຫວັດໃຫຍ່ (Influenza) ເຮັດໃຫ້ໂຮງຮຽນຫຼາຍແຫ່ງຈຳເປັນຕ້ອງປິດຊົ່ວຄາວ ເພື່ອປ້ອງກັນການແຜ່ລະບາດໃນກຸ່ມເດັກນ້ອຍ ແລະ ບຸກຄະລາກອນທາງການສຶກສາ ຂະນະທີທາງການໄດ້ກຳນົດແນວທາງຮັບມືໄວ້ແລ້ວ ໂດຍເນັ້ນໃຫ້ໂຮງຮຽນນຳມາດຕະການປ້ອງກັນພະຍາດຕິດເຊື້ອທີ່ເຄີຍໃຊ້ໃນໄລຍະໂຄວິດ-19 ກັບຄືນມາ ເຊັ່ນ ການໃສ່ໜ້າກາກອະນາໄມ ແລະ ການຫຼຸດກິດຈະກຳຮວມກຸ່ມໃຫຍ່ຂອງນັກຮຽນ ທ່ານຍັງກ່າວວ່າ ການລະບາດເກີດຂຶ້ນໃນຫຼາຍພື້ນທີ່ທົ່ວປະເທດ.

ທາງດ້ານກະຊວງສາທາລະນະສຸກຂອງມາເລເຊຍ ໄດ້ເຜີຍວ່າ ໃນອາທິດທີ່ຜ່ານມາ ມີການລາຍງານກ່ອນລະບາດ (cluster) ຂອງໄຂ້ຫວັດໃຫຍ່ເພີ່ມຂຶ້ນເຖິງ 97 ຈຸດ ຈາກ 14 ຈຸດໃນອາທິດກ່ອນໜ້າ ໂດຍສ່ວນໃຫຍ່ພົບໃນໂຮງຮຽນ ແລະ ສູນເດັກນ້ອຍ ໂດຍທີ່ລັດດສະລັງງໍ ມີຈຸດ cluster ຫຼາຍທີ່ສຸດ 43 ຈຸດ ຕາມມາດ້ວຍ ກົວລາລຳເປີ ແລະ ປຸດຣາຈາຢາ 15 ຈຸດ, ປີນັງ 10 ຈຸດ, ຢະໂຮ 9 ຈຸດ ແລະ ເກດະ 5 ຈຸດ.

ພ້ອມກັນນັ້ນ ລັດຖະມົນຕີສາທາລະນະສຸກຂອງມາເລເຊຍ ກ່າວວ່າ ຈະປຶກສາຮ່ວມກັບກະຊວງສຶກສາ ເພື່ອກຳນົດມາດຕະການເພີ່ມເຕີມໃນການຄວບຄຸມການລະບາດໃນສະຖານສຶກສາ ໂດຍເນັ້ນໃຫ້ຄວາມສຳຄັນກັບຄວາມປອດໄພຂອງເດັກນ້ອຍ ແລະ ບຸກຄະລາກອນເປັນຫຼັກ.

ທີ່ມາຈາກ: CNA

ລາວເປີດຕົວໂຄງການສ້າງລະບົບປັນຍາປະດິດແຫ່ງຊາດ ມຸ່ງສູ່ການພັດທະນາເສດຖະກິດດິຈິຕອນ

ນະຄອນຫຼວງວຽງຈັນ – ວັນທີ 14 ຕຸລາ 2025 ຖືເປັນຈຸດຫັນປ່ຽນສຳຄັນໃນການພັດທະນາເຕັກໂນໂລຊີຂອງ ສປປ ລາວ ເມື່ອກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບບໍລິສັດ ດິຈິຕອນ ເຕັກໂນໂລຊີລາວ ຈຳກັດ ຈັດກອງປະຊຸມສຳມະນາກ່ຽວກັບ “ແບບຈຳລອງພາສາຂະໜາດໃຫຍ່ແຫ່ງຊາດ” ແລະ ໂຄງການສ້າງສູນນະວັດຕະກຳປັນຍາປະດິດ ຈີນ-ລາວ ທີ່ໂຮງແຮມ ວັນຕາ ວິສຕາ.

ຜູ້ນຳລັດຖະບານໃຫ້ຄວາມສຳຄັນສູງສຸດ

ກອງປະຊຸມໄດ້ຮັບກຽດເປັນປະທານເປີດພິທີໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມທ່ານຮອງລັດຖະມົນຕີ ແກ້ວວິສຸກ ໂສລາພົມ ແລະ ໄຊຊະນະ ສິດທິພອນ. ມີຕົວແທນຈາກກະຊວງ, ອົງການທຽບເທົ່າ, ມະຫາວິທະຍາໄລແຫ່ງຊາດ ແລະ ບໍລິສັດເຕັກໂນໂລຊີເຂົ້າຮ່ວມຫຼາຍກວ່າ 100 ທ່ານ.

ທ່ານ ປອ. ສັນຕິສຸກ ເນັ້ນວ່າ ປັນຍາປະດິດເປັນກົນໄກຂັບເຄື່ອນສຳຄັນຂອງການປະຕິວັດອຸດສາຫະກຳ 4.0 ຄຽງຄູ່ກັບເຕັກໂນໂລຊີອື່ນໆ ເຊັ່ນ Internet, IoT, Blockchain ແລະ Big Data. ການພັດທະນາລະບົບປັນຍາປະດິດທີ່ມີຄຸນນະພາບແມ່ນບາດກ້າວສຳຄັນເພື່ອຫຼຸດຜ່ອນຄວາມແຕກຕ່າງໃນການພັດທະນາ ແລະ ນຳພາປະເທດສູ່ຄວາມທັນສະໄໝຕາມວິໄສທັດ 20 ປີ ຮອດປີ 2040.

ຫຼາຍກວ່າເຕັກໂນໂລຊີ: ຍຸດທະສາດແຫ່ງຊາດ

ສິ່ງພິເສດຂອງ Lao AI ແມ່ນການພັດທະນາລະບົບທີ່ສາມາດເຂົ້າໃຈ ແລະ ສື່ສານດ້ວຍພາສາລາວ ພ້ອມຮັບຮູ້ວັດທະນະທຳ ແລະ ຮີດຄອງປະເພນີລາວຢ່າງເລິກເຊິ່ງ. ເປົ້າໝາຍແມ່ນຊ່ວຍປະຊາຊົນລາວໃນການພັດທະນາ, ສ້າງມູນຄ່າເພີ່ມ ແລະ ຊຸກຍູ້ການເຕີບໂຕທາງເສດຖະກິດ-ສັງຄົມ.

ກຸ່ມບໍລິສັດ ALO ໄດ້ຖືເອົາໂຄງການນີ້ເປັນທິດທາງສໍາຄັນ ໂດຍມຸ່ງໝັ້ນນໍາໃຊ້ເຕັກໂນໂລຊີທັນສະໄໝຜະສົມປະສານກັບຄວາມຕ້ອງການຕົວຈິງຂອງລາວ ເພື່ອສ້າງລະບົບນິເວດປັນຍາປະດິດທີ່ມີເອກະລັກສະເພາະ.

ການຮ່ວມມືທີ່ກວ້າງຂວາງ

ບໍລິສັດ ດິຈິຕອນ ເຕັກໂນໂລຊີລາວ ເປັນບໍລິສັດຮ່ວມທຶນລະຫວ່າງ ອາໂລ ເທັກໂນໂລຊີ ກຣູບ ແລະ ສູນຂໍ້ມູນຂ່າວສານ ຈີນ-ລາວ ທີ່ຄຸ້ມຄອງສູນນະວັດຕະກຳປັນຍາປະດິດ ຈີນ-ລາວ. ການພັດທະນາອີງໃສ່ການຮ່ວມມືກັບຫໍສະໝຸດແຫ່ງຊາດ, ສຳນັກພິມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສູນ ICT ກະຊວງສຶກສາທິການ-ກິລາ ແລະ ມະຫາວິທະຍາໄລແຫ່ງຊາດ.

ການເກັບກຳຂໍ້ມູນພາສາລາວຫຼາຍຮູບແບບ ລວມທັງເອກະສານທາງການ, ປຶ້ມແບບຮຽນ, ໜັງສືພິມ, ວາລະສານ ແລະ ເນື້ອໃນອອນລາຍ ເພື່ອໃຫ້ລະບົບເຂົ້າໃຈເຫດຜົນທາງພາສາ ແລະ ວັດທະນະທຳລາວ. ອາຈານຈາກຄະນະອັກສອນສາດເຂົ້າຮ່ວມສ້າງເນື້ອໃນຕັ້ງແຕ່ ຊັ້ນອະນຸບານ ຈົນເຖິງ ມັດທະຍົມຕອນປາຍ, ເພື່ອຮັບປະກັນມາດຕະຖານຂອງການສຶກສາ.

ການນຳໃຊ້ໃນຫຼາຍຂະແໜງ

ສູນນະວັດຕະກຳປັນຍາປະດິດ ຈີນ-ລາວ ຈະສຸມໃສ່ການນຳໃຊ້ໃນຂະແໜງສຳຄັນ:

ກະສິກຳອັດສະລິຍະ: ເພີ່ມສະມັດຖະພາບການຜະລິດ ແລະ ຮັບປະກັນຄວາມໜັ້ນຄົງສະບຽງອາຫານ.

ສາທາລະນະສຸກ: ຍົກລະດັບການວິໄຈພະຍາດ ແລະ ບໍລິການທີ່ທົ່ວເຖິງມີຄຸນນະພາບ.

ການສຶກສາ: ສ້າງສື່ການຮຽນ-ການສອນທັນສະໄໝ ເປີດໂອກາດເຂົ້າເຖິງຄວາມຮູ້ຢ່າງເທົ່າທຽມ.

ການທ່ອງທ່ຽວ: ສົ່ງເສີມການທ່ອງທ່ຽວອັດສະລິຍະ, ສີຂຽວ ແລະ ຢືນຍົງ ພ້ອມປົກປັກຮັກສາມໍລະດົກຊາດ.

ອຸດສາຫະກຳ: ນຳໃຊ້ຫຸ່ນຍົນຫຼຸດຜ່ອນແຮງງານໃນວຽກອັນຕະລາຍ.

ຄວາມປອດໄພທາງໄຊເບີ: ປ້ອງກັນການຫລອກລວງອອນລາຍ ແລະ ຂ່າວປອມ.

ຄວາມຄືບໜ້າ ແລະ ອະນາຄົດ

ແຜນງານໄລຍະທຳອິດໄດ້ເປີດໃຫ້ທົດລອງໃຊ້ເບື້ອງຕົ້ນແລ້ວ ເພື່ອທົດສອບປະສິດທິພາບໃນສະພາບຕົວຈິງ. ເປົ້າໝາຍແມ່ນສ້າງແບບຈຳລອງທີ່ມີຄວາມສາມາດແຂ່ງຂັນລະດັບສາກົນ.

ເຖິງແມ່ນມີສິ່ງທ້າທາຍກ່ຽວກັບບຸກຄະລາກອນ, ໂຄງລ່າງພື້ນຖານ, ຖານຂໍ້ມູນ ແລະ ກົດໝາຍ AI Governance, ແຕ່ທ່ານຮອງລັດຖະມົນຕີ ສັນຕິສຸກ ເຊື່ອໝັ້ນວ່າຈະຜ່ານຜ່າໄດ້ດ້ວຍຄວາມຕັດສິນໃຈ ແລະ ການຮ່ວມມືກົມກຽວ.

ຄຳໝັ້ນສັນຍາ

ບໍລິສັດ ALO ກ່າວວ່າ “ພວກເຮົາເຊື່ອໝັ້ນວ່າລະບົບປັນຍາປະດິດຂອງລາວຈະເຕີບໃຫຍ່ຂຶ້ນ ແລະ ກາຍເປັນກຳລັງສຳຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ. ພວກເຮົາຄາດຫວັງຮ່ວມມືກັບຄູ່ຮ່ວມງານທັງພາຍໃນ ແລະ ຕ່າງປະເທດເພື່ອສ້າງອະນາຄົດທີ່ສະຫຼາດ, ສວຍງາມ ແລະ ຮຸ່ງເຮືອງໃຫ້ແກ່ປະເທດລາວ.”

ນາກນ້ຳມີພຶດຕິກຳ ນອນຈັບມືກັນຂະນະຫຼັບຢູ່ໃນນ້ຳ ເພື່ອປ້ອງກັນບໍ່ໃຫ້ກະແສນ້ຳພັດໄຫລຈາກກັນ

ນາກນໍ້າເປັນທີ່ຮູ້ຈັກກັນດີໃນພຶດຕິກຳທີ່ເປັນເອກະລັກ ແລະ ໜ້າຮັກ: ພວກມັນມັກຈະຈັບມືກັນ ໃນຂະນະທີ່ພວກມັນນອນຫຼັບຢູ່ໃນນໍ້າ.

ພຶດຕິກຳນີ້ສ່ວນຫຼາຍຈະເຫັນລະຫວ່າງ ແມ່ ແລະ ລູກ ຫຼື ນາກນໍ້າທີ່ຢູ່ເປັນຄູ່ພາຍໃນກຸ່ມສັງຄົມ. ເຫດຜົນຕົ້ນຕໍທີ່ພວກມັນຈັບມືກັນແມ່ນເພື່ອ:

1. ປ້ອງກັນການລອຍແຍກອອກຈາກກັນ: ການຈັບມືກັນຊ່ວຍປ້ອງກັນບໍ່ໃຫ້ພວກມັນຖືກກະແສນໍ້າພັດພາໃຫ້ແຍກອອກໄປໃນຂະນະທີ່ກຳລັງນອນພັກຜ່ອນ.

2. ຄວາມປອດໄພເພີ່ມເຕີມ: ນອກຈາກການຈັບມືກັນແລ້ວ ນາກນໍ້າຍັງມີການປັບຕົວອີກຢ່າງໜຶ່ງຄື: ພວກມັນຈະມັດໂຕເອງໄວ້ກັບສາຫຼ່າຍທະເລ ເພື່ອຢຶດຮ່າງກາຍໃຫ້ຢູ່ກັບທີ່ໃນເວລານອນ. ການຈັບມືກັນກໍເປັນອີກຊ່ອງທາງໜຶ່ງໃນການສ້າງຄວາມໝັ້ນຄົງ ແລະ ເປັນການສ້າງສາຍສຳພັນ ລະຫວ່າງໂຕທີ່ໃກ້ຊິດກັນ.

ພຶດຕິກຳທາງສັງຄົມ

1. ຄວາມຈິງນີ້ໄດ້ຮັບການຢັ້ງຢືນຈາກການຄົ້ນຄວ້າຊີວະວິທະຍາທາງທະເລ ແລະ ມີການບັນທຶກໄວ້ຢ່າງກວ້າງຂວາງໂດຍສະຖາບັນຕ່າງໆ.

2. ມັນຍັງເປັນຕົວຢ່າງທີ່ດີເລີດທີ່ສະແດງໃຫ້ເຫັນເຖິງພຶດຕິກຳທາງສັງຄົມຂອງນາກ ແລະ ການເພິ່ງພາອາໄສການສໍາຜັດເພື່ອຄວາມອຸ່ນໃຈ ແລະ ຄວາມເປັນປຶກແຜ່ນໃນທຳມະຊາດ.

3. ເຖິງແມ່ນວ່າບໍ່ແມ່ນນາກທຸກໂຕຈະສະແດງພຶດຕິກຳນີ້ ແຕ່ມັນມັກຈະຖືກພົບເຫັນໃນສະພາບແວດລ້ອມທີ່ມີການລ້ຽງ ຫຼື ໃນເຂດນໍ້າທະເລທີ່ສະຫງົບ ເຊິ່ງນາກນໍ້າຮູ້ສຶກປອດໄພພໍທີ່ຈະພັກຜ່ອນລວມກັນເປັນກຸ່ມ.

ທີ່ມາ: SciencePulse

17 ຂໍ້ຫ້າມ ໃນງານບຸນທາດຫຼວງ 1-5 ພະຈິກ 2025 ນີ້

ອີງຕາມແຈ້ງການສະບັບເລກທີ 593/ຈນວ, ລົງວັນທີ 9 ຕຸລາ​ 2025​ ຂອງເຈົ້າຄອງນະຄອນຫຼວງວຽງຈັນ​ ກ່ຽວກົດລະບຽບ​ ວ່າດ້ວຍການຄຸ້ມຄອງ ງານບຸນນະມັດສະການພຣະທາດຫຼວງ ວາງສະແດງສິນຄ້າ ພສ 2568, ວັນທີ 1-5 ພະຈິກ ປະຈໍາປີ 2025:

1. ຫ້າມຂາຍ ແລະ ນໍາເອົາສິ່ງເສບຕິດ, ດື່ມສິ່ງມຶນເມົາ, ຫຼິ້ນການພະນັນ ແລະ ອາລະວາດຕີກັນ, ອາວຸດ, ມີດ, ງ້າວ, ໜ້າ, ກະຖຸນ, ສາຍແອວຫົວໃຫຍ່ ແລະ ສະນັບມື, ສິ່ງຂອງລອກຮຽນແບບ, ສິນຄ້າລາມົກ ອະນາຈານ ແລະ ສິນຄ້າທີ່ຜິດກົດໝາຍ ເຂົ້າມາໃນງານ ແລະ ວາງຂາຍພາຍໃນງານບຸນ ຢ່າງເດັດຂາດ;

2. ຫ້າມໂຄສະນາ ຂາຍສິນຄ້າເກີນຄວາມເປັນຈິງ, ບໍ່ອະນຸຍາດນຸ່ງເຄື່ອງລາມົກອະນາຈານ ເຂົ້າໃນໃນງານບຸນ.​

3. ຫ້າມເທສິນຄ້າຂາຍຊະຊາຍລົງພື້ນ, ປູຂາຍລົງພື້ນຢູ່ຕໍ່ບູດຂອງຕົນ, ວາງສິນຄ້າອອກມານອກຮ້ານ ແລະ ຊື້ຂາຍສິນຄ້າເປັນເງິນຕາຕ່າງປະເທດ ເດັດຂາດ;

4. ຫ້າມບຸກຄົນ, ນິຕິບຸກຄົນ, ວັດ, ສຳນັກງານ, ອົງການປົກຄອງບ້ານ ວາງສິ່ງກີດຂວາງການຈັດສັນ ສະຖານທີ່ວາງສະແດງ-ຂາຍສິນຄ້າ ຂອງຄະນະກຳມະການຈັດງານບຸນ;

5. ສໍາລັບນັກສະແດງສິລະປະຜູ້ໃນງານແຕ່ລະຈຸດ ຕ້ອງແຕ່ງກາຍ ແລະ ນຸ່ງເຄື່ອງສຸພາບຮຽບຮ້ອຍ ໃຫ້ຖືກຕ້ອງຕາມຮີດຄອງປະເພນີອັນດີງາມ ຂອງລາວ;

6. ຫ້າມຫົ່ມຜ້າອ້ອມອົງພຣະທາດຫຼວງ ເດັດຂາດ;

7. ຫ້າມເຮັດກິດຈະກຳທາງສາສະໜາ ຫຼື ກິດຈະກຳໃດໜຶ່ງ ທີ່ບໍ່ສອດຄ່ອງກັບຮີດຄອງປະເພນີ ທີ່ ເຄີຍປະຕິບັດມາ ຢູ່ບໍລິເວນເດີ່ນພຣະທາດຫຼວງ ແລະ ໃນກົມມະລຽນພຣະທາດຫຼວງເດັດຂາດ;

8. ຫ້າມເພດຍິງນຸ່ງໂສ້ງ, ກະໂປ່ງ ຫຼື ສະເກິດ (ຕ້ອງນຸ່ງສິ້ນທຸກຄັ້ງທີ່ເຂົ້າໃນກົມມະລຽນພຣະທາດຫຼວງ); ສໍາລັບເພດຊາຍ ຫ້າມນຸ່ງໂສ້ງຂາສັ້ນເກີນເທິງຫົວເຂົ້າ, ຫ້າມນຸ່ງສິ້ນ (ຕ້ອງນຸ່ງໂສ້ງຂາຍາວ ຫຼື ຜ້າສະໂຫຼ້ງ);

9. ຫ້າມໄຕ້ທຽນໃສ່ຕີນພຣະທາດຫຼວງ, ຕາມລະບຽງກົມມະລຽນ ຫຼື ສິ່ງກໍ່ສ້າງອື່ນໆ (ໄຕ້ໄດ້ ສະເພາະຮາງເຫຼັກທີ່ຈັດສັນໄວ້);

10. ຂະບວນການແຫ່ຜາສາດເຜິ້ງ ຕ້ອງໄດ້ລົງທະບຽນນໍາອົງການແນວລາວສ້າງຊາດນະຄອນຫຼວງ ຈຶ່ງມີສິດແຫ່ເຂົ້າໄປພາຍໃນກົມມະລຽນພຣະທາດຫຼວງໄດ້; ຮູບແບບຜະສາດເຜິ້ງຖືກຕ້ອງຕາມປະເພນີ ແລະ ຫ້າມນໍາເອົາສິ່ງປະດິດທີ່ບໍ່ແມ່ນຜະສາດເຜິ້ງເຂົ້າມາໃນງານບຸນ ເດັດຂາດ;

11. ຫ້າມພຣະສົງ, ແມ່ຊີ-ແມ່ຂາວ-ພໍ່ຂາວ ນໍາເອົາຝ້າຍມັດແຂນເຄື່ອງສັກກາລະບູຊາອື່ນ ມາວາງເຮັດກິດຈະກຳທາງພິທີທາງສາສະໜາ ຢູ່ອ້ອມຮອບຂອບເຂດຮົ້ວ, ດ້ານໜ້າທາງເຂົ້າກົມມະລຽນ ເດັດຂາດ.

12. ຫ້າມສວຍໂອກາດຂຶ້ນລາຄາຄ່າເຊົ່າຫ້ອງ, ຄ່າບໍລິການຕາມລໍາພັງໃຈ, ການເປັນນາຍໜ້າຈັບຈ່ອງ ຫ້ອງຂາຍສິນຄ້າ ແລະ ບໍລິການ ເພື່ອເກງກຳໄລ ເດັດຂາດ;

13. ຫ້າມນໍາເອົາເຄື່ອງສຽງ ຂະໜາດໃຫຍ່ ທີ່ມີຄວາມດັງເກີນ 85 ດີຊີເບວ ເຂົ້າມານໍາໃຊ້ ໂດຍບໍ່ມີໃບອະນຸຍາດ, ຖ້າພົບເຫັນຈະຖືກປັບໃໝ ເຄື່ອງລະ 10.000.000 ກີບ;

14. ກິດຈະກຳທາງດ້ານວັດທະນະທຳ-ການທ່ອງທ່ຽວ ເຊັ່ນ: ຂາຍອາຫານ-ເຄື່ອງດື່ມ ທີ່ມີດົນຕີ, ເຄື່ອງສຽງຢູ່ຂອບເຂດບໍລິເວນງານບຸນ ຕ້ອງໄດ້ມາຂໍອະນຸຍາດ ນໍາພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ອະນຸກຳມະການຄຸ້ມຄອງວັດທະນະທຳ);

15. ຫ້າມບໍ່ໃຫ້ນໍາເອົາຄົນຕ່າງປະເທດ ມາໂຄສະນາສິນຄ້າ ຢູ່ບັນດາຮ້ານຄ້າ, ບູດວາງສະແດງສິນຄ້າ ແລະ ເວທີ ອື່ນໆ. ຍົກເວັ້ນ ບັນດານະຄອນປະເທດເພື່ອນມິດ ທີ່ຖືກເຊີນເຂົ້າຮ່ວມ;

16. ບັນດາຮ້ານຄ້າຂາຍ, ຈຳໜ່າຍ ແລະ ໂຄສະນາສິນຄ້າ ທຸກປະເພດ ໃນຂອບເຂດບໍລິເວນງານບຸນພຣະທາດຫຼວງ ຫ້າມແຈກແຜນພັບ, ໂຄສະນາສິນຄ້າ ແລະ ສ້າງສິ່ງເສດເຫຼືອ-ຂີ້ເຫຍື້ອ ຊະຊາຍ;

17. ຫ້າມເປີດຮ້ານ, ບູດວາງສະແດງສິນຄ້າ ໃນຂອບເຂດເດີ່ນສະໜາມຫຼວງ, ພຣະທາດຫຼວງ​ ບໍລິເວນອ້ອມຮອບ ກາຍເວລາ 23:00 ໂມງ ເດັດຂາດ.

– ບຸກຄົນ, ນິຕິບຸກຄົນ ຫຼື ພາກສ່ວນໃດໜຶ່ງທີ່ຝ່າຝືນກົດລະບຽບສະບັບນີ້ ແລະ ຂໍ້ກຳນົດຕ່າງໆທີ່ໄດ້ວາງອອກ ຈະໄດ້ຖືກກ່າວເຕືອນສຶກສາອົບຮົມ (ກໍລະນີສະຖານເບົາ), ປັບໃໝ ແລະ ປະຕິບັດວິໄນຕາມ ສະຖານໜັກ ຫຼື ເບົາ ຂອງຄວາມຜິດ ແລະ ຕາມລະບຽບກົດໝາຍ ຂອງລັດ, ໃນກໍລະນີມີການລະເມີດກົດ ລະບຽບ, ຂໍ້ກຳນົດຮ້າຍແຮງ​ ແມ່ນຈະບໍ່ມີການກ່າວເຕືອນ ເຈົ້າໜ້າທີ່ ສາມາດເຂົ້າຈັດຕັ້ງປະຕິບັດໄດ້ເລີຍ;

– ທຸກຄົນຕ້ອງເປັນເຈົ້າການເຮັດວຽກງານປ້ອງກັນຄວາມສະຫງົບສຸກ, ນັບຖືກົດລະບຽບສະບັບນີ້ ຢ່າງເຂັ້ມງວດ ຖ້າຜູ້ໃດລະເມີດຂໍ້ຫ້າມໃດໜຶ່ງແມ່ນຈະຖືກປັບໃໝແຕ່ 500.000 ກີບ ຫາ 10.000.000 ກີບ ແລ້ວແຕ່ກໍລະນີໜັກ-ເບົາ ຫຼື ກັກຕົວສືບສວນ ຕາມສະຖານຄວາມຜິດ;

– ຖ້າພົບເຫັນບຸກຄົນ, ນິຕິບຸກຄົນ ລະເມີດຕໍ່ລະກົດລະບຽບດັ່ງກ່າວນີ້ ຂໍໃຫ້ແຈ້ງຕໍ່ຄະນະຮັບຜິດຊອບງານບຸນ ຫຼືເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ພາຍໃນງານບຸນ ແລະ ຜາມກຳມະການ;

– ຕໍ່ຜູ້ມີຜົນງານຈະໄດ້ຮັບການຍ້ອງຍໍຊົມເຊີຍຈາກຄະນະກຳມະການຈັດງານຢ່າງສົມກຽດ.

70 ບ້ານຢູ່ເມືອງສີໂຄດຕະບອງ ແລະ ຈັນທະບູລີ ກຽມໂຕ່ງນ້ຳໄວ້ໃຊ້

ລັດວິສາຫະກິດນໍ້າປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງແຈ້ງມາຍັງ ບັນດາລູກຄ້າຜູ້ຊົມໃຊ້ນໍ້າປະປາ ໃນຂອບເຂດເມືອງ ສີໂຄດຕະບອງ, ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ຊາບວ່າ:

ວັນທີ 16 ຕຸລາ 2025 ກົງກັບ ວັນພະຫັດ, ແຕ່ເວລາ 13:00 ໂມງ ຫາ 15:00 ໂມງ. ຈະມີການມອດໄຟຂອງຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ສາຂາໄຟຟ້ານະຄອນຫຼວງ 1 ຈະໄດ້ມອດໄຟໃຫ້ ຫ້ອງການເຕັກນິກ ວາງແຜນລະບົບໄຟຟ້າ ສົມທົບກັບຫ້ອງການໄຟຟ້າເມືອງສີໂຄດຕະບອງ ເພື່ອປະຕິບັດວຽກ ກວດກາ ບຳລຸງຮັກສາ ປ່ຽນຖ່າຍ CT – PT ຂອງໂຮງງານຜະລິດນໍ້າປະປາເກົ້າລ້ຽວ (ມອດແຕ່ VCB 80026 ຍາພະ ຫາ LBS 10019 ໜ້ານໍ້າກ້ອນທ້າວໂບ້) ໃນລະຫວ່າງການດຳເນີນງານຈະສົ່ງຜົນກະທົບເຮັດໃຫ້ໂຮງງານນ້ຳປະປາເກົ້າລ້ຽວ ບໍ່ສາມາດຜະລິດນ້ຳປະປາໄດ້.

ຂອບເຂດພື້ນທີ່ ສົ່ງຜົນກະທົບ:

1. ເມືອງ ສີໂຄດຕະບອງ: ບານ ນາຄຳ, ອຸບມຸງ, ໜອງປາໃນ, ວັດໄຕນ້ອຍທ່າ, ວັດໄຕນອ້ຍທົ່ງ, ໜອງສະໂນຄຳ, ວັດໄຕໃຫຍ່ທ່າ, ວັດໄຕໃຫຍ່ທົ່ງ, ອາກາດ, ເມືອງວາທ່າ, ເມືອງວາທົ່ງ, ສີໄຄທ່າ, ສີໄຄທົ່ງ, ຍາພະ, ສີບຸນເຮືອງທ່າ, ສີບຸນເຮືອງທົ່ງ, ສີຊົມຊື່ນ, ໂນນສະຫວ່າງ, ເກົ້າລ້ຽວ, ດ່ານຄຳ, ໂນນຂີ້ເຫຼັກ, ໂນນແກ້ວ, ໂພນສະຫວາດເໜືອ, ໂພນສົມບູນ, ຕາດທອງ, ໜອງດາ, ໃໝ່, ຫວ້ຍຫອ້ມ, ໂພສີ, ນາແຮ່, ວຽງສະຫວັນ, ທົ່ງປົ່ງ, ນາເລົ່າ, ໜອງໜ້ຽວ, ໜອງແຕ່ງໃຕ້, ໜອງແຕ່ງເໜືອ, ວຽງຄຳ, ຈຳປາ, ດົງນາໂຊກໃຕ້, ດົງນາໂຊກເໜືອ, ປາກທ້າງ, ດົງນາທອງ, ຫຼັກຫີນ, ໜອງບຶກໃຕ້, ໜອງບຶກເໜືອ, ດົງກະເລົາ, ຊຳເກດ, ຂຸນຕາທົ່ງ, ຂຸນຕາທ່າ, ສີຖານເໜືອ, ໜອງດ້ວງເໜືອ, ໜອງດ້ວງໃຕ້, ໜອງດ້ວງທົ່ງ, ໂພນສະຫວາດໃຕ້, ໜອງບົວທອງໃຕ້, ໜອງບົວທອງເໜືອ, ໂພນຄຳ, ຈັນສະຫວ່າງ;

2. ເມືອງ ຈັນທະບູລີ: ເຂດ ບ້ານ ໜອງປິງ, ບໍ່ນາງົວ, ດອນແດງ, ດົງປາແລບ, ໂພນຕອ້ງຈອມມະນີ, ສະຫວ່າງ, ຮ່ອງຄ້າ, ທົ່ງຕູມ, ຂົວຫຼວງ, ສີສະຫວາດ, ທົ່ງຂັນຄຳ, ສີຫອມ ແລະ ບ້ານ ອື່ນໆ ທີ່ຢູ່ໄກ້ຄຽງ ກັບ ເມືອງ ສີໂຄດຕະບອງ ແລະ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ.

ດັ່ງນັ້ນ, ຈຶ່ງແຈ້ງໃຫ້ກະກຽມໂຕ່ງນໍ້າໄວ້ກ່ອນລ່ວງໜ້າ ເພື່ອຊົມໃຊ້ຊົ່ວຄາວຈົນກວ່າແຮງດັນນໍ້າຈະມາເປັນ

ປົກກະຕິ ແລະ ຂໍອາໄພໃນຄວາມບໍ່ສະດວກໃນການຊົມໃຊ້ນໍ້າປະປາໃນຄັ້ງນີ້ດ້ວຍ.

– ຂໍ້ມູນເພີ່ມຕື່ມ ໂທ: 1169; 020 5991 8830; 020 2998 6580 ຕະຫລອດ 24 ຊົ່ວໂມງ.

Uber ຈະເປີດບໍລິການແທັກຊີ້ ທາງອາກາດໃນປີ 2026 ນີ້

ບໍລິສັດຂົນສົ່ງ​ Uber Air ຂອງສະຫະລັດ​ອາເມຣິກາ ໄດ້ກ້າວເຂົ້າສູ່ຕະຫຼາດການຂົນສົ່ງທາງອາກາດ ໃນຕົວເມືອງຢ່າງເປັນທາງການແລ້ວ ດ້ວຍການເປີດໂຕບໍລິການຈອງເຮລີກົບເຕີ ເຊິ່ງຄາດວ່າຈະປ່ຽນການເດີນທາງທີ່ໃຊ້ເວລາດົນເຖິງ 90 ນາທີ​ ໃຫ້ເປັນການເດີນທາງ​ ບິນພຽງ 10 ນາທີເທົ່ານັ້ນ.

ການບໍລິການນີ້, ເຊິ່ງໄດ້ທົດລອງແລ້ວໃນຫຼາຍໆເມືອງ​ ເຊັ່ນ: ນິວຢອກ (New York), ເຊົາ ປາວໂລ (São Paulo), ແລະ ດູໄບ (Dubai) ແລະ​ ຈະເປີດຢ່າງເປັນທາງການ ໃນປີ 2026 ນີ້​ ທີ່ດູໄບ (Dubai) ຫລັງຈາກນັ້ນ, ຈຶ່ງຈະຂະຫຍາຍໄປສູ່ຕະຫຼາດໃຫຍ່ໃນ ສະຫະລັດອາເມຣິກາ ເຊັ່ນ: ນິວຢອກ ແລະ ລອສ ແອງເຈລີສ​ ແລະ​ ເຂດອື່ນໆ.

ໂດຍໃຊ້ແອັບພລິເຄຊັນທີ່ງ່າຍດາຍ, ຜູ້ໃຊ້ສາມາດກໍານົດເວລາການບິນລະຫວ່າງບ່ອນຈອດເຄື່ອງບິນຢູ່ເທິງຕຶກ ຫຼື ສະໜາມບິນໃນລາຄາທີ່ທຽບເທົ່າກັບການຂີ່ລົດພຣີມຽມ.

Uber Air ກໍາລັງຮ່ວມມືກັບບໍລິສັດການບິນທີ່ພັດທະນາເຮືອບິນຂຶ້ນ-ລົງທາງຕັ້ງດ້ວຍໄຟຟ້າ (electric vertical takeoff and landing – eVTOL), ເຊິ່ງຈະງຽບກວ່າ, ບໍ່ມີມົນລະພິດ, ແລະ ມີຄ່າໃຊ້ຈ່າຍໃນການດໍາເນີນງານຕ່ຳກວ່າເຮລີກົບເຕີແບບດັ້ງເດີມ. ເປົ້າໝາຍໄລຍະຍາວ​ ຄື: ສ້າງເຄືອຂ່າຍແທັກຊີທາງອາກາດທີ່ເຊື່ອມຕໍ່ສູນກາງເມືອງ, ສະໜາມບິນ, ແລະ ເຂດຊານເມືອງ.

ເຖິງແມ່ນວ່າແນວຄິດນີ້ອາດຈະຟັງຄືກັບເປັນອະນາຄົດ, ແຕ່ຮູບແບບທົດລອງໄດ້ບິນທົດສອບມາແລ້ວຫຼາຍພັນຖ້ຽວ. ດ້ວຍບັນຫາການສັນຈອນແອອັດໃນທົ່ວໂລກ​ ທີ່ຢູ່ໃນລະດັບສູງສຸດ, ການບໍລິການຂົນສົ່ງທາງອາກາດອາດຈະກໍານົດຄໍານິຍາມຂອງການເດີນທາງໃໝ່ ໂດຍປ່ຽນທ້ອງຟ້າໃຫ້ກາຍເປັນທາງດ່ວນຕໍ່ໄປ.

ທີ່​ມາ: Unbox​ Factory

whatsapp ລຶບບັນຊີ scammer 6,8ລ້ານບັນຊີ ສ່ວນໃຫຍ່ແມ່ນຢູ່ອາຊີອາຄະເນ

ຖະແຫຼງການຂອງເມຕາ (Meta) ບໍລິສັດແມ່ຂອງ WhatsApp ລະບຸວ່າ ໄດ້ດຳເນີນການລຶບບັນຊີທີ່ກ່ຽວຂ້ອງກັບແກ໋ງສະແກຣມເມີ້ຂ້າມຊາດໄປແລ້ວກວ່າ 6.8 ລ້ານບັນຊີ ໃນໄລຍະປີທຳອິດຂອງປີ 2025 ທີ່ຜ່ານມາ ໂດຍສ່ວນໃຫຍ່ມີຖານຢູ່ໃນພາກພື້ນອາຊີອາຄະເນ.

ເມຕາລະບຸວ່າ ບັນຊີເຫຼົ່ານີ້ມີການເຊື່ອມໂຍງກັບສູນສະແກຣມເມີ້ທີ່ດຳເນີນງານໂດຍແກ໋ງອາຊະຍາກຳໃນແຖບອາຊຽນຕາເວັນອອກສຽງໃຕ້ ຊຶ່ງມັກມີການບັງຄັບໃຊ້ແຮງງານ.

ຄວາມເຄື່ອນໄຫວນີ້ເກີດຂຶ້ນຫຼັງຈາກ WhatsApp ໄດ້ປະກາດເປີດໂຕມາດຕະການປ້ອງກັນສະແກຣມເມີ້ອອນໄລນ໌ ໂດຍຈະມີການແຈ້ງເຕືອນຜູ້ໃຊ້ຖ້າພົບກິດຈະກຳທີ່ເຂົ້າຂ່າຍການຫຼອກລວງ ເຊັ່ນ ຖ້າຖືກເພີ່ມເຂົ້າກຸ່ມແຊັດໂດຍຄົນທີ່ບໍ່ຢູ່ໃນລາຍຊື່ຕິດຕໍ່ຂອງຕົນເອງ.

ມາດຕະການນີ້ມຸ່ງເປົ້າສະກັດກັ້ນກົນວິທີທີ່ແກ໋ງສະແກຣມເມີ້ໃຊ້ເພື່ອຄວບຄຸມບັນຊີ WhatsApp ຫຼື ການເພີ່ມຜູ້ໃຊ້ເຂົ້າກຸ່ມແຊັດ ໃນການເຊີນຊວນໃຫ້ຮ່ວມແຜ່ນການລົງທຶນປອມ ຫຼື ຖືກຫຼອກລວງໃນຮູບແບບອື່ນໆ.

ເມຕາເຜີຍວ່າ WhatsApp ສາມາດກວດພົບ ແລະ ດຳເນີນການລຶບບັນຊີເຫຼົ່ານີ້ອອກໄປໄດ້ທັນກ່ອນທີ່ສະແກຣມເມີ້ຈະເລີ່ມການເຮັດວຽກໄດ້.

ເມຕາຍົກຕົວຢ່າງເຄດໜຶ່ງທີ່ WhatsApp ໄດ້ຮ່ວມມືກັບ OpenAI ເຊິ່ງເປັນຜູ້ຢູ່ເບື້ອງຫຼັງ ChatGPT ໃນການສະກັດແກ໋ງສະແກຣມເມີ້ ທີ່ສະເໜີເງິນເພື້ອແລກກັບການກົດໄລໂພສໂຊເຊີຍມີເດຍ ເພື່ອໂປຣໂມດທຸລະກິດປອມ.

ເບື່ອງຕົ້ນມີການເປີດເຜີຍວ່າ ສະແກຣມເມີ້ກຸ່ມນີ້ໃຊ້ ChatGPT ເພື່ອຂຽນຄຳສັ່ງທີ່ໃຊ້ຫຼອກລວງເຫຍື່ອ.

ໂດຍທົ່ວໄປ ຄົນຮ້າຍມັກຈະຕິດຕໍ່ຫາເປົ້າໝາຍຜ່ານທາງຂໍ້ຄວາມ ກ່ອນຈະຍ້າຍການສົນທະນາໄປທາງໂຊເຊີຍມີເດຍ ຫຼື ແອັບສົ່ງຂໍ້ຄວາມສ່ວນຕົວ ແລະ ຈົບລົງດ້ວຍການຫຼອກໃຫ້ຈ່າຍເງິນ ຫຼື ຄຣິບໂທເຄີເຣນຊີ.

ທີ່ຜ່ານມາ ລັດຖະບານຂອງປະເທດໃນພາກພື້ນນີ້ ມັກຈະມີການເຕືອນປະຊາຊົນໃຫ້ລະມັດລະວັງການຫຼອກລວງທີ່ອາດເກີດຂຶ້ນຜ່ານຊ່ອງທາງອອນໄລນ໌ ແລະ ໃຫ້ໃຊ້ຟີຈເຈີປ້ອງກັນການຫຼອກລວງ ເຊັ່ນ ການຢືນຢັນໂຕຕົນສອງຂັ້ນຕອນຂອງ WhatsApp ເພື່ອຊ່ວຍປົກປ້ອງບັນຊີຈາກການຖືກແຮກ.

ຕົວຢ່າງເຊັ່ນ ຢູ່ສິງກະໂປ ຕຳຫຼວດໄດ້ປະຊາສຳພັນໃຫ້ປະຊາຊົນລະມັດລະວັງການເຊີນຊວນທີ່ນ່າສົງໄສ ທີ່ໄດ້ຮັບຜ່ານແອັບສົ່ງຂໍ້ຄວາມ.

ທີ່ມາຈາກ: BBC