ບໍລິສັດຂົນສົ່ງ Uber Air ຂອງສະຫະລັດອາເມຣິກາ ໄດ້ກ້າວເຂົ້າສູ່ຕະຫຼາດການຂົນສົ່ງທາງອາກາດ ໃນຕົວເມືອງຢ່າງເປັນທາງການແລ້ວ ດ້ວຍການເປີດໂຕບໍລິການຈອງເຮລີກົບເຕີ ເຊິ່ງຄາດວ່າຈະປ່ຽນການເດີນທາງທີ່ໃຊ້ເວລາດົນເຖິງ 90 ນາທີ ໃຫ້ເປັນການເດີນທາງ ບິນພຽງ 10 ນາທີເທົ່ານັ້ນ.
ການບໍລິການນີ້, ເຊິ່ງໄດ້ທົດລອງແລ້ວໃນຫຼາຍໆເມືອງ ເຊັ່ນ: ນິວຢອກ (New York), ເຊົາ ປາວໂລ (São Paulo), ແລະ ດູໄບ (Dubai) ແລະ ຈະເປີດຢ່າງເປັນທາງການ ໃນປີ 2026 ນີ້ ທີ່ດູໄບ (Dubai) ຫລັງຈາກນັ້ນ, ຈຶ່ງຈະຂະຫຍາຍໄປສູ່ຕະຫຼາດໃຫຍ່ໃນ ສະຫະລັດອາເມຣິກາ ເຊັ່ນ: ນິວຢອກ ແລະ ລອສ ແອງເຈລີສ ແລະ ເຂດອື່ນໆ.
ໂດຍໃຊ້ແອັບພລິເຄຊັນທີ່ງ່າຍດາຍ, ຜູ້ໃຊ້ສາມາດກໍານົດເວລາການບິນລະຫວ່າງບ່ອນຈອດເຄື່ອງບິນຢູ່ເທິງຕຶກ ຫຼື ສະໜາມບິນໃນລາຄາທີ່ທຽບເທົ່າກັບການຂີ່ລົດພຣີມຽມ.
Uber Air ກໍາລັງຮ່ວມມືກັບບໍລິສັດການບິນທີ່ພັດທະນາເຮືອບິນຂຶ້ນ-ລົງທາງຕັ້ງດ້ວຍໄຟຟ້າ (electric vertical takeoff and landing – eVTOL), ເຊິ່ງຈະງຽບກວ່າ, ບໍ່ມີມົນລະພິດ, ແລະ ມີຄ່າໃຊ້ຈ່າຍໃນການດໍາເນີນງານຕ່ຳກວ່າເຮລີກົບເຕີແບບດັ້ງເດີມ. ເປົ້າໝາຍໄລຍະຍາວ ຄື: ສ້າງເຄືອຂ່າຍແທັກຊີທາງອາກາດທີ່ເຊື່ອມຕໍ່ສູນກາງເມືອງ, ສະໜາມບິນ, ແລະ ເຂດຊານເມືອງ.
ເຖິງແມ່ນວ່າແນວຄິດນີ້ອາດຈະຟັງຄືກັບເປັນອະນາຄົດ, ແຕ່ຮູບແບບທົດລອງໄດ້ບິນທົດສອບມາແລ້ວຫຼາຍພັນຖ້ຽວ. ດ້ວຍບັນຫາການສັນຈອນແອອັດໃນທົ່ວໂລກ ທີ່ຢູ່ໃນລະດັບສູງສຸດ, ການບໍລິການຂົນສົ່ງທາງອາກາດອາດຈະກໍານົດຄໍານິຍາມຂອງການເດີນທາງໃໝ່ ໂດຍປ່ຽນທ້ອງຟ້າໃຫ້ກາຍເປັນທາງດ່ວນຕໍ່ໄປ.
ທີ່ມາ: Unbox Factory