ອີງຕາມແຈ້ງການສະບັບເລກທີ 593/ຈນວ, ລົງວັນທີ 9 ຕຸລາ 2025 ຂອງເຈົ້າຄອງນະຄອນຫຼວງວຽງຈັນ ກ່ຽວກັບການກຳນົດ ລາຄາຄ່າເຊົ່າຫ້ອງຂາຍເຄື່ອງ ຢູ່ໃນງານບຸນນະມັດສະການພຣະທາດຫຼວງວຽງຈັນ ແລະ ສູນການຄ້າລາວໄອເຕັກ ໃນລະຫວ່າງວັນທີ 1-5 ພະຈິກ 2025 ນີ້ ມີຄື:
1. ລາຄາຄ່າເຊົ່າສະຖານທີ່ຢູ່ເດີ່ນສະໜາມຫຼວງ (ຂະໜາດຫ້ອງແມ່ນ 3×4 ແມັດ).
– ສໍາລັບຜະລິດຕະພັນສິນຄ້າ ODOP:
3.500.000 ກີບ/ຫ້ອງ.
– ສໍາລັບຜະລິດຕະພັນສິນຄ້າ ຂອງຄອບຄົວຕົວແບບ ແລະ ສິນຄ້າພາຍໃນທົ່ວໄປ ທີ່ຜະລິດ ແລະ ມາຈໍາໜ່າຍດ້ວຍຕົນເອງ: 6.000.000 ກີບ/ຫ້ອງ.
3). ສໍາລັບສິນຄ້າທົ່ວໄປ ທີ່ຈະເອົາເຂົ້າໄປວາງຂາຍໃນງານ: 7.000.000 ກີບ – 15.000.000 ກີບ/ຫ້ອງ
– ສະເພາະ ບູດທີ່ໄດ້ຕົບແຕ່ງ ແມ່ນຈະໄດ້ຄິດໄລ່ຄ່າຕົບແຕ່ງບູດເພີ່ມ ຕາມມູນຄ່າຕົວຈິງ ຂອງຄະນະກຳມະການປະເມີນໃນລາຄາຕົ້ນທຶນ (ຫຼື ຜູ້ປະກອບການທຸລະກິດ ສາມາດຕົບແຕ່ງເອງໄດ້ຕາມແບບທີ່ຄະນະກຳມະການກຳນົດໃຫ້).
– ຂາຍອາຫານຍ່ອຍ (ຕຳ, ໄຂ່ລູກ, ໝາກໄມ້, ລູກຊີ້ນ, ປາມຶກ, ເຂົ້າຫຼາມ, ປີ້ງໄກ່ ອື່ນໆ) 50.000 ກີບ/ມື້.
2. ລາຄາຄ່າເຊົ່າສະຖານທີ່ຢູ່ສູນການຄ້າລາວ-ໄອເຕັກ (ຂະໜາດຫ້ອງ 3×3 ແມັດ).
– ດ້ານໃນອາຄານສິນຄ້າທົ່ວໄປ ລາຄາ 12.000.000 ກີບ/ຫ້ອງ (ປະກອບມີດອກໄຟ 40 ວັດ ຈໍານວນ 02 ດອກ, ໂຕະ 01 ໜ່ວຍ ແລະ ຕັ້ງ 02 ໜ່ວຍ).
– ສໍາລັບສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ທີ່ເຂົ້າຮ່ວມງານ ແມ່ນ 3.500.000 ກີບ/ຫ້ອງ.
– ດ້ານນອກອາຄານ ລາຄາ 6.000.000 ກີບ/ຫ້ອງ.
– ຄ້າຂາຍຍ່ອຍ ດ້ານນອກ 99,000 ກີບ/ມື້.